ອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້

(vovworld)- ຈີນ ບໍ່​ພຽງ​ແຕ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ຮຽກ​ສິດ​ທວງ​ເອົາ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ. ​ໃນ​ເອກະສານ​ສະ​ເຫ​ນີ ສປຊ ປະກາດ​ຢ່າງ​ເປັນ​ທາງ​ການ​ຫວ່າງ​ແລ້ວ​ນີ້, ຫວຽດນາມ ຢືນຢັນ​ອະທິປະ​ໄຕ​ຢ່າງ​ແຮງຂອງ​ຕົນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ຖະ​ແຫລ​ງບັນດາ​ຄຳ​ຮຽກ​ສິດ​ຂອງ​ຈີນ ສຳລັບ​ໝູ່​ເກາະ​ນີ້ ນັ້ນ​ແມ່ນ​ບໍ່​ມີ​ພື້ນຖານ​ດ້ານ​ກົດໝາຍ ​ແລະ ປະຫວັດສາດ.

ອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ   ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້ - ảnh 1
ຈີນຕັ້ງຮ້ານເຈາະນ້ຳມັນ ຢ່າງຜິດກົດໝາຍ
ຢູ່ ເສດຖະກິດຈຳເພາະຂອງຫວຽດນາມ
ພາບ:internet

        ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ປະຕິ​ເສດ​ທັງ​ໝົດ, ນັບ​ທັງ​ໃນ​ຄວາມ​ຈິງ​ກໍ​ຄື​ດ້ານ​ກົດໝາຍ, ຄຳ​ຮຽກ​ສິດ​ອະທິປະ​ໄຕຂອງ​ຈີນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ(ຊື່​ງ​ຝ່າຍ​ຈີນ​ເອີ້ນ​ວ່າ ຊານ​ຊາ) ທີ່ຍົກ​ອອກ​ໃນ​ບັນດາ​ເອກະສານ​ຕິດ​ຄັດ​ກັບ​ບັນດາ​ຈົດໝາຍ​ລົງ​ວັນ​ທີ 22/5/2014 ​ແລະ ວັນ​ທີ 9/6/2014 ຂອງ​ທູດ​ຊົ່ວຄາວ​ຄະນະຜູ້ຕາງຫນ້າ​ຂອງ ສປ ຈີນ ປະຈຳ ສປຊ ສົ່ງ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ສປຊ​ໃນ​ເອກະສານ A/68/887 ​ແລະ A 68/907 ຍ້ອນ​ບັນດາ​ສາຍ​ເຫດ​ດັ່ງ​ນີ້:

        ຖະ​ແຫລ​ງການ​ອະທິປະ​ໄຕ​ຂອງ​ຈີນບໍ່​ເອກະ​ພາບ​ກັບ​ບັນດາ​ເອກະສານ​ປະຫວັດສາດ

        ບັນດາ​ເອກະສານ​ຊື່​ງຝ່າຍ​ຈີນ ຍົກ​ອອກ​ມາ​ບໍ່​ພິ​ສູດ​​ໄດ້​ວ່າ ຈີນ ​ໄດ້​ສ້າງ​ອະທິປະ​ໄຕ​ສຳລັບ​ໝູ່​​ເກາະ​ຮ່ວາງ​ຊາ ​ເມື່ອ​ໝູ​່​ເກ​າະ​ແຫ່ງ​ນີ້ ຍັງ​ແມ່ນ​ຜືນ​ແຜ່ນດິນ​ບໍ່​ມີ​ເຈົ້າ​ຂອງ. ກົງ​ກັນ​ຂ້າມ, ບັນດາ​ເອກະສານ​ປະຫວັດສາດ​ໃຫ້​ເຫັນ​ວ່າ: ຈີນ ​ເຂົ້າ​ໃຈ​ວ່າ ອະທິປະ​ໄຕຂອງ​ເຂົາ​ເຈົ້າ​ບໍ່​ລວມມີ​ໝູ່​ເກາະ​ຮ່ວາງ​ຊາ ຈັກ​ເທື່ອ. ພິ​ເສດ ​​ໃນ​ທົດ​ສະ​ວັດ​ທ້າຍ​ຂອງ​ສັດຕະວັດ​ທີ 19 ​ເມື່ອ​ກຳ​ປັ່ນ Bellona ​ແລະ Umeji Maru ຖືກ​ຈົມ​ນ້ຳ​ຢູ່ ຮວ່າງ​ຊາ ​ແລະ ຖືກ​ຊາວ​ປະມົງ​ຈີນ​ປຸ້ນ​ສະດົມ​ຊັບ​ສິນ, ຈີນ​ຖື​ວ່າ ໝູ​່​ເກາະ​ຮ່ວາງ​ຊາ ​ແມ່ນ​ຜືນ​ແຜ່ນດິນ​ບໍ່​ມີ​ເຈົ້າ​ຂອງ, ບໍ່​ຂຶ້ນ​ກັບ​ຈີນ, ສະ​ນັ້ນ ບໍ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ກໍລະນີ​ຊາວ​ຈີນ​ປຸ້ນ​ສະດົມ​ຊັບ​ສິນ.

