ຮັບປະກັນໃຫ້ບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ພ້ອມກັນພັດທະນາ

(VOVWORLD) - ກ່ຽວຂ້ອງເຖິງເຫດບຸກໂຈມຕີ ໂດຍກຸ່ມປະກອບອາວຸດ ທຳການບຸກໂຈມຕີໃສ່ ສຳນັກງານ ຄະນະກຳມະການປະຊາຊົນ ຕາແສງ Ea Ktur ເມືອງ  Ea Ktur ແຂວງ ດັກລັກ ເມື່ອວັນທີ 11 ມິຖຸນາ, ອົງການສອບສວນສືບສວນ ໄດ້ເປີດການດຳເນີນຄະດີ, ກັກຂັງບັນດາຜູ້ເປົ້າໝາຍເພື່ອສືບສວນ, ລົງໂທດຕາມກົດໝາຍ.

 ແຕ່ເຖິງຢ່າງໃດກໍຕາມ, ບັນດາອິດທິກຳລັງເປັນປໍລະປັກ ໄດ້ ແລະ ພວມສວຍໃຊ້ຄະດີເພື່ອຍຸແຍ່ທຳລາຍ, ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບພາຍໃນ, ສ້າງໂອກາດເພື່ອຮຽກຮ້ອງບັນດາປະເທດ, ອົງການຈັດຕັ້ງສາກົນ ແຊກແຊງເຂົ້າວຽກງານພາຍໃນ, ເສກສັ້ນປັ້ນແຕ່ງເລື່ອງລາວ. ຫວຽດນາມ ຍາມໃດກໍ່ຮັບປະກັນເງື່ອນໄຂເພື່ອໃຫ້ບັນດາເຜົ່າ ມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ ແລະ ພ້ອມກັນພັດທະນາ.

ຮັບປະກັນໃຫ້ບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ພ້ອມກັນພັດທະນາ - ảnh 1ຮັບປະກັນໃຫ້ບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ພ້ອມກັນພັດທະນາ
(ພາບປະກອບຈາກ: VOV)

ກົນອຸບາຍຕົ້ນຕໍ, ຍາວນານ ຂອງບັນດາອິດທິກຳລັງເປັນປໍລະປັກສຳລັບເຂດ ໄຕງວຽນ ນັ້ນແມ່ນ ໂຄສະນາ, ຍຸແຍ່ແກ່ດຶງປະຊາຊົນບັນດາເຜົ່າ ທວງເອົາການແຍກຕົວ, ປົກຄອງດ້ວຍຕົນເອງ, ສ້າງຕັ້ງສິ່ງທີ່ເອີ້ນວ່າ “ລັດເດກາ” ຫຼື “ລັດເດກາເຂດພູພຽງ”, ແຍກໄຕງວຽນອອກຈາກມະຫາຄອບຄົວບັນດາເຜົ່າ ແລະ ອະທິປະໄຕຜືນແຜ່ນດິນ ຫວຽດນາມ; ຢາກຫັນ ໄຕງວຽນ ກາຍເປັນ ເຂດຂາດສະຖຽນລະພາບ, ເຂດ “ປົກຄອງດ້ວຍຕົນເອງ”, ກ້າວໄປເຖິງການສ້າງຕັ້ງ “ລັດເອກະລາດ”. ບັນດາອິດທິກຳລັງເປັນປໍລະປັກ ຍາມໃດກໍ່ຍຸແຍ່ໃຫ້ເກີດຄວາມຂັດແຍ້ງກັນເພື່ອສ້າງຕັ້ງ “ເຂດຮ້ອນເຮັ່ງຂອງການປະທະກັນ”, ເຮັດໃຫ້ຂາດສະຖຽນລະພາບຄວາມປອດໄພ, ການເມືອງ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຫາໂອກາດເພື່ອແຊກແຊງເຂົ້າວຽກງານພາຍໃນຂອງ ຫວຽດນາມ.

