ອາບການິດສະຖານ: ການປະທະກັນຍັງບໍ່ທັນຢຸດຕິ

(VOVWORLD) -ວົງການນັກໄຈ້ແຍກຖືວ່າ, ເລື່ອງການຖອນທະຫານອອກຈາກປະເທດນີ້ໃຫ້ໝົດນັ້ນ ພວມປະເຊີນໜ້າກັບຄວາມສ່ຽງ ແລະ ຄວາມກົດດັນຮ້າຍແຮງຫຼາຍຢ່າງ.
ອາບການິດສະຖານ: ການປະທະກັນຍັງບໍ່ທັນຢຸດຕິ - ảnh 1ອົງການກໍ່ການຮ້າຍ IS ສາຂາຢູ່ ອາບການິດສະຖານ ອອກມາຍອມຮັບວ່າໄດ້ປະຕິບັດການບຸກໂຈມຕີ
(ພາບ: Aljazeera/TTXVN)

ຕອນຄ່ຳວັນທີ 26 ສິງຫາ, ໄດ້ເກີດເຫດວາງລະເບີດສາຫຼະຊີບ 2 ຄັ້ງຕິດຕໍ່ກັນຢູ່ເຂດສະໜາມບິນສາກົນ Hamid Karzai ຢູ່ນະຄອນຫຼວງ Kabul ຂອງ ອາບການິດສະຖານ, ເຊິ່ງເຮັດໃຫ້ 70 ຄົນເສຍຊີວິດ, ໃນນັ້ນມີທະຫານອາເມລິກາ 13 ຄົນ. ເຫດການນອງເລືອດດັ່ງກ່າວ ໄດ້ເປັນການພິສູດຫຼ້າສຸດ ກ່ຽວກັບສະພາບຄວາມເຄັ່ງຕຶງຮ້າຍແຮງພວມປົກຄຸມໄປທົ່ວປະເທດອາຊີ ນີ້, ພາຍຫຼັງທີ ຕາລີບານ ຢຶດຄອງະຄອນຫຼວງ Kabul ແລະ ຖະແຫຼງສິດອຳນາດເຕັມ ໃນການຄວບຄຸມປະເທດ ອາບການິດສະຖານ ເມື່ອວັນທີ 15 ສິງຫາ.

ເຫດບຸກໂຈມຕີເກີດຂຶ້ນກ່ອນການກຳນົດເວລາສຸດທ້າຍພຽງ 2 – 3 ວັນໃຫ້ແກ່ແຜນການຖອນທະຫານ ອາເມລິກາ ທັງໝົດອອກຈາກ ອາບການິດສະຖານ (ວັນທີ 31 ສິງຫາ) ແລະ ໃນສະພາບທີ່ມີປະຊາຊົນນັບພັນໆຄົນ ສືບຕໍ່ຫຼັ່ງໄຫຼ ແລະໄປເຕົ້າໂຮມຢູ່ອ້ອມສະໜາມບິນ Hamid Karzai, ເພື່ອລໍຖ້າໄດ້ຍົກຍ້າຍອອກຈາກປະເທດ.

ສິ່ງທ້າທາຍດ້ານຄວາມໝັ້ນຄົງຢ່າງຮ້າຍແຮງ

ໃນຖະແຫຼງການທີ່ຍົກອອກພາຍຫຼັງເຫດບຸກໂຈມຕີພຽງແຕ່ 2-3 ຊົ່ວໂມງ, ທ່ານປະທານາທິບໍດີອາເມລິກາ  Joe Biden ຊີ້ແຈ້ງວ່າ ຈະມີການກະທຳໂຕ້ຕອບຢ່າງສົມເຫດສົມຜົນ ກັບຕົວການທີ່ກໍ່ໃຫ້ເກີດໂທດກຳ, ພ້ອມທັງຢືນຢັນວ່າຈະສືບຕໍ່ປະຕິບັດແຜນການຍົກຍ້າຍ ແລະ ຖອນກຳລັງທະຫານອາເມລິກາ ຕາມກຳນົດເວລາສຸດທ້າຍແມ່ນໃນວັນທີ 31 ສິງຫາ. ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກຖືວ່າ, ເລື່ອງການຖອນທະຫານອອກຈາກປະເທດນີ້ໃຫ້ໝົດນັ້ນ ພວມປະເຊີນໜ້າກັບຄວາມສ່ຽງ ແລະ ຄວາມກົດດັນຮ້າຍແຮງຫຼາຍຢ່າງ.