        ​ໃນ​ຂະນະ​ນັ້ນ, ຫວຽດນາມ ​ໄດ​້ສ້າງ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ນັບ​ແຕ່​ເມື່ອ​ໝູ່​ເກາະ​ແມ່ນ​ຜືນ​ແຜ່ນດິນ​ບໍ່​ມີ​ເຈົ້າ​ຂອງ. ​ໃນ​ສັດຕະວັດ​ທີ 17, ບັນດາ​ສະ​ໄຫມ​ລາຊະວົງ ຫງວຽນ​ຂອງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ທະ​ເລ​ຢູ່​ບັນດາ​​ເກາະ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ, ຈັດ​ຕັ້ງ​ການ​ວັດ​ແທກ​ໄລຍະ​ທາງ​ໃນ​ການ​ເດີນ​ເຮືອ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ກຳ​ປັ່ນ, ​ເຮືອ ຂອງ​ປະ​ເທດ​ອື່ນ​​ໄປມາ​ຢູ່ບໍລິ​ເວນ​ໝູ​່​ເກາະ​ຮ່ວາງ​ຊາ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ລ້ວນ​ແຕ່​ໄດ້ບັນ​ທຶກ​ໄວ້​ໃນ​ບັນດາ​ເອກະສານ​ທາງ​ການ ​ໂດຍ​ບັນດາ​ສະ​ໄຫມ​ລາຊະວົງ​ ຂອງ​ຫວຽດນາມ ປະກາດ​​ໃຊ້ ​ ​ ປະຈຸ​ບັນພວມ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່​ຫວຽດນາມ​.

        ພາຍຫລັງ ຝລັ່ງ ​ແລະ ຫວຽດນາມ ລົງ​ນາມ​ໃນ​ສັນຍາ​ປົກ​ປ້ອງ​ເມື່ອ​ວັນ​ທີ 15/3/1874 ​ແລະ ວັນ​ທີ 6/6/1884, ຝລັ່ງ ​ໄດ້​ຕາງຫນ້າ​ໃຫ້​ຫວຽດນາມ ສືບ​ຕໍ່​ປະຕິບັດ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ຖະ​ແຫລ​ງຄັດຄ້ານ​ບັນດາ​ການ​ກະທຳ​ລ່ວງ​ລ້ຳ​ຂອງ​ຈີນ. ຝລ່ັງ ​ໄດ້​ດຳ​ເນີນ​ບັນດາການ​ເຄື່ອນ​ໄຫວ​ປະຕິບັດ​ອະທິປ​ະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ຄື: ກໍ່ສ້າງ ​ແລະ ນຳ​ໃຊ້​ໂຄມ​ໄຟ​ທະ​ເລ ​ແລະ ສະຖານີ​ອຸ​ຕຸ​ນິຍົມ, ສ້າງ​ຕັ້ງ​ບັນດາ​ສາຂາ​ປົກຄອງ​ຂຶ້ນ​ກັບ​ແຂວງ ​ເທື່ອ​ທຽນ​​​(ອານ​ນາ​ມ), ອອກ​​ໃບ​ລາຍເກີດ​ໃຫ້​ແກ່​ພົນລະ​ເມືອງ​ຫວຽດນາມ ທີ່​ກຳ​ເນີ​ດຢູ່​ໝູ່​ເກາະ​ແຫ່ງ​ນີ້.

