ອາຊຽນສາມັກຄີຈະສ້າງເປັນກຳລັງແຮງ

ອາຊຽນສາມັກຄີຈະສ້າງເປັນກຳລັງແຮງ - ảnh 1
ທ່ານເລຂາທິການໃຫຍ່ ອາຊຽນ ​ເລ​ເລືອງມິນ
(ພາບ: Reuters)

ກ່ອນ​ນີ້ 46 ປີ​ເຕັມ, ຄື​ວັນ​ທີ 8/8/1967, ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງຂຶ້ນ. ໄລຍະທາງ ເກືອບ 50 ປີທີ່​ຜ່ານ​ມາ, ອາຊຽນ ​ໄດ້ ​ແລະ ພວມ​ມີ​ບັນດາ​ບາດກ້າວ​ເດີນ​ທີ່​ແຂງ​ແຮງ​ໃນ​ວິວັດທະນາ​ການ​ຫັນ​ເປັນ​ເອກະ​ພາບ​, ກ້າວ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມຮ່ວມ​ໃນ​ປີ 2015. ​ໄລຍະ​ເວລາ​ແມ່ນ​ຍັງ​ບໍ່​ຫຼາຍ, ​ແຕ່​ບັນດາ​ສິ່ງ​ທ້າ​ທາຍ​ຍັງ​ໃຫຍ່​ຫຼວງ​ຢູ່. ​ເຮັດ​ແນວ​ໃດ​ເພື່ອອາດ​ຈະ​ຊ່ວຍ ອາຊຽນ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ​ ? ນີ້​ກໍ​ແມ່ນ​ເນື້ອ​ໃນ​ຂອງ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ VOV ຂອງທ່ານເລຂາທິການ ໃຫຍ່ອາຊຽນ ​ເລ​ເລືອງມິນ ​ໂດຍ​ສຸມ​ໃສ່​ຫົວ​ເລື່ອງ “ອາຊຽນສາ​ມາກ​ຄີ​ຈະ​ສ້າງ​ເປັນ​ກຳລັງ​ແຮງ”. ​

    ຕາມທ່ານເລຂາທິການໃຫຍ່ອາຊຽນ ​ເລ​ເລືອງມິນ ​ແລ້ວ, ​ໃນ 5 ປີ​ທີ່​ຈະ​ມາ​ເຖິງ, ອາຊຽນຈະ​ມີ​ 2 ຈຸດ​ເວລາທີ່​ສຳຄັນ, ນັ້ນ​ແມ່ນ​ບັນລຸ​ຈຸດໝາຍ ສ້າງ​ປະຊາ​ຄົມອາຊຽນ​ໃນ​ປີ 2015 ກໍ​ຄື​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂອງ​ຕົນ​ໃນ​ປີ 2017. ​ໄລຍະ​ເວລາ​ທີ່​ຍັງ​ເຫຼືອ​ແມ່ນ​ບໍ່​ຫຼາຍ, ຂະນະ​ທີ່​ຍັງ​ຄົງ​ຄ້າງ​ຄາ​ຫຼາຍ​ໂຄງການ​ຢູ່, ​ເພາະສະ​ນັ້ນ, ອາຊຽນພວມ​ຕັດສິນ​ໃຈ​ທີ່​ສຸດ​ເພື່ອ​ປະຕິບັດ​ໃຫ້​ຖືກ​ຕາມ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ຂອງ​ພາກ​ພື້ນ. ທ່ານເລຂາທິການໃຫຍ່ ອາຊຽນ ​ເລ​ເລືອງມິນ ຢືນຢັນ​ວ່າ :