ປະຊາຊົນບັນດາເຜົ່າຢູ່ໃນປະເທດ ຫວຽດນາມ ລ້ວນແຕ່ແມ່ນອ້າຍນ້ອງຮ່ວມອຸທອນດຽວກັນ

ເຖິງວ່າບັນດາອິດທິກຳລັງເປັນປໍລະປັກ ໄດ້ນຳໃຊ້ທຸກກົນອຸບາຍເພື່ອແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແຕ່ກໍ່ບໍ່ສາມາດປ່ຽນແປງຄວາມຈິງ ນັ້ນແມ່ນ 54 ຊົນເຜົ່າຢູ່ ຫວຽດນາມ ລ້ວນແຕ່ແມ່ນອ້າຍນ້ອງຮ່ວມອຸທອນດຽວກັນ. ກ່ອນນີ້ 77 ປີ, ໃນຈົດໝາຍສົ່ງເຖິງກອງປະຊຸມໃຫຍ່ບັນດາເຜົ່າສ່ວນຫນ້ອຍ ພາກໃຕ້ ຢູ່ Pleiku ແຂວງ ຢາລາຍ ເມື່ອວັນທີ 19 ເມສາ ປີ 1946, ທ່ານປະທານໂຮ່ຈີມິນ ໄດ້ຂຽນວ່າ “ປະຊາຊົນເຜົ່າກິ່ງເຜົ່າເມື່ອງ, ເຜົ່າໂຖ ຫລື ມານ, ຢາຣາຍ, ເອເດ, ເຊດັງ ຫລື ບານາ ແລະ ບັນດາເຜົ່າສ່ວນຫນ້ອຍອື່ນ ກໍ່ລ້ວນແຕ່ແມ່ນລູກຫລານ ຂອງຫວຽດນາມ, ລ້ວນແຕ່ແມ່ນອ້າຍນ້ອງຮ່ວມອຸທອນດຽວກັນ”.

ໂດຍສືບທອດຄຸນຄ່າຂອງແນວຄິດໂຮ່ຈີມິນ ກ່ຽວກັບມະຫາສາມັກຄີທົ່ວປວງຊົນທັງຊາດ, ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກກອມມູນິດ ຫວຽດນາມ ແມ່ນ ເສີມຂະຫຍາຍ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ບົນພື້ນຖານຮັບປະກັນໃຫ້ປະຊາຊົນບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫລືອເຊິ່ງກັນ ແລະກັນ ພ້ອມກັນພັດທະນາ.

ຮັບປະກັນໃຫ້ບັນດາເຜົ່າມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ, ພ້ອມກັນພັດທະນາ.

ຍ້ອນເຂດໄຕງວຽນ ແມ່ນ ບໍລິເວນມີທີ່ຕັ້ງຍຸດທະສາດສຳຄັນພິເສດ ກ່ຽວກັບດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ, ສະນັ້ນ ເລື່ອງກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມສາມັກຄີລະຫວ່າງບັນດາເຜົ່າຢູ່ທີ່ນີ້ ຍາມໃດ ພັກ, ລັດ ຫວຽດນາມ ກໍ່ກຳນົດແມ່ນຫນ້າທີ່ສຳຄັນ. ມີຫລາຍນະໂຍບາຍພັດທະນາເສດຖະກິດ, ສັງຄົມໄດ້ຮັບການຜັນຂະຫຍາຍ, ເພື່ອແນໃສ່ຍົກສູງຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນຫນ້ອຍຢູ່ ໄຕງວຽນ.

ພົ້ນເດັ່ນຄື: ແຂວງ ຢາລາຍ, ກອນຕູມ, ດັກລັກ ໄດ້ປະຕິບັດການຂົນຂວາຍ “ປ່ຽນແປງຄວາມຄິດ, ວິທີເຮັດຂອງຊາວຊົນເຜົ່າສ່ວນຫນ້ອຍ, ເຮັດໃຫ້ປະຊາຊົນຊົນເຜົ່າສ່ວນຫນ້ອຍບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”; ແຂວງ ເລີມດົ່ງ ໄດ້ປະກາດໃຊ້ມະຕິກ່ຽວກັບການພັດທະນາເຂດຊາວຊົນເຜົ່າສ່ວນຫນ້ອຍຢູ່ ແຂວງ ເລີມດົ່ງ ໄລຍະ 2018 – 2025, ການກຳນົດທິດຮອດປີ 2030; ແຂວງ ກອນຕູມ ໄດ້ມີມະຕິກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມູນເຊື້ອຂອງບັນດາເຜົ່າສ່ວນຫນ້ອຍຢູ່ກັບທີ່ຮອດປີ 2025, ການກຳນົດທິດຮອດປີ 2030.

