ຫວຽດນາມຫວັງສືບຕໍ່ປະກອບສ່ວນສວມບົດບາດ ແລະ ສຽງເວົ້າທີ່ໃຫຍ່ກວ່າຢູ່ສະຫະປະຊາຊາດ

ໂດຍ​ຖັດ​ຈາກ​ອາ​ຍຸ​ການ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ 2014 – 2016, ຫວຽດ​ນາມ​ພວມ​ສືບ​ຕໍ່​ສົ່ງ​ຜູ້​ຕາງ​ໜ້າ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໜຶ່ງ​ໃນ​ບັນ​ດາ 7 ຕຳ​ແໜ່ງ​ເປັນ​ສະ​ມາ​ຊິກ​ຂອງ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ​ອາ​ຍຸ​ການ 2017 – 2021 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ. ສິ່ງນີ້​ໄດ້​ຢັ້ງ​ຢືນ​ອີກ​ຄັ້ງ​ໜຶ່ງວ່າ ຫວຽດ​ນາມ​ຫວັງ​ສືບ​ຕໍ່​ປະ​ກອບ​ສ່ວນ​ສວມ​ບົດ​ບາດ ແລະ ສຽງ​ເວົ້າ​ທີ່​ໃຫຍ່ກວ່າ​ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ນີ້.

 

ຫວຽດນາມຫວັງສືບຕໍ່ປະກອບສ່ວນສວມບົດບາດ ແລະ ສຽງເວົ້າທີ່ໃຫຍ່ກວ່າຢູ່ສະຫະປະຊາຊາດ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ໜຶ່ງ​ຂອງ​ມະ​ມັດ​ຊາ​ໃຫຍ່ ສ.ປ.ຊ

       ຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມທີ່​ເຂົ້າ​ຮ່ວມ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄັ້ງ​ນີ້ ແມ່ນ​ຮອງ​ສາດ​ສະ​ດາ​ຈານ, ປ.ອ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຄູ​ເວດ ຫງວຽນ​ຮົ່ງ​ທາວ. ທ່ານ​ແມ່ນ​ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ສ​າ​ກົນ, ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ, ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ຊາຍ​ແດນກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຫວຽດ​ນາມ, ທີ່​ປຶກ​ສາ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດ​ນາມປີ 2012. ທ່ານ​ໄດ້​ມີ​ປະ​ສົບ​ການ​ເຄື່ອນ​ໄຫວໃນ​ຂະ​ແໜງ​ການ​ທູດ​ເປັນ​ເວ​ລາ 40 ປີ.

    ຄະ​ນະ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ​ - ເວ​ທີ​ປາ​ໄສ​ກົດ​ໝາຍ​ສາ​ກົນ​ທີ່​ອິດ​ທິ​ພົນ​ຊື່​ສຽງ​ທີ່​ສຸດ

        ຄະ​ນະ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 1946 ດ້ວຍ​ໜ້າ​ທີ່ຮວບ​ຮ່ວມ​ນິ​ຕິ​ກຳ ແລະ ພັດ​ທະ​ນາ​ກົດ​ໝາຍ​ສາ​ກົນ. ບົດ​ບ​າດ​ຂອງ​ ຄະ​ນະ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮຽບ​ຮຽງ​ສົນ​ທິ​ສັນ​ຍາ​ສາ​ກົນ. ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ, ແນະ​ນຳ​ການ​ນຳ​ໃຊ້​ກົດ​ໝາຍ​ສາ​ກົນ. ຄະ​ນະ​ກຳ​ມາ​ທິ​ການ​ ກໍ​ເຄີຍ​ແມ່ນ​ຜູ້​ຮຽບ​ຮຽງ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1958 ແລະ ບັນ​ດາ​ຄວາມ​ສຳ​ນຶກ​ໃນ​ປະ​ຈຸ​ບັນ ຍັງ​ຄົງ​ໄດ້​ຮັບ​ການ​ນຳ​ໃຊ້​ປະ​ຕິ​ບັດ​ໃນສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ບັນ​ດາ​ສົນ​ທິ​ສັນ​ຍາສາ​ກົນ​ອື່ນໆ.

