ອະນາຄົດອັນສະຫວ່າງສະໄຫວຂອງການພົວພັນລະຫວ່າງຫວຽດນາມ-ລາຊະອານາຈັກອັງກິດ

(VOVWORLD) -ສັນຍາ UKVFTA ກໍ່ແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອຮັກສາ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ

ອະນາຄົດອັນສະຫວ່າງສະໄຫວຂອງການພົວພັນລະຫວ່າງຫວຽດນາມ-ລາຊະອານາຈັກອັງກິດ - ảnh 1ພິທີລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ - ລາຊະອານາຈັກອັງກິດ (UKVFTA)

(ພາບ: TTXVN)

ສັນຍາການຄ້າເສລີລະຫວ່າງຫວຽດນາມ - ລາຊະອານາຈັກອັງກິດ (UKVFTA) ຫາກໍ່ໄດ້ຮັບການລົງນາມ ແລະ ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 31 ທັນວາ 2020. ສັນຍາສະບັບນີ້ໄດ້ສ້າງຂີດໝາຍບາດກ້າວເລີ່ມຕົ້ນໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດເຊິ່ງ 2 ປະເທດໄດ້ສ້າງຕັ້ງກ່ອນໜ້ານັ້ນເປັນເວລາ 10 ປີ, ໂດຍສະເພາະແມ່ນໃນສະພາບການອັງກິດ ຫາກໍ່ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ).

        ສັນຍາ UKVFTA ໄດ້ຮັບການຕີລາຄາວ່າ ບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນດ້ານການຄ້າລະຫວ່າງຫວຽດນາມ - ອັງກິດ ບໍ່ຖືກຕັດຕອນໃນໄລຍະສິ້ນສຸດໄລຍະຂ້າມຜ່ານ Brexit (ອັງກິດ ຖອນຕົວອອກຈາກອີຢູ) ເທົ່ານັ້ນ, ຫາກຍັງກາຍເປັນກຳລັງໜູນຊຸກຍູ້ການພົວພັນລະຫວ່າງ 2 ປະເທດຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງອີກ.

        ພ້ອມກັນນັ້ນ, ສັນຍາ UKVFTA ກໍ່ແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອຮັກສາ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ກໍຄືເພື່ອໃຫ້ 2 ຝ່າຍຊຸກຍູ້ບັນດາຂອບເຂດການຮ່ວມມືລະດັບພາກພື້ນ ແລະ ຫຼາຍຝ່າຍອື່ນໆ.

ບາດລ້ຽວໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອັງກິດ

        ອາດເວົ້າໄດ້ວ່າ, ສັນຍາ UKVFTA ແມ່ນໝາກຜົນຂອງບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນໃນການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະ ອັງກິດ ພາຍຫຼັງໄລຍະ 47 ປີທີ່ 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ, ກໍ່ຄືພາຍຫຼັງໄລຍະ 10 ປີໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ເລື່ອງບັນລຸສັນຍາ UKVFTA ໃນຈຸດເວລານີ້ແມ່ນມີຄວາມໝາຍສຳຄັນພິເສດ ແລະ ແທດຈິງທີ່ສຸດສຳລັບທັງ 2 ປະເທດ, ພິເສດແມ່ນເມື່ອຫຼາຍປະເທດໃນໂລກລ້ວນແຕ່ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການຄ້າ - ການລົງທຶນ ເພື່ອຟື້ນຟູພື້ນຖານເສດຖະກິດທີ່ພວມຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ໂດຍໄວ. ເລື່ອງສຳເລັດການເຈລະຈາສັນຍາ UKVFTA ກໍ່ສະແດງໃຫ້ເຫັນຄວາມສຳຄັນຂອງຕະຫຼາດ ແລະ ທີ່ຕັ້ງສາກົນຂອງຫວຽດນາມ ສຳລັບລາຊະອານາຈັກ ອັງກິດ, ເຊິ່ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ເອີລົບ.

        ຄວາມໝາຍທຳອິດຂອງສັນຍາ UKVFTA ແມ່ນຮັບປະກັນການເຄື່ອນໄຫວດ້ານການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອັງກິດ ບໍ່ຖືກຕັດຕອນ ເມື່ອອັງກິດ ສິ້ນສຸດໄລຍະຂ້າມຜ່ານ Brexit ໃນວັນທີ 31 ທັນວາ 2020. ພາຍຫຼັງຈຸດເວລານັ້ນ, ຍ້ອນວ່າ ອັງກິດ ບໍ່ແມ່ນສະມາຊິກຂອງຕະຫຼາດລວມເອີລົບ ແລະ ບໍ່ເຂົ້າຮ່ວມສະຫະພັນພາສີ ອີຢູ, ບັນດາບຸລິມະສິດທີ່ມາຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ - ອີຢູ (EVFTA), ເຊິ່ງມີຜົນສັກສິດນັບແຕ່ວັນທີ 01 ສິງຫາ ຜ່ານມາ ຈະບໍ່ໄດ້ນຳໃຊ້ຢູ່ຕະຫຼາດອັງກິດ ອີກ. ຄວາມໝາຍທີ 2 ແມ່ນ, ສັນຍາ UKVFTA ຈະປະກອບສ່ວນເພີ່ມສິນຄ້າຂອງ 2 ປະເທດນຳເຂົ້າຕະຫຼາດຂອງກັນຫຼາຍພໍສົມຄວນ, ສ້າງຄວາມສະໜິດຕິດພັນ ແລະ ສະຫຼັບຊັບຊ້ອນທາງດ້ານເສດຖະກິດລະຫວ່າງ 2 ຄູ່ຮ່ວມມືຍຸດທະສາດ. ສັນຍາ UKVFTA ຈະສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວປະຕິຮູບ, ເປີດປະຕູຕະຫຼາດ, ສ້າງຄວາມສະດວກດ້ານການຄ້າຢູ່ທັງ 2 ປະເທດ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ເຈິ່ນງອັກອານ, ຖືວ່າ.

