ຫວຽດນາມເຂົ້າຮ່ວມກອງປະຊຸມ COP 17

ກອງ​ປະຊຸມ​ສຸດ​ຍອດ​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງ​ທີ 17 (ກອງ​ປະຊຸມ COP 17) ​​ໄດ້​ຖືກ​ຈັດຂຶ້ນ​ໃນ​ຕົ້ນ​ອາທິດ​ຜ່ານ​ມາ ຢູ່ ນະຄອນ​ທະ​ເລ Durban ປະ​ເທດ ອາ​ຟຼິກາ​ໃຕ້ ​ແລະ ສືບ​ຕໍ່​ແກ່ຍາວ​ຮອດ​ທ້າຍອາທິດ​ນີ້. ພ້ອມ​ກັບ​ ປະມານ 15.000 ຜູ້​ແທນມາ​ຈາກ 194 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ, ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ COP 17  ສືບ​ຕໍ່​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ພ້ອມ​ກັນ​ເຄື່ອນ​ໄຫວ ​ເພື່ອ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກອງ​ປະຊຸມ ​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ​ແນະນຳ, ສະ​ເຫ​ນີນະ​ໂຍບາຍ​ຂອງ​ຕົນ​ທ່ີ​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຢູ່​ທັງ​ລະດັບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ.

        ກອງ​ປະຊຸມ COP 17 ຄັ້ງ​ນີ້ ດຳ​ເນີນ​ໄປ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ພວມ​ຕົກ​ໃນ​ທ່າ​ຊຸດ​ໂຊມ. ບັນດາ​ປະ​ເທດ, ພິ​ເສດ ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່ ລ້ວນ​ແຕ່​ພວມ​ຕ້ອງ​ສຸມ​ໃສ່​​ບັນຫາ​ເສດຖະກິດ​ຂອງ​ຕົນ, ຄວາມຂັດ​ແຍ່ງກ່ຽວ​ກັບ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ປະ​ເທດ, ກຸ່ມ​ປະ​ເທດ​ພັດທະນາ ​ແລະ ພວມ​ພັດທະນາ ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ການ​ເຈລະຈາ​ຄັ້ງ​ຕ່າງ​ໆ​ຢູ່ Durban. ດ້ວຍ​ບົດບາດ, ທີ່​ຕັ້ງ​ຂອງ​ປະ​ເທດ​ສະມາຊິກ​ຫນຶ່ງ​ທີ່​ເຂົ້າ​ຮ່ວມ​ສົນທິສັນຍາ​ແມ່​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກໍ​ຄື​ຄວາມ​ຮັບຜິດຊອບ​ຂອງ​ປະ​ເທດ​ຫນຶ່ງ​ທີ່​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ທີ​່ສຸດ ຈາກ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງນີ້ ດ້ວຍ​ຈິດ​ໃຈ​ອັນ​ຕັ້ງຫນ້າ, ປະກອບສ່ວນ​ເຂົ້າ​ໃນ​ບັນຫາ​ລວມ. ຫວຽດນາມ ​ໄດ​້ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ຫລາຍ​ບັນຫາ​ພື້ນຖານ ​ແລະ ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​​ໂລກ, ສືບ​ຕໍ່​ສະ​ແດງ​ສຽງ​ເວົ້າ​ລວມຂອງ​ກຸ່ມ​ບັນດາ​ປະ​ເທດ​ພວມ​ພັດທະນາ, ປະກອບ​ທັດສະນະ​ເຂົ້າ​ໃນ​ການ​ສ້າງ​ໃຫ້​ສົມບູນ​ແບບ​ເນື້ອ​ໃນ​ບັນດາ​ເອກະສານ​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທົ່ວ​ໂລກ ພ້ອມ​ກັນ​ນັ້ນ​ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ສົນທິສັນຍາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ  ກໍ​ຄື ອະນຸ​ສັນຍາ Kyoto. ທ່ານ ຫງວຽນ​ຄັກ​ຮ໋ຽວ ຮອງ​ຫົວຫນ້າ​ກົມ​ອຸຕຸນິຍົມອຸ​ທົກ​ກະສາ​ດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສັງກັດ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ທັດ​ສະ​ນະ​ຂອງ​ຄະນະ​ຜູ້​ແທນຫວຽດນາມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ນັ້ນ​ແມ່ນ ພວກ​ເຮົາຢັ້ງຢືນ​ຄືນອະນຸ​ສັນຍາ Kyoto ຍັງ​ຄົງ​ສືບ​ຕໍ່​ຮັກສາ ​ແລະ ​ແມ່ນ​ພື້ນຖານ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​​​ຟ້າ​ອາກາດ​ທົ່ວ​ໂລກ. ຕ້ອງ​ເສຍ​ເວລາ 8 ປີ, ອະນຸ​ສັນຍາ Kyoto ຈຶ່ງ​ໄດ້​ຮັບ​ການຮັບ​ຮູ້​ຈາກປະຊາ​ຄົມ​ໂລກ ​ແລະ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ, ​ເປັນ​ອັນວ່າ​ບໍ່​ມີ​​ເຫດຜົນຫຍັງ​ຢູ່​ຈຸດ​ເວ​ລາ​ນີ້ ທີ່ອະນຸ​ສັນຍາ​ດັ່ງກ່າວ​ຖືກ​ປ່ຽນ​ແທນ. ມາ​ຮອດ​ປະຈຸ​ບັນ, ອະນຸ​ສັນຍາ Kyoto ​ແມ່ນ​ນິຕິ​ກຳ​ຫນຶ່ງ​ດຽວ ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ອະນຸ​ສັນຍາ​ກໍ​ກ່ຽວຂ້ອງ​ເຖິງ​ຫລາຍ​ບັນຫາ​ຄື: ຖ່າຍ​ທອດ​ເທັກ​ໂນ​ໂລ​ຊີ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຝ່າຍ, ການ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ.“

