ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ເລັ່ງໃສ່ການແກ້ໄຂພັດທະນາເສດຖະກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ, ປະ​ກອບ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ, ຖັນ​ແຖວນັກ​ປັນ​ຍາ​ຊົນ ແລະ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຢ່າງຫຼວງຫຼາຍ. ພ້ອມ​ກັບ​ບັນ​ດາ​​ເນື້ອ​ໃນ​ສຳ​ຄັນ​ກ່ຽວ​ກັບຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ, ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ມາດ​ຕະ​ການ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.

 

ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ເລັ່ງໃສ່ການແກ້ໄຂພັດທະນາເສດຖະກິດ - ảnh 1
(ພາບ​ປະ​ກອບ)

     ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ຕີ​ລາ​ຄາ​ອາ​ຍຸ​ການ​ຂອງ​ຄະ​ນະ​ບໍ​ລິ​ຫານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຄັ້ງ​ທີ 12 ໃນ 5 ປີ 2011-2015 ເທົ່າ​ນັ້ນ, ຫາກ​ຍັງ​ທົບ​ທວນ​ຄືນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດອີກ​ດ້ວຍ. ຫົວ​ເລື່ອງ​ຂອງຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່ແມ່ນ “ເພີ່ມ​ທະ​ວີກ​ານກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ; ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ; ຍູ້​ແຮງ​​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ໋​ຢ່າງຮອບ​ດ້ານ ແລະ ຄົບ​ຊຸດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ໃຫ້​ໝັ້ນ​ແກ່ນ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ; ກໍ່​ສ້າງພື້ນ​ຖານ​ນຳ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາ​ມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ” ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ.

     ປ່ຽນ​ແປງ​ໃໝ່​ຮູບ​ແບບ, ລະ​ບອບ​ເສດ​ຖະ​ກິດ

 ພ້ອມ​ກັບ​ການ​ຕີ​ລາ​ຄາບັນ​ດາ​ຜົນ​ງານ ກໍ​ຄື​ຍົກ​ໃຫ້​ເຫັນ​ຄວາມ​ຈຳ​ກັ​ດ, ອ່ອນ​ດ້ອຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ຊີ້​ແຈ້ງ​ເຖິງ ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອພັດ​ທະ​ນາເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ກຳ​ນົດ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ສຳ​ຄັນ​ຂອງ​ຮ່າງ​ເອ​ກະ​ສານ. ກ່ຽວ​ກັບ​ສິ່ງນີ້, ທ່ານ ດ​ຣ ຫງວຽນ​ກ໋ວກ​ຢຸງ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມ​ືອງ​ເຂດ 4, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ນຳ​ໃຊ້​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ລວງ​ກ້​ວາງ ໂດຍ​ອີງ​ໃສ່​ແຫຼ່ງ​ທຶນ, ອີງ​ໃສ່​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ ແລະ ກຳ​ລັງ​ແຮງ​ງານ​ສາ​ມັນ​ດ້ວຍ​ຄ່າ​ແຮງ​ງານ​ຖືກ. ຮູບ​ແບບ​ການ​ເຕີບ​ໂຕນີ້ ໄດ້​ຮອດ​ກຳ​ນົດເວ​ລາ, ເຮັດ​ໃຫ້​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ​ສູນ​ຫາຍ​ໄປ. ເພາະ​ສະ​ນັ້ນ, ການ​ກຳ​ນົດ, ຕັ້ງ​ບັນ​ຫາ ແລະ ຍົກ​ອອກວິ​ທີ​ການ​ແກ້​ໄຂ ກຳ​ນົດ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດຄື​ໃນຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ແມ່ນ​ຖືກ​ຕ້ອງ​ຢ່າງ​ສິ້ນ​ເຊິ່ງ. ທ່ານ ດ​ຣ ຫງວຽນ​ກ໋ວກ​ຢຸງ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມ​ືອງ​ເຂດ 4, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :

     “​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖະ​ກິດໄລ​ຍະ​ທີ່​ຈະ​ມາ​ເຖິງ ແມ່ນ ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ລວງ​ເລິກ. ຂ້າ​ພະ​ເຈົ້າ​ຖືວ​່າ ນີ້​ແມ່ນ​ວິ​ທີ​ຕັ້ງ​ບັນ​ຫາ​ຢ່າງ​ຖືກ​ຕ້ອງ​ໃນ​ໄລ​ຍະ​ນີ້ ແລະ ໄລ​ຍະ​ທີ່​ຈະ​ມາ​ເຖິງ. ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ລວ​ງ​ເລິກ​ແມ່ນ​ຕ້ອງ​ສຸມ​ໃສ່​ແຮງ​ງານ​ທີ່​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ, ທາງ​ດ້ານ​ທັກ​ສະ ແລະ ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ແມ່ນ​ຕ້ອງກວມ​ອັດ​ຕາ​ສ່ວ​ນ​ໃຫຍ່​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ເລື່ອງທີ 2 ທີ່​ຂ້າ​ພະ​ເຈົ້າ​ເຫັນ​ດີເຫັນ​ພ້ອມ ແມ່ນການ​ຕັ້ງບັນ​ຫາກໍ່​ສ້າງ ແລະ ພັດ​ທະ​ນາ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ລະ​ບອບ​ເສດ​ຖະ​ກິດນີ້, ຖ້າ​ຫາກ​ພວກ​ເຮົາ​ກໍ່​ສ້າງ​ຢ່າງ​ຖືກ​ຕ​້ອງ, ເສີມ​ຂະ​ຫຍາຍ​ຢ່າງ​ເຕັມ​ສ່ວນນັ້ນ, ມັນ​ຈະ​ກາຍ​ເປັນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ ”

    ທ່ານ ດ​ຣ ຫງວຽນ​ກ໋ວກ​ຢຸງ ຍັງ​ຕີ​ລາ​ຄາ​ສູງ​ເລື່ອງ ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຕັ້ງ​ບັນ​ຫາ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ເຈົ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ. ຕາມ​ທ່ານ​ແລ້ວ, ສິ່ງນີ້​ຈະ​ສ້າງກຳ​ລັງໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂ​ອງ​ປະ​ເທດ​ຊາດ.

