ຫວຽດນາມປະຕິບັດບັນດາຂໍ້ສະເໜີແນະເພື່ອປົກປ້ອງສິດທິມະນຸດຢ່າງເຂັ້ມງວດ

(VOVWORLD) -ໃນບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ຫວຽດນາມ ຕາມກົນໄກສຳຫຼວດກວດກາປະຈຳໄລຍະ (UPR) ໄລຍະທີ 3 ຫາກໍ່ປະກາດຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຢືນຢັນການຖືເປັນສຳຄັນກົນໄກ UPR ຂອງສະພາສິດທິມະນຸດສະຫະປະຊາຊາດ, ຜັນຂະຫຍາຍບັນດາຂໍ້ສະເໜີແນະ UPR ຂອງບັນດາປະເທດຢ່າງເຂັ້ມງວດ.

ຫວຽດນາມປະຕິບັດບັນດາຂໍ້ສະເໜີແນະເພື່ອປົກປ້ອງສິດທິມະນຸດຢ່າງເຂັ້ມງວດ - ảnh 1

 (ພາບປະກອບ: nhandan.com.vn)

ນີ້ກໍ່ແມ່ນວິທີເຊິ່ງຫວຽດນາມ ເພີ່ມທະວີການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ແລະ ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບສິດທິມະນຸດ. ບົດຂຽນ “ຫວຽດນາມປະຕິບັດບັນດາຂໍ້ສະເໜີແນະເພື່ອປົກປ້ອງສິດທິມະນຸດຢ່າງເຂັ້ມງວດ” ເນື່ອງໃນໂອກາດວັນສິດທິມະນຸດໂລກ 10 ທັນວາ.

ກົນໄກ UPR ແມ່ນກົນໄກລະຫວ່າງລັດຖະບານຂອງສະພາສິດທິມະນຸດ, ມີໜ້າທີ່ກວດກາສັງລວມສະພາບການສິດທິມະນຸດຢູ່ທຸກໆປະເທດສະມາຊິກສະຫະປະຊາຊາດ, ໄດ້ດຳເນີນປະຈຳໄລຍະແຕ່ 4 ຫາ 5 ປີເທື່ອໜຶ່ງ ຕາມຫຼັກການສົນທະນາ, ຮ່ວມມື, ສະເໝີພາບ, ພາວະວິໄສ, ໂປ່ງໄສ ແລະ ສ້າງສາ. ຫວຽດນາມ ສະໜັບສະໜູນກົນໄກ UPR ຂອງສະພາສິດທິມະນຸດ ແລະ ຍາມໃດກໍ່ມີຈິດໃຈຢ່າງເຂັ້ມງວດໃນການສ້າງບັນດາບົດລາຍງານແຫ່ງຊາດ ກໍ່ຄືໃນການຜັນຂະຫຍາຍບັນດາຂໍ້ສະເໜີແນະຫວຽດນາມ ຮັບຮອງທີ່ໄລຍະທີ 1 (2009) ແລະ ໄລຍະ 2 (2014).

ມີນະໂຍບາຍໃໝ່ເພື່ອຮັບປະກັນສິດທິມະນຸດຫຼາຍນະໂຍບາຍທີ່ໄດ້ຮັບການປະກາດໃຊ້

        ບົດລາຍງານໄລຍະ 3 ຂອງຫວຽດນາມ ໄດ້ຍົກອອກບັນດາຄວາມກ້າວໜ້າໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ນັບແຕ່ການກວດກາໄລຍະທີ 2, ເນັ້ນໜັກວ່າ ເລື່ອງດັ່ງກ່າວໄດ້ຮັບການປະຕິບັດຢ່າງຕໍ່ເນື່ອງໃນບັນດາຍຸດທະສາດ, ນະໂຍບາຍພັດທະນາເສດຖະກິດສັງຄົມ, ຍຸດທະສາດປະຕິຮູບຕຸລາການ ກໍຄືວິວັດທະນາການຜັນຂະຫຍາຍບັນດາພັນທະ ແລະ ຄຳໝັ້ນສັນຍາສາກົນຂອງຫວຽດນາມ, ໃນນັ້ນມີບັນດາຂໍ້ສະເໜີແນະຂອງ UPR ເຊິ່ງຫວຽດນາມ ໄດ້ຮັບຮອງ. ບົດລາຍງານຕີລາຄາວ່າ, ນັບແຕ່ການກວດກາໄລຍະທີ 2, ຫວຽດນາມ ໄດ້ມານະພະຍາຍາມສ້າງກົດໝາຍ, ລະບອບລະບຽບການ, ນະໂຍບາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ, ສ້າງພື້ນຖານຢ່າງເຂັ້ມແຂງ ແລະ ນຳມາເຊິ່ງໝາກຜົນຕົວຈິງທີ່ເປັນໜ້າຊື່ນຊົມ. ນັບແຕ່ການກວດກາໄລຍະທີ 2, ມີນະໂຍບາຍໃໝ່ຫຼາຍຢ່າງທີ່ສຳຄັນໄດ້ປະກາດໃຊ້ ດ້ວຍເປົ້າໝາຍແມ່ນເພື່ອໃຫ້ປະຊາຊົນຫວຽດນາມ ທຸກຄົນໄດ້ຊົມໃຊ້ສິດທິມະນຸດຢ່າງຄົບຖ້ວນ, ໃນນັ້ນມີເລື່ອງຮັບຮອງເອົາລັດຖະທຳມະນູນ 2013 ແລະ ປັບປຸງການປະກາດໃຊ້ເອກະສານທາງດ້ານກົດໝາຍທີ່ກ່ຽວຂ້ອງເຖິງການຮັບປະກັນສິດທິມະນຸດ, ສິດຂອງພົນລະເມືອງກວ່າ 90 ສະບັບ. ຫວຽດນາມ ກໍ່ມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບປະກັນສິດພັດທະນາ, ສິດຂອງບັນດາກຸ່ມມີຄວາມສ່ຽງສູນກວ່າເພີ່ນ, ສິດຂອງຜູ້ອອກແຮງງານ. ນອກນັ້ນ, ລັດຖະບານກໍ່ປະກາດໃຊ້ຫຼາຍນະໂຍບາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປັບປຸງທາງດ້ານໂພສະນາການ, ຊຸກຍູ້ກະສິກຳພັດທະນາແບບຍືນຍົງ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.

        ກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາສາກົນ ແລະ ຮ່ວມມືສາກົນກ່ຽວກັບສິດທິມະນຸດ, ນັບແຕ່ການກວດກາຄັ້ງກ່ອນ, ຫວຽດນາມ ໄດ້ໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດທິມະນຸດຕື່ມອີກນັ້ນແມ່ນ: ສົນທິສັນຍາກ່ຽວກັບສິດທິຂອງຄົນພິການ ແລະ ສົນທິສັນຍາຕ້ານການທໍລະມານ ແລະ ບັນດາຮູບແບບການປະພຶດ ຫຼື ລົງໂທດຢ່າງໂຫດຮ້າຍປ່າເຖື່ອນ, ໄຮ້ມະນຸດສະທຳ ຫຼື ໃສ່ຮ້າຍປ້າຍສີມະນຸດ. ດ້ວຍການຮັບຮອງເອົາດັ່ງກ່າວ, ຫວຽດນາມ ພວມແມ່ນສະມາຊິກຂອງ 7/9 ສົນທິສັນຍາສາກົນພື້ນຖານກ່ຽວກັບສິດທິມະນຸດ.

        ພິເສດ, ນັບແຕ່ການກວດກາຄັ້ງກ່ອນມາຮອດປະຈຸບັນ, ຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນໃນວຽກງານປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນຕົວຈິງ, ລວມມີບັນດາສິດທິພົນລະເຮືອນ, ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ໃນໄລຍະນີ້, ລາຍຮັບສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນນັ້ນລາຍຮັບຂອງຄອບຄົວທຸກຍາກເພີ່ມຂຶ້ນແຕ່ 15 – 20%; ອັດຕາທຸກຍາກຫຼາຍດ້ານຫຼຸດລົງແຕ່ 9,88% ໃນປີ 2015 ລົງເຫຼືອພຽງ 7,69% ໃນປີ 2017. ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ, ອັດຕາເປັນເຈົ້າຂອງວິສາຫະກິດ, ເປັນເຈົ້າຂອງຮາກຖານດຳເນີນທຸລະກິດກວ່າ 27,8%, ອັດຕາແມ່ຍິງເຂົ້າຮ່ວມວຽກງານຂອງສະພາແຫ່ງຊາດອາຍຸການ 2016 - 2021 ບັນລຸ 26,71%. ກ່ຽວກັບເລື່ອງຮັບປະກັນບັນດາສິດທິພົນລະເຮືອນ, ການເມືອງ, ຫວຽດນາມ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງ, ໃນນັ້ນມີເລື່ອງຮັບປະກັນສິດທິມະນຸດຕໍ່ໜ້າກົດໝາຍ, ສິດເສລີສື່ດ້ານມວນຊົນ, ສິດເສລີດ້ານອີນເຕີເນັດ… ການເຄື່ອນໄຫວເຫຼື້ອມໄສສາສະໜາຢູ່ຫວຽດນາມ ນັບມື້ນັບພັດທະນາຢ່າງອຸດົມສົມບູນກວ່າ ດ້ວຍ 95% ຈຳນວນພົນລະເມືອງເຊື່ອຖືສາສະໜາ.