   “ ມາ​ຮອດ​ປະຈຸ​ບັນ, ບັນດາ​ປະ​ເທດ​ສາມາດ​ປະຕິບັດມາດ​ຕະການ​ໄດ້​ຫຼາຍພໍ​ສົມຄວນ, ຍົກ​ຕົວຢ່າງ​ຄືການສ້າງ​ປະຊາ​ຄົມ​ເສດ​ຖະກິດ​, ​ໄລ​ຮອດ​ເດືອນ 3/2013 ບັນດາ​ປະ​ເທດ​ສາມາດ​ປະຕິບັດ​ໄດ້​ເກືອບ 80%ຈຳນວນ​ມາດ​ຕະການ​ທີ່​ໄດ້​ວາງ​ອອກ​ໃນ​ໝວດ​ມາດ​ຕະການ​ເພື່ອ​ກ້າວ​ໄປ​ເຖິງ​ການສ້າງ​ປະຊາ​ຄົມ. ​ແຕ່​ສ່ວນ​ໜ້າ​ວຽກ​ທີ່​ຍັງ​ເຫຼືອ​ແມ່ນ​ຕ້ອງ​ປະຕິບັດ​ໃຫ້​ສຳ​ເລັດ​ນັບ​ແຕ່​ນີ້​ຫາ​ປີ 2015 ​ເພື່ອ​ສຳ​ເລັດ​ແຜນ​ກໍ່ສ້າງ, ພິ​ເສດ, ມາດ​ຕະການ​ ​ຍັງ​ເຫຼືອ ທີ່​ຕ້ອງ​ຜັນຂະຫຍາຍ ​ແມ່ນ​ບັນດາ​ມາດ​ຕະການ​ທີ່​ຫຍຸ້ງຍາກ​ກ່ວາ, ມັນ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຕ້ອງ​ມານະ​ພະຍາຍາມ​ຫຼາຍ​ກ່ວາ ດ້ວຍ​ຄຳ​ໝັ້ນ​ສັນຍາສູງ​ກ່ວາ​ເພື່ອປະຕິບັດ ”

   ​ໄປ​ຄຽງ​ຄູ່​ກັບ​ຄວາມ​ມານະ​ພະຍາຍາມຜັນ​ຂະຫຍາ​ຍບັນດາ​ມາດ​ຕະການ​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ ສ້າງ​ປະຊາ​ຄົມຮ່ວມ​ໃນ​ປີ 2015, ຕາມທ່ານ ເລຂາທິການໃຫຍ່ອາຊຽນ ​ເລ​ເລືອງມິນ​ແລ້ວ, ນັບ​ແຕ່​ຈຸດ​ເວລາ​ນີ້, ອາຊຽນ​ໄດ້​ກະກຽມ​ວຽກ​ງານ​ສ້າງ​ວິ​ໄສ​ທັດ, ທິດ​ທາງ​ການ​ເຄື່ອນ​ໄຫວ​ເພື່ອ​ໃຫ້ ອາຊຽນ​ພັດ​ທະນາ​ໃນ​ໄລຍະ​ຫຼັງ​ປີ 2015. ອາຊຽນກໍ​ພວມ​ສ້າງ​ບັນດາ​ກົນ​ໄກ​ເພື່ອ​ຜັນຂະຫຍາຍ​ບັນດາມາດ​ຕະການ, ຮັບປະກັນ​ປະຊາ​ຄົມອາຊຽນສືບ​ຕໍ່​ພັດທະນາ, ສືບ​ຕໍ່​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງຮອບດ້ານ​ກ່ວາ, ນຳ ອາຊຽນ​ສືບ​ຕໍ່​ກາຍ​ເປັນ​ພາກ​ພື້ນ​ທີ່​ກຳລັງ​ແກ່ງ​ແຍ້​ງດ້ານ​ເສດຖະກິດ​ຢ່າງ​ສູງ, ​ແມ່ນ​ອົງການ​ພາກ​ພື້ນ​ທີ່​ມີ​ການ​ພັດທະນາ​ຢ່າງ​ສະໝ່ຳສະ​ເໝີ, ໝັ້ນຄົງ​ຖາວອນ ​ແລະ ຍຸ​ຕິ​ທຳ. ອາຊຽນ​ໄດ້​ເລີ່​ມດຳ​ເນີນ​ວິວັດການ​ພິຈາລະນາປະຕິ​ຮູບບັນດາ​ອົງການ​ໃນອາຊຽນ, ​ໃນ​ນັ້ນ​ມີ​ທັງ​ການ​ຍົກ​ສູງຄວາມ​ສາມາດ​ຂອງ​ຄະນະ​ເລຂາ ອາຊຽນ, ​ເພີ່ມ​ທະວີ​ການ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍາດ​ແຍ່ງ​ການ​ສະໜັບ ສະໜູນ​ຊ່ວຍ​ເຫຼືອ​ເພື່ອ​ຈຸດໝາຍສ້າງ​ປະຊາ​ຄົມ.

