ອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈືອງຊາໂດຍສັງເກດຈາກກົດໝາຍສາກົນ

ໃນ​ຊຸມ​ມື້​ນີ້, ຫາງ​ສຽງ​ທັງ​ຢູ່​ພາຍ​ໃນ ​ແລະ ສາກົນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ກະທຳ​ຂອງ​ຈີນ​ທີ່ລ່ວງ​ລ້ຳ​ອະທິ​ປະ​ໄຕຂອງ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ ຂະນະ​ທີ່​ໄດ້​ນຳ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ແທນ​ທີ່​ປະຕິບັດ ສົນທິສັນຍາສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ຊຶ່ງ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິດ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ນັ້ນ, ຈີນ​ຍັງ​ໄດ້​ນຳ​ໃຊ້​ກຳລັງ​ອາວຸດບົນ​ທະ​ເລ, ກ່າວ​ຕູ່​ຫາ​ຫວຽດນາມ​ມີ​ການ​ກະທຳ​ເກາະ​ຜິດ. ​

ອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈືອງຊາໂດຍສັງເກດຈາກກົດໝາຍສາກົນ - ảnh 1
ຫວຽດນາມມີພະຍານ​ຫຼັກ​ຖານຢ່າງຄົບຖ້ອນເພື່ອ​ຢັ້ງຢືນອະທິປະ​ໄຕ​ທີ່ມີຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ

    ກ່ອນ​ອື່ນ​ໝົດ, ອາດ​ຢືນຢັນ​ໄດ້​ວ່າ ການ​ແກ້​ໄຂ​ການ​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ນ້ຳ​ດິນ​ແດນ​ໃນ​ໂລກ​ໄດ້​ຮັບ​ການ​ປະຕິບັດ ​ແລະ ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ​ໃນ​ຊີວິດ​ສາກົນ ​ໂດຍ​ອີງ​ບົນ​ຫຼັກການ​ຄອບ​ຄອງ​ຢ່າງ​ແທ້​ຈິງ ​ແລະ ປະຕິບັດ​ສິດ​ອຳນາດ​ແຫ່ງ​ລັດ​ຢ່າງ​ແທ້​ຈິງ, ຕໍ່​ເນື່ອງ ​ແລະ ສັນຕິພາບ.

    ຄອບ​ຄອງ​ຢ່າງ​ແທ້​ຈິງ-ຫຼັກການ​ທີ່​ສຳຄັນ​ກວ່າ​ໝູ່​ໃນ​ການ​ກຳນົດ​ອະທິປະ​ໄຕ

    ຫຼັກການຄອບ​ຄອງ​ຢ່າງ​ແທ້​ຈິງ​ໄດ້​ຖືກ​ກ່າວ​ເຖິງ​ໃນ​ມະຕິ​ຂອງ​ກອງ​ປະຊຸມ Berlin ກ່ຽວ​ກັບອາ​ຟະ​ລິ​ກາປີ 1885 ລະຫວ່າງ 13 ປະ​ເທດ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ, ຕາມ​ນັ້ນ​ແລ້ວ, ປະ​ເທດ​ໄດ້​ຮັບ​ການ​ຢັ້ງຢືນ​ແມ່ນ​​ເຈົ້າ​ກຳມະສິດ​ເຂດ​ດິນ​ໃໝ່​ນັ້ນ​, ນອກ​ຈາກການ​ຄົ້ນ​ພົບ​ທຳ​ອິດ​ແລ້ວ, ຕ້ອງ​ມີ​ຂັ້ນ​ຕໍ່​ໄປ​ແມ່ນ​ບັນດາ​ການ​ກະທຳ​ຕົວ​ຈິງ. ນັ້ນ​ແມ່ນ​ການ​ປະກາດ​ການ​ຢຶດນຳ​ໃຊ້​ນັ້ນ​ໃຫ້​ແກ່​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ​ແລະ ຮັກສາ​ສິດ​ອຳນາດ​ທີ່ສອດຄ່ອງ​ຢູ່​ເຂດ​ນ້ຳ​ດິນ​ແດນ​ທີ່ຄອບ​ຄອງ. ປີ 1988, ສະ​ຖາ​ບັນ​ກົດໝາຍ​ສາກົນ Lausanne ​ໄດ້​ອອກ​ຖະ​ແຫຼ​ງການ​ຢືນຢັນ​ຫຼັກການ​ນີ້, ​ເຮັດ​ໃຫ້​ຫຼັກການ​ນີ້​ກາຍ​ເປັນ​ສິ່ງ​ກວມ​ທ່າ​ດີ, ​ເຜີຍ​ແຜ່​ໃນ​ໂລກ ​ແລະ ​ໄດ້​ຮັບ​ການ​ຍອມຮັບ​ຮູ້​ຈາກ​ບັນດາ​ປະ​ເທດ. ປະຈຸ​ບັນ, ຢູ່​ໃນ​ໂລກ​ນີ້​ບໍ່​ມີ​ເຂດ​ນ້ຳ​ດິນ​ແດນ​ໃດໆ ທີ່​ບໍ່​ມີ​ເຈົ້າ​ຂອງ​ອີກ​ແລ້ວ, ​ແຕ່​ຫຼັກການ​ນີ້ ຍັງ​ຄົງ​ຮັກສາ​ຄຸນຄ່າ ​ແລະ ຖືກ​ບັນດາ​ອົງການ​ອຳນາດ​ສານ​ສາກ​ົນນຳ​ໃຊ້​ໃນ​ພຶດຕິ​ກຳ​ຕົວ​ຈິງ.

