ອາເມລິກາ ມານະພະຍາຍາມເພີ່ມທະວີການສົ່ງຜົນສະທ້ອນຢູ່ອາຊີກາງ

     
    ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ອາ​ຊີ​ກາງ​ເປັນ​ເວ​ລາ 4 ວັນ. ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາຢ້ຽມ​ຢາມ​ທັງ 5 ປະ​ເທດ ສ. ອາ​ຊີ​ກາງ​ທີ່​ຂຶ້ນ​ກັບ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ.  ຜົນ​ຂອງ​ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ​ພວມ​ມາ​ນະ​ພະ​ຍາ​ຍາມ​ເພີ່​ມ​ທະ​ວີ​ການ​ສົ່ງ​ຜົນ​ສະ​ທ້ອນ​ຢູ່​ ພາກ​ພື້ນ​ອາ​ຊີ​ກາງ. ແຕ່ນີ້ບໍ່​ແມ່ນ​ໜ້າ​ທີ່​ຈະ​ປະ​ຕິ​ບັດ​ໄດ້​ຢ່າງ​ງ່າຍ​ດາຍ.

ອາເມລິກາ ມານະພະຍາຍາມເພີ່ມທະວີການສົ່ງຜົນສະທ້ອນຢູ່ອາຊີກາງ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry  ແລະ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ Nursultan Nazarbayev
           5 ປະ​ເທດ ສ. ອາ​ຊີ​ກາງ​ຊຶ່ງທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄປ​ຢ້ຽມ​ຢາມ​ນັ້ນ ລວມ​ມີ:    ຕັດ​ກີ​ກິດ​ສ​ຖານ, ອູ​ເບ​ກິດ​ສະ​ຖານ, ກຽກກີ​ສ​ຖານ, ກາ​ຊັກ​ສະ​ຖານ ແລະ ຕວກ​ເມ​ນິດ​ສະ​ຖານ. ການ​ຢ້ຽມ​ຢາມ​ຂອງ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ດຳ​ເນີນ​ພາຍຫຼັງ​ມີ​ການ​ກ່າວ​ເຕືອນ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ເຊຍ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ຂອງ​ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ​ອິດ​ສະ​ລາມ​ຢູ່​ອາບ​ກາ​ນິ​ສະ​ຖານ ທີ່​ມີ​ໄພ​ແຜ່​ລາມ​ອອກ​ສູ່​ທົ່ວ​ພາກ​ພື້ນ. ບັນ​ດາ​ປະ​ເທດ​ທີ່ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄປ​ຢ້ຽມ​ຢາມນັ້ນ ແມ່ນ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ອາ​ເມ​ລິ​ກາ​ເພາະ​ສະ​ພາບ​ການ​ຢູ່​ອາບ​ກາ​ນິ​ສະ​ຖານພວມ​ຜັນ​ແປບໍ່​ຖືກ​ຕາມ​ຄວາມ​ຫວັງ.

   ການ​ຮ່ວ​ມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແມ່ນ​ຈຸດ​ສຸມ​ອັນ​ດັບ​ໜຶ່ງ

