ຫວຽດນາມແລະຈີນ ພ້ອມກັນຮ່ວມມື ພ້ອມກັນພັດທະນາ

(vovworld)- ຫວຽດ​ນາມ ແລະ ຈີນ ຫາ​ກໍ​ລົງ​ນາມ​ໃນ​ສັນ​ຍາ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ ​ການ​ທ່ອ​ງ​ທ່ຽວ ນ້ຳ​ຕົກ​ຕາດ ບ້ານ​ຢົກ ແລະ ສັນ​ຍາກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ໄປ​ມາ​ຂອງ​​ເຮືອກຳ​ປັ່ນ ຢູ່ ປາກ​ແມ່​ນ້ຳ​ ໄຝ່​ຫລວນ ດ້ວຍ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ນິ​ຕິ​ກຳ​ສຳ​ຄັນ 2 ສະ​ບັບ​ນີ້, ຫວຽດ​ນາມ ແລະ ຈີນ ໄດ້​ປິດ​ບັນ​ດາ​​ການຂັດ​ແຍ້ງ​ໂດຍ​ປະ​ຫວັດ​ສາດ​ປະ​ໄວ້​ຢ່າງ​ເປັນ​ທາງ​ການ, ເປີດ​ໄລ​ຍະ​ຮ່ວມ​ມື​ໃຫມ່​ລະ​ຫວ່າງ ສອງ​ປະ​ເທດ.
 
ຫວຽດນາມແລະຈີນ ພ້ອມກັນຮ່ວມມື ພ້ອມກັນພັດທະນາ - ảnh 1
ນ້ຳ​ຕົກ​ຕາດ ບ້ານ​ຢົກ
ພາບ:dantri.com

​ເຂດ ນ້ຳ​ຕົກ​ຕາດ ບ້ານ​ຢົກ ແລະ ປາກ​ແມ່​ນ້ຳ ໄຝ່​ຫລວນ ແມ່ນບັນ​ດາ​ເຂດ​ທີ່​ສະ​ດຸ້ງ​ໄວທີ່​ສຸດ, ເກີດ​ການ​ຂັດ​ແຍ້ງ​ມາ​ແຕ່​ດົນ​ນານ ແລະ ຫາງ​ສຽງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຈີນ ມີ​ຄວາ​ມ​ສົນ​ໃຈ​ເປັນ​ພິ​ເສດ. ໃນ​ຫລາຍ​ປີ​ຜ່ານ​ມາ, ບັນ​ດາ​ເຂດນີ້ ຖືກ​ນຳມາ​ປຶກ​ສາ​ຫາ​ລື​ໃນ​ການ​ເຈ​ລະ​ຈາ​ຫລາຍ​ຄັ້ງ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ການ​ຂີດ​ເສັ້ນ​ປັກ​ຫລັກ​ໝາຍຊາຍ​ແດນ ຫວຽດ​ນາມ - ຈີນ ແຕ່ບໍ່​ທັນ​ແກ້​ໄຂ​ໄດ້. ພາຍ​ຫລັງ​ສຳ​ເລັດ​ການ​ຂີດ​ເສັ້ນ​ປັກ​ຫລັກ​ໝາຍ​ຊາຍ​ແດນທາງ​ບົກ​ປີ 2008, ຫວຽດ​ນາມ ແລະ ຈີນ ເຫັນ​ດີ ແກ້​ໄຂ​ສັງ​ລວມ​ບັນ​ດາ​ເຂດ​ທີ່​ຍັງ​ຄົງ​ຄ້າງ, ໃນ​ນັ້ນ ມີ​ສອງ​ເຂດ​ດັ່ງ​ກ່າວ ດ້ວຍ​ມາດ​ຕະ​ການ​​ອີງ​ໃສ່ຫລັກ​ການ​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ, ເຄົາ​ລົບ​ບັນ​ດາ​ຮ່ອງ​ຮອຍ​ປະ​ຫວັດ​ສາດ, ບຸ​ລິ​ມະ​ສິດ​ຮັກ​ສາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ເປັນ​ປົກ​ກະ​ຕິ, ສອດ​ຄ​ອ່ງ​ກັບ​ບັນ​ດາ​ເອ​ກະ​ສາ​ນ​ນິ​ຕິ​ກຳ​ໂດຍ​ປະ​ຫວັດ​ສາດ​ປ​ະ​ໄວ້.

