ຮັບປະກັນຊີວິດສັງຄົມປີ 2018: ບັນດາຄາດໝາຍແຖວໜ້າ

(VOVWORLD) -ຮັບປະກັນຊີວິດສັງຄົມ ແມ່ນບັນຫາສຳຄັນໃນຍຸດທະສາດພັດທະນາປະເທດຊາດ. ໂດຍເຊື່ອມຕໍ່ຜົນງານຂອງປີ 2017, ໃນປີ 2018, ນະໂຍບາຍຮັບປະກັນຊີວິດສັງຄົມຂອງ ຫວຽດນາມ ສຸມໃສ່ເຂົ້າໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເພີ່ມກາລະໂອກາດມີວຽກເຮັດງານທຳໃຫ້ແກ່ຄົນງານ, ປະຕິບັດສຳເລັດລະບອບການໃນຂົງເຂດຄົນງານເພື່ອຮັບປະກັນສິດຮັບປະກັນຊີວິດສັງຄົມຂອງປະຊາຊົນທຸກຄົນ.
ຮັບປະກັນຊີວິດສັງຄົມປີ 2018: ບັນດາຄາດໝາຍແຖວໜ້າ - ảnh 1 ການບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານ

        ຄາດໝາຍເຊິ່ງລັດຖະບານ ຫວຽດນາມ ວາງອອກໃນຂົງເຂດຮັບປະກັນຊີວິດສັງຄົມປີ 2018 ແມ່ນອັດຕາຄອບຄົວທຸກຍາກ (ຕາມມາດຖານຄວາມທຸກຍາກຫຼາຍສົ້ນ) ຫລຸດລົງແຕ່ 1 – 1,3%, ສະເພາະບັນດາເມືອງທຸກຍາກໄດ້ຫລຸດລົງ 4%. ອັດຕາຜູ້ວ່າງງານຢູ່ເຂດຕົວເມືອງຕ່ຳກ່ວາ 4%. ອັດຕາຄົນງານຜ່ານການບຳລຸງສ້າງບັນລຸ 58 – 60%.

ການບຳລຸງສ້າງວິຊາຊີບ: ປັດໄຈແຖວໜ້າເພື່ອປັບປຸງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ

       ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງນັ້ນ, ເລື່ອງຮັບເອົາບັນດາຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໂດຍອີງໃສ່ຖັນແຖວຄົນງານດ້ານເຕັກນິກເປັນຕົ້ນຕໍ່. ດັ່ງນັ້ນ, ຢາກພັດທະນາເສດຖະກິດ ຄວນລົງທຶນໃຫ້ມະນຸດ ເຊິ່ງຈຸດໜັກແມ່ນລົງທຶນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໂດຍກົງ. ປີ 2018, ຫວຽດນາມ ປະຕິບັດບັນດາມາດຕະການຍົກສູງຄຸນນະພາບການບຳລຸງສ້າງວິຊາຊີບ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕິດພັນກັບການປະຕິວັດອຸດສາຫະກຳຄັ້ງທີ 4 (4.0). ຈາກການມີແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບ ຈະສາມາດແກ້ໄຂໄດ້ບັນຫາສ້າງວຽກເຮັດງານທຳໃຫ້ຄົນງານແບບຍືນຍົງ, ແມ່ນຂໍ້ກຸນແຈເພື່ອພົ້ນຈາກການຕົກບ້ວງ ລາຍຮັບປານກາງ. ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        “ປີ 2018, ລັດຖະບານ ແລະ ບັນດາທ້ອງຖິ່ນລົງທຶນເຂົ້າບັນດາບັນຫານີ້ຢ່າງແຂງແຮງກ່ວາ, ພິເສດແມ່ນບັນດາມາດຕະການປ່ຽນແປງໃໝ່ ແລະ ໝູນໃຊ້ເຕັກໂນໂລຢີສູງ, ສະມັດຕະພາບການອອກແຮງງານສັງລວມ, ຫັນປ່ຽນແຮງງານຈາກບັນດາຂະແໜງມີສະມັດຕະພາບຕ່ຳ ໄປສູ່ສະມັດຕະພາບສູງຕາມລະບົບມູນຄ່າສິນຄ້າ, ຍົກສູງທັກສະ ແລະ ສີມືອາຊີບ, ປ່ຽນແປງໃໝ່ການບໍລິຫານວິສາຫະກິດ. ທີສອງແມ່ນຮັບປະກັນໃຫ້ໂຄງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ພິເສດແມ່ນບັນດາເຂດພູດອຍ, ປະຊາຊົນບັນດາເຜົ່າ, ສຳຄັນທີ່ສຸດແມ່ນບຳລຸງສ້າງວິຊາຊີບໃຫ້ແກ່ຊາວກະສິກອນ.”