        5 ບັນຫາ​ຕົ້ນຕໍ​ໂດຍ​​ແມ່ນ​ປະ​ທາ​ນາ​ທິບໍດີ​ປະ​ເທດ​ເຈົ້າພາບ ອາ​ຟຼິກາ​ໃຕ້ ຍົກ​ອອກ​ທີ່​ວາລະ​ໄຂ​ກອງ​ປະຊຸມ ກໍ່​ແມ່ນ​ຄວາມ​ສົນ​ໃຈ​ຂອງ​ຫວຽດນາມ. ນັ້ນ​ແມ່ນ​ການ​ສ້າງ​ເອກະສານ​ນິຕິ​ກຳ​ໃຫມ່ ​ແທນ​ທີ່​ໄລຍະ 1 ຂອງ​ອະນຸ​ສັນຍາ Kyoto ຊຶ່ງໝົດ​​ກຳນົດ​ເວລາ​ໃນປີ 2012, ກຳນົດ​ຢ່າງ​ຈະ​ແຈ້ງ​ຄວາມຮັບຜິດຊອບ​ດ້ານ​ການ​ເງິນ ​ແລະ ພັນທະ​ຫລຸດ​ຜ່ອຍ​ການ​ປ່ອຍ​ອາຍ​ພິດຂອງ​ບັນດາ​ປະ​ເທດ​ພັດທະນາ ​ແລະ ທັງປະ​ເທດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ ມີ​ປະລິມານ​ອາຍ​ພິດ​ຢ່າງ​ຫລວງຫລາຍ, ຊອກ​ຫາ​ກົນ​ໄກ​ການ​ປະສານ​ສົມທົບ​ປະຕິບັດບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ​ແລະ ຮັບປະກັນ​ການ​ຜູກ​ຮັດຂອງ​ບັນດາ​ຂໍ້​ຕົກລົງ​ດ້ວຍ​ຫລັກການ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ຝ່າຍ ​ແລະ ປະຊາ​ຄົມ​ໂລກ. ທ່ານ ຫງວຽນ​ຄັກ​ຮ໋ຽວ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ນີ້​ກ​ໍ​ແມ່ນ​ບັນດາ​ເນື້ອ​ໃນ ຊຶ່ງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເຈີ​ນຮົ່ງຮ່າ, ຫົວຫນ້າ​ຄະນະ​ເຈລະຈາ​ຂອງ​ຫວຽດນາມ ທີ່​ ກອງ​ປະຊຸມ COP 17 ​ໄດ້​ສະ​ເຫ​ນີ​ໃນ​ບົດ​ປາ​ໃສ​ຂອງ​ຕົນ​ທີ່ກອງ​ປະຊຸມຄັ້ງ​ນີ້, ຜ່ານ​ນັນ ​ໄດ້​ຢັ້ງຢືນ​ທັດສະນະ​ຂອງ​ຫວຽດນາມ​ວ່າ:

        “​ເລື່ອງ​ຫລຸດຜ່ອນ​ປະລິມານ​ອາຍ​ພິ​ດ​ເຮືອນ​ແກ້ວ​ຂອງ​ບັນດາ​ປະ​ເທດ​ພັດທະນາ ​ແລະ ພວມ​ພັດທະນາ ​ແມ່ນ​ແຕກ​ຕ່າ​ງກັນ. ທີ່​ກອງ​ປະຊຸມ​ຄັ້ງນີ້, ຫວຽດນາມ ​ໄດ້​         ສະ​ເຫ​ນີວ່າ ຕ້ອງ​ຈຳ​ແນ​ກ​​ການ​ເຄື່ອນ​ໄຫວ​ຫລຸດຜ່ອນ​ການ​ປ່ອຍອາຍພິດ​ລະ​ຫວ່າງ​ບັນດາ​     ປະ​ເທດ​ພັດທະນາ ​ແລະ ບັນດາ​ປະ​ເທດ​ພວມ​ພັດທະນາ. ບັນດາ​ປະ​ເທດ​ພັດທະນາ​ຕ້ອງ​ມີ​ຄຳ​ໝັ້ນ​ສັນຍາ​ຫລຸດ​ຜ່ອນ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວ​ແບບ​ບັງຄັບ,​​ ໃນຂະນະ​ນັ້ນ ບັນດາ​ປະ​ເທດ​ພວມ​ພັດທະນາ ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ຫລຸດ​ຜ່ອຍອາຍ​ພິດ​ເຮືອນ​ແກ້ວ​ທີ່​ມີ​ລັກສະນະ​ສະ​ໝັກ​ໃຈ ​ແລະ ການ​ເຄື່ອນ​ໄຫວ​ນີ້​ຄວນ​ມີ​ການ​ຫນູນ​ຊ່ວຍ​ຂອງ​ບັນດາ​ປະ​ເທດ​ພັດທະນາ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ​ ປະຕິບັດ​ໃນ​ສະພາບ​ຄວນ​ເພີ່ມ​ທະວີ​ການ​ເຕີບ​​ໂຕ​ເສດຖະກິດ, ພັດທະນາ​ແບບ​ຍື່ນ​ຍົງ ​ແລະ ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ.“

