ອາບ​ກາ​ນິດ​ສະ​ຖານ ພາຍຫຼັງ 2 ປີ ທີ່ ຕາ​ລີ​ບານ​ ກັບ​ຄືນ​ມາ​ກຳ​ອຳ​ນາດ

(VOVWORLD) - ອາບການິດສະຖານ ໄດ້ຜ່ານຜ່າໄລຍະ 2 ປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ ນັບແຕ່ເມື່ອກຳລັງກອງທັບ ອາເມລິກາ ຖອນຕົວ ແລະ ກຳລັງ ຕາລີບານ ຂຶ້ນກຳອຳນາດບໍລິຫານປະເທດ ອາຊີໃຕ້ ນີ້ຕໍ່ໄປ. ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກກວ່າ ຍ້ອນການຊ່ວຍເຫຼືອຖືກຫຼຸດລົງ ພ້ອມກັບບັນດາຄຳສັ່ງລົງໂທດສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດ. ຍິ່ງວິຕົກກັງວົນກວ່າ ແມ່ນສະພາບການຂາດສະບຽງອາຫານ, ການຈຳກັດການສຶກສາສຳລັບເດັກຍິງ ພ້ອມດ້ວຍການກໍ່ການຮ້າຍພວມແມ່ນສິ່ງທ້າທາຍເຮັດໃຫ້ ອາບການິດສະຖານ ມີສະຖຽນລະພາບ ແລະ ເຕີບໂຕເສດຖະກິດ.  

ກ່ອນນີ້ 2 ປີ (ວັນທີ 15 ສິງຫາ 2021), ຕາລີບານ - ກຳລັງອິດສະລາມຫົວຮຸນແຮງ ຄວບຄຸມ ອາບການິດສະຖານ ໄລຍະ 1996 – 2001, ໄດ້ສຳເລັດບັ້ນການທະຫານແບບໄວພະລັນ, ຍາດສິດຄວບຄຸມປະເທດຈາກຝ່າຍກອງທັບ. ຕາມຂໍ້ຕົກລົງທີ່ບັນລຸໄດ້ກັບ ອາເມລິກາ ກ່ອນໜ້ານັ້ນ (ຢູ່ Doha ເດືອນ  ກຸມພາ 2020), ຕາລີບານ ໃຫ້ຄຳໝັ້ນສັນຍາສ້າງຕັ້ງປະເທດຄືນໃໝ່, ສ້າງພື້ນຖານສັນຕິພາບ, ສະຖຽນລະພາບຢູ່ປະເທດນີ້. ແຕ່ວ່າ, ໃນສະພາບການຕົວຈິງ 2 ປີຜ່ານມາ, ຄຳໝັ້ນສັນຍາກ່ຽວກັບລັດຖະບານຮອບດ້ານ, ກວມລວມ ກໍຄື ການປ່ຽນແປງໃໝ່ວິທີການຄຸ້ມຄອງປະເທດຊາດ ແນໃສ່ນຳມາເຊິ່ງຊີວິດການເປັນຢູ່ທີ່ມີຄວາມສະຫງົບປອດໄພ, ເສດຖະກິດພັດທະນາເປັນຢ່າງດີກວ່ານັ້ນ ແມ່ນຍັງບໍ່ທັນປະຕິບັດໄດ້ເທື່ອ.

