ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານ ໂຮ່ຈິມີນ

(vovworld) - ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ ເປັນ​ສອງ​ຄັ້ງ ກ່ຽວກັບ​ການປະຕິບັດ​ຄຳ​ສັ່ງ​ເລກ 03 ຂອງ​ກົມ​ການ​ເມືອງ “ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມີນ ” ຢູ່​ບັນດາ​ແຂວງ, ນະຄອນ​ ໃນເຂດພາກ​ເຫນືອ ​ແລະ ພາກ​ກາງ ຫວຽດນາມ. ບັນດາ​ກອງ​ປະຊຸມຄື​ດັ່ງກ່າວຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ອາທິດ ຢູ່ ພາກ​ໃຕ້ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ຕິດ​ພັນກັບ​ວຽກ​ງານ​ກໍ່ສ້າງ​ພັກປະຈຸ​ບັນ.

ຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງ      ຄຸນສົມບັດປະທານ ໂຮ່ຈິມີນ - ảnh 1
ກອງປະຊຸມກ່ຽວກັບການປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ
ຈັດຂຶ້ນຢູ່ພາງກາງ
ພາບ: internet

        ບັ້ນ​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ​ໂດຍ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ປຸກລະດົມ ທີ່​ພິທີ​ລະນຶກ 77 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ              ( ​ເມື່ອ​ວັນ​ທີ 3/2/2007) ມາ​ຮອດ​ປະຈຸ​ບັນ ພວມ​ຢູ່​ໃນ​ໄລຍະ​ທີ​ສອງ. ຈຸດໝາຍ​ຂອງ​ໄລຍະ​ນີ້​ແມ່ນ​ສູ້​ຊົນ​ສ້າງຄວາມ​ເປັນ​​ເອກະ​ພາບ​ການ​ຮັບ​ຮູ້​ສູງ​ໃນ​ທົ່ວ​ພັກ ​ແລະ ສັງຄົມ ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ​ແລະ ​ເລື່ອງ​ຮຳ່ຮຽນ​ນີ້​ຕ້ອງ​ກາຍ​ເປັນ​ວຽກ​ງານ​ປະຈຳ, ​ແຕ່​ລະ​ວັນ, ​ແມ່ນ​ຄວາມ​ຮັບຜິດຊອບ​ຕົວ​ຈິງ, ​ແທດ​ຈິງ ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຄົນ. ​ໃນ​ໄລຍະ​ນີ້ ບັ້ນ​ຂົນຂວາຍ​ແມ່ນ​ມູ້​ງ​ໄປ​ເຖິງ​ການ​ສ້າງ ​ແລະ ຈັດ​ຕັ້ງ​ປະຕິບັດ​ມາດຖານ​​ຄຸນສົມບັດ​ຕາມ​ແນວ​ຄິດ ​ແລະ ​ແບບຢ່າງ​ປະທານ​ໂຮ່ຈິ​ມີນ ​ແລະ ​ເຊ​ີດຊູ​ຄວາ​ມຮັບຜິດຊອບ​ສະຕິ​ຕື່ນຕົວ​, ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ກາ​ນນຳ​ຫລັກ​ແຫ​ລ່ງ, ຜູ້ນຳ​ຫນ້າ​ຂອງ​ຂັ້ນ​ຕ່າງໆ ຂອງ​ພະນັກງານ, ສະມາຊິກ​ພັກ. ທ່ານ To Huy Rua ກຳມະການ​ກົມ​ການ​ເມືອງ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊີ້​ແຈງ​ຈຸດໝາຍ​ໃນ​ໄລຍະ 2 ຂອງ​ບັ້ນ​ຂົນຂວາຍວ່າ:

         “ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ​ໃນ​ທົ່ວພັກ​ຢ່າງ​ມີ​ປະສິດທິ​ຜົນ, ຈາກ​ນັ້ນ ສົ່ງ​ຜົນກະທົບ​ເຖິງ​ສັງຄົມ ​ແລະ​ມີ​ການສົມທົບ​ກັນລະຫວ່າງ​ການ​ສ້າງ ​ແລະ ການປ້ອງ​ກັນ​ ​ແລະ ຕ້ານ, ສົມທົບ​ກັນ​ຍູ້​ແຮງ​ບັ້ນ​ຂົນຂວາຍ​ມີສະຕິ​ຄວາມ​ຕື່ນຕົວ​​ໃນ​ການປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມີນ, ​ເສີມ​ຂະຫຍາຍ​ບົດບາດ​ເຊີດ​ຊູ, ​ເລີ່​ມຕົ້ນ​ຈາກ​ພະນັກງານ​ຫລັ​ກ​ແຫ​ລ່ງຂັ້ນ​ຕ່າງໆ ​ຈາກ​ອົງການ​ຈັດ​ຕັ້ງພັກອອກ​ສູ່​ສັງຄົມ​ກັບ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ການຈັດ​ຕັ້ງ​ພັກ, ກົດໝາຍ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ.”