  ອາເມ​ລິ​ກາ ແລະ ບັນ​ດາ​ປະ​ເທດອາ​ຊີ​ກາງ​ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກ່ຽວ​ກັບ​ບາງ​ບັນ​ຫາ, ໃນ​ນັ້ນ​ມີ​ການ​ສູ້​ຮົບ​ຕ້ານ ອົງ​ການ​ລັດ​ອິດ​ສະ​ລາມ​ໂດຍ​ຂະ​ໜານ​ນາມເອງ IS , ເພາະ​ສະ​ນັ້ນ ກໍ​ສາ​ມາດ​ເຂົ້າ​ໃຈ​ງ່າຍ​ວ່າ ເມື່ອຫຼາຍ​ບັນ​ຫາ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຊຶ່ງ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ເຕື້ອງ​ເຖິງ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ກາງ ລວມ​ມີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ໂລກ ແລະ ພາກ​ພື້ນ, ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ. ສະ​ເພາະ​ໃນ​ການ​ຢ້ຽ​ມ​ຢາມຕັດ​ກີ​ກິດ​ສ​ຖານເມື່ອ​ວັນ​ທີ 3/11, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ຊອກ​ຫາ​ວິ​ທີ​ຮັບ​ປະ​ກັນ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ​ອາ​ຊີ​ກາງຕໍ່​ໜ້າ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ລັດ​ທິ​ຫົວ​ຮຸນ​ແຮງ​ອິດ​ສະ​ລາມ, ພິ​ເສດ​ແມ່ນ​ເມື່ອ​ອາ​ເມ​ລິ​ກາຫຼຸດ​ຜ່ອນ​ການ​ປະ​ຈຳ​ການ​ຂອງ​ທະ​ຫານ​ໃນ​ພາກ​ພື້ນ. ຢູ່​ນະ​ຄອນຫຼວງ Dushanbe , ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີຕັດ​ກີ​ກິດ​ສ​ຖານ Rakhmon , ທ່ານ​ໄດ້​ຢືນ​ຢັນ​ຄຳ​ໝັ້ນ​ໝາຍ​ຂອງອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຊາຍ​ແດນ​ກັບ​ອາບ​ກາ​ນິ​ສະ​ຖານ. ທ່ານ​ໄດ້​ຮັບ​ປະ​ກັນ​ວ່າ ອາ​ເມ​ລິ​ກາ​ຍັງ​ຄົງ​ຮັກ​ສາ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບຕັດ​ກີ​ກິດ​ສ​ຖານ​ທີ່​ອະ​ທິ​ປະ​ໄຕ, ຄວາມ​ສະ​ຫງົບ ແລະ ພັດ​ທະ​ນາ​ຢ່າງວັດ​ທະ​ນາ​ຖາ​ວອນ.

    ໃນ​ຂະ​ນະ​ນັ້ນ, ຢູ່​ນະ​ຄອນຫຼວງ Astana, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ເປັນ​ປະ​ທານ​ຮ່ວມ​ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ-ກາ​ຊັກ​ສະ​ຖານ​ຄັ້ງ​ທີ 4. ອາ​ເມ​ລິ​ກາ​ເລືອກ​ເອົາ ກາ​ຊັກ​ສະ​ຖານເພື່ອ​ດຳ​ເນີນ​ການ​ສົນ​ທະ​ນາ​ຍຸດ​ທະ​ສາດ ເພາະ​ທາງ​ດ້ານ​ເສດ​ຖະ​ກິດ, ກາ​ຊັກ​ສະ​ຖານໄດ້​ປະ​ກອບ​ສ່ວນ​ເຖິງ 2/3 GDP ຂອງ​ພາກ​ພື້ນ​ອາ​ຊີ​ກາງ. ເນື່ອງ​ໃນ​ໂອກາດການ​ຢ້ຽມ​ຢາມ​ຂອງ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry, ອາ​ເມ​ລິ​ກາ ແລະ 5 ປະ​ເທດ​ອາ​ຊີ​ກາງ ໄດ້​ມີ​ແນວ​ຄວາມ​ຄິດ​ສ້າງ​ຂອບ​ເຂດ​ການ​ພົວ​ພັນຫຼາຍ​ຝ່າຍ​ໃໝ່ ພ້ອມ​ກັບ​ການ​ພົວ​ພັນ 2 ຝ່າຍ ຊຶ່ງ​ຖືກ​ເອີ້ນ​ວ່າ ແມ່ນ 5+1. ຖ້າ​ຫາກ​ແນວ​ຄວາມ​ຄິດນີ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ນັ້ນ, ອາ​ເມ​ລິ​ກາ​ຈະ​ມີ​ໂອ​ກາດ​ຢ່າງ​ແທ້​ຈິງ​ເພື່ອບໍ່​ພຽງ​ແຕ່​ໄປ​ທັນ​ເທົ່າ​ນັ້ນ, ຫາກ​ຍັງ​ກ້າວ​ເດີນ​ໄວ​ກວ່າ​ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ​ໃນ​ການ​ຍົກ​ສູງ​ການ​ສົ່ງ​ຜົນ​ສະ​ທ້ອນຢູ່​ພາກ​ພື້ນນີ້.

