ຮ່າງກົດໝາຍໄປຝືນກັບທ່າອ່ຽງພັດທະນາໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ

(vovworld) - ວັນ​ທີ 11/9/2012 ຜ່າ​ນມາ, ສະພາ​ຕຳ່​ອາ​ເມ​ລິ​ກາ  ​ໄດ້​ຮັບຮ​ອງ​ເອົາ​ສິ່ງ​ທີ່​ເອີ້ນ​ວ່າ ຮ່າງ​ກົດໝາຍ​ສິດທິ​ມະນຸດ ຫວຽດນາມ 2012 H.R 1410 ​ແລະ ມະຕິ H. Res. 484 “ຮຽກຮ້ອງ​ລັດຖະບານ ຫວຽດນາມ ຈົ່ງ​ເຄົາລົບ​ສິດ​ທິມະນຸດ”. ບັນດາ​ຮ່າ​ງກົດໝາຍ​ດັ່ງກ່າວ​ແມ່ນ​ອີງ​ໃສ່​ຂໍ້​ມູນ​ຂ່າວສານ​ທີ່​ຜິດ​ເຂ​ວ, ຂາດ​ລັກສະນະພາວະ​ວິ​ໄສ​ກ່ຽວ​ກັບ​ການ​ປະຕິບັດ​ສິດທິ​ມະນຸດ​ຢູ່ ຫວຽດນາມ ​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຫວຽດນາມ ​ແລະ ປະຊາຊົນ ອາ​ເມ​ລິ​ກາ.

        ມະຕິ H. Res. 484 ​ໂດຍ​ສະມາຊິກສະພາ​ແຫ່ງ​ຊາດ Loretta Sanchez ລິ​ເລີ່​ມ ຄວາມ​ຈິງ​ແມ່ນການ​ຕູ​່ຫາ​ຢ່າງບັງອາດ​ຕໍ່​ລັດຖະບານ ຫວຽດນາມ, ຫ້າມ​ປາມ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ, ຄຸ້ມ​ຂັງ​ບັນດາ​ຜູ້​ທີ່​ຖືກ​ຖືວ່າ “ມີ​ທັດສະນະ​ການ​ເມືອງ​ທີ່ແຕກ​ຕ່າງ​ກັນ” ​ແລະ “ບັນດາ​ນັກ​ຕໍ່ສູ້​ທວງ​ເອົາ​ສິດ​​ເສລີ​​ພາບ​ໃນການ​ເຊື່ອຖື​ສາສະຫນາ ​ແລະ ຄວາມ​ເສລີ​​ດ້ານ​ການ​ເມືອງ”. ​ໃນ​ຂະນະ​ນັ້ນ, ຮ່າງ​ກົດໝາຍ H.R 1410 ​ໂດຍ​ສະມາຊິກ​ສະພາ​ແຫ່ງ​ຊາດ Chris Smith ລິ​ເລີ່​ມ ​ໄດ້​ຍົກ​ອອກ​ຂໍ້​ຈຳກັດ​ສຳລັບ​ລັດຖະບານ ອາ​ເມ​ລິ​ກາ ​ໂດຍ​ອີງ​ໃສ່​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດ​ທິມະນຸດ​ໃນ​ການ​ພົວພັນ​ກັບ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ລັດຖະບານ ອາ​ເມ​ລິ​ກາ ບໍ່​ໄດ້​ຊ່ວຍ​ເຫລືອ​ໃນ​ບໍ່​ວ່າ​ຂົງ​ເຂດ​ໃດ​ທີ່​ບໍ່​ມີ​ຈຸດປະສົງ​ມະນຸດ​ສະ​ທຳ​ໃຫ້​ແກ່ ຫວຽດນາມ ຖ້າ​ຫາກ​ປະທານາທິບໍດີ ອາ​ເມ​ລິ​ກາ ບໍ່​ຮັບ​ຮູ້​ໄດ້​ຕໍ່​ກັບ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ​ວ່າ ຫວຽດນາມ ​ໄດ້​ມີ​ການ​ປັບປຸງ​ດີ​ພໍ​ສົມຄວນ​ໃນ​ຂົງ​ເຂດ​ສິດ​ທິມະນຸດ. ມະຕິ​ດັ່ງກ່າວ​ຍັງ​ມີ​ຂໍ້​ມາດຕາ​​ໄຮ້​ເຫດຜົນ​ເມື່ອ​ຮຽກຮ້ອງ​ “ ຫວຽດນາມ ຕ້ອງ​ຍົກ​ອອກ​ບັນດາ​ຄວາມ​ກ້າວຫນ້າ​ກະ​ໂດດ​ຂັ້ນ​ໃນ​ການ​ປັບປຸງ​ກົດໝາຍ ​ເພື່ອ​ສະກັດ​ກັ້ນ ​ເລື່ອງ​ຫັນ​ບັນດາ​ການ​ເຄື່ອນ​ໄຫວ​ປະຊາທິປະ​ໄຕ​ເປັນ​ບັນຫາ​ອາຍາ ” ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິກ ຕ້ອງ​ລາຍ​ງານ​​ຕໍ່​ສະພາ​ຕຳ່ ອາ​ເມ​ລິ​ກາ ກ່ຽວ​ກັບ​ວິວັດ​ການ​ປັບປຸງ​ສິດທິ​ມະນຸດ ຢູ່ ຫວຽດນາມ ເປັນ​ປະຈຳ.