        ຕາມ​ການ​ຕີ​ລາຄາ​ຫລ້າ​ສຸດ​ຈາກບັນດາການ​ປະຊຸມກ່ຽວ​ກັບ​ວຽກ​ງານ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈິ​ມີນ​ແລ້ວ, ບັນດາ​ແຂວງ, ນະຄອນ​ທົ່ວ​ປະ​ເທດ​ໄດ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັ້ນ​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ຢ່າງ​ເຂັ້ມ​ງວດ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຊີ້​ນຳ​ຂອງ​ສູນ​ກາງ. ພິ​ເສດ ​ໃນ​ການ​ຊີ້​ນຳ​ນຳພາ ​ແລະ ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ​ໄດ້​ຕິດ​ພັນ​ກັບ​ການ​ຄົ້ນ​ຄ້ວາ, ຮຳ່ຮຽນ ​ແລະ ການຈັດ​ຕັ້ງ​ປະຕິບັດ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານສູນ​ກາງພັກ​ຄັ້ງ​ທີ 4 ຊຸດ​ທີ 11 ຫວ່າງ​ແລ້ວ​ນີ້ ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ. ທ່ານ Phan Cong Tuyen ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ ​ແຂວງ Thua Thien Hue ​ໃຫ້​ຮູ້​ວ່າ:

        “​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 03, ດ້ວຍ​ຂະ​ບວນການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ​ນັ້ນ​ແມ່ນ ຕ້ອງ​​ເຮັດ​ໃຫ້​ຫນ້າທີ່​ການ​ເມືອງ​ປະສົບຜົນສຳ​ເລັດ. ສະ​ນັ້ນ ຢູ່ ​ແຂວງ Thua Thien Hue ມີ​ຫລາຍ​ຮູບ​​ແບບ, ມີ​ຫລາຍຕາ​ແສງ​ ​ແລະ ນັກຮົບ​ເກົ່າ​ຫລາຍ​ຄົນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ.”

        ທີ່​ການ​ປະຊຸມ​ກ່ຽວ​ກັບ​ວຽກ​ງານ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ,  ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຮຽກຮ້ອງ​ໃຫ້​ອົງຄະ​ນະ​ພັກ ສືບ​ຕໍ່​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ຮຳ່​ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິມີນ ພ້ອມ​ທັງມີ​ຫົວຄິດ​ປະດິດ​ສ້າງ, ສ້າງ​ມາດຖານ​ຄຸນສົມບັດປະທານ​ໂຮ່ຈິ​ມີນ ​ໃຫ້​ເໝາະ​ສົມ​ກັບ​ແຕ່ລະ​ທ້ອງ​ຖິ່ນ, ອົງການ, ຫົວຫນ່ວຍ​ເພື່ອ​ໃຫ້​ພະນັກງານ, ສະມາຊິກ​ພັກ​ສູ້​ຊົນ​ປະຕິບັດ. ບັ້ນ​ຂົນຂວາຍ, ​ການຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານໂຮ່ຈິ​ມີນ​ໄດ້​ນຳ​ເຂົ້າ​ການ​ດຳ​ເນີນ​ຊີວິດ​ຂອງ​ອົງການ​ພັກ​, ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງມະຫາຊົນ​ໃນ​ທົ່ວ​ປະ​ເທດເປັນ​ປະຈຳ. ໝາກຜົນ​ແຫ່ງ​ການ​ຮຳ່ຮຽນ ​ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດຕະຖານ​ເພື່ອ​ຕີ​ລາຄາ, ພິຈາລະນາຄັດ​ເລ​ືອກ, ຈັດ​ແບ່ງ​ປະ​ເພດ​ສະມາຊິກ​ພັກ, ການຈັດຕັ້ງ​ພັກ​ປະຈຳ​ປີ. ທ່ານ Dinh The Huynh ຊີ້​ແຈງວ່າ:

         “ຈົ່ງ​ສຸມ​ໃສ່​ຊີ້​ນຳ, ​ເຮັດ​ໃຫ້ການຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ກາຍ​ເປັນ​ວຽກ​ງານ​ສຳຄັນ, ​ເປັນ​ປະຈຳ​ຂອງ​ການຈັດ​ຕັ້ງ​ພັກ, ຂອງ​ບັນດາ​ອົງການ, ຫົວຫນ່ວຍ ​ຂອງ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ກໍ​ຄື​ຂອງ​ປະຊາຊົນ, ຕິດ​ພັນ​ກັບ​ສະພາບ​ການ​ປະຕິບັດ​ຫນ້າ​ທີ່​ການ​ເມືອງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຕິດ​ພັນ​ກັບ​ການ​ຊາບ​ຊືມ, ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ຂອງສູນ​ກາງພັກ​ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​​ໃນປະຈຸ​ບັນ.”

 

        ທ່ານ Dinh The Huynh ກໍ​ເນັ້ນ​ຫນັກ​ເຖິງລັກສະນະ​ສຳຄັນ​ຂອງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ​ແມ່ນຮຽກຮ້ອງ​ໃຫ້​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ ຕ້ອງ​ສຸດ​ຈິດ​ສຸດ​​ໃຈ​ໃຫ້​ແກ່​ວຽກ​ງານ​ຊີ້​ນຳ​ນຳພຳ ​ແລະ ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ເພື່ອ​ໃຫ້​ບັ້ນ​ຂົນຂວາຍ ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມີນ ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ພ້ອມ​ກັນ​ນັ້ນ ​ເພື່ອ​ສ້າງ​ບາດກ້າວ​ຫັນປ່ຽນ​​ໃນ​ຂັ້ນ​ພື້ນຖານ, ບັ້ນ​ຂົນຂວາຍ​ນີ້​ຈຳ​ເປັນ​ຕ້ອງ​​         ເລີ່​ມປະຕິບັດ​ຈາກ​ຂັ້ນ​ເທິງ​ລົງ​ຮອດຂັ້ນ​ລຸ່ມ ຈາກ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​, ການ​ນຳ​ຫລັກ​ແຫ​ລ່ງໃນ​ຂັ້ນ​ຕ່າງໆ ຕະຫລອດ​ຮອດ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ ​ແລະ ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ, ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໂດ​ຍພື້ນຖານ​ໃນ​ພັກ ​ແລະ ທົ່ວ​ສັງຄົມ ​ໃນ​ການ​ປະຕິ​ບັດ​ບັ້ນ​ຂົນ​ຂວາ​ຍດັ່ງກ່າວ.

ນັກ​ຂ່າວ Thu Hoa

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