ເກີດວິກິດການການເມືອງຄັ້ງໃຫມ່ຢູ່ໄທ

(vovworld)- ຄື​ດັ່ງ​ຄຳ​ກ່າວ​ເຕືອນ​ຂອງ​ບັນດາ​ນັກ​ໄຈ້​ແຍກ​ດ້ານ​ການ​ເມືອງ​ທີ່ຍົກ​ອອກ​ມາກ່ອນ​ນີ້, ບໍ່​ວ່າ​ຄຳ​ຕັດສິນ​ໃດ​ຂອງ​ສານ​ເຮັດ​ໃຫ້​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແຫນ່​ງ ກໍ່ຈະ​ເກີດ​ຄວາມ​ເຄັ່ງ​ຕຶງ ​ແລະ ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ເມືອງຢູ່​ໄທ . ຄວາມ​ຈິງ ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ສະພາບ​ການຢູ່ ​ໄທ​ໄດ້​ສະ​ແດງ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ. ການ​ປະ​ທະ​ກັນ​ເກີດ​ຂຶ້ນພວມ​ເຮັດ​ໃຫ້​ສະພາບການ​ເມືອງ​ໄທສັບສົນ, ນາບ​ຂູ່​ທຳລາຍ​ການ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ.

ເກີດວິກິດການການເມືອງຄັ້ງໃຫມ່ຢູ່ໄທ - ảnh 1
ສະພາບການເຄັ່ງຕຶງຢູ່ໄທ
ພາບ: internet

        ການ​ປະ​ທະ​ກັນ​ເກີດ​ຂຶ້ນ

        ​ການ​ກະທຳ​ທີ່​ໄດ້​ຮັບ​ຖື​ວ່າ“​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ”, ວັນ​ທີ15/5, ສານ​ລັດຖະທຳ​ມະນູນ​ໄທ ​ໄດ້​ໃຫ້​ສັດຕະຍາບັນ​ໝາຍ​ຈັບ​ການ​ນຳ ຕື່ມ​ອີກ 30 ຄົນ ທີ່ຂຶ້ນ​ກັບ​ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ  ຫລື​ເອີ້ນ​ວ່າ ຄະນະ​ກຳມະການ​ປະຕິ​ຮູບ​ປະ​ຊາ​ທິປະ​ໄຕ​ປະຊາຊົນ​(PDRC) ຍ້ອນ​ຖືກ​ກ່າວ​ຫາ​ວ່າ ປຸກ​ປັ່ນ​ຍຸ້​ແຍ່​ປະຊາຊົນ​ກໍ່​ຄວາມ​ວຸ້ນວາຍ. ​ໃນ​ທັນ​ທີ່, ການ​ນຳ PDRC ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຖະ​ແຫລ​ງ​ວ່າ ​ໃນ​ວັນ​ທີ 16/5, ຖ້າ​ຫາກ​ສະພາ​ສູງ ​ໄທ ບໍ່​ແຕ່ງ​ຕັ້ງ​ລັດຖະບານ​ຊົ່ວ​ຄາວ​ແທນ​ໃຫ້​ອຳນາດ​ການ​ປົກຄອງ​ປະຈຸ​ບັນ, ກຳລັງ PDRC ຈະ​ຍາດ​ສິດ​ອຳນາດ ​ແລະ ສ້າງ​ຕັ້ງ​ສະພາ​ປະຊາຊົນ ​ເພື່ອ​ບໍລິຫານ​ປະ​ເທດ​ຊາດ.

        ກ່ອນ​ຫນ້າ​ນັ້ນ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ຮອ້ຍໆ​ຄົນ ​ໄດ້​ປິດ​ລ້ອມ​ຖານ​ທີ່​ໝັ້ນ​ກອງທັບ​ອາກາດ​ແຫ່ງ​ຫນຶ່ງຊື່​ງ​ແມ່ນ​ບ່ອນ​ທ່ານ ນີວັດ​ທຳຣົງ ບຸນ​ຊົງ​ໄພສານ, ຜູ້​ຮັກສາ​ການ​ນາຍົກລັດຖະມົນຕີ ​ພວມ​ປະຊຸມ, ​ເຮັດ​ໃຫ້​ທ່ານ​ຕ້ອງ​ອອກ​ຈາກ​ກອງ​ປະຊຸມ. ​ເຫ​ດການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ ​ແລະ ໝາກ​ແຕກ​ໄດ້​ເກີດ​ຂຶ້ນ​ລະຫວ່າງ​ກຳລັງ​ສະຫນັບສະຫນູນ ​ແລະ ກຳລັງ​ຄັດຄ້ານ​ລັດຖະບານ ຊື່​ງ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ 22 ຄົນ​ຖືກ​ບາດ​ເຈັບ. ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ທ່ານ​ພຸ​ຈົງ ນຸຈາ​ວົງ, ​ເລ​ຂາ​ທິການ​ໃຫຍ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ (EC) ​ໄດ້​ຮຽກຮ້ອງ​​ໂຈະ​ການ​ເລືອກ​ຕັ້ງ​ໃນ​ທ່ົວ​ປະ​ເທດ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ.

        ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ການ​ແບ່ງ​ແຍກ

        ​ເນື້ອ​ແທ້​ຂອງ​ບັນຫາ​ນັ້ນ​ແມ່ນ ​ໃນ​ຂະນະ​ທີ່​ລັດຖະບານ​ຊົ່ວຄາວ ຖະ​ແຫລ​ງວ່າ ການເລືອກ​ຕັ້ງ​ທົ່ວ​ປະ​ເທດ ຈະ​ແມ່ນ​ວິທີ​ດີ​ສຸດ​ເພື່ອ​ແກ້​ໄຂ​ວິ​ກິດ​ການ, ຫລິ​ກລ້ຽງ​ເສີກ​ກາງ​ເມືອງ, ກຳລັງ PDRC ​ໂດຍ ອະດີດ​ຮອງ​ນາຍົກລັດຖະມົນຕີ ສຸ​ເທບ ​ເທ​ືອກສຸບັນ ນຳ​ຫນ້າ ພັດ​​ເດັດດ່ຽວ​ຮຽກຮ້ອງ​ຕ້ອງ​ປົດ​ຕຳ​ແຫນ່​ງສະມາຊິກ​ລັດຖະບານ​ທັງ​ໝົດ ​ແລະ ຖື​ວ່າ: ອຳນາດ​ການ​ປົກຄອງ​ຂອງ​ພັກ​ເພື່ອ​ໄທ ຂາດ​ຄວາມ​ຖືກຕ້ອງ​ກັບ​ກົດໝາຍ ​ແລະ ຮຽກຮ້ອງ​​ແຕ່ງ​ຕັ້ງ​ນາຍົກລັດຖະມົນຕີຄົນ​ໃຫມ່ ບໍ່​ຜ່ານ​ການ​ເລ​ືອກຕັ້ງ.

        ​ເຖິງ​ວ່າ ​​ໄດ້​ຍອມຮັບເລື່ອງ​ນາຍົກລັດຖະມົນຕີຊົ່ວຄາວ ທ່ານ​ນາງ ຍີ່​ງຣັກ ຊີ​ນະ​ວັດ ຖືກ​ສານ​ລັດຖະທຳ​ມະນູນ ພົ້ນ​ຕຳ​ແຫນ່​ງ ​ແມ່ນ​ບາດກ້າວ​ໄຊຊະນະ​ນທຳ​ອິດ ​ໃນ​ແຜນການ​ລົບ​ລ້າງ​ອັນ​ທີ່​ເອີ້ນ​ວ່າ“ລະບອບ ທັກສິນ” ​ໃນ​​ເວ​ທີ​ການ​ເມືອງ​ໄທ ກໍ​ຕາມ, ​ແຕ່​ສຳລັບ​ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ ​ສິ່ງ​ນັ້ນ​ບໍ່ທັນ​ພຽງພໍ, ຍ້ອນ​ພັກ​ເພື່ອ​​ໄທ ຂອງ​ທ່ານ​ນາງ ຍິ່ງ​ຣັກ ຊີ​ນະ​ວັດ ປະຈຸ​ບັນ​ພວມ​ບໍລິຫານ​ລັດຖະບານ​ຊົ່ວຄາວ ​ແລະ ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ.