ບັນດາສິ່ງທ້າທາຍໃນປັດຈຸບັນ

        ເມື່ອຂຶ້ນກຳອໍານາດ, ຕາລີບານ ເຄີຍປະກາດວ່າ ອາບກາດນິດສະຖານ ແມ່ນປະເທດທີ່ມີລະບົບອິດສະລາມ, ບ່ອນທີ່ປະຊາຊົນທຸກຄົນມີສິດຢ່າງເຕັມທີ່, ບໍ່ມີການຂັດແຍ້ງກັນ ແລະ ບໍ່ມີໄພສໍ້ລາດບັງຫຼວງ. ໃນຕົວຈິງ,  2 ປີຜ່ານມາ, ເຖິງວ່າບໍ່ສາມາດປະຕິເສດຄວາມແຕກຕ່າງກັນລະຫວ່າງ ປະເທດ ຕາລີບານ ໃນປັດຈຸບັນ ກັບ ອຳນາດການປົກຄອງ ຕາລີບານ ທີ່ໂຫດຮ້າຍຂອງ 20 ກວ່າປີກ່ອນ, ແຕ່ປະເທດ ອາບການິດສະຖານ ກໍ່ໄດ້ເຫັນປະຈັກຕາການຖອຍຫຼັງໃນຄວາມມານະພະຍາຍາມພັດທະນາ ແລະ ເຊື່ອມໂຍງເຂົ້າກັບປະຊາຄົມສາກົນ. ພິເສດແມ່ນ ໃນການປະຕິບັດບັນດາສະຫວັດດີການສັງຄົມ, ໂດຍສະເພາະແມ່ນບັນຫາສິດຂອງແມ່ຍິງ. ບົດບາດຂອງແມ່ນຍິງໃນສັງຄົມຖືກຈຳກັດ, ເປັນຕົ້ນແມ່ນ: ປິດຮາກຖານເສີມສວຍ, ເດັກຍິງບໍ່ມີໂອກາດໄປຮຽນພາຍຫຼັງຮຽນຈົບ ມໍ 1, ແມ່ຍິງພຽງແຕ່ໄດ້ອອກຈາກເຮືອນໃນກໍລະນີທີ່ຈຳເປັນ ແລະ ຕ້ອງມີພີ່ນ້ອງເປັນຜູ້ຊາຍໄປນຳ, ຫ້າມແມ່ຍິງເຮັດວຽກຢູ່ບັນດາອົງການຂອງລັດຖະບານ….

        ທາງດ້ານການເມືອງ, ໄລ່ຮອດປັດຈຸບັນ, ຍັງບໍ່ທັນມີປະເທດໃດ ອອກສຽງຍອມຮັບອຳນາດການປົກຄອງ ຕາລີບານ ຢ່າງເປັນທາງການ. ກ່ອນທີ່ ຕາລີບານ ກຳອຳນາດ ອາບການິດສະຖານ ໃນເດືອນ ສິງຫາ 2021, ການຊ່ວຍເຫຼືອສາກົນ ກວມເອົາ 40% ຍອດຜະລິດຕະພັນພາຍໃນ ຂອງ ອາບການິດສະຖານ (GDP) ແລະ ກວມເອົາ 80% ງົບປະມານຂອງປະເທດນີ້. ນີ້ໄດ້ຮັບຖືວ່າ ແມ່ນກະດູກສັນຫຼັງຂອງພື້ນຖານເສດຖະກິດ ອາບການິດສະຖານ. ເຖິງຢ່າງໃດກໍຕາມ, ພາຍຫຼັງທີ່ ຕາລີບານ ກຳອຳນາດບໍລິຫານປະເທດຊາດ, ບັນດາແຫຼ່ງການເງິນສາກົນຖືກຫຼຸດລົງ, ຍັງເຫຼືອພຽງບາງການຊ່ວຍເຫຼືອມະນຸດສະທຳເທົ່ານັ້ນ.

        ໃນຂະນະນັ້ນ, ບັນດາປະເທດ ແລະ ອົງການການເງິນຕ່າງປະເທດຍັງມີຄວາມລະມັດລະວັງໃນການຮ່ວມມືກັບອຳນາດການປົກຄອງ ຕາລີບານ. ຍ້ອນເຫດນັ້ນ, ພື້ນຖານເສດຖະກິດຂອງ ອາບການິດສະຖານ ຖືກຊຸດໂຊມເຖິງ 40% ໃນປີຜ່ານມາ. ສປຊ ຄາດວ່າມີປະຊາຊົນ ອາບການິດສະຖານ  ປະມານ 25 ລ້ານຄົນ (ໝາຍຄວາມວ່າເຄິ່ງໜຶ່ງຈຳນວນປະຊາກອນ) ພວມດຳລົງຊີວິດໃນສະພາບອຶດຫິວທຸກຍາກ ແລະ ປະເຊີນໜ້າກັບສະພາບການຂາດແຄນສະບຽງອາຫານຢ່າງຮ້າຍແຮງ. ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເຮັດໃຫ້ລາຄາສະບຽງອາຫານໂລກເພີ່ມຂຶ້ນສູງ. ແຫຼ່ງຊັບພະຍາກອນນ້ຳກໍຂາດແຄນ ແລະ ຄວາມຫຍຸ້ງຍາກຂອງຂົງເຂດກະສິກຳ ຍິ່ງເຮັດໃຫ້ວິກິດການເສດຖະກິດຢູ່ ອາບການິດສະຖານ ເພີ່ມຂຶ້ນ. ໃນສະພາບການນັ້ນ, ສປຊ ໄດ້ກ່າວເຕືອນກ່ຽວກັບວິນາດສະກຳມະນຸດສະທຳ ພວມເກີດຂຶ້ນຢູ່ປະເທດ ອາຊີໃຕ້ ນີ້.

