ຮ່່ວ​ມ​ແຮງ​ຮ່ວມ​ໃຈ​ປ້ອງກັນ, ຕ້ານ​​ການ​ສໍ້​ລາດ​ບັງຫຼວງ

(VOVWORLD) -   ການສໍ້ລາດບັງຫຼວງ ແລະ ຕໍ່ສູ້, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກບັນດາປະເທດໃນໂລກ. ຢູ່ຫວຽດນາມ, ກວ່າ 90 ປີຜ່ານມາ, ພັກກອມມູນິດຫວຽດນາມ ຍາມໃດກໍເອົາໃສ່ເຖິງວຽກງານກໍ່ສ້າງ, ປັບປຸງພັກ ກໍຄືການຕໍ່ສູ້, ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ຕັດສິນໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງພັກໃນປັດຈຸບັນ ຍິ່ງໄດ້ຮັບການປັບປຸງ ກ່ອນທີ່ຈະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

        ປີ 2011, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກກອມມູນິດຫວຽດນາມ ໄດ້ກ່າວເຕືອນວ່າ: “ສະພາບການເສຍທາດຂາດຄຸນດ້ານການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກຈໍານວນບໍ່ໜ້ອຍ ແລະ ສະພາບການສໍ້ລາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ບັນດາປະກົດການຫຍໍ້ທໍ້ ແລະ ໄພສັງຄົມ ຍັງບໍ່ທັນໄດ້ຮັບການສະກັດກັ້ນ, ຍູ້ໃຫ້ຖອຍໄປເທື່ອ ຫາກຍັງສືບຕໍ່ມີການຜັນແປຢ່າງສັບສົນ”. ພາຍຫຼັງມານະພະຍາຍາມປະຕິບັດ ມະຕິກອງປະຊຸມສູນກາງພັກ ຄັ້ງທີ 4 (ຊຸດທີ 11) ກ່ຽວກັບການກໍ່ສ້າງ,  ປັບປຸງພັກ ມາເປັນເວລາ 05 ປີ, ສະພາບການມີການຫັນປ່ຽນດີກວ່າ, ແຕ່ຄືດັ່ງມະຕິກອງປະຊຸມສູນກາງພັກ ຄັ້ງທີ 4 (ຊຸດທີ 12) ໄດ້ຕີລາຄາວ່າ: “ການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ ຍັງສືບຕໍ່ເກີດຂຶ້ນຢ່າງຮ້າຍແຮງ ແລະ ສຸມໃສ່ບາງສະມາຊິກພັກທີ່ມີໜ້າທີ່ຕໍາແໜ່ງໃນກົງຈັກລັດ”. ດັ່ງນັ້ນ ພັກ ແລະ ລັດ ຫວຽດນາມ ຍາມໃດກໍກໍານົດວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນການຕໍ່ສູ້ທີ່ຍາວນານ, ຫຍຸ້ງຍາກ ແລະ ສັບສົນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຢັ້ງຢືນວ່າ:

        “ນີ້ແມ່ນເສັ້ນທາງຂອງພັກ, ກົດໝາຍໂດຍແມ່ນພວກເຮົາສ້າງຂຶ້ນ ສະນັ້ນ ຕ້ອງມີການປັບປຸງກົດໝາຍ. ພວກເຮົາແມ່ນລັດແຫ່ງອໍານາດກົດໝາຍ, ພາຍໃຕ້ການຊີ້ນໍາທີ່ເປັນເອກະພາບຂອງພັກ ແລະ ຕ້ອງມີການສົມທົບກັນ. ເຖິງວ່າຄໍາເຫັນສ່ວນຕົວອາດຈະມີຄວາມແຕກຕ່າງກັນກໍຕາມ, ແຕ່ຕ້ອງເພື່ອຜົນປະໂຫຍດຂອງໝູ່ຄະນະ. ກ່ອນອື່ນໝົດ, ແຕ່ລະສະຫາຍຕ້ອງວາງຕົວເອງເຂົ້າ ດ້ວຍຖານະເປັນພະນັກງານຂອງພັກ, ໄດ້ຮັບການມອບໝາຍແບ່ງວຽກໃຫ້ປະຕິບັດໜ້າທີ່ດັ່ງກ່າວ, ເດັດຂາດຫ້າມບໍ່ໃຫ້ສວຍໃຊ້ສິດອໍານາດໜ້າທີ່ຕໍາແໜ່ງ, ບໍ່ເອົາຕົວເອງມີສ່ວນກ່ຽວຂ້ອງກັບສິ່ງທີ່ຜິດ”.