        ການ​ເຈ​ລະ​ຈາ​ບົນ​ຈິດ​ໃຈ​ສະ​ເໝີ​ພາບ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອ​ງ​ກັນ

       ​ຜ່ານ​ໄລ​ຍະ 7 ປີ ດ້ວຍ​ການ​ເຈ​ລະ​ຈາ​ເປັນ​ຫລາຍ​ຄັ້ງ, ເດືອນ 8/2015, ສອ​ງ​ຝ່າຍ ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ ແລະ ວັນ​ທີ 6/11 ຜ່ານ​ມາ, ເນື່ອງ​ໃນ​ໂອ​ກາດ​ການຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ເຮືອກຳ​ປັ່ນ​ໄປ​ມາ​ຢ່າງ​ເສ​ລີ​ຢູ່​ປາກ​ແມ່​ນ້ຳ ໄຝ່​ຫລວນ ແລະ ສັນ​ຍາ​ຮ່ວມ​ມື, ຂຸດ​ຄົ້ນ ແລະ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ ນ້ຳ​ຕົກ​ຕາດ​ບ້ານຢ​ົກ. ສິ່ງ​ດັ່ງ​ກ່າວ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ລວມ​ຂອງ​ສອງ​ປະ​ເທດ ໃນ​ການ​ກໍ່​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ຈີນ ກາ​ຍ​ເປັນ​ເສັ້ນ​ຊ​າຍ​ແດນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື. ດ​ຣ ເຈີນ​ກົງ​ຈຸກ, ອະ​ດີດ ຫົວ​ຫນ້າ​ຄະ​ນະ​ຊາຍ​ແດ​ນ​ລັດ​ຖະ​ບານ ຖື​ວ່າ:

        “ນີ້​ແມ່ນ​ໝາກ​ຜົນ​ໃຫຍ່​ຫລວງ, ສະ​ແດງ​ໃຫ້​ເຫັນ​ເຈດ​ຕະ​ນາ​ດີ ແລະ ການ​ຮ່ວ​ມມື​ສອງ​ຝ່າຍ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ພາຍ​ຫລັງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ. ສັນ​ຍາ​ດັ່ງ​ກ່າວ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ແລະ ມີ​ຄວາມຈຳ​ເປັນ ເພື່ອ​ຮັບ​ປະ​ກັນ​ການ​ສືບ​ຕໍ່​ສາຍ​ພົວ​ພັນ​ຮ່ວມ​ມື ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຢູ່​ເຂດ​ຊາຍ​ແດນ.”