     ບັນ​ດາ​ປະ​ເທດ​ຕ່າງ​ກໍ​ມີ​ສິດ​ແນະ​ນຳ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ຕົນ ແຕ່​ຈະ​ມີ​ການ​ເລືອກ​ເອົາ​ການ​ເລືອກ​ຕັ້ງ​ທີ່​ເຄັ່ງ​ຄັດ​ທີ່​ສຸດ, ເລືອກ​ຕັ້ງ​ຕໍ່​ໜ້າ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ແລະ ຕ້ອງ​ບັນ​ລຸ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ຢ່າງ​ໜ້ອຍ​ສຸດ​ແມ່ນ​ກາຍ​ເຄິ່ງ​ໜ​ຶ່ງ ແລະ ນັບ​ຈາກ​ເທິງ​ລົງ​ລຸ່ມ, ຜູ້​ໃດ​ມີ​ຈຳ​ນວນ​ບັດຫຼາຍ​ກ່​ວາ​ຫມູ່ແມ່ນ​ຈະ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ.

     ຫວຽດ​ນາມ​ກະ​ກຽມ​ຢ່າງລະ​ອຽດ​ໃຫ້​ແກ່ບັ້ນ​ເຄື່ອນ​ໄຫວ​ສະ​ໝັກ​ເລືອກ​ຕັ້ງ

   ບັ້ນ​ຂົນ​ຂວາຍ​ໃຫ້​ແກ່​ທ່ານ​ ຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ຮົ່ງ​ທາວ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຕຳ​ແໜ່ງ​ດັ່ງ​ກ່າວ ແມ່ນ​ໄດ້​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ​ເມື​ອ່​ເດືອນ 2/2016 ພາຍຫຼັງ​ທີ່​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມປະ​ຈຳ ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ການ​ຄ້າ​ໂລກ ແລະ ອົງ​ການ​ສາ​ກົນ​ອື່ນໆ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ ໄດ້​ສົ່ງ​ສານ​ແນະ​ນຳ​ທ່ານ​ເຖິງ​ຄະ​ນະ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ຕ​່າງໆ. ຕາມ​ທ່ານ ຮອງ​ສາດ​ສະ​ດາ​ຈານ, ປ.ອ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຄູ​ເວດ ຫງວຽນ​ຮົ່ງ​ທາວແລ້ວ, ການອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າຄະ​ນະ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ຄວາມ​ເປັນ​ກຽດ ແລະ ຄວາມ​ຮັບ​ຜິດ​ຊອບ​ອັນ​ສູງ​ສົ່ງ. ທ່ານຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ຮົ່ງ​ທາວ ກ່າວ​ວ່າ : 

    “ ໃນ​ຈຸດ​ເວ​ລານີ້, ຫວຽດ​ນາມ​ຕົກ​ລົງ​ເຂົ້າ​ຮ່ວມອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​, ທີ 1 , ມັນ​ແມ່ນ​ຈຸດ​ເວ​ລາ​ເປີດ​ສາກ​ອາ​ຍຸ​ການ​ໃໝ່, ພ້ອມ​ທັງ​ສອດ​ຄ່ອງ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ​ຫວຽດ​ນາມ ແມ່ນ​ດຳ​ເນີນ​ການ​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ, ບໍ່​ພຽງ​ແຕ່​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທຳ​ສັງ​ຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ເຊື່ອມ​ໂຍງ​ດ້ານ​ກົດ​ໝາຍ​ອີກ​ດ້ວຍ. ນີ້​ກໍ​ແມ່ນ​ການ​ຕັດ​ສິນ​ທີ່​ແຮງ​ກ້າ, ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ແລະ ລັດ​ຫວຽດ​ຍາມ ”

        ທ່ານຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ຮົ່ງ​ທາວ ໃຫ້​ຮູ້​ວ່າ ທ່ານ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ບາງ​ຫົວ​ເລື່ອງ​ທີ່​ແທດ​ເໝາະ​ໃຫ້​ແກ່​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ກໍ​ຄື​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນ​າ​ຢູ່​ອາ​ຊີ, ອາ​ຟະ​ລິ​ກາ ແລະ ບັນ​ດາ​ຫົວ​ເລື່ອງ​ອື່ນ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ເຊິ່ງຄະ​ນະ​ກຳ​ມາ​ທິ​ການ​ມີ​ຄວາມ​ສົນໃຈ. ທ່ານຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ຮົ່ງ​ທາວ ໃຫ້​ຮູ້​ວ່າ : 