ສ້າງລະບອບລະບຽບການໃຫ້ສົມບູນແບບ

       ລະບົບກົດໝາຍກ່ຽວກັບແຮງງານ, ສັງຄົມໄດ້ຮັບການປັບປຸງເທື່ອລະກ້າວຈະຮັບປະກັນສິດຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນທຸກໆຄົນ. ນີ້ກໍ່ແມ່ນຄາດໝາຍໃນປີ 2018. ໄປຄຽງຄູ່ກັນນັ້ນ, ລັດຖະທຳມະນຸນປີ 2013 ເປັນຄັ້ງທຳອິດໄດ້ຢັ້ງຢືນສິດຮັບປະກັນຊີວິດສັງຄົມໂດຍພື້ນຖານຂອງປະຊາຊົນ; ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງ (ປີ 2012) ສືບຕໍ່ພັດທະນາຕະຫຼາດແຮງງານ, ປີ 2018, ກະຊວງແຮງງານໄດ້ສຸມໃສ່ຄົ້ນຄ້ວາ, ສ້າງປະມວນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ, ລັດຖະບັນຍັດບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີ, ສ້າງສຳເລັດແຜນການປະຕິຮູບນະໂຍບາຍເງິນເດືອນ, ແຜນຮ່າງປັບປຸງນະໂຍບາຍປະກັນສັງຄົມ. ທ່ານ ລັດຖະມົນຕີ ດ່າວງອັກຢູງ, ໃຫ້ຮູ້ຕື່ມອີກວ່າ:

        “ຫວຽດນາມ ພວມສົ່ງເສີມປັບປຸງກົດໝາຍວ່າດ້ວຍແຮງງານ. ໃນຕົວຈິງແລ້ວ, ຕ້ອງປັບປຸງ 119 ມາດຕາ ດັ່ງນັ້ນຕ້ອງມີເວລາກະກຽມຕື່ມອີກ ກໍ່ຄືຕີລາຄາຜົນສະທ້ອນ. ລັດຖະບານ ແລະ ກະຊວງສືບຕໍ່ປັບປຸງໃຫ້ສຳເລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນປີ 2019 ຢ່າງຮີບດ່ວນ, ໃນນັ້ນ ມີຫຼາຍເນື້ອໃນກ່ຽວຂ້ອງເຖິງບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກ່ຽວກັບເກນອາຍຸອອກແຮງງານສຳລັບເພດຍິງ, ບັນຫາເງິນເດືອນ, ເວລາເຮັດວຽກເພີ່ມ, ປະກັນໄພ ແລະ ອາຍຸອອກພັກກິນເບ້ຍບຳນານສຳລັບຄົນງານຍິງ.”

ຮັບປະກັນຊີວິດສັງຄົມປີ 2018: ບັນດາຄາດໝາຍແຖວໜ້າ - ảnh 2ທ່ານ ຢ໋ວນເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ 

