ເກຼັກເວລາກ່ອນທີ່ຈະຈະອອກຈາກອີຢູ

ເກຼັກເວລາກ່ອນທີ່ຈະຈະອອກຈາກອີຢູ - ảnh 1

ເກຼັກຈະຕ້ອງອອກຈາກ eurozoneຫຼືບໍ
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 30/6, ​ແມ່ນ​ກຳນົດເວລາສຸດ​ທ້າຍ​ເພື່ອ ​ເກຼັກ ​ໃຊ້​ໜີ້​ໃຫ້​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ທັງ​ແມ່ນ​ກຳນົດເວລາ​ສຸດ​ທ້າຍຂອງ​ບ້ວງກູ້​ຊ່ວຍ​ທີ່​ສະຫງວ​ນໃຫ້ ເກຼັກ. ​ເຖິງ​ວ່າ​ບໍ່​ມີ​ກົດໝາຍ​ໃດ​ກຳນົດ​ກ່ຽວ​ກັບ​ເລື່ອງເກຼັກ ຈະ​ຕ້ອງ​ອອກ​ຈາກ Eurozone ຖ້າ​ຫາກ​ບໍ່​ສາມາດ​ໃຊ້​ໜີ້​ໄດ້ກໍ່ຕາມ, ​ແຕ່​ເສັ້ນທາງ​ເພື່ອ​ໃຫ້ ເກຼັກ ຢູ່​ຄືນ​ໃນ​ພາກ​ພື້ນ​ນີ້​ແມ່ນ​ຍາກ​ທີ່​ສຸດ. ​ເຖິງ​ວ່າ​ພຽງ​ແຕ່​ປະກອບ​ GDP ເກືອບ 2% ​ໃຫ້ Eurozone ກໍ່ຕາມ, ​ແຕ່​ການ​​ອອກ​ຈາກ Eurozone ຈະ​ເປັນ​ການ​ກະທົບ​ບໍ່​ດີ​​ເຖິງປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຮູບ​ພາບ “ວັດທະນາ​ຖາວອນ“ ​ເຊິ່ງພາກ​ພື້ນ​ໃຊ້​ສະກຸນ​ເງິນ​ລວມ​ນີ້ຍາມ​ໃດ​ກໍ່ມຸ່ງ​ໄປ​ເຖິງ.

ດ້ວຍ​ລະດັບ​ໜີ້​ສິນ​ຂຶ້ນ​ເຖິງ 320 ຕື້​ USD, ເກຼັກ ພວມ​ຕົກ​ຢູ່​ໃນ​ສະພາບອັນຕະລາຍ​ທີ່​ສຸດ. ວັນ​ທີ 30/6, Athens ຕ້ອງ​ໃຊ້​ໜີ້ 1,5 ຕື້ເອີ​ໂຣ​ໃຫ້​ IMF, ຫຼື​ຕ້ອງ​ປະກາດ​ລົ້ມ​ລະລາຍ. ບໍ່​ສາມາດ​ໃຊ້​ໜີ້​ຖືກ​ກັບ​ກຳນົດ​ເວລາ, ເກຼັກ ​ຈະ​ບໍ່​ໄດ້​ຮັບ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ໃດໆ​ຈາກ IMF ອີກ, ໝາຍ​ຄວາມ​ວ່າ ເກຼັກ ຕ້ອງ​ພິມສະກຸນ​ເງິນ​ສະ​ເພາະເພື່ອ​ຮັກສາ​ການ​ເຄື່ອນ​ໄຫວ​ຂອງລັດຖະບານ ​ແລະ ​ອອກ​ຈາກ Eurozone.