ພາຍຫຼັງເຫດບຸກໂຈມຕີ, ອົງການກໍ່ການຮ້າຍ IS ສາຂາຢູ່ ອາບການິດສະຖານ ອອກມາຍອມຮັບວ່າ ໄດ້ປະຕິບັດການບຸກໂຈມຕີ, ພ້ອມທັງຖະແຫຼງວ່າໃນໄລຍະຈະມາເຖິງ ຈະສືບຕໍ່ດຳເນີນເຫດບຸກໂຈມຕີທີ່ຄ້າຍຄືກັນນີ້ຕື່ມອີກ. ໃນຂະນະນັ້ນ, ທ່ານພົນເອກ Kenneth McKenzie, ຜູ້ບັນຊາກອງບັນຊາການສູນຂອງອາເມລິກາ ກໍ່ກ່າວເຕື່ອນວ່າ, ຄວາມສ່ຽງທີ່ອາດຈະເກີດເຫດບຸກໂຈມຕີຫຼາຍຄັ້ງທີ່ຄ້າຍຄືກັນຢູ່ເຂດສະໜາມບິນ Hamid Karzai ແມ່ນສູງທີ່ສຸດ.

ສ່ວນ ຕາລີບານ ຍັງບໍ່ທັນຍົກອອກສັນຍານໃດໆທີ່ຊີ້ໃຫ້ເຫັນວ່າ ກຳລັງນີ້ຈະຜ່ອນຜັນຕໍ່ແຜນການຖອນທະຫານຂອງອາເມລິກາ. ວັນທີ 24 ສິງຫາ, ໂຄສົກຕາລີບານ Zabihullah Mujahid ຊີ້ແຈ້ງວ່າ: ບັ້ນຍົກຍ້າຍຊາວຕ່າງປະເທດຢູ່ສະໜາມບິນ Hamid Karzai ຈະຖືວ່າແມ່ນລະເມີດຂໍ້ຕົກລົງ, ຖ້າຍັງສືບຕໍ່ດຳເນີນພາຍຫຼັງການກຳນົດເວລາສຸດທ້າຍແມ່ນວັນທີ 31 ສິງຫາ.

ການຮົບ ແລະ ຄວາມສ່ຽງທີ່ອາດຈະເກີດວິກິດການມະນຸດສະທຳ

ໃນສະພາບການນັ້ນ, ຂະບວນການຕໍ່ຕ້ານ ຕາລີບານ ດ້ວຍທີ່ໝັ້ນແມ່ນກຳລັງປະກອບອາວຸດຝ່າຍຄ້ານຢູ່ຮ່ອມພູ Panjshir, ໄດ້ຖະແຫຼງວ່າ ຈະຕໍ່ສູ້ຈົນເຖິງທີ່ສຸດ. ປະຈຸບັນ, ກຳລັງດັ່ງກ່າວມີມືປືນແຕ່ 2 – 3 ພັນຄົນຮອດໝື່ນຄົນ, ໃນນັ້ນເປັນຕົ້ນແມ່ນທະຫານລັດຖະບານ. ຂະບວນການໄດ້ນຳພາໂດຍທ່ານ Ahmad Massoud, ລູກຊາຍຂອງອະດີດຫົວໜ້າສຳພັນທະມິດທິດເໜືອຕ້ານ ຕາລີບານ. ທ່ານຮອງປະທານາທິບໍດີ ອາບການິດສະຖານ Amrullah Saleh, ຜູ້ທີ່ຖະແຫຼງວ່າ ຕົນເອງເປັນປະທານາທິບໍດີຊົ່ວຄາວ ພາຍຫຼັງທີ່ທ່ານປະທານາທິບໍດີ Ashraf Ghani ອອກຈາກປະເທດໃນວັນທີ 15 ສິງຫາ ກໍ່ໄດ້ມີໜ້າຢູ່ຮ່ອມພູ Panjshir. Panjshir ເຊິ່ງແມ່ນເຂດດຽວຢູ່ ອາບການິດສະຖານ ເຊິ່ງ ຕາລີບານ ຍັງບໍ່ທັນຄວບຄຸມໄດ້, ຄ້າຍຄືກັນກັບໄລຍະທີ່ກຸ່ມນີ້ກຳອຳນາດມາກ່ອນໜ້ານີ້ (1996-2001).

