ຮັບປະກັນສິດທິມະນຸດໃນການສ້າງລັດແຫ່ງອຳນາດກົດໝາຍ

(VOVWORLD) -ຮັບປະກັນສິດທິມະນຸດ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ. ທັດສະນະນີ້ຍາມໃດກໍ່ໄດ້ຮັບການຊາບຊຶມ, ຖືເປັນສຳຄັນໃນວິວັດການກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ.

ຮັບປະກັນສິດທິມະນຸດໃນການສ້າງລັດແຫ່ງອຳນາດກົດໝາຍ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ "ບັນຫາທິດສະດີ ແລະ ພຶດຕິກຳລັດແຫ່ງອຳນາດກົດໝາຍ" ເດືອນ 12/2021.(ພາບ:VOV)
  ເຄົາລົບ, ປົກປ້ອງ, ຮັບປະກັນສິດທິມະນຸດ ແມ່ນແນວທາງສະເຫມີຕົ້ນສະເຫມີປາຍຂອງ ພັກກອມມູນິດ ຫວຽດນາມ. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ (1930), ພັກ ໄດ້ມີຄວາມເອົາໃຈໃສ່ເຖິງບັນຫາປົກປ້ອງສິດທິມະນຸດ, ຜ່ານຄຳຂວັນ ຕໍ່ສູ້ ເພື່ອໃຫ້ “ຫວຽດນາມມີເສລີພາບ”; “ຍິງ ຊາຍ ມີຄວາມສະເໝີພາບ”, ສິດໄດ້ຮ່ຳໄດ້ຮຽນ.. ໃນໂຄງການການເມືອງປະຕິວັດຫວຽດນາມ ທີ່ໄດ້ຮັບຮອງຢູ່ກອງປະຊຸມໃຫຍ່ຄັ້ງທີ II (1951), ພັກຢັ້ງຢືນຢ່າງຈະແຈ້ງເປົ້າໝາຍຮັບປະກັນໃຫ້ພົນລະເມືອງທຸກຄົນ ລ້ວນແຕ່ “ໄດ້ຊົມໃຊ້ສິດທິມະນຸດ, ສິດພົນລະເຮືອນ ແລະສິດຊັບສິນ ເຖິງວ່າພຽງແມ່ນລັກສະນະສັງເຂບ, ແຕ່ທັດສະນະ, ແນວທາງຂອງພັກໄລຍະນີ້ແມ່ນສົມກັບຄວາມຮັບຮູ້ທີ່ກ້າວຫນ້າກ່ຽວກັບສິດທິມະນຸດຂອງປະຊາຄົມສາກົນຢູ່ຈຸດເວລານັ້ນ.

ຂອບເຂດກົດໝາຍກ່ຽວກັບສິດທິມະນຸດຢູ່ ຫວຽດນາມ ໄດ້ສ້າງໃຫ້ສົມບູນແບບຢ່າງຕໍ່ເນື່ອງ ແລະ ໄດ້ປັບປຸງມາແຕ່ປີ 1986, ໃນນັ້ນ ບັນດາຜົນງານມີລັກສະນະບາດລ້ຽວໂດຍສະແດງໃຫ້ເຫັນຢ່າງເປັນຈຸດສຸມຜ່ານລັດຖະທຳມະນູນປີ 1992  ໄດ້ຮັບການປັບປຸງເພີ່ມເຕີມເປັນສອງຄັ້ງນັ້ນແມ່ນ ເມື່ອປີ 2001 ແລະ ປີ 2013. ມາຮອດປະຈຸບັນ ຂອບເຂດກົດໝາຍກ່ຽວກັບສິດທິມະນຸດຂອງຫວຽດນາມ ແມ່ນຮອບດ້ານສົມຄວນ ແລະ ແທດເໝາະກັບບັນດາມາດຖານສາກົນໂດຍພື້ນຖານ. ຄວາມຈິງກໍ່ຊີ້ໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ໂດຍບໍ່ອາດປະຕິເສດໄດ້ໃນການຮັບປະກັນສິດທິມະນຸດ ພິເສດ ແມ່ນບັນດາສິດເສດຖະກິດ, ສັງຄົມ, ວັດທະນະທຳ, ໄດ້ຮັບການຕີລາຄາສູງຈາກສາກົນ.

ອາດເຫັນໄດ້ວ່າ ບັນດາຄຸນຄ່າຫລັກຂອງລັດແຫ່ງອຳນາດກົດໝາຍກ່ຽວກັບອະທິປະໄຕປະຊາຊົນ, ກ່ຽວກັບແນວຄິດຖືເປັນສຳຄັນຄຸນຄ່າຍຸດຕິທຳ, ມະໂນທຳ, ສິດທິມະນຸດ ຊື່ງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນ ມຸ່ງໄປເຖິງ.

ໃນສະພາບເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກກວ້າງຄືໃນປະຈຸບັນ, ເມື່ອຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ເລື່ອງ ຫວຽດນາມສືບຕໍ່ສ້າງກົດໝາຍ ແລະ ກົນໄກປະຕິບັດໃຫ້ສົມບູນແບບ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບການຮັບປະກັນສິດທິມະນຸດ ນັ້ນກໍ່ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນອັນດັບຫນຶ່ງເພື່ອໃຫ້ບັນລຸຄາດໝາຍກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ “ບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ” (ເດືອນທັນວາປີ 2021), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ:

“ແນວຄິດ, ຄຸນຄ່າລວມ ແລະ ຄວາມກ້າວຫນ້າຂອງ ລັດແຫ່ງອຳນາດກົດໝາຍ ນັ້ນແມ່ນລັດຕ້ອງຢູ່ພາຍໃຕ້ກົດໝາຍ ຖືກການຜູກມັດຈາກກົດໝາຍ. ທີສອງ ແນວຄິດກ່ຽວກັບອະທິປະໄຕປະຊາຊົນ ດ້ວຍລັກສະນະອັນຊອບທຳ, ລັກສະນະເໝາະສົມກັບກົດໝາຍຂອງລັດ, ທັງໝົດແມ່ນເພື່ອຮັບໃຊ້ປະຊາຊົນ. ທີສາມ ແມ່ນເຊີດຊູບັນດາຄຸນຄ່າຍຸຕິທຳ, ມະໂນທຳ, ສິດທິມະນຸດ ເພື່ອຫັນບັນດາແນວຄິດ, ແນວຄວາມຄິດ, ຄຸນຄ່າລວມ ຂອງ ລັດແຫ່ງອຳນາດກົດໝາຍ ໄດ້ຮັບຮູ້ເຂົ້າໃນພຶດຕິກຳຕົວຈິງການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດ ແລະ ສັງຄົມ”

ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຊື່ງ ຫວຽດນາມພວມມານະພະຍາຍາມສ້າງແມ່ນການໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ເໝາະສົບກັບພູມປັນຍາກ່ຽວກັບ ລັດແຫ່ງອຳນາດກົດໝາຍ ຂອງໂລກເຂົ້າໃນພຶດຕິກຳຕົວຈິງຂອງຫວຽດນາມ, ທັງມີຄຸນຄ່າກວມລວມຢ່າງຄົບຖ້ວນ, ຖືກກັບມາດຖານຂອງ ລັດແຫ່ງອຳນາດກົດໝາຍ, ທັງມີຈຸດພິເສດສະເພາະຂອງຫວຽດນາມ.

          “ລັກສະນະພິເສດຂອງ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມນັ້ນແມ່ນ ປະຊາຊົນເປັນກົກ ແມ່ນສິດອຳນາດຂອງລັດ, ທັງໝົດສິດອຳນາດແມ່ນຂຶ້ື້ນກັບປະຊາຊົນ, ປະຕິບັດປະຊາທິປະໄຕສັງຄົມນິຍົມ. ເນັ້ນຫນັກເຖິງບັນຫາປະຊາທິປະໄຕຕໍ່ກັບປະຊາຊົນ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນ. ລັດເຄົາລົບການປົກປ້ອງສິດທິມະນຸດ, ສິດພົນລະເມືອງ, ເຄົາລົບບັນດາຄຳໝັ້ນສັນຍາສາກົນ ຊື່ງຫວຽດນາມ ແມ່ນສະມາຊິກ. ຍົກສູງຄວາມຮັບຜິດຊອບດ້ານນິຕິກຳໃນການພົວພັນລະຫວ່າງລັດ ແລະ ພົນລະເມືອງໃນຂະນະເຊື່ອມໂຍງເຂົ້າກັບສາກົນ”

ເລື່ອງຮັບປະກັນສິດທິມະນຸດ ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງຕ້ອງການເປັນຈຸດສຸມໃນການສ້າງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມເທົ່ານັ້ນ ຫາກຍັງແມ່ນປັດໄຈຫລັກເພື່ອຮັບປະກັນສະຖຽນລະພາບຂອງປະເທດຊາດ. ໂດຍຮັບຮູ້ໄດ້ເຖິງຄວາມສຳຄັນ, ຄວາມໝາຍໃນການສ້າງ ລັດແຫ່ງອຳນາດກົດໝາຍ ຕິດພັນກັບການຮັບປະກັນສິດທິມະນຸດໃນໄລຍະປະຈຸບັນ, ຖືນັ້ນແມ່ນຫນຶ່ງໃນບັນດາເນື້ອໃນຫລັກໃນວິວັດການສ້າງລະບອບລະບຽບການພັດທະນາຂອງປະເທດຊາດໃຫ້ສົມບູນ ແມ່ນສອດຄ່ອງກັບພຶດຕິກຳຕົວຈິງຂອງປະເທດຊາດ ແລະ ທ່າອ່ຽງຂອງຍຸກສະໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