ຮ່່ວ​ມ​ແຮງ​ຮ່ວມ​ໃຈ​ປ້ອງກັນ, ຕ້ານ​​ການ​ສໍ້​ລາດ​ບັງຫຼວງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ເປັນປະທານກອງປະຊຸມຄັ້ງທີ 18  ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ພາບ:hanoimoi.com.vn)

        ພ້ອມກັບການເວລາ, ການໃຫ້ຂໍ້ສັງເກດທີ່ວ່າ “ການໃຫ້ຂໍສໍ້ລາດບັງຫຼວງແມ່ນສຸມໃສ່ສະມາຊິກພັກຈໍານວນໜຶ່ງທີ່ມີໜ້າທີ່ຕໍາແໜ່ງໃນກົງຈັກລັດ” ຍິ່ງຊັດເຈນກວ່າ ເມື່ອນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ອົງການມີສິດອໍານາດທຸກຂັ້ນ ໄດ້ປະຕິບັດວິໄນພະນັກງານກວ່າ 110 ຄົນ ຢູ່ຂັ້ນສູນກາງຄຸ້ມຄອງ. ບັນດາອົງການດໍາເນີນຄະດີ ໄດ້ເລີ່ມດໍາເນີນຄະດີຕໍ່ 8.883 ຄະດີ ດ້ວຍຜູ້ຕ້ອງຫາຈໍານວນ 15.000 ຄົນ ທີ່ກ່ຽວຂ້ອງເຖິງໂທດສໍ້ລາດບັງຫຼວງ, ໜ້າທີ່ຕໍາແໜ່ງ ແລະ ເສດຖະກິດ. ຜູ້ກວດກາ, ນັກກວດສອບ ໄດ້ສະເໜີໃຫ້ເກັບເງິນຄືນ, ເປັນຈໍານວນເງິນ 477.000 ຕື້ດົ່ງ ແລະ ຖອນຄືນເນື້ອທີ່ດິນກວ່າ 8.600 ເຮັກຕາ; ສະເໜີລົງໂທດຕໍ່ຄວາມຮັບຜິດຊອບກວ່າ 8.700 ໝູ່ຄະນະ, ສ່ວນບຸກຄົນ ແລະ ສົ່ງສໍານວນໃຫ້ອົງການສືບສວນສອບສວນ, ແກ້ໄຂ 451 ຄະດີ ສໍາລັບ 648 ເປົ້າໝາຍ. ທ່ານ ຫງວຽນຮຸຍຕ໊ຽນ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໃຫ້ຮູ້ວ່າ:

ອົງການໄອຍະການປະຊາຊົນສູງສຸດໄດ້ສົມທົບກັບກະຊວງຕຳຫຼວດ, ສານປະຊາຊົນສູງສຸດ ສຸມໃສ່ຊີ້ນຳການສືບສວນສອບສວນ, ດຳເນີນຄະດີ, ພິພາກສາ ຫຼາຍຄະດີໃຫຍ່ກ່ຽວກັບການສໍ້ລາດບັງຫຼວງ, ເສດຖະກິດ, ໜ້າທີ່ຕຳແໜ່ງໂດຍຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕິດຕາມ, ຊີ້ນຳ. ວຽກງານກວດກາການເຄື່ອນໄຫວຍຸຕິທຳໄດ້ໃກ້ຊິດຕິດແທດ ແລະ ມີປະສິດທິຜົນກ່ວາອີກ: ການຄົ້ນພົບ, ແກ້ໄຂການລະເມີດໄດ້ເພີ່ມຂຶ້ນ ແລະ ນັບມື້ນັບແໜ້ນແຟ້ນ, ປະລິມານ, ຄຸນນະພາບ ການຄັດຄ້ານຄຳຕັດສິນ, ໃບສະເໜີສືບຕໍ່ໄດ້ຍົກສູງຂຶ້ນ, ອັດຕາສ່ວນການຄັດຄ້ານທີ່ສາມໄດ້ຮອງຮັບບັນລຸລະດັບສູງກ່ວາ, ປະກອບສ່ວນເພີ່ມທະວີສ້າງລະບອບກົດໝາຍໃນການເຄື່ອນໄຫວຍຸຕິທຳຕື່ມອີກ.

        ຈາກບັນດາໝາກຜົນນີ້, ທ່ານພົນຕີ ຈ້ຽວຊວັນຮ່ວາ, ອະດີດຜູ້ບັນຊາການທະຫານເຂດ 7 ໄດ້ໃຫ້ຂໍ້ສັງເກດວ່າ: ດ້ວຍບັນດາບົດຮຽນ, ປະສົບການນຳພາມາເປັນເວລາເກືອບ 90 ປີ, ແນ່ນອນວ່າ ພັກກອມມູນິດຫວຽດນາມ ຈະສືບຕໍ່ມີຫຼາຍຍຸດທະສາດໄລຍະຍາວ ແລະ ໄລຍະສັ້ນຕື່ມອີກ ເພື່ອປະຕິຮູບລະບອບລະບຽບການ, ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ນຳພາປະເທດຊາດພັດທະນາໄວ ແລະ ແຂງແຮງກວ່າອີກ. ທ່ານກ່າວວ່າ:

        ກາເລື່ອງຕ້ານສໍ້ລາດບັງຫຼວງນັ້ນເດັດດ່ຽວຕ້ອງສືບຕໍ່ປະຕິບັດ. ຕ້ອງເຮັດແນວໃດເພື່ອທັງເປັນການນາບຂູ່, ທັງສ້າງເງື່ອນໄຂໃຫ້ແກ່ເຂົ້າເຈົາໄດ້ປັບປຸງຕົວເອງ. ພິເສດແມ່ນ ຕ້ອງເຮັດແນວໃດເພື່ອສຶກສາອົບຮົມພະນັກງານໜຸ່ມລຸ້ນຕໍ່ໄປ, ຫຼີກລ້ຽງຈາກປະກົດການດັ່ງກ່າວ. ເພາະວ່າການ ສໍ້ລາດບັງຫຼວງທີ່ເກີດຂຶ້ນໃນຕົວຈິງແມ່ນເກີດກັບຜູ້ທີ່ມີຄວາມ ໂລບມາກໂລພາທີ່ສຸດ, ແຕ່ວ່າບາງຄົນກໍ່ແມ່ນຍ້ອນອຸບັດຕິເຫດ, ບາງຄົນແມ່ນຍ້ອນບໍ່ມີບົດຮຽນ.

        ໄລ່ສະເພາະແຕ່ປີ 2016 ມາຮອດປັດຈຸບັນ, ສູນກາງ, ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ເອກະສານກ່ວາ 80 ສະບັບເພື່ອແນໃສ່ເພີ່ມທະວີວຽກງານກໍ່ສ້າງພັກ ລະບົບການເມືອງ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສະພາແຫ່ງຊາດໄດ້ປະກາດໃຊ້ ກົດໝາຍ, ລັດຖະບັນຍັດ 63 ສະບັບ, ມະຕິ 66 ສະບັບ, ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດ ດຳລັດ 611 ສະບັບ, ມະຕິ 532 ສະບັບ, ຂໍ້ຕົກລົງ 197 ສະບັບ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ຫວ່າງແລ້ວນີ້, ຢູ່ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ໊ຈ້ອງ ໄດ້ຊີ້ນຳ ຟ້າວສ້າງເອກະສານສຳຄັນໃຫ້ສຳເລັດເພື່ອປະກາດໃຊ້ໂດຍດ່ວນນັ້ນແມ່ນ ຂໍ້ກຳນົດວ່າດ້ວຍການສົ່ງເສີມ ແລະ ປົກປ້ອງພະນັກງານ, ສະມາຊິກພັກທີ່ກ້າຄິດກ້າທຳ, ກ້າບຸກທະລຸ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ. ບົນເນື້ອໃນຈິດໃຈແມ່ນເປົ້າໝາຍແຖວໜ້າໃນການຕ້ານການສໍ້ລາດບັງຫຼວງໃນຂະນະນີ້ແມ່ນ: “ທັງຕ້ອງຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ, ທັງຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຊັ້ນໃຫ້ສຳເລັດ” ບໍ່ປະໃຫ້ບັນດາພະນັກງານທີ່ບໍ່ມີມາດຕະຖານຄົບຖ້ວນ, ມີເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດມີປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງລອດເຂົ້າໃນຄະນະພັກຢ່າງເດັດຂາດ. ທ່ານກ່າວວ່າ:

        ປັດຈຸບັນ, ຄວາມຫວັງຂອງສັງຄົມ ກໍ່ແມ່ນຄວາມປາດຖະໜາຂອງພະນັກງານ, ສະມາຊິກພັກ, ມີຄວາມເປັນຫ່ວງວ່າ ກອງປະຊຸມໃຫຍ່ໃກ້ຈະມາຮອດແລ້ວ ພວກເຮົາກໍ່ກ້າເຮັດບໍ່, ສືບຕໍ່ໄວ້ຮັກສາໄດ້ບໍ່…ເມື່ອໄຈ້ແຍກຢ່າງລະອຽດແລ້ວສະພາບການໄດ້ສະແດງໃຫ້ເຫັນວ່າບໍ່ມີແນວຄິດຄືດັ່ງກ່າວ. ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຈະມາເຖິງແມ່ນຕ້ອງສຸມໃສ່ຮັບໃຊ້ໜ້າທີ່ດ້ານການເມືອງ, ຈຸດສຸມແມ່ນຮັບໃຊ້ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

        ໝາກຜົນທີ່ເປັນໜ້າຊື່ນຊົມກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນການສໍ້ລາດບັງຫຼວງໃນໄລຍະ ຜ່ານມາໄດ້ຢັ້ງຢືນເຖິງລັກສະນະຮອບດ້ານແລະ ເລິກເຊິ່ງ ຂອງບັນດາມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເຊິ່ງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ ແລະ ພວມປະຕິບັດເພື່ອສ້າງ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