     ບັນ​ດາ​ມາດ​ຕະ​ການ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ

   ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ມີ​ການ​ສັງເກດ​ຕີ​ລາ​ຄາ​ໂດຍ​ລະ​ອຽດ ແຕ່​ສັງ​ເຂບ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ 5 ປີ 2011-2015. ໃນ​ສະ​ພາບ​ເສດ​ຖະ​ກິດ​ໂລກບໍ່​ສະ​ດວກ, ການ​ເຕີບ​ໂຕ GDP ເຖິງວ່າບໍ່​ບັນ​ລຸ​ຕາມ​ຄາດ​ໝາຍ​ກ​ໍຕາມ, ແຕ່​ກໍ​ມີບ​າດ​ກ້າວ​ປົວ​ແປງ​ດີ​ພໍ​ສົມ​ຄວນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ຜົນ​ສຳ​ເລັດ​ອີກ​ອັນ​ໜຶ່ງ, ນັ້ນແມ່ນເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ຫວຽດ​ນາມ​ເປັນ​ປົກ​ກະ​ຕິກວ່າ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນໆ. ເລືືື່​ອງ​ຍົກ​ອອກ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ໃນ​ນັ້ນ​ມີ ການ​ເຕີບ​ໂຕ GDP ໃຫ້​ບັນ​ລຸ​ລະ​ດັບ 6,5%-7%, ຄາດ​ໝາຍ​ລາຍ​ຈາຍ​ງົບ​ປະ​ມານ​ເກີນ​ດຸນ 4% ກໍ​ແມ່ນ​ບັນ​ດາ​ຕົວ​ເລກ​ຄາດ​ໝາຍ​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ແລະ ເສດ​ຖະ​ກິດ​ໂລກ. ກ່ຽວ​ກັບ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ສ​້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງຫວຽດ​ນາມໃນ 5 ປີ​ທີ່​ຈະ​ມາເຖິງ, ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ເຈີນ​ຮ່ວ​າງ​ເງິນ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ - Marketing ນະ​ຄອນ​ໂຮ່​ຈິ​ມິນ ມີ​ຄຳ​ເຫັນ​ດັ່ງ​ນີ້:

    “ ໃນ​ຮ່າງ​ເອ​ກະ​ສານ ໄດ້​ຍົກ​ອອກ 6 ເປົ້າ​ໝາຍ​ຈຸດ​ສຸມ, ໃນ​ນັ້ນ​ໜ້າ​ທີ່​ທີ 3 ແມ່ນ​ສຸມ​ໃສ່​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ. ຂ້າ​ພະ​ເຈົ້າ​ໃສ່​ໃຈ​ກ່ຽວ​ກັບ​ບັນ​ຫານີ້​ໃນ​ຮ່າງ​ເອ​ກະ​ສານ, ແທນ​ທີ່​ກ່ອນນີ້ ເຄີຍ​ມຸ່ງ​ໄປ​ສູ່​ການ​ສົ່ງ​ອອກ, ກຳ​ລັງ​ພາຍນອກຫຼາຍກວ່ານັ້ນ​, ປະ​ຈຸ​ບັນ ໄດ້​ມີ​ຄວາມ​ກົມ​ກ່ຽວ​ລະ​ຫວ່າງ​ການ​ໃຫ້​ບຸ​ລິ​ມະ​ສິດ​ແກ່​ຕະຫຼາດ​ສົ່ງ​ອອກ​ກັບ​ຕະຫຼາດ​ພາຍ​ໃນ ແລະ ການ​ລະ​ດົມ​ແຫຼ່ງ​ກຳ​ລັງ​ຈາກ​ພາຍນອກ. ພວກ​ເຮົາ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ຕະຫຼາດ​ພາຍ​ໃນຫຼາຍກວ່າ. ພວກ​ເຮົາ​ມີ​ຄວາມ​ລະ​ມັດ​ລະ​ວັງ​ກວ່າ​ໃນ​ການ​ສຸມ​ກຳ​ລັງໃຫ້​ຕະຫຼາດ​ສົ່ງ​ອອກຫຼາຍ​ເກີນ​ໄປ​”

      ບັນ​ດາ​ຄຳ​ເຫັນ​ປະ​ກອບ ກໍ​ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຕັ້ງ​ບັນ​ຫາ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ເພີ່ມ​ທະ​ວີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ມີ​ກົນ​ໄກ​ພິ​ເສດ​ສະ​ເພາະ​ເພື່ອ​ພັດ​ທະ​ນາວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີທີ່​ສຳ​ຄັນ​ເພື່ອກໍ່​ສ້າງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ .

ຕອບກັບ

ຂ່າວ/ບົດ​ອື່ນ