ຮ່າງກົດໝາຍໄປຝືນກັບທ່າອ່ຽງພັດທະນາໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1
ທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
ຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງອາ​ເມ​ລິ​ກາ ​​ຮັບຮ​ອງ​ເອົາ​ ຮ່າງ​ກົດໝາຍ​ສິດທິ​ມະນຸດ ຫວຽດນາມ 2012 H.R 1410 ​ແລະ ມະຕິ H. Res. 484
ພາບ: internet

        ກ່ອນ​ອື່ນ​ໝົດ ຕ້ອງ​ຢືນຢັນ​ວ່າ ບັນດາ​ຮ່າງ​ກົດໝາຍ​ກ່ຽວກັບ​ສິດທິ​ມະນຸດ​ນີ້​ໄປ​ຝືນ​ກັບ​ຫລັກການ​ເຄົາລົບ​ສິດ​​ຊົນ​ຊາດ​ຕັດສິນດ້ວຍ​ຕົນ​ເອງ​ໃນ​ການ​ພົວພັນ​ສາກົນ​ໃນ​ຍຸກ​ປະຈຸ​ບັນ, ສິ່ງ​ທີ່​ກົດ​ບັດ ສປຊ ​ໄດ້ລະບຸ​ໄວ້. ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ, ການ​ເມືອງ ຂອງ ສປຊ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ: “ບັນດາ​ຊົນ​ຊາດ​ມີ​ສິດ​ຕັດສິນ​ລະບອບ​ການ​ເມືອງ​ຂອງ​ຕົນ​ຢ່າງ​ເສລີ”. ​ເລື່ອງ​ສ້າງ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ​ຄື​ແນວ​ໃດ​ແມ່ນ​ສິດ​ຂອງ​ແຕ່ລະ​ປະ​ເທດ, ຊົນ​ຊາດ ຫາກ​ບໍ່​ ມີປະ​ເທດ​ໃດ, ກຳລັງ​ການ​ເມືອງ​​ໃດ​ມີ​ສິດ​ຈັດ​ວາງ.   ​ຄວາມ​ຈິງ​ແລ້ວ, ປະຊາຊົນ ຫວຽດນາມ ​ໄດ້ ​ແລະ ພວມ​ໄດ້​ຊົມ​ໃຊ້​ສິດ​ປະຊາທິປະ​ໄຕ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ສິດ​ເສລີ​ສື່​ມວນ​ຊົນ, ສິດ​ເສລີ​ພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ, ການ​ປະຊຸມ ຊື່​ງ​ໄດ້​ລະບຸ​ໄວ້​ໃນລັດຖະທຳ​ມະນູນ ​ແລະ ກົດໝາຍ​ຂອງ​ລັດ​ຫວຽດນາມ . ປະຊາຊົນ ຫວຽດນາມ ມີ​ຄວາມ​ເສລີ​ພາບ​​​ເຂົ້າ​ຮ່ວມ​ທຸກ​ດ້ານ​ໃນ​ຊີວິດ​ດ້ານ​ການ​ເມືອງ, ສັງຄົມ​ຂອງ​ປະ​ເທດ​ຊາດ​, ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ກັບ​ພັກ ​ແລະ ລັດ ຫວຽດນາມ ກ່ຽວກັບ​ບັນຫາ​ສຳຄັນ​ກ່ຽວຂ້ອງ​ເຖິງ​ແຜນ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ນັບ​ທັງ​ເລື່ອງ​ກໍ່ສ້າງ ​ແລະ ປັບປຸງ​ພັກ, ບັນດາ​ຍຸດ​ທະ​ສາດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຢູ່​ນອກ​ກອງ​ປະຊຸມ​ປະຕິບັດ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ ຢູ່ ຫວຽດນາມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​Pham Quang Vinh ​ໄດ້​ຢືນຢັນ​ວ່າ:

        “ ຍາມ​ໃດ​ພັກ ​ແລະ ລັດ ຫວຽດນາມ ກໍຖື​ມະນຸດເປັນ​ສຳຄັນ ປະຊາຊົນ​ທັງ​ອມ່ນ​ກຳລັງ​ຫນູນ ທັງ​​ແມ່ນ​ຈຸດໝາຍ​ຂອງ​ຂະ​ບວນການ​ພັດທະນາ ຊື່​ງ​ເລື່ອງ​ຮັບ​ປະກັນ​ສິດທິ​ມະນຸດ, ຮັບປະກັນ​​ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ແມ່ນ​ທາດ​ແທ້​ຂອງ​ລະບອບ​ພວກ​ເຮົາ.  ​ເລື່ອງ​ຮັບປະກັນ​ສິດທິ​ມະນຸດ, ກ່ອນ​ອື່ນ​ໝົດ​ແມ່ນ​ເປີດ​ກວ້າງ​ບັນດາ​ກົນ​ໄກ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ສ້າງ​ລະບົບ​ກົດໝາຍ, ພັດທະນາ​ເສດຖະກິດ​ສັງຄົມ, ວັດທະນະທຳ, ວິທະຍາສາດ​ເຕັກນິກ, ສ້າງ​ເງື່ອນ​​ໄຂ​ຕົວ​ຈິງ​ໃຫ້​ແກ່​ປະຊາຊົນ ຫວຽດນາມ ພັດທະນາ ​ແລະ ພ້ອມ​ກັນ​ນັ້ນ ​ແກ້​ໄຂ​ຂໍ້​ຄົງ​ຄ້າງ. ນັ້ນ​ແມ່ນ​ພື້ນຖານ ​ແມ່ນ​ຄວາມ​ຈິງ​ເພື່ອ​ໃຫ້​ປະຊາ​ຄົມ​ໂລກ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ຈິງ​ຂອງ​ລັດ ຫວຽດນາມ ​ໃນ​ບັນຫາ​ຮັບປະກັນ​ສິດທິ​ມະນຸດ. ບັນດາ​ຖ້ອຍ​ທຳນອງ​ທີ່​ຜິດພາດ​ກໍ​ຖືກ​ຄວາມ​ຈິງປະຕິ​ເສດ.”

