ຫວຽດນາມມານະພະຍາຍາມຕໍ່ສູ້ຕ້ານສະພາບການຄ້າມະນຸດ

ການ​ຄ້າ​ມະ​ນຸດແມ່ນ​ໂທດ​ກຳ​ທີ່​ຮ້າຍ​ແຮງ ແລະ ລະ​ເມີດ​ສິດ​ທິ​ມະ​ນຸດ​ຫວຽດ​ນາມ ຊຶ່ງ​ໄດ້ ແລະ ພວມ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ​ຊຸກ​ຍູ້​ການ​ຕໍ່​ສູ້​ເພື່ອ​ປ້ອງ​ກັນ ແລະ ຕ້ານ​ສະ​ພາບການ​ຄ້າ​ມະ​ນຸດ, ແນ​ໃສ່​ຍົກ​ສູງ ສິດ​ທິ​ມະ​ນຸດ​​ເວົ້າ​ລວມ   .

 

ຫວຽດນາມມານະພະຍາຍາມຕໍ່ສູ້ຕ້ານສະພາບການຄ້າມະນຸດ - ảnh 1
ແມ່​ຍິງ ແລະ ເດັກ​ຍິງ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ອາດ​ຈະ​ຕົກ​ເປັນ​ເຍື່ອ​ຂອງ​ການ​ຄ້າ​ມະ​ນຸດ

      ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 33 ສະ​ພາ ສິດ​ທິ​ມະ​ນຸດ​​ແຫ່ງ​ສະ​ຫະ​ປະ​ຊາ​ຊາດຊຶ່ງ​ພວມ​ດຳ​ເນີນ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ, ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ 7 ປະ​ເທດ​ທີ່​ມາ​ຈາກ 4 ທະ​ວີບ​ຊຶ່ງ​ລວມ​ມີ ຟີ​ລິບ​ປີນ, ອິນ​ໂດ​ເນ​ເຊຍ, ຈີນ, ອາ​ເມ​ລິ​ກາ, ກົດ​ສຕາ​ ຣີ​ກາ, ອົດ​ສະ​ຕາ​ລີ, ເຢຍ​ລະ​ມັນ ແລະ ອົງ​ການ​ອົບ​ພະ​ຍົບ​ສາ​ກົນ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ສາ​ກົນ​ວ່າ​ດ້ວຍ​ຫົວ​ຂໍ້ : “ ສຶກ​ສາ​ອົບ​ຮົມ​ແມ່​ຍິງ ແລະ ເດັກ​ຍິງ​ແນ​ໃສ່​ປ້ອງ​ກັນ ແລະ ຕ້ານ​ສະ​ພາບການ​ຄ້າ​ມະ​ນຸດ ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາການ​ເຄື່ອນ​ໄຫວທີ່​ແທດ​ຈິງ​ຂອງ​ຫວຽດ​ນາມ​ແນ​ໃສ່​ຕອບ​ສະ​ໜອງ​ການ​ສະຫຼຸບ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ສຶກ​ສາ​ອົບ​ຮົມສິດ​ທິ​ມະ​ນຸດ​.