        ​ໃນ​ຂະນະ​ນັ້ນ, ບັນດາ​ຜູ້​ສະຫນັບສະຫນູນ ລັດຖະບານ ​ໄດ້​ກ່າວ​ຫາ​ວ່າ: ປະຈຸ​ບັນ ​ກຳລັງ​ຕ້ານ​ລັດຖະບານ ​ໂດຍ​ອະ​ດີດ​ຮອງ​ນາຍົກລັດຖະມົນຕີ ສຸ​ເທບ ​ເທືອ​ກສຸບັນ ນຳ​ຫນ້າ ພ້ອມ​ດ້ວຍ​ພັກ​ການ​ເມືອງອື່ນ​ຈຳນວນ​ຫນຶ່ງ​ແລະ ອົງການ​ຈັດ​ຕັ້ງເອກະ​ລາດ ພວມ​ມີ​ກົນອຸບາຍ​ລົບ​ລ້າງ​ລະບອບ​ປະ​ຊາ​ທິປະ​ໄຕ, ຕ້ານ, ທຳລາຍ​ການ​ເລືອກ​ຕັ້ງ. ພັກ​ເພື່ອ​ໄທ ​ໄດ້​ກ່າວ​​ຫາ​ວິທີ ຊື່​ງກຳລັງນີ້​ດຳ​ເນີນ​ໃນ​ຫລາຍ​ປີ​ມາ​ນີ້ ​ແມ່ນ​ໃຊ້​ທຸກ​​ເລ​ລ່ຽມ​ເພື່ອ​ລົບ​ລ້າງ​ບັນດາ​ພັກ​ການ​ເມືອງ​ກ່ອນ​ນີ້ ຄື​ພັກ​​ໄທຣັກ​ໄທ, ພະລັງ​ປະຊາຊົນ ​ແລະ ປະຈຸ​ບັນ​ແມ່ນ​ພັກ​ເພື່ອ​ໄທ ດ້ວຍ​ຈຸດ​ສຸມ​ແນ​ໃສ່​ບັນດາ​ນາຍົກລັດຖະມົນຕີຂອງ 3 ພັກ​ນີ້. ຈຸດໝາຍ​ສຸດ​ທ້າຍ ​ແມ່ນ​ສະກັດ​ກັ້ນ​ບັນດາ​ການ​ເລືອກ​ຕັ້ງ​ ​​ແນ​​ໃສ່​ຊອກ​ຫາ​ກາລະ​ໂອກາດ​ເພື່ອ​​ແຕ່ງ​ຕັ້ງ​ນາຍົກລັດຖະມົນ​ຄີ ຄົນ​ໃຫມ່ ​ໂດ​ຍບໍ່​ຜ່ານ​ການ​ເລືອກ​ຕັ້ງ.

ບັນດາ​ຄຳ​ກ່າວ​ຫາ​ຂອງ​ພັກ​ເພື່ອ​ໄທ ​ໄດ້​ຮັບ​ກາ​ນສະຫນັບສະຫນູນ​ຂອງ​ແນວ​ມ​ໂຮມ​ປະຊາທິປະ​ໄຕ​ຕ້ານ​ພະ​ເດັດ​ການ(UDD ຫລື​ເອີ້ນ​ວ່າ​ຝ່າຍ​ເສື້​ອ​ແດງ), ຜູ້​ສະຫນັບສະຫນູນ​ທ່ານ​ທັກສິນ ​​ໃນ​ເວລາ​ເກ​ືອບ 10 ປີຜ່ານ​ມາ. ພາຍຫລັງ​ທ່ານ​ນາງ ຍິ່ງຣັກ ຊີ​ນະ​ວັດ ຖືກ​ພົ້ນຕຳ​ແຫນ່​ງ, ກຳລັງ​ນີ້​ໄດ້​ຖະ​ແຫລ​ງບໍ່ປະຕິ​ບັດ​ຕາມ​ຄຳ​ຕັດສິນ​ຂອງ​ສານ​ລັດຖະທຳ​ມະນູນ ​ແລະ ພາກັນ​ໄປ​ເຖິງ​ ບາງກອກ ​ເພື່ອ​ຄັດຄ້ານ. ​ເປັນ​ຫນ້າ​ວິຕົກ​ກັງວົນ​, ມີ​ອົງການ​ຈັດ​ຕັ້ງ​ສັງຄົມ​ຈຳນວນ​ຫນຶ່ງ ຢູ່ ພາກ​ອີສານ​ຂອງ​ໄທ, ຊື່​ງ​ແມ່ນ​ສະຖານ​ທີ່​ໄດ້​ຂະຫນານ​ນາມ​ວ່າ ​ແມ່ນ​ຖານ​ທີ່​ໝັ້ນ ຂອງ​ຝ່າຍ​ເສື້ອ​ແດງ ກໍ​ສະ​ແດງ​ທ່າ​ທີ່​ແຂງ​ກະດ້າງ ​ແລະ ນາບ​ຂູ່​ ສົ່ງ​ກຳລັງ​ເຖິງ ບາງກອກ ​ເພື່ອ​ດຳ​ເນີນ​ການ​ສູ້​ຮົບ​ສຸດ​ທ້າຍ.