ທາງ​ດ້ານ​ການ​ເຫຼື້ອມ​ໄສ, ຊາວ​ຫວຽດນາມ​ທຸກໆ​ຄົ​ນລ້ວນ​ແຕ່​ມີ​ສິດ​ເສລີພາບ​ໃນ​ການ​ເຊື່ອຖື​ສາສະໜາຫຼື​ບໍ່ເຊື່ອຖື​ສາສະໜາ. ບັນດາ​ຜູ້ເຊື່ອຖື​ສາສະໜາ​ໄດ້​ຮັບ​ການ​ສ້າງ​ເງື່ອນ​ໄຂ​ສະດວກ, ນັບ​ທັງ​ກອບ​ກົດໝາຍ​ກໍ​ຄື​ໃນ​ຕົວ​ຈິງ ​ເພື່ອ​ດຳ​ເນີນ​ບັນດາ​ພິທີກຳ​ຕາມ​ປະ​ເພນີ​ຂອງ​ເຂົາ​ເຈົ້າ. ທຸກໆ​ອົງການ​ສາສະໜາ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ກົດໝາຍ​ຫວຽດນາມ ລ້ວນ​ແຕ່​ມີ​ສິດ​ເສລີພາບ​ໃນ​ການ​ເຄື່ອນ​ໄຫວ​ສາສະໜາຕາມ​ລະບຽບກົດໝາຍ. ຄວາມ​ຈິງ​ເຫຼົ່າ​ນັ້ນ​​ໄດ້​ຖືກ​ຊາວ​ອາ​ເມ​ລິ​ກາ ​ແລະ ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ເຄີຍມາຫວຽດນາມເຫັນປະຈັກຕາ, ແລະ ຫວຽດນາມ​ເຄີ​ຍຢືນຢັນ ​ແລະ ປະກາດ​ໃນ​ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ປະຈຳ​ໄລຍະ​ກ່ຽວ​ກັບ​ສິດທິມະນຸດຢູ່​ທີ່​ສະພາ​ສິດທິມະນຸດ ສ.ປ.ຊ ​ໃນ​ຊຸມ​ປີ​ມໍ່​ມາ​ນີ້. ​ແລະ ກໍ​ຄວນ​ຢັ້ງຢືນ​ວ່າ ຢູ່​ຫວຽດນາມ​ບໍ່​ມີ​ອັນ​ທີ່​ເອີ້ນ​ວ່າ ນັກ​ໂທ​ດສາສະ​ໜາ ຫຼື​ນັກ​ໂທດ​ການ​ເມືອງ. ບັນດາ​ບຸກຄົນ​ທີ່​ບັນດາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສິດທິມະນຸດ​ຊຶ່ງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຮັບຮອງ​ເອົາ​ເມື່ອ​ມໍ່​ມາ​ນີ້​ ​ໄດ້​ເອີ້ນ​ວ່າ “ ບັນດາ​ນັກ​ເຄື່ອນ​ໄຫວຕໍ່ສູ້​ເພື່ອ​​ສິດທິມະນຸດ ​ແລະ ປະຊາ​ທິປະ​ໄຕ ” ​ເປັນ​ໜ້າ​ຫົວ​ເລາະ​ເຢາະ​ເຢີ້ຍ​ທີ່ ບຸກຄົນ​ເຫຼົ່າ​ນັ້ນ ​ແມ່ນ​ບັນດາ​ຜູ້​ທີ່​ໄດ້​ລະ​ເມີດ​ກົດໝາຍ​ຫວຽດນາມ​. ບັນດາ​ມາດ​ຕະການ​ທີ່​ລັດ​ຫວຽດນາມ​ໄດ້ດຳ​ເນີນ​ຕໍ່​ເປົ້າ​ໝາຍ​ເຫຼົ່າ​ນີ້​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ - ສັງຄົມ​ເພື່ອ​ຮັບປະກັນ​ການ​ພັດທະນາ. ຕາມ​ກົດໝາຍ​ຂອງ​ທຸກໆປະ​ເທດ​ໃນ​ໂລກ, ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ, ນາບ​ຂູ່​ຕໍ່​ຜົນ​ປະ​ໂຫຍ​ດອັນ​ເປັນ​ພື້ນຖານ​ຂອງ​ປະ​ເທດ​ຊາດ​ແມ່ນ​ລ້ວນ​ແຕ່​ຖືກ​ລົງ​ໂທດ​ຕາມ​ລະບຽບ​ກົດໝາຍ.

    ​ເປັນ​ໜ້າເສຍດາຍ​ວ່າ ​ໃນ​ໂລກ​ໜຶ່ງ​ ຂະນະ​ທີ່​ການ​ເຄົາລົບ​ອະທິປະ​ໄຕ ​ເອກະລາດ ​ແລະ ​ບໍ່​ແຊງ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ໄດ້​ກາຍ​ເປັນ​ບັນດາ​ຫຼັກການ​ໂດຍ​ພື້ນ​ຖານ​ນັ້ນ, ສະພາ​ຕ່ຳ​ອາ​ເມ​ລິ​ກາ​ພັດ​ຮັບຮອງ​ເອົາ​ ບັນດາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສິດທິມະນຸດຫວຽດນາມ​ດ້ວຍ​ບັນດາ​ເນື້ອ​ໃນ​ຂາດ​ພາວະ​  ວີິໄສ, ຂາດ​ຄວາມ​ຍຸຕິ​ທຳ ​ແລະ ສ່ອງ​ແສງ​ບໍ່​ຮອບດ້ານ. ຍິ່ງ​ໄປ​ກ່ວາ​ນັ້ນ, ​ເລື່ອງບັນດາ​ຮ່າງ​ກົດໝາຍ​ນີ້ ​ໄດ້​ຜູກ​ຮັດ​ບັນຫາ ​ສິດທິມະນຸດຂອງ​ຫວຽດນາມ​ກັບ​ບັນດາ​ບ້ວງ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໃຫ້​ແກ່​ຫວຽດນາມ​ ກໍ​ເປັນ​ທີ່​ຈະ​ແຈ້ງວ່າ ​ແມ່ນ​ບັນດາ​ວຽກ​ງານ​ທີ່​ຜິດພາດ, ​ໄປ​ຝືນ​ກັບ​ຜົນ​ຜະ​ໂຫຍ​ດຂອງ​ປະຊາຊົນ​ຫວຽດນາມ ​ແລະ ອາ​ເມ​ລິ​ກາທີ່​ພວມ​ມານະ​ພະຍາຍາມ​ຮຳບາດ​ແຜ​ສົງຄາມ. ທ່ານ​ສະມາຊິກ​ສະພາ​ຕ່ຳ Eni Faleomavaega ສັງ​ກັດ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ຕ່ຳ​ອາ​ເມ​ລິ​ກາ ຢືນຢັນ​ວ່າ : (​ເທບ)