ພ້ອມກັນນັ້ນ ບັນດາແຂວງຢູ່ເຂດ ໄຕງວຽນ ກໍ່ມີຄວາມເອົາໃຈໃສ່ພັດທະນາບ້ານທີ່ມີຊາວຊົນເຜົ່າສ່ວນຫນ້ອຍດຳລົງຊີວິດເປັນຈຳນວນຫລາຍແບບຍືນຍົງ; ຫນູນຊ່ວຍລາຍຈ່າຍໃຫ້ນັກຮຽນ, ນັກສຶກສາທີ່ແມ່ນ ຊາວຊົນເຜົ່າສ່ວນຫນ້ອຍ; ຫນູນຊ່ວຍໃຫ້ເຂົາເຈົ້າໄດ້ກູ້ຢືມທຶນທຳການຜະລິດ, ດຳເນີນທຸລະກິດ, ກໍ່ສ້າງຖັນແຖວພະນັກງານ ທີ່ແມ່ນຊາວຊົນເຜົ່າສ່ວນຫນ້ອຍ. ອຳນາດການປົກຄອງບັນດາທ້ອງຖິ່ນມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານອະນຸລັກຮັກສາ, ຟື້ນຟູ, ເສີມຂະຫຍາຍບັນດາຄຸນຄ່າ ແລະ ການເຄື່ອນໄຫວດ້ານວັດທະນະທຳ, ການເຫລື້ອມໃສເຊື່ອຖືສາສະຫນາທີ່ເປັນມູນເຊື້ອຢູ່ ເຂດໄຕງວຽນ, ຕິດພັນການເຄື່ອນໄຫວກໍ່ສ້າງຊີວິດດ້ານວັດທະນະທຳກັບ ຫນ້າທີ່ພັດທະນາເສດຖະກິດ - ສັງຄົມຢ່າງແຫນ້ນແຟ້ນ, ກໍ່ສ້າງຊົນນະບົດໃຫມ່ສອດຄ່ອງກັບແຕ່ລະພາກ, ແຕ່ລະເຂດ, ແຕ່ລະຊົນເຜົ່າ, ສາສະຫນາ.

ຍ້ອນມີນະໂຍບາຍກ່ຽວກັບ ສາສະຫນາ, ຊົນເຜົ່າອັນຖືກຕ້ອງ, ສະນັ້ນ ລະດັບການເຕີບໂຕເສດຖະກິດຂອງບັນດາແຂວງ ຢູ່ເຂດໄຕງວຽນ ກໍ່ບັນລຸລະດັບດີສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ປັບປຸງຢ່າງບໍ່ຢຸດຢັ້ງ. ຢູ່ ແຂວງ ດັກນົງ, ລະດັບການເຕີບໂຕເສດຖະກິດສະເລ່ຍບັນລຸ 8,02%/ປີ, ອັດຕາຄອບຄົວທຸກຍາກ ປີ 2020 ໄດ້ຫລຸດລົງ 12,28% ເມື່ອທຽບໃສ່ປີ  2016, ແຂວງ ເລີມດົ່ງ ມີລະດັບການເຕີບໂຕເສດຖະກິດສະເລ່ຍເພີ່ມຂຶ້ນ 8,0%/ປີ, ອັດຕາຄອບຄົວທຸກຍາກຫລຸດລົງຫລາຍ, ທົ່ວແຂວງ ປະຈຸບັນ ຍັງເຫລືອພຽງ 1,75%. ເລື່ອງປະຕິບັດນະໂຍບາຍກ່ຽວກັບຊົນເຜົ່າ, ສາສະຫນາຢູ່ເຂດ ໄຕງວຽນ ຢ່າງມີປະສິດທິຜົນນັ້ນ ກໍ່ໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຄວາມສາມັກຄີຂອງຊາວຊົນເຜົ່າ ຈາກນັ້ນ ກໍ່ເຮັດໃຫ້ກົນອຸບາຍແບ່ງແຍກ, ຍຸແຍ່ແກ່ດຶງຂອງບັນດາອິດທິກຳລັງເປັນປໍລະປັກຖືກປະລາໄຊ.

ແຜນນະໂຍບາຍ, ແນວທາງ, ບັນດາລັດຖະນະໂຍບາຍສຳຄັນກ່ຽວກັບສາສະຫນາ, ຊົນເຜົ່າ, ໝາກຜົນການພັດທະນາເສດຖະກິດ, ສັງຄົມ ແລະ ສິດເສລີໃນການເຊື່ອຖືສາສະຫນາ, ຊົນເຜົ່າຢູ່ ບໍລິເວນເຂດໄຕງວຽນ,  ເປັນການພິສູດໃຫ້ເຫັນ ການປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງຂອງບັນດາອິດທິກຳລັງເປັນປໍລະປັກ, ຕູ່ຫາ ພັກ, ລັດ “ບໍ່ເອົາໃຈໃສ່ເຖິງຊາວຊົນເຜົ່າ”, “ຈຳແນກການປະພຶດ” ຕໍ່ກັບຊາວຊົນເຜົ່າສ່ວນຫນ້ອຍຢູ່ ໄຕງວຽນ.  ຄວາມຈິງດັ່ງກ່າວກໍ່ສະແດງໃຫ້ເຫັນວ່າ 54 ຊົນເຜົ່າ ຫວຽດນາມ ລ້ວນແຕ່ແມ່ນອ້າຍນ້ອງຄີງໃນຄອບຄົວດຽວກັນ, ໄດ້ ແລະ ພວມພ້ອມກັນ ຜ່ານຜ່າທຸກຄວາມຫຍຸ້ງຍາກສິ່ງທ້າທາຍເພື່ອສ້າງສາປະເທດຊາດ ຫວຽດນາມ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