 ວິ​ກິດ​ການ​​ໃຫມ່,  ​ແຜ​ນການ​ເກົ່າ

        ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ​ເຖິງ​ວ່າ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ ຫລື​ໃນ​ຈຸດ​ເວລາ​ໃດ​ກໍ​ຕາມ ຍາກ​ທີ່ຈະ​ດຳ​ເນີນ​ໄດ້ ​ເມື່ອ​ກຳລັງ​ແຫ່​ຂະ​ບວນປະ​ທ້ວງຕ້າ​ນລັດຖະບານ ​ໄດ້​ຖະ​ແຫລ​ງວ່າ ຈະ​ສະກັດ​ກັ້ນ​ບໍ່​ວ່າການ​ເລືອກ​ຕັ້ງ​ຄັ້ງ​ໃດ.

 ຈາກ​ການ​ຜັນ​ແປ​​ໃນ​ປະຈຸ​ບັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະພາບ​ການ​ຢູ່​ໄທ ​ສືບ​ຕໍ່​​ເກີດ​ຄວາມ​ສັບສົນ, ຍາກ​ທີ່​ຄາດ​ຄະ​ເນ​ໄດ້ ​ແລະ ​ເພີ່ມ​ຄວາມ​ເຄັ່ງ​ຕ​​ຶງ ຖ້າ​ຫາກ​ບັນດາ​ຝ່າຍ​ບໍ່​ລະ​ງັບ​ໃຈ​ຢ່າງ​ສູງ​ສຸດ. ຄວາມ​ເຄ່ັງ​ຕຶງ​ເພີ່ມ​ຂຶ້ນ ອາດ​ຈະ​​ເກີດ​ມາ​ຈາກ​ການ​ປະ​ທະ​ກັນລະຫວ່າງ 2 ກຳລັງ​ແຫ່​ຂະ​ບວນປະ​ທ້ວງທີ່​​ມີ​ທັດສະນະ​ບໍ່ຄື​ກັນ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ, ​ແລະ ອາດ​ຈະ​ເກີດ​ເສີກກາງ​ເມືອງ. ຈຸດ​ເວລາ​ນີ້ ບໍ່​ທັນ​​ເຜີຍ​ມາດ​ຕະການ​ໃດ​ເພື່ອ​ແກ້​ໄຂສະພາບຄວາມ​ເຄັ່ງ​ຕຶງ​ຢູ່​ໄທ. ວົງ​ການ​ນັກ​ໄຈ້​ແຍກ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ: ກອງທັບ​ອາດ​ຈະ​​ເຂົ້າ​ຮ່ວມ ​ເມື່ອ​ວັນ​ທີ 15/5,  ຜູ້​ບັນຊາ​ການ​ທະຫານ​ບົກ​ໄທ ​ໄດ້​ກ່າວ​ເຕືອນ​ວ່າ: ຖ້າ​ຫາກ​ການ​ໃຊ້​ຄວາມ​ຮຸ​ນ​ແຮງສືບ​ຕໍ່​ເກີດ​ຂຶ້ນ​, ກອງທັບ​ອາດ​ຈະ​​ເຂົ້າ​ຮ່ວມ ​ເພື່ອ​ຟື້ນ​ຟຸູສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ກອງທັບ​ອາດ​ຈະ​ນຳ​ໃຊ້​ກຳລັງ​ອາວຸດ ​ເພື່ອ​ແກ້​ໄຂ​ສະພາບ​ການ. ຖ້າ​ຫາກ​ຄື​ແນວ​ນັ້ນ, ພື້ນຖານ​ດ້ານ​ການ​ເມືອງ​ໄທ ຄາດ​ວ່າ​ຈະ​ຖືກ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ເລິກ​ເຊິ່ງ, ສົ່ງ​ຜົນ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ການ​ພັດທະນາ​ເສດຖະກິດ​ສັງຄົມຢູ່​ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