          “     ສຳ​ລັບ​ທຸກໆ​ອົງ​ການ​ກົດ​ໝາຍ, ອຳ​ນາດ​ສານ​ສາ​ກົນ, ນ້ຳ​ໃຈ​ເຄົາ​ລົບ​ກົດ​ໝາຍ​ແມ່ນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ. ໜ້າ​ທີຂອງຄະ​ນະ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນແມ່ນຮວບ​ຮ່ວມ​ນິ​ຕິ​ກຳ ແລະ ພັດ​ທະ​ນາ​ກົດ​ໝາຍ​ສາ​ກົນ ກໍ​ຄື​ສວມ​ບົດ​ບາດ​ເຊັ່ນ​ນັ້ນ. ເລື່ອງ​ພວກ​ເຮົາ​ມີ​ຜູ້​ເຂົ້າ​ຮ່ວມ, ກາຍ​ເປັນ​ສະ​ມາ​ຊິກ​ຂອງຄະ​ນະ​ກຳ​ມາ​ທິ​ການ​ນີ້ຫຼືບໍ່​ນັ້ນ, ພວ​ກເຮົາຍາມ​ໃດ​ກໍ​ຫວັງ​ນຳ​ເອົາ​ບັນ​ດາ​ບົດ​ຮຽນ​ຂອງ​ປະ​ເທດ​ຊາດ ແລະ ຄຳ​ເຫັນ​ສັງ​ລວມ​ເພື່ອ​ສ້າງຫຼັກ​ການ​ດ້ານ​ກົດ​ໝາຍ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃໝ່​ທີ່​ເກີດ​ຂຶ້ນ​ຂອງ​ກົດ​ໝາຍ​ສາ​ກົນ. ນີ້​ແມ່ນ​ການ​ປະ​ກອບ​ສ່ວນ​ມີ​ລະ​ດັບ​ສາ​ກົນ, ສົ່ງ​ຜົນ​ກະ​ທົບ​ເຖິງຫຼາຍ​ປະ​ເທດ, ຫາກບໍ່​ແມ່ນ​ສົ່ງ​ເຖິງ​ປະ​ເທດ​ໃດ​ໜຶ່ງ”

      ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ສາ​ກົນ​ອີກ​ດ້ວຍ

     ສະ​ພາບ​ການ​ໂລກ​ພວມ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ, ບັນ​ດາ​ປະ​ເທດ​ພວມ​ຕ້ອງ​ຮັບ​ມື​ກັບ​ສິ່ງທ້າ​ທາຍທີ່​ເຄີຍ​ມີ​ມາ ແລະ ບໍ່​ເຄີຍ​ມີ​ມາ. ໃນ​ສະ​ພາບ​ການນັ້ນ, ບັນ​ດາ​ປະ​ເທດ​ຄວນ​ຊອກ​ຫາ​ສຽງ​ເວົ້າ​ລວມ​ໃນ​ການ​ພັດ​ທະ​ນາ ແລະ ​ຫັນ​ເປັນລະ​ບົບ​ກົດ​ໝາຍ​ສາ​ກົນ ເພາະ​ກົດ​ໝາຍນີ້​ເອງ ຕ້ອງ​ຖືກ​ນຳ​ໃຊ້​ປຽບ​ເໝືອນ​ເຄື່ອງ​ມື​ຄຸ້ມ​ຄອງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ໂລກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

      ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຫວຽດ​ນາມ​ມີ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ຫຍຸ້ງ​ຍາກ, ຍ້ອນ​ໄດ້​ຜ່ານ​ຜ່າ​ການ​ຕໍ່​ສູ້ຫຼາຍ​ຄັ້ງ​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ພິ​ເສດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ບົດ​ບາດ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ແລະ ດຳ​ລົງ​ຕຳ​ແໜ່ງ​ອື່ນໆ​ທີ່​ສຳ​ຄັນ​ຢ່າງ​ສຳ​ເລັດ​ຜົນ. ສິ່ງນີ້​ເປັນ​ການຢັ້ງ​ຢືນ​ວ່າ ຫວຽດ​ນາມ​ນັບ​ມື້​ນັບ​ກ້າ​ຫານ, ເຊື່ອ​ໝັ້ນ​ຕົນ​ເອງ, ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ແບກ​ຫາບ​ໜ້າ​ທີ່ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບ​ສາ​ກົນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