ອາ​ຊຽນ ນັບ​ມື້​ນັບ​ຜູກ​ພັນກັນ ແລະ ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ

(VOVWORLD) - ມື້ນີ້, ວັນທີ 8 ສິງຫາ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສະເຫຼີມສະຫຼອງ 56 ປີ ແຫ່ງການສ້າງຕັ້ງ (8/8/1967-8/8/2023). ໂດຍຜ່ານ 56 ປີ ແຫ່ງການຄົງຕົວ ແລະ ພັດທະນາ, ອາຊຽນ ນັບມື້ນັບເສີມຂະຫຍາຍນ້ຳໃຈສາມັກຄີ, ເສີມຂະຫຍາຍກຳລັງແຮງລວມໝູ່ໃນສະພາບການໂລກທີ່ເຕັມໄປດ້ວຍສິ່ງທ້າທາຍໃນປັດຈຸບັນ, ພ້ອມທັງຢັ້ງຢືນທີ່ຕັ້ງບົດບາດບົນເວທີສາກົນ.

ພາຍຫຼັງ 56 ປີແຫ່ງການສ້າງຕັ້ງ, ອາຊຽນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ຢັ້ງຢືນ ເປັນຮູບແບບຮ່ວມມືສຳເລັດຜົນທີ່ສຸດໃນໂລກ, ສ້າງປະຊາຄົມທີ່ນຳມາເຊິ່ງກາລະໂອກາດໃຫ້ປະຊາຊົນທຸກຄົນ.

ອາ​ຊຽນ ນັບ​ມື້​ນັບ​ຜູກ​ພັນກັນ ແລະ ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ - ảnh 1ທຸງ ອາຊຽນ (ພາບປະກອບ: TTXVN)

ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ຮັບປະກັນການເຕີບໂຕເສດຖະກິດ

       ຜົນງານພົ້ນເດັ່ນທີ່ສຸດຂອງ ອາຊຽນ ພາຍຫຼັງ 56 ປີ ແຫ່ງການຄົງຕົວ ແລະ ພັດທະນາ ແມ່ນຮັກສາໄດ້ສັນຕິພາບ ແລະ ຄວາມໝັ້ນຄົງ. ອາຊຽນ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນລະຫວ່າງບັນດາປະເທດສະມາຊິກ; ຊຸກຍູ້ການເຈລະຈາ ແລະ ການຮ່ວມມືລະຫວ່າງບັນດາປະເທດຢູ່ພາຍໃນ ແລະ ນອກສະມາຄົມ; ສ້າງຄວາມໄວ້ເນື້ອເຊື່ອໃຈ, ແບ່ງປັນ ແລະ ເສີມຂະຫຍາຍຄຸນຄ່າຂອງຫຼັກເກນຕ່າງໆ ແລະ ກົດແຫ່ງການປະພຶດລະຫວ່າງບັນດາປະເທດຢູ່ພາກພື້ນ ອາຊີ - ປາຊີຟິກ. ພ້ອມດຽວກັນນັ້ນ, ອາຊຽນ ກໍເພີ່ມທະວີການຮ່ວມມື ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂສິ່ງທ້າທາຍດ້ານຄວາມໝັ້ນຄົງ, ຈຳກັດການແຊກແຊງ ແລະ ການຄອບງຳຈາກບັນດາປະເທດໃຫຍ່.

        ອາຊຽນ ຢັ້ງຢືນໄດ້ບົດບາດສຳຄັນຢູ່ພາກພື້ນ, ໃນນັ້ນ ມີການສະກັດກັ້ນ ແລະ ຄວບຄຸມບັນດາການຂັດແຍ້ງກັນ ຫຼື ຄວາມສ່ຽງເກີດການປະທະກັນ. ໃນບັນຫາທະເລຕາເວັນອອກ, ອາຊຽນ ຍາມໃດກໍຍົກສູງການປະຕິບັດບັນດາຫຼັກການພື້ນຖານຂອງກົດໝາຍສາກົນ. ອາຊຽນ ໄດ້ດຳເນີນບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກົດແຫ່ງການປະພຶດ, ໂດຍສະເພາະແມ່ນພ້ອມກັບ ຈີນ ລົງນາມໃນຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ. ອາຊຽນ ກໍ່ຊຸກຍູ້ການເຈລະຈາ ແລະ ຮ່ວມມືກ່ຽວກັບບັນດາບັນຫາຢູ່ທະເລ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງປະທະກັນ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ ທະເລຕາເວັນອອກ.