        ໃນ​ຕະ​ຫລອດ​ວິ​ວັດ​​ການ​ເຈ​ລະ​ຈາ, ຄຽງ​ຄູ່​ກັບ​​ການ​ປະ​ຕິ​ບັດ​ຕາມ​ຫລັກ​ການຍຸ​ຕິ​ທຳ, ເໝາະ​ສົມ, ເຄົາ​ລົບ​ບັນ​ດາ​ຫລັກ​ການ​ຊື່ງ​ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລືຕົກ​ລົງ​ນຳ​ກັນ, ພິ​ເສດ ແມ່ນ​ເຄົາ​ລົບ​ເສັ້ນ​ຊາຍ​ແດນ​ທີ່​ໄດ້​ກຳ​ນົດ ດ້ວຍ​ສົນ​ທິ​ສັນ​ຍາ 1887 ແລະ 1895 ໂດ​ຍ​ລັດ​ຖະ​ບານ ຝ​ລັ່ງ ແລະ ​ລາດ​ຊະ​ວົງ​ສິງ ໄດ້ລົງ​ນາມ, ຫວຽດ​ນາມ ແລະ ຈີນ ຍັງ​ນຳ​ໃຊ້​ກົດ​ໝາຍ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ສາ​ກົນ, ວາງ​ມາດ​ຕະ​ການ​ສັງ​ລວມ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ບຸ​ລິ​ມະ​ສິດ​ເຖິງ​ຄວາມ​ສົນ​ໃຈ​ອັນ​ຊອບ​ທຳ​ຂອງ​ແຕ່​ລະ​ຝ່າຍ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ. ສັນ​ຍາ 2 ສະ​ບັບ​ດັ່ງ​ກ່າວ​ໄດ້​ຮັບ​ການ​ລົງ​ນາມ ເປັນ​ການ​​ໃຫ້​ຄຳ​ຕອບ​ສ່ວນ​ຫນຶ່ງ​ໃຫ້​ບັນ​ດາ​ຂໍ້​ມູນ​ຂ່າວ​ທີ່​ຂາດ​ພະ​ຍານ​ຫລັກ​ຖານ​ໃນ​ຫາງ​ສຽງ​ໂດຍ​ຖື​ວ່າ: ນ້ຳ​ຕົກ​ຕາດ ບ້ານ​ຢົກ​ຂອງ​ຫວຽດ​ນາມ ແມ່ນ​ຕົກ​ໃນ​ກຳ​ມື​ຂອງ​ຈີນ. ດ​ຣ ເຈີນ​ກົງ​ຈຸກ ຢືນ​ຢັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ ໝາກ​ຜົນ​ສຳ​ຄັນ​ທີ່​ສຸດ ນັ້​ນ​ແມ່ນ​ການ​ເຈ​ລະ​ຈາ​ລະ​ຫວ່າງສອງ​ຝ່າຍ​ແມ່ນ​ສະ​ເຫມີ​ພາບ ແລະ ໝາກ​ຜົນ​ຍາດ​ມາ​ໄດ້ ນັ້ນ​ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສະ​ຖຽນ​ລະ​ພາບ, ເຄົາ​ລົບ​ເອ​ກະ​ລາດ ອະ​ທິ​ປະ​ໄຕ​ຂອງ​ສອງ​ຝ່າຍ, ເຄົາ​ລົບ​ເສັ້ນ​ຊາຍ​ແດນ ຊື່ງ​ແມ່ນ​ໝາກ​ຜົນ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ທີ່​ມີ​ຢູ່​ແລ້ວໃນ​ໄລ​ຍະ​ຍາວ​ນານ.”

       ການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫ​ຍດ​ສອ​ງ​ຝ່າຍ

        ໄລ​ຍະ​ມໍ່​ໆ​ມານີ້ ຫວຽດ​ນາມ ໄດ້​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຫລາຍ​ສົມ​ຄວນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ທ່ອງ​ທ່ຽວ​ຈິດ​ວີນ​ຍານ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ໂສມ​ຫນ້າ​ກ່ຽວ​ກັບ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ​ ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ. ພາ​ຍ​ຫລັງ​ລົງ​ນາມ​ໃນ​ສັນ​ຍາ, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ ພວມ​ດຳ​ເນີນ​ການ​ສ້າງ​ບັນ​ດາ​ປ້ອມກວດ​ກາ, ກວດ​ການ​ສອງ​ຝ່າຍ, ມ​ອບ​ສົ່ງ​ປະ​ຊາ​ຊົນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ໃນ​ວິ​ວັດ​ການ​ຂີດ​ເສັ້ນ​ປັກ​ຫລັກ​ໝາຍ​ຊາຍ​ແດນ, ຮ່ວມ​ມື​ປ້ອງ​ກັນ, ຄຸ້ມ​ຄອງ​ຫລັກ​ໝາຍ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ນ້ຳ, ສ້າງ​ທິວ​ທັດ​ທຳ​ມະ​ຊາດ​ການ​ທ່ອ​ງ​ທ່ຽວ​ລະ​ຫວ່າງ​ສອງ​ຝ່າຍ. ກໍ​ເຊັນ​ດຽວ​ກັນ, ຢູ່​ເຂດ ແມ​່​ນ້ຳ ໄຝ່​ຫລວນ, ຕາມ​ສັນ​ຍາ​ທີ່​ຫາ​ກໍ​ໄດ້​ລົງ​ນາມ, ສອງ​ປະ​ເທດ ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ໝາຍ​ຕໍ່​ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ໃຫ້​ເຮືອ​ກຳ​ປັ່​ນ​ໄປ​ມາ​ຢ່າງ​ເສ​ລີ ນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ, ແຕ່ວ່າ ຕ້ອງ​ສົມ​ທົບ​ກັນ​ຄວບ​ຄຸມ​ຢ່າງ​ແຫນ້ນ​ແຟ້ນ, ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ສວຍ​ໃຊ້​ຄ​ວາມ​ເສ​ລີ​​ໃນແລກ​ປ່ຽນ​ຄ​້າ​ຂາຍ​ສິນ​ຄ້າ ເພື່ອ​ມີ​ການ​ເຄື່ອນ​ໄຫວສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ ປ້ອງ​ກັນ​ຊາດ​ຂອງ​ແຕ່​ລະ​ຝ່າຍ.

        ອາດ​ຈະ​ຢືນ​ຢັນ​ວ່າ:ເລື່ອງ​ລົງ​ນາມ​ໃນ​ເອ​ກະ​ສານ​ນິ​ຕິ​ກຳ​ສຳ​ຄັນ 2 ສະ​ບັບ​ນີ້, ​ຫວຽດ​ນາມ ແລະ ຈີນ ໄດ້​ສິ້ນ​ສຸດ​ໄລ​ຍະ​ເຈ​ລະ​ຈາ​ເຂດ​ຊາຍ​ແດນ​ທາງ​ບົກ​ຢ່າງ​ເປັນ​ທາງ​ການ. ນີ້​ກໍ​ແມ່ນ​ບັນ​ດາ​ບົດ​ຮຽນ​ໃຫຍ່ ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເຈ​ລະ​ຈາ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ສີ​ຈຽນ​ກົວ, ອະ​ດີດ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ​ຫວຽດ​ນາມ, ອະ​ດີດ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຈີນ -ຫວຽດ​ນາມ ຖື​ວ່າ:

        “ສອງ​ບັນ​ຫາ​ໂດຍ​ປ​ະ​ຫວັດ​ສາດ​ປະ​ໄວ້ ປະ​ຈຸ​ບັນ ໄດ້​ກາຍ​ເປັນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ພັດ​ທະ​ນາ. ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ເຖິງວ່າ​ໄດ້​ເກີດ​ບາງ​ບັນ​ຫາ​ກໍ​ຕາມ, ແຕ່​ກໍ​ມີ​ຄວາມ​ຄືບ​ຫນ້າ​ໃຫມ່. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ, ກ່ອນ​ອື່ນ​ໝົດ ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ສູງ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ”

        ພາຍ​ຫລັງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່. ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ມີ​ຄວາມ​ຈິງ​ໃຈ, ເຈດ​ຕະ​ນາ​ດີ ຄື​ດັ່ງ​ທັດ​ສະ​ນະ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກ່າວ​ມາ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ຜ່ານ​ມາ ແມ່ນ​ທິດນຳ​ການ​ຮ່ວມ​ມື ຊື່ງ​ການ​ນຳ​ສອງ​ປະ​ເທດ ຫວຽດ​ນາມ - ຈີນ ມຸ່ງ​ໄປ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