   ຍົກ​ຕົວ​ຢ່າງ​ຄື ​ໃນ​ການ​ພິພາດ​ໝູ່​ເກາະ Minquier ​ແລະ Ecrehous ລະຫວ່າງ​ອັງກິດ ​ແລະ ຝະລັ່ງ​ເມື່ອ​ປີ 1950, ສານ​ໄດ້​ຕັດ​ສິນ​ອັງກິດ​ໄດ້​ຊະນະ​ຍ້ອນ​ວ່າ​ປະ​ເທດ​ນີ້​ໄດ້​ພິສູດ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ​ຕົນ​ຢູ່ນີ້ໄດ້​ມີ​ແຕ່​ຫຼາຍ​ສະຕະວັດມານີ້ ​ແລະ ​ໄດ້​ມີ​ກຳມະສິດ​ຢູ່​ໝູ່​ເກາະ​ແຫ່ງນີ້​ໂດຍ​ກົງ.

      ກ່ຽວ​ກັບ​ກໍລະນີ​ຂອງ​ຫວຽດນາມ, ​ໂດຍ​ຖືກ​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ມີ​ຝັ່ງ​ທະ​ເລ​ຍາວ​ຢຽດ​ພ້ອມ​ດ້ວຍ​ເກາະ​ໃຫຍ່​ນ້ອຍ ​ແລະ ໝູ່​ເກາະ​ຢູ່​ໃກ້ ​ແລະ ​ໄກ​ຝັ່ງ​ນັບ​ພັນ​ແຫ່ງ, ​ໃນ​ນັ້ນ​ມີ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ຫວຽດນາມ​ແມ່ນ​ປະ​ເທດ​ທຳ​ອິດ​ໄດ້​ຄົ້ນ​ພົບ, ຄອບ​ຄອງ ​ແລະ ກຳນົດ​ອະທິປະ​ໄຕ​ທີ່ີມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ໂດຍ​ສັນຕິ​ພາບ, ຕໍ່​ເນື່ອງ​ນັບ​ແຕ່​ສະຕະວັດ​ທີ 17 ມາ​ນີ້ ​ແລະ ບໍ່​ມີ​ວັນ​ທີ່​ຫວຽດນາມ​ປະລະ​ອະທິປະ​ໄຕ​ຂອງ​ຕົນ, ນັບ​ທັງ​ຂະນະ​ທີ່ໝູ່​ເກາະ​ຮ່ວາງ​ຊາຖືກ​ຈີນ​ໃຊ້​ກຳລັງ​ອາວຸດ​ຕີ​ຢຶດຄອງ​ຢ່າງ​ຜິດ​ກົດໝາຍ​ນັບ​ແຕ່​ປີ 1974 ມາ​ນີ້.