  ປັດຈຸບັນ, ອາຊຽນ ມີ 10 ປະເທດສະມາຊິກເປັນທາງການ ແລະ ເດືອນ 11 ປີ 2022 ຜ່ານມາ, ອາຊຽນ ໄດ້ຕົກລົງເຫັນດີກ່ຽວກັບຫຼັກການຮັບປະເທດສະມາຊິກທີ 11 ນັ້ນແມ່ນ Timor-Leste. ດ້ວຍການເຫັນດີຂະຫຍາຍສະມາຊິກ, ອາຊຽນ ໄດ້ປະຕິບັດເປົ້າໝາຍໂຮມທຸກປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຂົ້າເປັນສະມາຄົມໜຶ່ງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ອາຊຽນ ພວມເຫັນປະຈັກຕາບັນດາການເຄື່ອນໄຫວເຊື່ອມຕໍ່, ພົບປະແລກປ່ຽນປະຊາຊົນນັບມື້ນັບເພີ່ມຂຶ້ນຢ່າງແຮງ, ປັດຈຸບັນ, ພົນລະເມືອງ ອາຊຽນ ສາມາດໄປມາຢ່າງເສລີໃນພາກພື້ນ ໂດຍບໍ່ຕ້ອງມີວິຊາ.  

        ໃນຂົງເຂດເສດຖະກິດ, ປະຊາຄົມເສດຖະກິດ ອາຊຽນ ນັບມື້ນັບເປີດກວ້າງ, ດຶງດູດຄວາມສົນໃຈຈາກບັນດາຄູ່ຮ່ວມມືການຄ້າ  ນັບມື້ນັບຫຼາຍຂຶ້ນ. ອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ສອງຝ່າຍກັບບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນ: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ອົດສະຕາລີ, ນິວຊີແລນ, ອິນເດຍ… ມີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກັບ ຈີນ, ຍີປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ; ພວມດຳເນີນການເຈລະຈາສັນຍາ FTA ກັບ ການາດາ ແລະ ປຶກສາຫາລືກ່ຽວກັບຄວາມອາດສາມາດລົງນາມໃນສັນຍາ FTA ກັບບັນດາເຂດການຄ້າເສລີອື່ນໆຄື: ສະຫະພາບເອີຣົບ (ອີຢູ) ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ພົນລະເມືອງຂອງຕົນ ຈາກການຄ້າເສລີ ຫຼາຍກວ່າອີກ.

        ໃນທ່າມກາງສະພາບການບໍ່ຄ່ອຍດີປານໃດຂອງເສດຖະກິດໂລກ, ອາຊຽນ ແມ່ນຈຸດເດັ່ນຂອງການເຕີບໂຕ ແລະ ເປັນສະຖານທີ່ລົງທຶນທີ່ດູດດື່ມ. ການເຕີບໂຕຂອງພາກພື້ນໄດ້ຮັບການຄາດຄະເນວ່າ ຈະບັນລຸລະດັບ 4,7% ໃນປີນີ້ ແລະ 5% ຂອງປີໜ້າ, ລື່ນກວ່າຫຼາຍ ເມື່ອທຽບໃສ່ລະດັບການເຕີບໂຕສະເລ່ຍຂອງໂລກ.