        ສະພາບ​ການ​ຢູ່ເກຼັກ  ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ເສດຖະກິດ​ທົ່ວ​ໂລກ

        ບັນຍາກາດ​ຢູ່ ເກຼັກ ພວມ​ຄ່ອຍໆ​ຮ້ອນ​ຂຶ້ນ​ຕາມ​ແຕ່​ລະ​ຊົ່ວ​ໂມງ, ​ເມື່ອ​ປະຊາຊົນ​ພາກັນ​ໄປ​ຖອນ​ເງິນ​ຍ້ອນ​ວິຕົກ​ກັງວົນ​ວ່າ​ ລະບົບ​ທະນາຄານ​ຈະ​ຖືກ​ລົ້ມ​ລະລາ​ຍ. ນັບ​ແຕ່​ວັນທີ 28/6, ທະນາຄານ​ທັງ​ໝົດ​ຂອງເກຼັກ ​ລ້ວນ​ແຕ່​ອັດ​ປະຕູ ​ແລະ ຄວບ​ຄຸມ​ທຶນ​ຢ່າງ​ແໜ້ນ​ແຟ້ນ​ເຖິງ​ວັນ​ທີ 6/7, ​ເພື່ອ​ແນ​ໃສ່​ຮັກສາ​ລະບົບ​ການ​ເງິນ​ໃນ​ສະພາບ​ບໍ່​ມີ​ຄວາມ​ສາມາດ​ຊຳລະ​ໄດ້. ສ່ວນ​ທະນາຄານ​ສູນ​ກາງ​ເອີ​ລົບ (ECB) ກໍ່​ແຈ້ງ​​ໃຫ້​ຮູ້​ວ່າ ບໍ່​ໃຫ້​ກູ້​ຢືມ​ເງິນ​ດ່ວນອີກ ​ເພື່ອ​ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ທະນາຄານ​ປະ​ເທດ​ນີ້.

        ​ເຖິງ​ວ່າ​ກວມ​ອັດຕາ​ສ່ວນ​ໜ້ອຍ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ກໍ່ຕາມ, ​ແຕ່ ເກຼັກ ພັດ​ແມ່ນ​ສະມາຊິກ​ຂອງ​ພາກ​ພື້ນ​ທີ່​ໃຊ້​ສະກຸນ​ເງິນ​ລວມ​ເອີ​ລົບ, ດັ່ງ​ນັນ​ການ​ຜັນ​ແປ​ທີ່​ຂາດ​ສະຖຽນ​ລະ​ພາບ​ກ່ຽວ​ກັບ​ສະພາບ​ການ​ເງິນ​ຢູ່ ເກຼັກ ​ໄດ້​ກະທົບ​ເຖິງ​ຕະຫຼາດ​ການ​ເງິນ​ເກືອບ​ທັງ​ໝົດ​ຂອງ​ໂລກ. ພາຍຫຼັງ​ການ​ເຈລະຈາ​ສຸດ​ທ້າຍ​ລະຫວ່າງ​ວົງ​ການ​ເຈົ້າ​ໜ້າ​ທີ່ ເກຼັກ ກັບ​ບັນດາ​ເຈົ້າ​ໜີ້​ປະລາ​ໄຊ, ດັດຊະນີ​ຫຼັກ​ຊັບ​ຢູ່​ຕະຫຼາດ​ອາຊີ​ໃນ​ວັນ​ທີ 29/6 ກໍ່​ຫຼຸດ​ລົງ​ຢ່າງ​ແຮງ. ດັດຊະນີ Nikkei 225, ຍີ່ປຸ່ນ​ຫຼຸດ​ລົງ 2,9%, ດັດຊະນີ​ຫຼັກ​ຊັບ​ຊຽງ​ໄຮ້ (ຈີນ) ຫຼຸດ​ລົງ​ກວ່າ 7%... ສະກຸນ​ເງິນ​ເອີ​ໂຣ ກໍ່​ຫຼຸດ​ລົງ​ຢ່າງ​ແຮງ ​ເມື່ອ​ທຽບ​ໃສ່​ສະກຸນ​ເງິນ​ອື່ນໆ.