ອະທິປະໄຕໝູ່ເກາະຮ່ວາງຊາ ແລະ ເຈືອງຊາໂດຍສັງເກດຈາກກົດໝາຍສາກົນ - ảnh 2
ເຈົ້າຊີວິດມິງໝ້າງອົງທີ 15 ໄດ້ອອກພະລາດຊະດຳລັດ ແຕ່ງຕັ້ງກອງກຳລັງໄປປົກປັກຮັກສາໝູ່ເກາະຮ່ວາງຊາ
(ພາບ:http://suckhoedoisong.vn/)

  
ບັນດາ​ພະຍານ​ຫຼັກ​ຖານ​ທີ່​ມີ​ຄຸນຄ່າ​ດ້ານ​ກົດໝາຍ, ປະຫວັດສາດ​ສູງ​ສຸດ

    ຫວຽດນາມ​ໄດ້​ຄອບ​ຄອງ​ຢ່າງ​ແທ້​ຈິງ, ສັນຕິພາບ ​ແລະ ປະຕິບັດ​ຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຕົນ​ຢູ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ​ສະ​ໄໝລາດ​ຊະ​ວົງຫງວຽນ ອົງ​ຕ່າງໆ ​ໄດ້​ແຕ່ງ​ຕັ້ງ​ກອງ​ກຳລັງ “​ຮ່ວາງ​ຊາ” ​ແລະ “ ບັກຫາຍ” ​ໄປ​ຂຸດ​ຄົ້ນ​ຊັບພະຍາກອນ​ທະ​ເລ ຊຶ່ງ​​ໄດ້​ຮັບ​ການຢັ້ງຢືນ​ໃນ​ບັນດາ​ເອກະສານປະຫວັດ​ສາດ. ພ້ອມ​ກັນ​ນັ້ນ ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວຕັ້ງ​ແຜ່ນ​ສີ​ລາ, ປັກ​ຫຼັກ​ໝາຍ​ອະທິປະ​ໄຕ​ຢ່າງ​ຕໍ່​ເນື່ອງ​ໃນ​ປີ 1816, 1834, 1835, 1836 .

   ບັນດາ​ພະຍານ​ຫຼັກ​ຖານ​ຢັ້ງຢືນອະທິປະ​ໄຕ​ຂອງຫວຽດນາມ​ຢູ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ໃນ​ຂັ້ນ​ສູງ​ສຸດ - ຂັ້ນ​ລັດ. ບັນດາ​ເອກະສານ​ທາງ​ການ​ຂອງ​ລັດ​ຫວຽດນາມ​ຜ່ານ​ໄລຍະ​ຕ່າງໆ​ຄື : ປຶ້ມ​ປະຫວັດສາດ​ກ່ຽວ​ກັບ​ລາດ​ຊະ​ວົງ​ຫງວຽນ​ຂອງ​ຫວຽດນາມ, ​ເຈົາບານ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ, ປຶ້ມ​ພູມ​ສາດ, ປະຫວັດສາດ​ໂດຍ​ລາດ​ຊະ​ວົງ​ຫງວຽນ​ຮຽບຮຽງ....​ໄດ້​ຂຽນຢ່າງ​ຈະ​ແຈ້ງ ​ແລະ ຍາມ​ໃດກໍ​ຢັ້ງຢືນອະທິປະ​ໄຕ​ຂອງຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ. ​ເອກະສານ​ເຫຼົ້າ​ນີ້​ແມ່ນ​ພຽງ​ແຕ່ມີ​ຢູ່ຫວຽດນາມ​ເທົ່າ​ນັ້ນ.

  ນອກຈາກ​ບັນດາ​ເອກະສານ​ຢູ່​ພາຍ​ໃນ​ປະ​ເທດ​ນັ້ນ, ການ​ກຳນົດ​ອະທິປະ​ໄຕ​ຫວຽດນາມຢູ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາຍັງ​ໄດ້​ຮັບ​ການ​ພິສູດ​ດ້ວຍ​ບັນດາ​ເອກະສານ​ຫ​ວັດ​ສາດຂອງ​ຈີນ​ເອງ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ​ໃນ​ຂະນະ​ນັ້ນ, ທາງ​ຝ່າຍ​ຈີນ, ຄຳ​ອະທິບາຍ​ຂອງ​ຈີນ​ກ່ຽວ​ກັບອະທິປະ​ໄຕຢູ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ​ແມ່ນ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຄື : ຄອບ​ຄອງ​ໂດຍ​ສັນຕິພາບ, ​ແທ້​ຈິງ ​ແລະ ​ໃນ​ນາມ​ລັດ. ​ເປັນ​ໜ້າ​ໃສ່​ໃຈ ​ແມ່ນ​ໃນ​ປຶ້ມ​ປະຫວັດສາດ​ກວ່າ 24 ຊຸດ​ຂອງ​ຈີນ ​ແລະ ​ໃນ​ປຶ້ມ​ຕຳລາຮຽນ​ກວ່າ 200 ຫົວກ່ຽວ​ກັບ​ປະຫວັດສາດຂອງ​ຈີນ ນັບ​ຕັ້ງ​ແຕ່​ໄລຍະ​ກ່ອນ​ຮອດ​ໄລຍະ​ຢຶດຄອງ​ໝູ່​ເກາະ​ຮ່ວາງ​ຊາ​ຢ່າງ​ຜິດ​ກົດໝາຍນັ້ນ, ກໍ​ບໍ່​ມີ​ແຜນ​ທີ່​ສະບັບ​ໃດ, ​ແຖວ​ຕົວ​ໜັງສື​ໃດ​ທີ່​ຂຽນວ່າ ຮ່ວາງ​ຊາ​ແມ່ນ​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຈີນ.