     ຂໍ້​ລິ​ເລີ່ມ​ຂອງ​ຫວຽດ​ນາມ

  ໃນ​ຄວາມ​ຈິງ​ທີ່ ແມ່​ຍິງ ແລະ ເດັກ​ຍິງແມ່ນ​ເປົ້າໝາຍ​ຮັບ​ເຄາະ​ຮ້າຍ​ຈາກການ​ຄ້າ​ມະ​ນຸດ, ທ່ານ ເຢືອງ​ຈີ້​ຢຸງ ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ຢືນ​ຢັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນານີ້ວ່າ  ການ​ສຶກ​ສາ​ອົບ​ຮົມ ກໍ​ແມ່ນ​ຂໍ້​ກຸນ​ແຈ​ເພາະ​ຜ່ານນັ້ນ, ແມ່​ຍິງ ແລະ ເດັກ​ຍິງໄດ້​ຮັບ​ການ​ແນະ​ນຳ​ບັນ​ດາ​ມາດ​ຕະ​ການ ແລະ ເຄື່ອງ​ມື​ແນ​ໃສ່​ປົກ​ປ້ອງ​ຕົວ​ເອງ, ໃນ​ນັ້ນ​ມີ​ການ​ໄດ້​ຮັບ​ການກໍ່ສ້າງ​ດ້ານ​ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ອາດ​ສາ​ມາດ​ເພິ່ງ​ຕົນ​ເອງ,ກຸ້ມ​ຕົນ​ເອງດ້ານ​ການ​ເງິນ​ໄດ້. ທ່ານ ເຢືອງ​ຈີ້​ຢຸງແບ່ງ​ປັນ​ກັບ​ເພື່ອນມ​ິດ​ສາ​ກົນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພ​ະຍາ​ຍາມຂອງ​ຫວຽດ​ນາມ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ສະ​ພາບການ​ຄ້າ​ມະ​ນຸດຄື ເຂົ້າ​ຮ່ວມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ, ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ພາກ​ພື້ນ, ອະ​ນຸ​ພາກ​ພື້ນ ແລະ ການ​ພົວ​ພັນ 2 ຝ່າຍ​ຄື ສົນ​ທິ​ສັນ​ຍາສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ທີີ່​ມີ​ການ​ຈັດ​ຕັ້ງ​ຂ້າມ​ຊາດ, ຖະ​ແຫຼງ​ການ​ອາ​ຊຽນ​ກ່ຽວ​ກັບຕ້ານ​ສະ​ພາບການ​ຄ້າ​ມະ​ນຸດ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດັກ​ຍິງ. ວິ​ວັດ​ທະ​ນາ​ການ​ ບາ​ລີ, ຂໍ້​ລິ​ເລີ່ມ​ສົມ​ທົບ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບການປ້ອງ​ກັນ ແລະ ຕ້ານ​ສະ​ພາບການ​ຄ້າ​ມະ​ນຸດ​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ….ປະ​ກາດ​ໃຊ້ບັນ​ດາ​ກົດ​ໝາຍ ແລະ ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການຕ້ານ​ສະ​ພາບການ​ຄ້າ​ມະ​ນຸດ. ພິ​ເສດ, ທ່ານ ເຢືອງ​ຈີ້​ຢຸງໄດ້​ເນັ້ນ​ໜັກ​ເຖິງ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ຮູບ​ແບບ​ຕາມ​ຂໍ້​ລິ​ເລີ່ມ​ຂອງ​ສະ​ຫະ​ພັນແມ່​ຍິງ​ຫວຽດ​ນາມຄື​ດັ່ງຊາຍ​ຄາ​ແຫ່ງຄວາມ​ອົບ​ອຸ່ນ, ລະ​ບົບ​ໂທ​ລະ​ສັບ​ສາຍ​ດ່ວນ​ກ່ຽວ​ກັບ​ການປ້ອງ​ກັນ ແລະ ຕ້ານ​ສະ​ພາບການ​ຄ້າ​ມະ​ນຸດໃນ​ການກອບ​ກູ້​ເອົາ​ຊີ​ວິດ ແລະ ສະ​ໜອງ​ບ່ອນຫຼົ​ບ​ລີ້​ທີ່​ປອດ​ໄພ​ໃຫ້​ແກ້​ບັນ​ດາ​ຜູ້​ຮັບ​ເຄາະ​ຮ້າຍ, ​ຫນູນ​ຊ່ວຍ​ຟື້ນ​ຟູ​ດ້ານ​ຈິດ​ຕະ ແລະ ສຸ​ຂະ​ພາບ​ຮ່າງ​ກາຍກໍ​ຄື​ດ້ານ​ທັກ​ສະ ເພື່ອ​ອາດ​ຈະ​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ໂດຍ​ໄວ.

     ແລະ ກໍໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 33 ສະ​ພາ ສິດ​ທິ​ມະ​ນຸດ​​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ຈຸງ​ແທ່ງ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ການ​ຄ້າ​ໂລກ ແລະ ບັນ​ດາ​ອົງ​ການ​ອື່ນໆ​ຢູ່​ເຊີ​ແນວ, ໄດ້​ກ່າວ​ປາ​ໄສ​ຢູ່​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ສະ​ເຫຼີມ​ສະຫຼອງ 5 ປີ​ແຫ່ງວັນ​ຮັບ​ຮອງ​ເອ​ົາຖະ​ແຫຼງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ສຶກ​ສາ​ອົບ​ຮົມ ແລະ​ບຳ​ລຸງ​ສ້າງ​ດ້ານສິດ​ທິ​ມະ​ນຸດ​ ກໍ​ໄດ້​ຢືນ​ຢັນ​ວາ​່ ຫວຽດ​ນາມ​ຮັ​ບ​ຮູ້​ໄດ້​ເຖິງ​ຄວາມ​ສ​ຳ​ຄັນ​ຂອງ​ການ​ສຶກ​ສາ, ພິ​ເສດ​ແມ່ນ​ການ​ສຶກ​ສາ​ອົບ​ຮົມ​ສິດ​ທິ​ມະ​ນຸດ​. ຫວຽດ​ນາມ​ໄດ້​ນຳ ການ​ສຶກ​ສາ​ອົບ​ຮົມ​ສິດ​ທິ​ມະ​ນຸດສອດ​ເຂົ້າຫຼັກ​ສູດ​ການ​ຮຽນກໍ​ຄື​ບັນ​ດາ​ຊອງ​ສື່​ສານ ແລະ ການ​ເຄື່ອນ​ໄຫວວ​ົງ​ຄະ​ນະ​ຍາດ. ກ່ອນ​ໜ້ານັ້ນ, ຫວຽດ​ນາມ​ກໍ​ໄດ້​ຮຽນ​ຮຽງ​ມະ​ຕິ​ກ່ຽວ​ກັບ “ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິດ​ທິ​ເດັກ” ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່​ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ ສິດ​ທິ​ມະ​ນຸດ​ແຫ່ງສະ​ຫະ​ປະ​ຊາ​ຊາດເມື່ອ​ເດືອນ 6/2016.