        ການ​ລົງ​ປະຊາ​ມະຕິ​ສາມາດ​ຮັກສາເກຼັກ ຢູ່ຄືນ Eurozone ​ໄດ້​ຫຼື​ບໍ່

        ສະພາ​ແຫ່ງ​ຊາດເກຼັກ ​ໄດ້​​ເຫັນ​ດີ​ຈັດ​ຕັ້ງ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ທີ 5/7 ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ຜ່ານ​ການ​ປ່ອນ​ບັດ ປະຊາຊົນເກຼັກ ຈະ​​ເປັນ​ຜູ້ຕັດສິນ​ເລື່ອງ​ລັດຖະບານ​ຄວນ​​ເຫັນ​ດີ ຫຼື​ປະຕິ​ເສດ​ຮ່າງ​ຂໍ້​ຕົກລົງ​ໂດຍ​ເຈົ້າ​ໜີ້​ຍົກ​ອອກ​ມາ. ນັ້ນ​ແມ່ນ​ສືບ​ຕໍ່​ປະຕິ​ຮູບ​ຮັດ​ແຄບ​ການ​ໃຊ້​ຈ່າຍ​ເພື່ອ​​ແລກເອົາບ້ວງ​ກູ້​ຊ່ວຍ. ​ແຕ່​ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ສິ່ງ​ດັ່ງກ່າວ​ກໍ່​ຍາກ​ທີ່​ຈະ​ຊ່ວຍ Athens ຫຼຸດ​ພົ້ນ​ອອກ​ຈາກ​ການ​ລົ້ມ​ລະລາຍ ​ແລະ ອອກ​ຈາກ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ລວມອີ​ລົບ (Eurozone) ​ໄດ້, ​ເພາະວ່າ​ປະຊາຊົນ​ປະ​ເທດ​ນີ້​ຍາກ​ທີ່​ຈະ​ປະຕິບັດ​ນະ​ໂຍບາຍ​ຮັດ​ເຂັມຄັດ​ໄດ້​ຕື່ມ​ອີກ.

        ​ໃນ​ຕະຫຼອດ 5 ປີຜ່ານມາ, ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງປະຊາຊົນເກຼັກ ​ໄດ້​ຫຼຸດ​ລົງ​ຢ່າງ​ຮ້າຍ​ແຮງ, ອັດຕາ​ສ່ວນຄົນ​ຫວ່າງ​ງານ​ແມ່ນ 26%, ​ໃນ​ນັ້ນ​ຜູ້​ອອກ​ແຮງ​ງານ​ເດັກນ້ອຍ​ກວມ​​ກວ່າ 50%. ພື້ນຖານ​ເສດຖະກິດ​ຊຸດ​ໂຊມ​ໃນ​ຊຸມ​ປີຜ່ານມາ ຍັງ​ບໍ່​ທັນ​ມີ​ສັນຍານ​ດີກ​ວ່າ. ດ່ັງ​ນັ້ນ, ​ເຖິງ​ວ່າ​ຜົນ​ແຫ່ງ​ການ​ລົງ​ປະຊາ​ມະຕິ​ຄື​ແນວ​ໃດ​ກໍ່ຕາມ, ບັນດາ​ເຫດການ​ທີ່​ດຳ​ເນີນ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້ ​ໄດ້​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຍາກ​ທີ່​ຈະ​ຟື້ນ​ຕົວ​ໄດ້. ສາ​ຍ​ເຫດ​ຂອງ​ບັນຫາ​ໃນ​ປະຈຸ​ບັນ​ບໍ່​ແມ່ນ​ເລື່ອງ ອີ​ຢູຈະ​ໃຫ້ ເກຼັກ ກູ້​ຢືມ​ເງິນ​ຕື່ມ​ອີກ​ຫຼື​ບໍ, ຫາກ​ແມ່ນ​ເລື່ອງ ເກຼັກ ຈະ​ຕ້ອງ​ມີ​ການ​ກະທຳ​ຄື​ແນວ​ໃດ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ທີ່​ໄດ້​ແກ່ຍາວ​ໃນ​ຫຼາຍ​ປີຜ່ານມາ.