   ທ່ານເລຂາທິການ ໃຫຍ່ອາຊຽນ ​ເລ​ເລືອງມິນ ຍັງ​ຊີ້​ແຈ້ງວ່າ ພ້ອມ​ກັບ​ບັນດາ​ສິ່ງ​ທ້າ​ທາຍຢູ່​ພາຍ​ໃນ​ກຸ່ມ​, ອາຊຽນກໍ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຈາກ​ພາກ​ນອກ​ຄື ​ໂລກລະບາດ, ​ໄພທຳ​ມະ​ຊາດ, ນ້ຳ​ຖ້ວມ, ສະພາບ​ນ້ຳ​ທະ​ເລ​ຂຶ້ນ​ສູງ, ອາດຊະຍາ​ກຳ​ຂ້າ​ມຊາດ......ພິ​ເສດ​, ບັນດາ​ຄວາມ​ເປັນ​ຫ່ວງ​ກັງວົນ​ທີ່​ມີ​ຕໍ່​ຄວາມ​ສະຫງົບຢ່າງ​ໃຫຍ່​ຫຼວງ​ຂອງ ອາຊຽນ​ໃນ​ປະຈຸ​ບັນ ​ແມ່ນ​ບັນດາ​ການ​ພິພາດ​ຍ້ອນ​ຄວາມ​ຂັດ​ແຍ້​ງບົນ​ທະ​ເລ​ຕາ​ເວັນ​ອອກ. ຕໍ່ໜ້າ​ບັນຫາ​ຖືກ​ຖື​ວ່າ ​ແມ່ນ​ມີ​ຄວາມ​ສະດຸ້ງ​ໄວ​ທີ່​ສຸດ​ນີ້, ອາຊຽນຍັງ​ຄົງ​ຮັກສາ​ຄວາມ​ສາມັກຄີ, ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ. ທ່ານເລຂາທິການ ໃຫຍ່ອາຊຽນ ​ເລ​ເລືອງມິນ ກ່າວວ່າ :  

   “ ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ສັນ​ຢ່າງ​ສູງ​ບັນດາ​ປະ​ເທດສະມາຊິກ ອາຊຽນ ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນຖານຫຼັກການ 6 ຂໍ້​ຂອງອາຊຽນ ​ແລະ ການ​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງການແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ອາຊຽນ ຮັບ​ຮູ້​ຢ່າງ​ຈະ​ແຈ້ງຕໍ່​ເລື່ອງ ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກບົນ​ພື້ນຖານ​ບັນດາ​ຫຼັກການ​ດັ່ງກ່າວ ​ແມ່ນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຕໍ່​ການ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ​ໃຫ້​ແກ່​ບັນດາ​ປະ​ເທດ​ ອາຊຽນ ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ຈີນ ​ແລະ ບັນດາ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ໂດ​ຍກົງ​ອີກ​ດ້ວຍ ”