    ແກ່ງ​ແຍ້ງ​ກັບຫຼາຍ​ປະ​ເທດ​ເພື່ອ​ເພີ່ມ​ທະ​ວີການ​ສົ່ງຜົນ​ສະ​ທ້ອນ

 ສຳ​ລັບ​ອາ​ເມ​ລິ​ກາ​ແລ້ວ, ອາ​ຊີ​ກາງ​ແມ່ນ​ພາກ​ພື້ນ​ທີ່​ສຳ​ຄັນ, ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ເມື່ອ​ຖອນ​ທະ​ຫານ​ອອກ​ຈາກ​ອາບ​ກາ​ນິ​ສະ​ຖານ ແລະ ຕິດ​ຕາມກວດກ​າ​ການ​ພັດ​ທະ​ນາ​ຢ່າງເປັນ​ປົກ​ກະ​ຕິ​ຂອງ​ປະ​ເທດນີ້​ໃນ​ອະ​ນາ​ຄົດ. ນອກ​ຈາກນັ້ນ, ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນນີ້ ຍັງ​ອາດ​ຈະ​ຊ່ວຍ​ອາ​ເມ​ລິ​ກາ​ຈັດ​ວາງການ​ສົ່ງ​ຜົນ​ສະ​ທ້ອນເຖິງ​ບາງ​ປະ​ເທດ​ອື່ນ. ເພາະ​ສະ​ນັ້ນ, ນັບ​ແຕ່ປີ 1999, ອາ​ເມ​ລິ​ກາ​ໄດ້​ມີ​ເຈດ​ຈຳ​ນົງ​ກໍ່​ສ້າງ​ພາກ​ພື້ນ​ອາ​ຊີ​ກາງ​ກາຍ​ເປັນ​ເຂດ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ເຊື່ອມ​ຕໍ່​ກັນ ລວມ​ທັງ​ອາບ​ກາ​ນິ​ສະ​ຖານ ແລະ ບັນ​ດາ​ປະ​ເທດ​ອາ​ຊີ​ກາງ ແລະ ອາ​ຊີ​ໃຕ້.

    ປະ​ເທດ​​ເຂດອາຊີ​ກາງ ​ແລະ ອາຊີ​ໃຕ້. ການ​ປະກົດ​ຕົວຂອງ​ກອງທັບ ອາ​ເມລິ​ກາ​ໃນ​ປີ 2001 ຢູ່ອາບກາ​ນິດ​ສະຖານ ​ແລະ ຫລັງ​ຈາກ​ນັ້ນແມ່ນ​ຢູ່ ກຽກກິດ​ສະຖານ ​ໄດ້ຢືນຢັນ​ເຈດ​ຈຳນົງ​ຂອງ ອາ​ເມ​ລິ​ກາ ຝາກ “ມີ​ບົດບາດ​ສຳຄັນ” ຢູ່​ໃນ​ພາກ​ພື້ນ​ອາຊີ​ກາງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ 10 ກ່ວາປີ​ຜ່ານ​ມາ, ​ແຜນການ​ຂອງ ອາ​ເມ​ລິ​ກາ ບໍ່​​ໄດ້ຮັບ​ໝາກຜົນ​ຄືດັ່ງ​ຄວາມ​ຫວັງ ​ເມື່ອ​ກອງທັບ ອາ​ເມ​ລິ​ກາ ຕ້ອງ​ຖອນ​ທະຫານ​ອອກຈາກ ອາບກາ​ນິດ​ສະຖານ ໃນ​ສະພາວະທີ່ ອາບກາ​ນິດ​ສະຖານ ​ຍັງ​ຄົງຂາດສະຖຽນ​ລະ​ພາບ. ​ອາ​ເມ​ລິ​ກາ ກໍຖອນ​ອອກຈາກ​ຖານທີ່​ໝັ້ນ​ຢູ່ Manas ທີ່​ກຽກກິດ​ສະຖານ.

