ຫວຽດນາມ-ຮຸງກາຣີ ກຽມພ້ອມໃຫ້ແກ່ໄລຍະຮ່ວມມືໃໝ່

(VOVWORLD) -ທ່ານນາຍົກລັດຖະມົນຕີຮຸງກາຣີ Orbán Viktor ພວມດຳເນີນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນເວລາ 3 ວັນ. ນີ້ແມ່ນເຫດການສຳຄັນໃນການພົວພັນລະຫວ່າງຫວຽດນາມ - ຮຸງກາຣີ, ເປີດບັນດາກາລະໂອກາດຮ່ວມມືໃໝ່ຫຼາຍຢ່າງ ດ້ວຍບັນດາຂໍ້ຕົກລົງຮ່ວມມືທີ່ຄາດວ່າຈະໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້. ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍຕົກລົງນຳກັນກ່ຽວກັບບັນດາມາດຕະການຕ່າງໆເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ.

ຫວຽດນາມ-ຮຸງກາຣີ ກຽມພ້ອມໃຫ້ແກ່ໄລຍະຮ່ວມມືໃໝ່ - ảnh 1 ເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ສົ່ງໄປຍັງຮຸງກາຣີ ເປັນຕົ້ນ

(ພາບປະກອບ: TTXVN)

ຮຸງກາຣີ ແລະ ຫວຽດນາມ ໄດ້ສ້າງຕັ້ງການພົວພັນມິດຕະພາບ ແລະ ການທູດອັນດີງາມມາເປັນເວລາ 67 ປີ. ລັດຖະບານຮຸງກາຣີ ຖືຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຢູ່ອາຊີຕາເວັນອອກສ່ຽງໃຕ້. ຄວາມມີສະຖຽນລະພາບ ແລະ ສັນຕິພາບຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລ້ວນແຕ່ນອນໃນຜົນປະໂຫຍດທາງດ້ານການເມືອງ ແລະ ເສດຖະກິດຂອງຮຸງກາຣີ ແລະ ຕາມຄວາມໝາຍກວ້າງກວ່າຂອງສະຫະພາບເອີລົບ. ໃນຊຸມປີຜ່ານມາ, 2 ປະເທດໄດ້ປັບປຸງ, ເພີ່ມທະວີການຮ່ວມມືຢ່າງບໍ່ຢຸດຢັ້ງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ.

ຈຸດພົ້ນເດັ່ນໃນການຮ່ວມມືດ້ານການຄ້າ 2 ຝ່າຍ

        ໃນຊຸມປີມໍ່ໆມານີ້, ສາມາດເຫັນໄດ້ເຖິງການເພີ່ມຂຶ້ນເປັນປົກກະຕິດ້ວຍ 2 ຕົວເລກໃນບັນດາການແລກປ່ຽນດ້ານການຄ້າ 2 ຝ່າຍ , ເຖິງຢ່າງໃດກໍ່ຕາມ, ຈຳນວນຕົວເລກນັ້ນຍັງຢູ່ໃນລະດັບຕ່ຳກວ່າຄວາມປາດຖະໜາ. ຢູ່ຂັ້ນລັດຖະບານ, ໄລຍະຜ່ານມາ, 2 ປະເທດໄດ້ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານເສດຖະກິດ 2 ຝ່າຍ. 2 ຝ່າຍໄດ້ຮັກສາບັນດາກອງປະຊຸມເປັນປະຈຳຂອງຄະນະກຳມະການປະສົມຮ່ວມມືດ້ານເສດຖະກິດ, ເຊິ່ງແມ່ນເວທີປາໄສທີ່ບັນລຸຜົນສຳເລັດ ແລະ ມີປະສິດທິຜົນ ເພື່ອປຶກສາຫາລື ແລະ ສ້າງ ການພົວພັນຮ່ວມມື. ຄຽງຂ້າງນັ້ນ, ຫວຽດນາມ ແລະ ຮຸງກາຣີ ກໍ່ໄດ້ເພີ່ມທະວີການຈັດຕັ້ງເຫດການກອງປະຊຸມສຳມະນາ, ສົ່ງເສີມການຄ້າໂດຍຜ່ານບັນດາການຢ້ຽມຢາມຂອງຄະນະຜູ້ແທນວິສາຫະກິດ ແລະ ບັນດານັກຊ່ຽວຊານ.