ເປີດກ້ວາງຕະຫຼາດສົ່ງອອກຄົນງານມີລາຍຮັບສູງ

       ປີ 2018, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສຸ້ຊົນສົ່ງຄົນງານ ຫວຽດນາມ ປະມານ 110.000 ຄົນໄປເຮັດວຽກຢູ່ຕ່າງປະເທດ. ຖ້າຫາກວ່າປະຕິບັດໄດ້ສຳເລັດນັ້ນ, ນີ້ຈະແມ່ນປີທີ 5 ຢ່າງລຽນຕິດ ຫວຽດນາມ ໄດ້ສົ່ງຄົນງານ 100.000 ກ່ວາຄົນໄປເຮັດວຽກຢູ່ຕ່າງປະເທດ. ເພື່ອປະຕິບັດຈຸດໝາຍນີ້ໃຫ້ໄດ້, ກະຊວງໄດ້ວາງອອກຫຼາຍມາດຕະການເພື່ອແນໃສ່ຮັກສາ ແລະ ຮັບປະກັນບັນດາຕະຫຼາດຕົ້ນຕໍເປັນປົກກະຕິ, ໃນນັ້ນ ເອົາໃຈໃສ່ບຳລຸງສ້າງ, ຍົກສູງລະດັບພາສາຕ່າງປະເທດ, ທັກສາສີມືແຮງງານ ແລະ ສຶກສາບຳລຸງສ້າງໃຫ້ຄົນງານກ່ອນທີ່ອອກເມືອງ. ທ່ານ ຢ໋ວນເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ກ່ຽວກັບການສົ່ງອອກແຮງງານນັ້ນ, ບັນດາຕະຫຼາດໃຫຍ່ຄື: ໄຕຫວັນ (ປະເທດຈີນ), ຍີ່ປຸ່ນ ຍັງມີຄວາມຕ້ອງການອັນໃຫຍ່ຫຼວງກ່ຽວກັບຄົນງານ. ປະຈຸບັນ, ຫວຽດນາມ ກາຍເປັນປະເທດສົ່ງຄົນງານໄປຍັງຕະຫຼາດ ຍີ່ປຸ່ນ ຫຼາຍທີ່ສຸດ. ປະຈຸບັນ, ຍີ່ປຸ່ນໄດ້ເປີດຂະແໜງໃໝ່ຄື: ຜູ້ຊ່ວຍວຽກ. ກະຊວງໄດ້ຊີ້ນຳກົມຄຸ້ມຄອງຄົນງານເຮັດວຽກຢູ່ຕ່າງປະເທດ ເຈລະຈາກັບບັນດາອົງການກ່ຽວຂ້ອງຂອງ ຍີ່ປຸ່ນ. ສ່ວນຝ່າຍ ຍີ່ປຸ່ນ ພວມມີຄວາມຕ້ອງການອັນໃຫຍ່ຫຼວງ ດັ່ງນັ້ນຄວາມຕ້ອງການເຈລະຈາຂອງພວກເຮົາທີ່ຍົກອອກມານັ້ນ ເກືອບຄືວ່າໄດ້ຮັບຮູ້ແລ້ວ”

        ຮັບປະກັນຊີວິດສັງຄົມຍາມໃດກໍ່ໄດ້ຮັບຖືເປັນເສົາຄ້ຳສຳຄັນໃນການພັດທະນາແບບຍືນຍົງຢູ່ທຸກໆປະເທດໃນປະຈຸບັນ. ມັນທັງເປັນເປົ້າໝາຍ, ທັງເປັນໝາກຜົນເພື່ອປະຕິບັດການປະຕິຮູບ, ຍຸດທະສາດພັດທະນາເສດຖະກິດ. ສຳລັບ ຫວຽດນາມ ແລ້ວ, ໄລຍະຜ່ານມາ ບັນລຸໄດ້ບັນດາຜົນງານເປັນໜ້າຮັບຮູ້ໃນຂົງເຂດຮັບປະກັນຊີວິດສັງຄົມ. ໃນສະພາບການຄືປະຈຸບັນ, ເລື່ອງສືບຕໍ່ສ້າງສາ, ປະຕິບັດສຳເລັດ ແລະ ຮັບປະກັນລະບົບຮັບປະກັນຊີວິດສັງຄົມໃຫ້ຍືນຍົງນັ້ນ ໄດ້ປະກອບສ່ວນເພື່ອຮອດປີ 2020, ຫວຽດນາມ ມີລະບົບຮັບປະກັນຊີວິດສັງຄົມທົ່ວປວງຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