        ອະ​ທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ

        ກ່ອນ ​ແລະ ຫລັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ, ບັນຫາ​ອະທິປ​ະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ກໍ​ຄື ​ເຈື່ອງ​ຊາ ຖື​ກຍົກ​ອອກພິຈາລະນາ​ເປັນ​ຫລາຍ​ຄັ້ງ​ໃນ​ກອງ​ປະຊຸມ​ສາກົນ. ທີ່​ກອງ​ປະຊຸມ Cairo ​ເມ​ື່ອປີ 1943, ກອງປະຊຸມ Potsdam ປີ 1945, ຜູ້ຕາງຫນ້າ​ຝ່າຍ​ຈີນ ​ໃນ​ຄາວ​ນັ້ນ​ແມ່ນ ຈຽງ​ໄຄ​ເຊັກ, ມີຫນ້າ​ຢູ່​ກອງ​ປະຊຸມ, ບໍ່​​ໄດ້​ເຕື້ອ​ງ​ເຖິງ​ອະທິປະ​ໄຕ​ຂອງ​ຈີນ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ທີ່​ກອງ​ປະຊຸມ​ສັນຕິພາບ San Francisco ​ເມ​ື່ອປີ 1951, 51 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ ລ້ວນ​ແຕ່​​ເຫັນ​ດີ​ຕໍ່​ຖະ​ແຫລ​ງຮັບ​ຮູ້ອະທິປ​ະ​ໄຕຍາວ​ນານ​ຂອງ​ຫວຽດນາມ​ສຳລັບ​ໝູ​່​ເກາະ​ຮ່ວາງ​ຊາ ​ແລະ​ ​ເຈື່ອງ​ຊາ  ​ໂດຍ​ທ່ານ ​ເຈີ​ນວັນ​ຫື​ວ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຍົກ​ອອກ​ໃນ​ກອງ​ປະຊຸມ. ກອງ​ປະຊຸມ ​ເຊີ​ແນວ ປີ 1954 ກ່ຽວ​ກັບ​ການ​ຟື້ນ​ຟູ​ສັນຕິພາບ​ຢູ່ ອິນດູຈີນ ກໍ​ໄດ້​ຢືນຢັນ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ເຄົາລົບ​ເອກະລາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລວມມີ ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໂດຍ​​ກຳລັງ​ຕ່າງໆຂອງ​ຝລັ່ງ ​ແລະ ຫວຽດນາມ ຄຸ້ມ​ຄອງ. ຈີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ອິນດູຈີນ ຢູ່ ກອງ​ປະຊຸມ​ເຊີ​ແນວ ປີ 1954 ​​​ໄດ້​ເຂົ້າ​ໃຈ​ສິ່ງ​ນີ້​ຢ່າງ​ຈະ​ແຈ້ງ.

        ນຳ​ໃຊ້​ກຳລັງ​ອາວຸດ​ຢືດຄອງ, ຈີນ​ບໍ່ສາມາດ​ມີ​ອະທິປະ​ໄຕ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ​ໄດ້

        ຈີນ ​ໄດ້​ລ່ວງ​ລ້ຳ​ໝູ່​ເກາະ​ຮ່ວາງ​ຊາ​ຢ່າງ​ຜິດ​ກົດໝາຍ​ເປັນ​ສອງ​ຄັ້ງ. ປີ 1956, ສວຍ​ໃຊ້​ໂອກາດ​ທີ່​ຝລ່ັງຖອນ​ອອກ​ຈາກ​ຫວຽດນາມ, ຈີນ ​ໄດ້​ຢືດຄອງ​ກຸ່ມ​ເກາະ​ທາງ​ທິດຕາ​ເວັນ​ອອກ​ໝູ​່​ເກາະ​ຮ່ວາງ​ຊາ. ອຳນາດ​ການ​ປົກຄອງ​ ສາທາລະນະ​ລັດ ຫວຽດນາມ ​ໄດ້​ຄັດຄ້ານ​ຢ່າງ​ແຮງ​ການ​ຢືດຄອງ​ນີ້. ປີ 1959, ມີນາຍ​ທະຫານ​ຈີນກຸ່ມ​ຫນຶ່ງ ປອມ​ຕົວ​ເປັນ​ຊາວ​ປະມົງ ມີ​ກົນອຸບາຍ​ບຸກ​​ເຂົ້າ​ກຸ່ມ​ເກາະ​ທາງ​ທິດຕາ​ເວັນ​ຕົກ​ໝູ່​ເກາະ​ຮ່ວາງ​ຊາ ​ໄດ້​ຖືກ​ກຳລັງ​ຂອງ​ອຳນາດ​ການ​ປົກຄອງ ສາທາລະນະ​ລັດ​ຫວຽດນາມ ທັບ​ມ້າງ. ປີ 1974, ​ໂດຍ​ສວຍ​ໃຊ້​ສະພາບ​ການ​ສົງຄາມ​ຢູ່​ຫວຽດນາມ, ຈີນ ​ໄດ້​ບຸກ​ໂຈມ​ຕີ ​ແລະ ຢືດຄອງ​ສິດ​ຄວບ​ຄຸມ ຮ່ວາງ​ຊາ ຈາກ​ອຳນາດ​ການ​ປົກຄອງ ສາທາລະນະ​ລັດ​ຫວຽດນາມ. ນີ້​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ຈີນ ຢືດຄອງ​ດ້ວຍ​ກຳລັງ​ອາວຸດ​ໝູ່​ເກາະ​ຮ່ວາງ​ຊາ​ທັງ​ໝົດ.