ອາ​ຊຽນ ນັບ​ມື້​ນັບ​ຜູກ​ພັນກັນ ແລະ ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ - ảnh 2ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (ພາບ: TTXVN)

       ອາຊຽນ - ໃຈກາງຂອງສັນຕິພາບ, ຮ່ວມມື ແລະ ພັດທະນາ

        ບໍ່ພຽງແຕ່ເທົ່ານັ້ນ, ໃນໄລຍະຜ່ານມາ, ທີ່ຕັ້ງ ແລະ ບົດບາດຂອງ ອາຊຽນ ກໍ່ໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ. ຫຼາຍປະເທດມະຫາອຳນາດຢູ່ນອກພາກພື້ນ ນັບມື້ນັບຖືເປັນສຳຄັນ ແລະ ຕີລາຄາສູງບົດບາດເປັນໃຈກາງຂອງ ອາຊຽນ, ຖືການຮັດແໜ້ນການພົວພັນກັບ ອາຊຽນ  ເປັນໜຶ່ງໃນບັນດາບຸລິມະສິດສຳຄັນໃນຍຸດທະສາດຂອງຕົນ.

        ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM 56) ຫາກໍດຳເນີນຢູ່ ອິນໂດເນເຊຍ, ອາຣັບບີ ຊະອຸດິ ໄດ້ເຂົ້າຮ່ວມສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ຢ່າງເປັນທາງການ. ປານາມາ, ແອັດສະປາຍ ແລະ ເມັກຊີໂກ ກໍກະກຽມລົງນາມເຂົ້າຮ່ວມ TAC ໃນເດືອນກັນຍາ ປີ 2023 ນີ້. ໄລ່ມາຮອດປັດຈຸບັນ, TAC ດ້ວຍ 51 ປະເທດສະມາຊິກເຂົ້າຮ່ວມ, ໄດ້ກາຍເປັນເອກະສານພື້ນຖານ, ເປັນບ່ອນອີງໃຫ້ການພົວພັນ ແລະ ການປະພຶດລະຫວ່າງບັນດາປະເທດໃນພາກພື້ນ. ເລື່ອງນັບມື້ນັບມີຫຼາຍປະເທດສະແດງຄວາມປາດຖະໜາຢາກເຂົ້າຮ່ວມນັ້ນ ໄດ້ເປັນການພິສູດໃຫ້ເຫັນຄຸນຄ່າ ແລະ ຄວາມສຳຄັນຂອງສັນຍາ, ກໍຄືຜົນສຳເລັດຂອງ ອາຊຽນ ໃນການແບ່ງປັນ ແລະ ແຜ່ຂະຫຍາຍບັນດາມາດຖານການປະພຶດ.

        ບັນດາຄູ່ຮ່ວມມືລ້ວນແຕ່ຢັ້ງຢືນບົດບາດໃຈກາງຂອງ ອາຊຽນ ໃນທຸກວິວັດທະນາການຂອງພາກພື້ນ, ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ອາຊຽນ ສ້າງປະຊາຄົມໂດຍຜ່ານຫຼາຍຄຳໝັ້ນສັນຍາລະອຽດ. ໃນບັນດາບັນຫາສາກົນ ແລະ ພາກພື້ນ, ອາຊຽນ ຍັງສວມບົດບາດສຳຄັນ, ປັບດຸນຫຼັກໝັ້ນນີ້, ມຸ່ງໄປເຖິງເປົ້າໝາຍລວມ ນັ້ນແມ່ນ ເຖິງວ່າມີຄວາມແຕກຕ່າງກັນ ແຕ່ ອາຊຽນ ກໍ່ຍັງເປັນກຳລັງໃຈກາງຂອງທຸກຄວາມມານະພະຍາຍາມ ເພື່ອສັນຕິພາບ ແລະ ຄວາມຍືນຍົງ. ທ່າມກາງບັນດາການຜັນແປດ້ານການເມືອງທົ່ວໂລກ, ດ້ວຍ 56 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາຊຽນ ມີຄວາມເຂົ້າໃຈຢ່າງເລິກເຊິ່ງວ່າ ເຮົາຈະບັນລຸໄດ້ສັນຕິພາບ ໃນເມື່ອທຸກປະເທດມີເຈດຈຳນົງອັນດຽວ, ສາມັກຄີ ແລະ ຕັດສິນໃຈສ້າງສາ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນປອດໃສ, ສະຖຽນລະພາບ ແລະ ພ້ອມແລ້ວທີ່ຈະປະກອບສ່ວນຄວາມຮັບຜິດຊອບໃຫ້ແກ່ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