ອະນາຄົດທີ່ຂາດສະຖຽນລະພາບ

        ໂດຍບໍ່ພຽງແຕ່ປະລາໄຊໃນການບໍລິຫານພື້ນຖານເສດຖະກິດ, ພາຍຫຼັງກັບມາກຳອຳນາດ ມາໄດ້ 2 ປີ, ຕາລີບານ ຕ້ອງປະເຊີນໜ້າກັບບາງບັນຫາພາຍໃນທີ່ຮ້າຍແຮງ ໃນຂະນະທີ່ການປະທະກັນລະຫວ່າງພັກຝ່າຍເພີ່ມຂຶ້ນ, ອັນໄດ້ກໍ່ຄວາມວິຕົກກັງວົນກ່ຽວກັບສົງຄາມພາຍໃນ. ໄປຄຽງຄູ່ກັນນັ້ນ, ອາບການິດສະຖານ ເບິ່ງຄືວ່າ ພວມກາຍເປັນບ່ອນລີ້ໄພສຳລັບບັນດາກຸ່ມກໍ່ການຮ້າຍຂ້າມຊາຍແດນ ແລະ ບາງອົງການຫົວຮຸນແຮງ. ອົງການລັດອິດສະລາມອ້າງຊື່ເອງ (IS) ເປັນໄພນາບຂູ່ໃຫຍ່ຫຼວງສຳລັບອຳນາດການປົກຄອງ ຕາລີບານ, ໄລຍະຜ່ານມາ ໄດ້ປະຕິບັດຫຼາຍເຫດບຸກໂຈມຕີ ເລັ່ງໃສ່ບັນດາເຈົ້າໜ້າທີ່ຂອງອຳນາດການປົກຄອງ ຕາລີບານ.

        ສະພາບການຢູ່ ອາບການິດສະຖານ ໃນ 2 ປີ ພາຍຫຼັງ ຕາລີບານ ຂຶ້ນກຳອຳນາດ ໄດ້ເຮັດໃຫ້ປະຊາຄົມສາກົນສຸດທີ່ຄວາມສົນໃຈ ແລະ ເປັນໜ້າວິຕົກກັງວົນ. ນອກຈາກການປະທະກັນທີ່ບໍ່ມີວັນສິ້ນສຸດກັບບັນດາກຳລັງພາຍນອກ, ອະນາຄົດກ່ຽວກັບລັດຖະບານຮອບດ້ານ, ກວມລວມ ກໍຄືປ່ຽນແປງໃໝ່ແບບວິທີບໍລິຫານປະເທດຊາດ ແນໃສ່ນຳມາເຊິ່ງຊີວິດການເປັນຢູ່ທີ່ມີຄວາມສະຫງົບປອດໄພ, ເສດຖະກິດພັດທະນາດີກວ່ານັ້ນ ແມ່ນຍັງບໍ່ທັນປະຕິບັດໄດ້ເທື່ອ. ຕາມບັນດານັກໄຈ້ແຍກສາກົນແລ້ວ, ຖ້າຫາກາວ່າ ອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ ໃນປັດຈຸບັນ ບໍ່ສາມາດແກ້ໄຂບັນດາບັນຫາໄດ້ຢ່າງຄົບຊຸດ, ນັບແຕ່ການປົວແປງພື້ນຖານເສດຖະກິດ, ຫຼຸດຜ່ອນໄລຍະຫ່າງກັບສາກົນ… ຕະຫຼອດຮອດການຮັກສານະໂຍບາຍສັງຄົມທີ່ເປີດເຜີຍກວ່ານັ້ນ ສະຖຽນລະພາບ ແລະ ການເຕີບໂຕຍັງແມ່ນເປົ້າໝາຍທີ່ຫ່າງໄກສຳລັບປະເທດນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