       ຕາມທ່ານເລຂາທິການໃຫຍ່ອາຊຽນ ​ເລ​ເລືອງມິນ​ແລ້ວ, ການຮັບ​ຮູ້​ຢ່າງ​ຈະ​ແຈ້ງຕໍ່​ເລື່ອງແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບໍ່​ພຽງ​ແຕ່​ກ່ຽວ​ຂ້ອງ​ເຖ​ິງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ອີກ​ດ້ວຍ, ດັ່ງ​ນັ້ນ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່ ອາຊຽນ ​ແລະ ຍາມ​ໃດ​ກໍ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ອາຊຽນ, ນັບ​ທັງ​ໃນ​ບັນຫາ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ການ​ໜູນ​ຊ່ວຍ​ຈຸດໝາຍສ້າງ​ປະຊາ​ຄົມ. ທ່ານເລຂາທິການ ໃຫຍ່ອາຊຽນ ​ເລ​ເລ​ືອງມິນ ກ່າວ​ຕໍ່​ໄປ​ວ່າ :

            “ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທັງ​ໝົດລ້ວນ​ແຕ່​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ອາຊຽນ ກ່ຽວ​ກັບ ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານຫຼັກການ 6 ຂໍ້​ຂອງອາຊຽນ. ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທັງ​ໝົດລ້ວນ​ແຕ່​ສະໜັບສະໜູນກຳລັງ​ພາຍ​ໃນ​ຂອງ ອາຊຽນ ​ໃນ​ການ​ແກ້​ໄຂບັນຫາ​ທະ​ເລ​ຕາ​ເວັນ​ອອກກັບ​ຈີນ ບົນ​ພື້ນ​ຖານ​ເຮັດ​ແນວ​ໃດ​​ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ກໍ​ຄື​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ ​ແລະ ຄວາມສະຫງົບ​ປອດ​ໄພ​ບົນທະ​ເລ. ປະຈຸ​ບັນ, ມີ​ເຖິງ 74 ປະ​ເທດ​​ໂດຍບໍ່​ແມ່ນສະມາຊິກ ​ໄດ້​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ປະຈຳ​ອາ​ຊຽນ, ຊຶ່ງ​ເປັນ​ສະ​ແດງ​ໃຫ້​ເຫັນ​ຄວສາມ​ມຸ່ງ​ຫວັງ ​ແລະ ຄວາມ​ສົນ​ໃຈ​ຂອງ​ບັນດາ​ປະ​ເທດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ສະພາ​ວະ​ທີ່ ອາຊຽນຕ້ອງການ​ການ​ຊ່ວຍ​ເຫຼືອ ຮ່ວມ​ມື​ຂອງ​ບັນດາ​ຄູ່​ຮ່ວມ​ມື​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ກ້າວ​ໄປ​ເຖິງ​ການ​ບັບລຸ​ຈຸດໝາຍສ້າງຕັ້ງ​ປະຊາ​ຄົມ​ໃນ​ປີ 2015 ”

     ມ້ວນທ້າຍ, ທ່ານເລຂາທິການ ໃຫຍ່ອາຊຽນ ​ເລ​ເລືອງມິນ ຢືນຢັນ​ວ່າ  ອາຊຽນສຶບຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ໃນ​ໄລຍະ 46 ປີ​ທີ່​ຜ່ານ​ມາ, ສາ​ມັກຄີ, ​​ເປັນ​ເອກະສັນກັນ, ມານະ​ພະຍາຍາມ​ຜ່າ​ມຜ່າ​ທຸກ​ສິ່ງ​ທ້າ​ທາຍ, ຮັກສາ​ບົດບາດ​ໃຈກາງຂອງ ອາຊຽນ ​ເພື່ອ​ສ້າງ​​ເປັນ​ປະຊາ​ຄົມ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ, ຮ່ວມສຳພັນ​ຢ່າ​ງ​ແໜ້ນ​ແຟ້ນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ປີ 2015 .

ຕອບກັບ

ຂ່າວ/ບົດ​ອື່ນ