        ອີງ​ຕາມ​ກົດໝາຍ​ສາກົນ, ​ເລື່ອງ​ຢືດຄອງ​ຜືນ​ແຜ່ນດິນຂອງ​ປະ​ເທດ​ຫນຶ່ງ​ທີ່​ມີ​ອະທິປະ​ໄຕດ້ວຍ​ກຳລັງ​ອາວຸດ ​ແມ່ນ​ການ​ກະທຳ​ຜິດ​ກົດໝາຍ ​ແລະ ບໍ່​ແມ່ນ​ພື້ນຖານ​​ເພື່ອທວງ​ເອົາ​ອະທິປະ​ໄຕ. ສະ​ນັ້ນ ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ ​ແລະ ບໍ່​ຖືກ​ປ່ຽນ​​ແທນ​ຈາກ​ການ​ຢືດຄອງ​ດ້ວຍກຳລັງ​ອາວຸດ​ຂອງ​ຈີນ.

          ຫວຽດນາມ​ບໍ່​ທັນຮັບ​ຮອງອະທິປ​ະ​ໄຕ​ຂອງ​ຈີນ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ​ຈັກ​ເທື່ອ

        ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ ຈີນ ​ໄດ້​ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງປະຫວັດສາດ ​ແລະ ອະທິບາຍ​ຢ່າ​ງຜິດພາດ​ກ່ຽວ​ກັບປະຫວັດສາດ​​ເມື່ອ​​ອີງ​ໃສ່ຈົດໝາຍ​ຂອງ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົງ ​ເມື່ອ​ປີ 1958 ​ແລະ ​ເອກະສານ, ສິ່ງ​ພິມ​ບາງ​ສະບັບ​ຊື່​ງ​ຖືກ​ພິມ​ຈຳຫນ່າຍ​ຢູ່ ຫວຽດນາມ ກ່ອນ​ປີ 1975 ​ເພື່ອ​ປັບປຸງ​ຄຳ​ຮຽກ​ສິດ​ຂອງ​ຈີນ ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ. ຈົດໝາຍ​ຂອງ​ອະດີດ​ນາຍົກລັດຖະມົນຕີ ຟ້າ​ມວັນດົງ ບໍ່​ເວົ້າ​ເຖິງ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ​ຫລື ​ເຈື່ອງ​ຊາ. ຖະ​ແຫລ​ງການ​ນັ້ນ​ກ່ຽວຂ້ອງ​ເຖິງ​ບັນດາ​ເຂດ​ທະ​ເລ, ບໍ່​ແກ້​ໄຂ​ບັນດາ​ບັນຫາ​ຜືນ​ແຜ່ນດິນ. ຄວາມ​ຈິງ, ບັນດາ​ຂໍ້ສ​ະຫລຸບ​ຊື່​ງຈີນ ຍົກ​ອອກ​ໃນ​ປະຈຸ​ບັນ ພວມ​ຂັດ​ແຍ້​ງກັບ​ບັນດາ​ຄຳ​ກ່າວ​ປາ​ໄສ​ຂອງ​ຈີນ, ​ໃນ​ນັ້ນ ມີ​ບົດ​ປາ​ໄສ​ຂອງ​ການ​ນຳ​ຈີນ ​ເຕີ​ງສຽວ​ຜິ​ງ ​ເມື່ອ ​ເດືອນ 9/1975 ທີ່​ວ່າ, ສອງ​ປະ​ເທດ​ຫວຽດນາມ ​ແລະ ຈີນ ຄວນ​ຮັບຮອງ​ເອົາ​ຫລັກການ​ເຈລະຈາ​​ມິດຕະພາບ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ. ສະ​ນັ້ນ ຈີນ ຄວນ​ເຄົາລົບ​ຄວາມ​ຈິງ​ປະຫວັດສາດ ​ແລະ ​ເຈລະຈາ​ກັບ​ຫວຽດນາມ​ກ່ຽວ​ກັບ​ບັນຫາ​ໝູ​ເກາະ​ຮ່ວາງ​ຊາຢ່າງ​ເຂັ້ມ​ງວດ.



ຕອບກັບ

ຂ່າວ/ບົດ​ອື່ນ