ຫວຽດນາມ ຖືເປັນສຳຄັນບັນດາຄຳໝັ້ນສັນຍາຕາມກົນໄກ UPR

        ຂັ້ນຕອນກວດກາຕາມ UPR ຜ່ານໄລຍະຕ່າງໆ ແມ່ນຂັ້ນຕອນສຳຄັນເພື່ອພິສູດໃຫ້ເຫັນຄວາມກ້າວໜ້າຂອງບັນດາປະເທດ ຜ່ານບັນດາໄລຍະໃນຂົງເຂດຮັບປະກັນສິດທິມະນຸດ. ໄລຍະປະຕິບັດບັນດາຂໍ້ສະເໜີແນະນັ້ນແມ່ນໄລຍະສຳຄັນທີ່ສຸດໃນຂັ້ນຕອນກວດກາ ໄດ້ຊີ້ໃຫ້ເຫັນວ່າ ລັດຖະບານນັ້ນໄດ້ຕັ້ງໜ້າມີບັນດາມາດຕະການເພື່ອປົກປ້ອງສິດທິມະນຸດແມ່ນຄືແນວໃດ. ໄລ່ສະເພາະ UPR ໄລຍະ 2, ຫວຽດນາມ ໄດ້ຮັບຮອງເອົາ 182/227 ຂໍ້ສະເໜີແນະທີ່ໄດ້ຮັບ. ໄລ່ຮອດເດືອນ ຕຸລາ 2018, ຫວຽດນາມ ໄດ້ປະຕິບັດ 175 ຂໍ້ສະເໜີແນະ (ກວມເອົາ 96,2%); ໃນນັ້ນ, 159 ຂໍ້ສະເໜີແນະໄດ້ປະຕິບັດສຳເລັດ, 16 ຂໍ້ສະເໜີແນະໄດ້ຮັບການປະຕິບັດສ່ວນໜຶ່ງ ແລະ ພວມສືບຕໍ່ປະຕິບັດ. 7 ຂໍ້ສະເໜີແນະທີ່ຍັງເຫຼືອພວມໄດ້ຮັບການປະຕິບັດ ຫຼື ພິຈາລະນາປະຕິບັດໃນຈຸດເວລາທີ່ເໝາະສົມ. ບໍ່ມີຂໍ້ສະເໜີແນະໃດທີ່ໄດ້ຮັບຮອງແລ້ວ ແຕ່ຍັງບໍ່ທັນພິຈາລະນາປະຕິບັດ. ເພື່ອຜັນຂະຫຍາຍບັນດາຂໍ້ສະເໜີແນະ UPR, ຫວຽດນາມ ໄດ້ເປັນເຈົ້າການສ້າງແຜນການສັງລວມ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ອະນຸມັດຜ່ານ, ຈັດແບ່ງວຽກງານໃຫ້ພະນັກງານ, ຂະແໜງການທີ່ກ່ຽວຂ້ອງ. ບັນດາກະຊວງ, ຂະແໜງການກໍ່ມີຂໍ້ລິເລີ່ມຫຼາຍຢ່າງເພື່ອຜັນຂະຫຍາຍບັນດາຂໍ້ສະເໜີແນະໃນຂົງເຂດເຊິ່ງຕົນເອງຮັບຜິດຊອບ.

        ດ້ວຍເລື່ອງເພີ່ມທະວີບັນດາກົນໄກແຫ່ງຊາດກ່ຽວກັບການລາຍງານ, ປະຕິບັດ ແລະ ຕິດຕາມກວດກາ, ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ ມີຂອບເຂດກົດໝາຍ ແລະ ລະບອບລະບຽບການເໝາະສົມ, ມີປະສິດທິຜົນເພື່ອປະຕິບັດບັນດາຂໍ້ສະເໜີແນະທັງໝົດ ຈາກບັນດາກົນໄກສິດທິມະນຸດຂອງສະຫະປະຊາຊາດ, ຜ່ານນັ້ນຊຸກຍູ້ລະບົບກົດໝາຍກ່ຽວກັບສິດທິມະນຸດ, ຮັບປະກັນການໜູນຊ່ວຍສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພີ່ມທະວີການຮ່ວມມື, ການເຈລະຈາຢູ່ຂັ້ນພາກພື້ນ ແລະ ສາກົນກ່ຽວກັບບັນຫາສິດທິມະນຸດ. ເລື່ອງກະກຽມບົດລາຍງານ UPR ໄລຍະ 3, ສະເໜີ ແລະ ເຈລະຈາກ່ຽວກັບບົດລາຍງານຕໍ່ໜ້າສະພາສິດທິມະນຸດສະຫະປະຊາຊາດ ໃນເດືອນມັງກອນ 2019 ຈະແມ່ນໂອກາດເພື່ອໃຫ້ຫວຽດນາມ ເນັ້ນໜັກເຖິງບຸລິມະສິດສູງສຸດຂອງຕົນໃນການສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ, ປະຕິຮູບກົດໝາຍ, ປັບປຸງບັນດາພື້ນຖານລະບອບລະບຽບການ, ນິຕິກຳ ແລະ ນະໂຍບາຍກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