        ຕາມຕົວເລກຂອງກົມໃຫຍ່ພາສີຫວຽດນາມແລ້ວ, ການຄ້າ 2 ຝ່າຍຮຸງກາຣີ ແລະ ຫວຽດນາມ ໃນປີ 2016 ບັນລຸເກືອບ 270 ລ້ານ USD, ເພີ່ມຂຶ້ນປະມານ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ໃນນັ້ນ, ການສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນ 45,5%, ການນຳເຂົ້າເພີ່ມຂຶ້ນ 33,9%, ດ້ວຍຈຳນວນເງິນເປັນລຳດັບແມ່ນ 95,9 ລ້ານ USD ແລະ 173,3 ລ້ານ USD. ສິນຄ້າ 3 ປະເພດ ທີ່ມີທ່າແຮງຂອງຫວຽດນາມ ສົ່ງໄປຍັງຮຸງກາຣີ ແມ່ນເຄື່ອງນຸ່ງ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເອເລັກໂຕນິກ ແລະ ພາຫະນະຂົນສົ່ງ, ໃນຂະນະນັ້ນ, ສິນຄ້າ 3 ປະເພດເຊິ່ງຫວຽດນາມ ນຳເຂົ້າຈາກຮຸງກາຣີ ແມ່ນ ຢາ ແລະ ບັນດາຜະລິດຕະພັນການຢາ, ພາຫະນະຄົມມະນາຄົມສາທາລະນະ ແລະ ເຄື່ອງຫັດຖະກຳ.

        ໄລ່ຮອດປີ 2016, ຮຸງກາຣີ ມີ 15 ໂຄງການ FDI ທີ່ຍັງມີຜົນສັກສິດຢູ່ຫວຽດນາມ ດ້ວຍຍອດຈຳນວນເງິນຈົດທະບຽນ 50 ກວ່າລ້ານ USD, ຢືນອັນດັບທີ 55 ໃນຈຳນວນ 105 ປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນໂດຍກົງເຂົ້າຫວຽດນາມ. ບັນດາໂຄງການລົງທຶນໂດຍສຸມໃສ່ເຂົ້າໃນຂົງເຂດປຸງແຕ່ງຜະລິດ, ໂທລະຄົມ, ດຳເນີນທຸລະກິດອະສັງຫາລິມະຊັບ ດ້ວຍບັນດາຮູບແບບລົງທຶນຕ່າງປະເທດແມ່ນ 100%; ຮ່ວມທຸລະກິດ, ສັນຍາຮ່ວມມືດຳເນີນທຸລະກິດ… ກ່ຽວກັບການຮ່ວມມືພັດທະນາ, ໃນເດືອນ ມັງກອນ 2016, 2 ຝ່າຍໄດ້ລົງນາມສັນຍາແມ່ກ່ຽວກັບການຮ່ວມມືດ້ານການເງິນທີ່ມີມູນຄ່າ 60 ລ້ານເອີໂລ ໃຫ້ແກ່ໂຄງການລົງທຶນກໍ່ສ້າງໂຮງໝໍກ້ອນເບົ້າເກີນເທີ. ເດືອນ ມັງກອນ 2017, 2 ຝ່າຍໄດ້ລົງນາມໃນສັນຍາແມ່ກ່ຽວກັບການຮ່ວມມືບ້ວງສິນເຊື່ອ ທີ່ມີມູນຄ່າ 440 ລ້ານເອີໂລ ໃນບັນດາໂຄງການທີ່ກ່ຽວຂ້ອງເຖິງຂົງເຂດຄຸ້ມຄອງນ້ຳ, ການຢາ - ການແພດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ກະສິກຳ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອປະຕິບັດບັນດາໂຄງການໜູນຊ່ວຍພັດທະນາຢູ່ຫວຽດນາມ. ເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານເສດຖະກິດ 2 ຝ່າຍກວ່າອີກ, ຮຸງກາຣີ ກໍ່ໄດ້ຕັ້ງຫ້ອງການຜູ້ຕາງໜ້າປະຈຳນະຄອນໂຮ່ຈິມິນ.