ວັນທີ 23 ສິງຫາ, ຕາລີບານ ແຈ້ງວ່າ ໄດ້ຈັດສົ່ງທະຫານນັບຮ້ອຍຄົນໄປປາບປາມກຳລັງຝ່າຍຄ້າຍຮ່ອມພູ Panjshir . ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ຍັງບໍ່ທັນມີຂໍ້ມູນໃດກ່ຽວກັບການເກີດການປະທະກັນ ລະຫວ່າງ ຕາລີບານ ແລະ ກຳລັງທຳການຕໍ່ສູ້ຢູ່ເຂດຮ່ອມພູ Panjshir, ແຕ່ວ່າໂອກາດທີ່ຈະເກີດການປະທະກັນລະຫວ່າງ 2 ຝ່າຍ ຖືວ່າຍາກທີ່ຈະຫຼີກລ້ຽງໄດ້.

ສົງຄາມລະເບີດຂຶ້ນຈະເຮັດໃຫ້ວິກິດການມະນຸດສະທຳເຊິ່ງປະຊາຊົນ ອາບການິດສະຖານ ພວມປະເຊີນໜ້າຮ້າຍແຮງຂຶ້ນຕື່ມ. ພາຍຫຼັງເກີດສົງຄາມກາງເມືອງມາຫຼາຍປີ, ບວກກັບຜົນກະທົບຂອງໂລກລະບາດໂຄວິດ-19, ໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງ ອາບການິດສະຖານ ເກືອບຄືວ່າຕົກເຂົ້າສູ່ສະພາບຊຸດໂຊມ, ປະຊາຊົນຂາດທັນຍາຫານຢ່າງຮ້າຍແຮງ. ຕາມສະຫະປະຊາຊາດແລ້ວ, ມີປະຊາຊົນເກືອບ 18 ລ້ານຄົນ (ປະຊາຊົນ ອາບການິດສະຖານ ເກືອບເຄິ່ງໜຶ່ງ) ພວມຕ້ອງການຄວາມຊ່ວຍເຫຼືອມະນຸດສະທຳ.

ຕໍ່ໜ້າສະພາບການດັ່ງກ່າວ, ຫຼາຍປະເທດ ແລະ ອົງການຈັດຕັ້ງໄດ້ຮຽກຮ້ອງ ໃຫ້ຊອກຫາມາດຕະການແກ້ໄຂດ້ານການເມືອງໃຫ້ແກ່ ອາບການິດສະຖານ ຢ່າງຕໍ່ເນື່ອງ. ໃນນັ້ນ, ວັນທີ 24 ສິງຫາ ຜູ້ຕາງໜ້າຂັ້ນສູງຮັບຜິດຊອບຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງອີຢູ ທ່ານ Josep Borrell ກໍ່ເນັ້ນໜັກວ່າ, ຕ້ອງເຈລະຈາກັບ ຕາລີບານ ຍິ່ງໄວກໍ່ຍິ່ງດີ ເພື່ອແນໃສ່ສະກັດກັ້ນໄພພິບັດມະນຸດສະທຳ ແລະ ການເຄື່ອນຍ້າຍຢູ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