        ​ໃນ​ສະພາວະ​ນັ້ນ, ຫລາຍ​ປະ​ເທດ​ອື່ນໆ ​ໄດ້ ​ແລະ ພວມ​ເພີ່ມ​ທະ​ວີການປະກົດ​ຕົວ​ຢູ່​ພາກ​ພື້ນ​ນີ້. ຍົກຕົວຢ່າງ​ຄື: ​ເລື່ອງລັດ​ເຊຍພວມ​ຮັກສາ​ກາ​ນ ສົ່ງຜົນ​ສະທ້ອນ​ຢູ່​ບັນດາ​ປະ​ເທດ ອາຊີ​ກາງ, ດ​້ວຍ​ເລື່ອງ​ກອງທັບ​ປະ​ເທດ​ນີ້ ຊ່ວຍ​​ເຫຼືອຕັກ​ກີ​ກິດ​ສະຖານ ​ປົກ​ປັກ​ຮັກສາ​ຊາຍ​ແດນ ​ແລະ ຮັກສາຖານ​ທີ່​ໝັ້ນ​ການ​ທະຫານ​ຢູ່ ຕັກ​ກີ​ກິດ​ສະຖານ ແລະ ກຽກກິດ​ສະຖານບາງ​ປະ​ເທດ ອາຊີ​ກາງ ກໍ່​ພວມ​ແມ່ນ​ສະມາຊິກ​ຂອງ​ບັນດາກຸ່ມປ້ອງ​ກັນຄວາມ​ສະຫງົບ​ຕ່າງໆຄື: ອົງການ​ຮ່ວມ​ມື​​ປ້ອງ​ກັນຄວາມ​ສະຫງົບ​ ຊຽງ​ໄຮ່, ອົງການສົນທິ​ສັນຍາປ້ອງ​ກັນຄວາມ​ສະຫງົບລວມ​ໝູ່​…​ຍ້ອນ​​ເຫດ​ນັ້ນ ຜົນສະທ້ອນ​ຂອງ ລັດ​ເຊຍ ​ໃນ​ພາກ​ພື້ນ​ຈະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ໃນ​ຂະນະ​ນັ້ນ, ຫວ່າ​ງ​ແລ້ວ​ນີ້ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ກໍ​ມີ​ການ​ຢ້ຽ​ມຢາ​ມ 5 ປະ​ເທດ ອາຊີ​ກາງ ດ້ວຍ​ຈຸດປະສົງ​ຕົ້ນຕໍ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ.

        ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ຢ້ຽມຢາມ ອາຊີ​ກາງ​ໃນ​ຄັ້ງ​ນີ້ ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແມ່ນ​ແຜນ​ນະ​ໂຍບາຍ​ດ້ານ​ການ​ເມືອງ ​ເມື່ອ​ອາ​ເມ​ລິ​ກາ​ພວມ​ມານະ​ພະຍາຍາມ​ພິສູດ​ໃຫ້​ເຫັນ​ປະ​ເທດ​ນີ້​ສາມາດ​ຮັກສາ​ການ​ເຄື່ອນ​ໄຫວດ້ານ​ການ​ເມືອງ ​ແລະ ການທະຫານຢູ່​ພາກ​ພື້ນ​ນີ້. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ​ເຈດ​ຈຳນົງ​ຂອງ ອາ​ເມ​ລິ​ກາ ຈະສຳ​ເລັດ​ຫຼື​ບໍ່ນັ້ນ​, ແມ່ນ​ຍັງ​ຕ້ອງ​ຂຶ້ນ​ກັບ​ຫລາຍ​ປັດ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