   ຄວາມ​ມາ​ນະ​ພ​ະ​ຍາ​ຍາມຕໍ່​ສູ້​ເພື່ອ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດ

     ວຽກ​ງານຕໍ່​ສູ້​ເພື່ອ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ທີ່​ສຳ​ຄັນໃນ​ວຽກ​ງານຕໍ່​ສູ້​, ​ປ້ອງ​ກັນ ແລະ ຕ້ານອາດ​ຊະ​ຍາ​ກຳ​ຢູ່​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ຫວຽດ​ນາມ​ໄດ້​ສ້າງ​ຕັ້ງ​ອົງ​ການ​ປະ​ຈຳ​ໂຄງ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ ແລະ ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດ, ເປັນ​ເຈົ້າ​ການ​ສະ​ກັດກັ້ນການ​ເຄື່ອນ​ໄຫວ​ຊື້​ຂາຍ ແມ່​ຍິງ ແລະ ເດັກ​ຍິງ, ຜົນ​ຂະ​ຫຍາຍ​ບັນ​ດາບັ້ນ​ເຄື່ອນ​ໄຫວ​ຈຸດ​ສູງ​ເພື່ອ​ປາບ​ປາມ​ອາ​ຊະ​ຍາ​​ກຳຄ້າ​ມະ​ນຸດ. ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຫວຽດ​ນາມ ກໍ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ, ກຳ​ລັງ​ຕຳຫຼວດ​ປະ​ເທດ​ຕ່າງໆ ໃນ​ນັ້ນ​ເລັ່ງ​ໃສ່​ຊອງ​ຮ່ວມ​ມື ອິນ​ເຕີປົນ, ອາ​ຊຽນ​ປົນ, ໃນ​ວຽກ​ງານວຽກ​ງານປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດ. ບັນ​ດາ​ທ້ອງ​ຖິ່ນ​ໄດ້​ປະ​ຕິ​ບັດ​ໂຄງ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດໄລ​ຍະ 2011-2015 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ສຶກ​ສາ​ອົບ​ຮົ​ມ​ກ່ຽວ​ກັບວຽກ​ງານຕໍ່​ສູ້​ເພື່ອ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດ. ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ, ບັນ​ດາ​ອົງ​ການ​ຈັກ​ຕັ້ງ​ມະ​ຫາ​ຊົນ, ສັງ​ຄົມ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປັນ​ຢ່າງ​ດີ, ໜູນ​ຊ່ວຍແມ່​ຍິງ ແລະ ເດັກ​​ນ້ອຍ​ທີ່​ຮັບ​ເຄາະ​ຮ້າຍ, ປະ​ສານ​ສົມ​ທົບ​ວຽກ​ງານ​ໜູນ​ຊ່ວຍແມ່​ຍິງ ແລະ ເດັກ​​ນ້ອຍ​ທີ່​ຮັບ​ເຄາະ​ຮ້າຍ​ກັບ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ອື່ນໆ​ຂອງ​ໂຄງ​ການ​ປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ຂາຍແມ່​ຍິງ ແລະ ເດັກ​ນ້ອຍ ແລະ ພ້ອມ​ກັບ​ບັນ​ດາ​ໂຄງ​ການ​ເສດ​ຖະ​ກິດ-ສັງ​ຄົມ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ເຊັ່ນ ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ສັງ​ຄົ​ມ, ສອນ​ວິ​ຊາ​ຊີບ, ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ສ້າງວຽກ​ເຮັດ​ງານ​ທຳ.

ຕອບກັບ

ຂ່າວ/ບົດ​ອື່ນ