ວາງຄາດໝາຍສຳລັບໄລຍະຮ່ວມມືພັດທະນາໃໝ່

        ບົນພື້ນຖານນັ້ນ, ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຮຸງກາຣີ ໃນຄັ້ງນີ້ ແມ່ນເພື່ອແນໃສ່ວາງອອກບັນດາຄາດໝາຍພັດທະນາຂອງການພົວພັນດ້ານການເມືອງ ແລະ ເສດຖະກິດລະຫວ່າງ 2 ປະເທດໃຫ້ຊຸມປີຈະມາເຖິງ.

        ຮ່ວມເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີຮຸງກາຣີ ຄັ້ງນີ້ ຈະມີຄະນະຜູ້ແທນວິສາຫະກິດ 70 ຄະນະ ແລະ  2 ຝ່າຍຈະຈັດເວທີປາໄສວິສາຫະກິດ ເພື່ອໃຫ້ວິສາຫະກິດ 2 ປະເທດໄດ້ພົບປະໂດຍກົງເພື່ອຊຸກຍູ້ການຮ່ວມມື. ຮຸງກາຣີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການສະໜອງບັນດາຜະລິດຕະພັນ ແລະ ຜະລິດຕະພັນກະເສດທີ່ມີເຕັກໂນໂລຊີສູງ ໃຫ້ແກ່ຫວຽດນາມຄື: ການຢາ, ເຄື່ອງອຸປະກອບການແພດ, ເຄື່ອງຈັກ ແລະ ບັນດາເຄື່ອງອຸປະກອບຕ່າງໆ ກໍຄືເພີ່ມທະວີການຮ່ວມມືໃນຂົງເຂດຄຸ້ມຄອງນ້ຳ, ປົກປັກຮັກສາສິ່ງແວດລ້ອມ, ພະລັງງານຜະລິດຄືນໃໝ່. ໃນຂອບເຂດນະໂຍບາຍ “ເປີດປະຕູມຸ່ງໄປທິດໃຕ້ - Opening to the South”, ລັດຖະບານຮຸງກາຣີ ພວມກຽມພ້ອມເປີດກວ້າງການພົວພັນຄູ່ຮ່ວມມືອັນຍາວນານກັບຫວຽດນາມ. ເຊິ່ງແມ່ນ 2 ພື້ນຖານເສດຖະກິດທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ການຮ່ວມມືດ້ານເສດຖະກິດ 2 ຝ່າຍລະຫວ່າງຫວຽດນາມ ແລະ ຮຸງກາຣີ ກໍ່ມີເງື່ອນໄຂສະດວກຫຼາຍຢ່າງເພື່ອມີບາດກ້າວພັດທະນາໃນໄລຍະຈະມາເຖິງ, ພິເສດເມື່ອສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ເລີ່ມມີຜົນສັກສິດ.

        ຄຽງຂ້າງນັ້ນ, ປະຈຸບັນປະຊາຄົມຊາວຫວຽດນາມ ຢູ່ຮຸງກາຣີ ມີປະມານກວ່າ 4.000 ກວ່າຄົນ, ມີຊາວຫວຽດນາມ ເປັນພັນໆຄົນໄດ້ຮຽນຈົບຢູ່ຮຸງກາຣີ, ຮູ້ພາສາຮຸງກາຣີໄດ້ດີ… ນັ້ນແມ່ນບັນດາຂົວຕໍ່ໃນການຊຸກຍູ້ການຮ່ວມມື 2 ຝ່າຍຫວຽດນາມ - ຮຸງກາຣີ ຢ່າງມີປະສິດທິຜົນ.

        ບົນພື້ນຖານ 67 ປີແຫ່ງການພົວພັນ ພ້ອມກັບຜົນງານໃນການຮ່ວມມືອັນດີງາມໃນໄລຍະມໍ່ໆມານີ້, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຮຸງກາຣີ Orbán Viktor ເພື່ອແນໃສ່ຢືນຢັນນະໂຍບາຍຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຫຼາຍດ້ານກັບຫວຽດນາມ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ເລິກເຊິ່ງກວ້າງຂວາງກວ່າ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ສິ່ງແວດລ້ອມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການທ່ອງທ່ຽວ; ການແລກປ່ຽນບັນດາບັນຫາພາກພຶ້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