   “ ຂ້າພະ​ເຈົ້າ​ບໍ​່ເຫັນ​ດີກັບ​ວິທີ​ການ​ສັງ​ເກດ​ຕີ​ລາຄາ​ກ່ຽວ​ກັບ​ບັນຫາ ​ສິດທິມະນຸດ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ບາງ​ທ່ານ, ຊຶ່ງ​ແມ່ນ​ບັນດາ​ຜູ້​ມີ​ແນວ​ຄິດ​ຈັດ​ວາງ​ມາດຖານ​ທີ່​ເຂົາ​ເຈົ້າ​ຖື​ວ່າ ​ເປັນ​ມາດຕະຖານ​ໃນ​ບັນຫາ​ນີ້. ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ມີ​ຄຸນຄ່າ ​ແລະ ຫຼັກການ​ສະ​ເພາະ​ໃນ​​ການປະຕິບັດ ​ສິດທິມະນຸດ. ຂ້າພະ​ເຈົ້າ​ຖື​ວ່າ ລັດຖະບານ​ຫວຽດນາມ​ໄດ້​ປະຕິບັດ​ທຸກ​ສິ່ງ​ທີ່​ດີ​ທີ່​ສຸດ. ຍາມ​ໃດ​ຂ້າພະ​ເຈົ້າ​ກໍ​ຄັດຄ້ານ​ເລື່ອງ​ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຕຳ​ໜິຕິຕຽນ​ສະພາບ​ການ ​ສິດທິມະນຸດຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ຖື​ວ່າ ສະພາບ​ຕົວ​ຈິງ​ກ່ຽວ​ກັບ ​ສິດທິມະນຸດ​ຢູ່​ຫວຽດນາມ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສ່ອງ​ແສງ​ຢ່າງ​ຊັດ​ເຈນ​ເທື່ອ ”

     ການ​ພົ​ວພັນ​ຫວຽດນາມ - ອາ​ເມ​ລິ​ກາ​ໄດ້​ມີ​ຄວາມ​ຄືບ​ໜ້າ​ດີ​ໃນ​ໄລຍະ​ທີ່​ຜ່ານ​ມາ. 2 ປະ​ເທດ​ໄດ້​ພ້ອມ​ກັນ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ເປັນ​ປະຈຳ, ​ໃນ​ນັ້ນ​ມີ​ບັນຫາ ​ສິດທິມະນຸດ, ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ສ້າງ​ສັນ ​ແລະ ​ເຄົາລົບ​ນັບຖື​ຊຶ່ງ​ກັນ ​ແລະ ກັນ. ​ແນ່ນອນ​ວ່າ ນີ້​ແມ່ນ​ວິທີ​ທີ່​ດີ​ທີ່ສຸດ​ເພື່ອ​ແກ້​ໄຂ​ໃນ​ປະຈຸ​ບັນ​ກໍ​ຄື​ໃນ​ອະນາຄົດ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ, ປະກອບ​ສ່ວນ​ຊຸກ​ຍູ້ການ​ພົວພັນລະຫວ່າງ 2 ປະ​ເທດ​ໃຫ້​ສືບ​ຕໍ່​ພັດທະນາ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ ./.


ຂ່າວ/ບົດ​ອື່ນ