        ຄວາມ​ຈິງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ຫວຽດນາມ ​ເປັນ​ສິ່ງ​ທີ່​ຈະ​ແຈ້ງ ​ແລະ ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້ກາຍ​ເປັນ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ເປັນຕາ​ຍ.​ໂດຍ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ສົນທິສັນຍາ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນ​ັບ​ແຕ່​ປີ 1994 ​ແລະ​ໃຫ້​ສັດຕະຍາບັນ​ອະນຸ​ສັນຍາ Kyoto ປີ 2002. ​ໃນ​ຫລາຍ​ປີຜ່ານມາ, ຫວຽດນາມ ຍາມ​ໃດ​ກໍ​ແມ່ນ​ສະມາຊິກ​ຕັ້ງຫນ້າ​ໃນ​ການ​ເຄື່ອນ​ໄຫວ​ລວມຂອງ​ປະຊາ​ຄົມ​​ໂລກ, ຮ່ວມ​ແຮງ​ຮ່ວມ​​ໃຈ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເພື່ອ​​ຫນ່ວຍ​ພິພົບ​ສີຂຽວ. ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ສຳ​ພັດ​ກັບ​ພື້ນຖາ​ນ​ເສດຖະກິດ​ ຂຽວ, ຫັນປ່ຽນ​ສູ່ຮູບ​ແບບ​ເສດຖະກິດ​ຈຳກັດ​ດີ​ໂອ​ຊິດ​ carbon ​ແມ່ນ​ທິດ​ກ້າວ​ເດີນ​ຂອງ​ຫວຽດນາມ​ປະຈຸ​ບັນ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ເຈີ​ນຮົ່ງຮ່າ ຮອງ​ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຢືນຢັນ​ວ່າ:

  “ທັດສະນະ​ຂອງ​ຫວຽດນາມ ​ນັ້ນ​ແມ່ນ ຈະ​ໃຫ້​ຄຳ​ໝັ້ນ​ໝາຍ​ຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ພື້ນຖານເສດຖະກິດຂຽວ. ​ເພ່ືອ​ປະຕິບັດ​ໄດ້ ​ໃນ​ໄລຍະ​ຈະ​ມາ​ເຖິງ ສິ່ງ​ນີ້​ບໍ່​ສາມາດ​ປະຕິບັດ​ພຽງ​ຢູ່​ປະ​ເທດ​​ໃດ​ຫນຶ່ງ​ ພາກ​ພື້ນ​ໃດ​ຫນຶ່ງ ​ຫລື​ທະ​ວີ​ບ​ໃດຫນຶ່ງ​ໄດ້ ຫາກຄວນ​ມີ​ການ​ປະສານ​ສົມທົບ ​ແລະ ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນລະຫວ່ງບັນດາ ປະຊາ​ຊາດ. ຄຽງ​ຂ້າງ​ນັ້ນ ຫວຽດນາມ ຖື​ວ່າ ຄວນ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ. ນີ້​ແມ່ນ​ບັນດາ​ບັນຫາ​ສຳຄັນ​ທີ່​ສຸດ ຊຶ່ງ​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເຕື້ອງ​ເຖິງ.“

        ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຮອດ​ປີ 2020 ​ແລະ ວິ​​ໄສ​ທັດ​ປີ 2050, ສ້າງ​ມາດຕະຖານ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​​ຂຶ້ນສູງ. ​ເພາະສະ​ນັ້ນ, ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມຄັ້ງ​ນີ້ ນອກຈາກ​ບັນດາ​ການ​ປຶກສາ​ຫາລື​ບັນຫາ​ລວມທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ແລະ ການ​ກຳນົດ​ທິດ, ຄະນະ​ຜູ້​ແທນ​ຫວຽດນາມ​ ຍັງ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ສອງ​ຝ່າຍ​ກັບ​ຫລາຍ​ປະ​ເທດ ​ແລະ ຄູ່​ຮ່ວມ​ມື. ຜ່ານ​ບັນດາ​ກາ​ນພົບ​ປະ​ສອງ​ຝ່າຍ​ຄັ້ງ​ຕ່າງໆ, ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຊອກ​ໄດ້​ທັດສະນະ​ລວມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ເປັນ​ຕົ້ນ​ແມ່ນ​ຊອກ​ຫາ​ການ​ຫນູນ​ຊ່ວຍ​ເພື່ອ​ໃຫ້​ຫວຽດນາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ, ຫັນປ່ຽນ​ສູ່ຮູບ​ແບບ​    ເສດຖ​ະເກິ​ດຈຳກັດ​ດິ​ໂອ​ຊິດ carbon, ​ການ​ເຕີບ​ໂຕ​ຂຽວ ​ເພື່ອ​ການ​ພັດທະນາ​ແບບ​ຍື່ນຍົງ./.

 ແອນຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