        “ເວລາທີ່ຍັງບໍ່ທັນມີສັນຍາ FTA 2 ຝ່າຍ, ການເຕີບໂຕດ້ານການຄ້າໄດ້ເພີ່ມຂຶ້ນປະມານ 15 – 20% ແລ້ວ, ຖ້າຫາກມີສັນຍາ FTA 2 ຝ່າຍນັ້ນ ການຄ້າຈະໄດ້ຮັບການເຕີບໂຕຫຼາຍກວ່າອີກ, ເໝາະສົມກັບຜົນປະໂຫຍດຂອງທັງ 2 ຝ່າຍ. ອັງກິດ ແມ່ນພື້ນຖານເສດຖະກິດເປີດ, ໃນຂະນະນັ້ນ ຫວຽດນາມ ກໍ່ເຊັນດຽວກັນ, ມຸ່ງໄປເຖິງການສົ່ງອອກ, ເພີ່ມເຕີມເຊິ່ງກັນແລະກັນ. ນັ້ນແມ່ນບັນດາປະຖົມປັດໄຈທີ່ສະດວກ ເພື່ອພັດທະນາການພົວພັນລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ”.

ກາລະໂອກາດດ້ານການຄ້າ 2 ຝ່າຍໄດ້ຮັບການເປີດກວ້າງ

        ສັນຍາ UKVFTA ກໍ່ໄດ້ຮັບການໃຊ້ຂໍ້ສັງເກດວ່າ ຈະສ້າງກາລະໂອກາດໃຫ້ແກ່ບັນດາວິສາຫະກິດຂອງອັງກິດ ເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ. ເຖິງວ່າແມ່ນປະເທດສົ່ງອອກໃຫຍ່ອັນດັບ 5 ໃນໂລກໃນປີ 2019 ກໍ່ຕາມ, ແຕ່ສິນຄ້າຂອງອັງກິດ ປະຈຸບັນພຽງກວມບໍ່ເຖິງ 3% ອັດຕາສ່ວນນຳເຂົ້າຂອງຫວຽດນາມ ເທົ່ານັ້ນ. ບັນດາຂົງເຂດທີ່ໄດ້ຮັບບຸລິມະສິດຫຼາຍທີ່ສຸດແມ່ນ: ການຢາ, ກົນຈັກ, ເຄື່ອງຈັກ, ທາດເຄມີ, ລົດໂອໂຕ, ທະນາຄານ… ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ເຈິ່ນງອັກອານ, ຢືນຢັນວ່າ.

        “ໂດຍແມ່ນພື້ນຖານເສດຖະກິດໃຫຍ່ທີ 2 ຢູ່ເອີລົບ, ໃຫຍ່ທີ 5 ໃນໂລກ ແລະ ດ້ວຍກຳລັງບົ່ມຊ້ອນຢ່າງແຮງ, ອັງກິດ ກໍ່ເອົາໃຈໃສ່ເຖິງຫຼາຍຂົງເຂດຢູ່ຫວຽດນາມ. ດ້ວຍຖານະເປັນສູນກາງການເງິນແຖວໜ້າໂລກນັ້ນ, ອັງກິດໄດ້ມີທ່າແຮງໃນຂົງເຂດການບໍລິການ, ການເງິນ, ປະກັນໄພ, ໃຫ້ຄຳປຶກສາດ້ານເຕັກໂນໂລຊີສູງ… ໃນຕົວຈິງແລ້ວ, ມີວິສາຫະກິດອັງກິດ ຫຼາຍແຫ່ງບັນລຸຜົນສຳເລັດໃນຂົງເຂດນີ້”.

        ໂດຍຜ່ານສັນຍາ UKVFTA ນີ້, ຫວຽດນາມ ຈະກາຍເປັນຕະຫຼາດເປີດປະຕູເພື່ອໃຫ້ບັນດາວິສາຫະກິດຂອງອັງກິດ ສາມາດສຳຜັດກັບຕະຫຼາດທີ່ກວ້າງໃຫຍ່. ສຳລັບຫວຽດນາມ, ເລື່ອງຍົກເລີກພາສີອາກອນ ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຂົງເຂດການສົ່ງອອກທີ່ມີທ່າແຮງຄື: ໂທລະສັບມືຖື ແລະ ບັນດາຜະລິດຕະພັນເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ; ຜະລິດຕະພັນກະເສດປະເພດຕ່າງໆຄື: ເຂົ້າສານ, ກາເຟ, ຢາງພາລາ; ສິນໃນນ້ຳ… ທ່າໄດ້ປຽບໂດຍສັນຍາ UKVFTA ນຳມາໃຫ້ນັ້ນ ຈະສ້າງກາລະໂອກາດທີ່ໃຫຍ່ຫຼວງເພື່ອໃຫ້ສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດອັງກິດ. ຂໍ້ຕົກລົງສະບັບນີ້ກໍ່ເປັນການປະກອບສ່ວນສ້າງພື້ນຖານຢ່າງໝັ້ນແກ່ນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນອະນາຄົດ, ຕອບສະໜອງຜົນປະໂຫຍດຂອງທັງຫວຽດນາມ ແລະ ລາຊະອານາຈັກອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