  ຍີ່​ງກວ່າ​ນັ້ນ, ຈີນ​ຍັງ​ມີ​ຄວາມ​ຂັດ​ແຍ້​ງກັນ​ຍ້ອນ​ບັນດາ​ແຫຼ່ງ​ເອກະສານ​ຂອງ​ຕົນ. ມີ​​ເອກະສານ​ພູມ​ສາດ​ບູຮານ​ຫຼາຍສະບັບ​ໄດ້​ໃຫ້​ຮູ້​ວ່າ ຈີນ​ມີ​ບໍລິ​ເວນ​ເຂດ​ນ້ຳ​ດິນ​ແດນ​ໃຕ້​ສຸດ​ແມ່ນ ​ເກາະ​ໄຮ​ໜຳ. ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ໃນ​ປຶ້ມ​ພູມ​ສາດ, ປະຫວັດສາດ​ແຂວງ ກວາງຕຸ​ງ​ປີ 1731, ​ແຜນ​ທີ່​ປະ​ເທດ​ຈີນ​ຈຳໜ່າຍ​ປີ 1894, ປຶ້ມ​ຕຳລາ​ຮຽນວິຊາ​ພູມ​ສາດຈີນ ຈຳໜ່າຍ​ປີ 1906.....

   ຫວຽດນາມ​ນຳ​ໃຊ້​ບັນດາພະຍານ​ຫຼັກ​ຖານ, ມາດ​ຕະການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອີງ​ໃສ່​ກົດໝາຍ​ກົດໝາຍ​ສາກົນ, ພຶດຕິ​ກຳ​ແກ້​ໄຂ​ການ​ພິພາດ​ເຂດ​ນ້ຳ​ດິນ​ແດນ​ໃນ​ໂລກ, ຫຼື​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ, ຈີນ​ບໍ່​ສາມາດ​ຕອບ​ສະໜອງ​​ໄດ້​ຕາມບໍ່​ວ່າ​ພື້ນຖານ​ໃດໆ​ເພື່ອ​ທ່ວງ​ເອົາ​ອະທິປະ​ໄຕ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ.

   ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຫວຽດນາມ​ໄດ້ ​ແລະ ພວມ​​ເຮັດ , ນັ້ນ​ແມ່ນ​ປະຕິບັດ​ຕາມ​ກົດໝາຍ​ສາກົນ. ຫວຽດນາມ​ມີ​ການ​ເລືອກ​ເຟັ້ນຢ່າງ​ເຕັມ​ສ່ວນ ​ແລະ ປະຈຸ​ບັນ, ຫວຽດນາມພວມ​ດຳ​ເນີນ​ບັນດາ​ບາດກ້າວ​ທຳ​ອິດ​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ. ນັ້ນ​ແມ່ນ​​ເຈລະຈາ, ​ແມ່ນ​ນຳ​ໃຊ້ ພະຍານ​ຫຼັກ​ຖານທຸກ​ຢ່າງ, ມາດ​ຕະການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ, ​ໃນ​ນັ້ນ​ມີ​ການ​ນຳ​ໃຊ້​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ ​ເພື່ອ​ນຳ​ຄວາມ​ເຂົ້າ​ໃຈ, ຄວາມ​ຮັບ​ຮູ້​ລວ​ມມາສູ່​ຫາງ​ສຽງ​ກ້າວໜ້າ​​ໃນ​ໂລກ, ສະໜັບສະໜູນ​ກິດຈະການ​ຕໍ່ສູ້​ທີ່​ເປັນ​ທຳ​ຂອງ​ຫວຽດນາມ, ​ເພື່ອ​ພື້ນຖານ​ສັນຕິພາບ​ລວມຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