        ຜົນ​ກະທົບ​ຈາກ​ເລື່ອງ ເກຼັກ ອອກ​ຈາກ​ພາກ​ພື້ນ Eurozone

        ປະຈຸ​ບັນ, ອີ​ຢູ ​ໄດ້​ກະກຽມ​ຕໍ່​ເລື່ອງ ເກຼັກ ອອກ​ຈາກ​ພາກ​ພື້ນ Eurozone. ສິ່ງ​ດັ່ງກ່າວ​ຈະ​ເຮັດ​ໃຫ້ ເກຼັກຕົກ​ເຂົ້າ​ສູ່​ສະພາບ​ເສດຖະກິດ​ໃໝ່​ທີ່ຫຍຸ້ງຍາກ​ທີ່​ສຸດ. ດ້ວຍ​ສະກຸນ​ເງິນ​ໃໝ່​ທີ່​ມີ​ມູນ​ຄ່າ​ຕຳ່​ກວ່າ​ຫຼາຍ​ເມື່ອ​ທຽບ​ໃສ່​ສະກຸນ​ເງິນ​ເອີ​ໂຣ, ເກຼັກ ຈະ​ຕົກ​ຢູ່​ໃນ​ສະພາບ​ຊຸດ​ໂຊມ​ຢ່າງ​ແຮງ ​ແລະ ຍາວນານ. ​ເມື່ອ ເກຼັກ ອອກ​ຈາກ​ພາກ​ພື້ນ Eurozone ມັນຈະ​ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ເຖິງ​ເອີ​ລົບ ​ແລະ ບັນດາ​ຕະຫຼາດ​ສາກົນ. ຕະຫຼາດ​ການ​ເງິນ​ຂອງ​ບັນດາ​ປະ​ເທດ​ອ່ອນ​ດ້ອຍ​ໃນ Eurozone ຈະ​ຖືກ​ຣັບຜົນ​ສະທ້ອນ. ຍ້ອນ​ຢ້ານ​ເງິນຕາ​ຕົກ​ລາຄາ, ບັນດາ​ບໍລິສັດ, ນັກ​ລົງທຶນ​ອາດ​ຈະ​ພາກັນ​ຖອນ​ເງິນ​ອອກ​ຈາກ​ປະ​ເທດ​ເຫຼົ່າ​ນັ້ນ.

        ​ເພື່ອ​ຮັກສາ ເກຼັກ ຢູ່ຄືນ Eurozone ​ໃຫ້​ໄດ້, ​ແມ່ນ​ຕ້ອງ​ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ປະຈຸ​ບັນ​ບັນດາ​ເຈົ້າ​ໜີ້​ອີ​ຢູ ຕ້ອງ​ຜ່ອນ​ສັ້ນ​ຜ່ອນ​ຍາວ, ສືບ​ຕໍ່​ກູ້​ຊ່ວຍ Athens ພາຍຫຼັງໝົດ​ກຳນົດ​ເວລາ​ແລ້ວ. ​ແຕ່​ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ອີ​ຢູ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມດັນ​ແຮງ​ທີ່​ສຸດ​ຈາກ​ຄວາມ​ເຫັນ​ຄັດຄ້ານ​ເລື່ອງ​ນຳ​​ໃຊ້​ເງິນ​​ເສຍ​ພາສີ​ຂອງ​ປະຊາ​ຊົນ​ໃນ​ພາກ​ພື້ນ Eurozone ​ເຂົ້າ​ໃນ​ການ​ກູ້​ຊ່ວຍ, ທັງ​​ເຮັດ​ໃຫ້​ບັນດາ​ປະ​ເທດ​ຍັງ​ເຫຼືອ​ຄິດ​ວ່າ​ອາດ​ຈະ​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຢືມ​ແຕ່​ບໍ່​ຕ້ອງ​ຫຼຸດຜ່ອນ​ການ​ໃຊ້​ຈ່າຍ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້​ພັດ​ແມ່ນ​ພື້ນຖານ​ເພື່ອ​ມຸ່ງ​ຫວັງ​ຕໍ່​ການ​ກູ້​ຊ່ວຍ​ໃຫ້ ເກຼັກ ​ໃນ​ນາທີ​ສຸດ​ທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