ເຄົາລົບ ແລະ ເປັນເອກະພາບຕໍ່ຈຸດໝາຍສ້າງສັນຕິພາບ

ເຄົາລົບ ແລະ ເປັນເອກະພາບຕໍ່ຈຸດໝາຍສ້າງສັນຕິພາບ - ảnh 1

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ ຢູ່​ກອງ​ປະຊຸມ Shangri – La ຄັ້ງ​ທີ 12

(ພາບ: TTXVN)

(vovworld) – ​​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ ຢູ່​ກອງ​ປະຊຸມ Shangri – La ຄັ້ງ​ທີ 12 ທີ່​ຫາ​ກໍ່​ດຳ​ເນີນ​ຢູ່​ສິງ​ຄະ​ໂປ ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ສາກົນ. ບໍ່​ພຽງ​ແຕ່​ເຕື້ອງ​ເຖິງ​ນະ​ໂຍບາຍການຕ່າງປະເທດ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງຫວຽດນາມ ເທົ່ານັ້ນ, ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຍັງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສານ​ຈະ​ແຈ້ງ​ທີ່​ວ່າ ຢາກ​ມີ​ສັນຕິພາບ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​ແລະ ຢາກ​ເຮັດ​ໃຫ້​ພາກ​ພື້ນ​ອາຊີ - ປາຊີ​ຝິກ ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ ​ແມ່ນ​ຕ້ອງ​ເຄົາລົບ ​ແລະ ​ເປັນ​ເອກະ​ພາບ​ຕໍ່​ຈຸດໝາຍ​ສ້າງສັນ​ຕິ​ພາບຂອງ​ແຕ່ລະ​ປະ​ເທດ.

ກ່ອນ​ອື່ນ​ໝົດ​ສາມາດ​ຢັ້ງຢືນ​ໄດ້​ວ່າ, ກອງ​ປະຊຸມ Shangri – La ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ສາກົນ ​ເພາະວ່າ​ມັນ​ແມ່ນ​ເຫດການ​ການ​ເມືອງ​ທີ່​ສຳຄັນ, ​ແມ່ນ​ກົນ​ໄກ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ ​ແລະ ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ພາກ​ພື້ນ​ນີ້. ​ແຕ່ Shangri – La ບໍ່​ແມ່ນ​ເວທີ​ປາ​ໄສ​ໜຶ່ງ​ດຽວ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ຍ້ອນ​ຍັງ​ມີ​ກົນ​ໄກ, ​ເວທີ​ປາ​ໄສ​ອື່ນໆຂອງ​ພາກ​ພື້ນ​ອີກຄື: ARF (​ເວທີ​ປາ​ໄສ​ກອງ​ປະຊຸມ​ພາກ​ພື້ນ), ADMM + (ກອງປະຊຸມ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ)…, ​​ເຖິງ​ວ່າ​ບໍ່​ມີ​ຖະ​ແຫຼ​ງການ​ຮ່ວມ, ບໍ່​ຖືກ​ຜູກ​ມັດ​ຍ້ອນ​ບັນດາ​ເອກະສານ, ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມກໍ່ຕາມ ​ແຕ່ Shangri – La ​ພັດແມ່ນ​ເວທີ​ປາ​ໄສ​ເປີດ ​ເຊິ່ງ​ໃນ​ນັ້ນ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ສາມາດ​ພົບ​ປະ, ​ໂອ້​ລົມ​ສົນທະນາ​ໂດຍ​ກົງ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ຫົວ​ເລື່ອງ​ຄວາມ​ໝັ້ນຄົງນຳ​ກັນ. ​ປະຈຸ​ບັນ, ໃນ​ພາກ​ພື້ນ​ໜຶ່ງ ​ເຊິ່ງ​​ໂຄງ​ປະກອບ​ດ້ານ​ພູມ​ສາດ, ການ​ເມືອງ​ຍັງ​ຂາດ​ສະຖຽນ​ລະ​ພາບ​ຫຼາຍ​ຢ່າງ​ນັ້ນ, Shangri – La ຈະ​​ເປັນ​​ເວທີ​ປາ​ໄສ​ໂອ້​ລົມ​ສົນທະນາ​ທີ່​ສຳຄັນ ​ແລະ ​ແທດ​ຈິງກ່ຽວ​ກັບ​ຄວາມ​ໝັ້ນຄົງ​.

ຍ້ອນ​ເຫດ​ນັ້ນ, ​​​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ຢຸງ ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​ກ່ຽວ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຝິກ ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ ຈຶ່ງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ໃນ​ທັນທີ. ຜູ້​ຊ່ຽວຊານ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທ່ານ David Camroux, ປະຈຸ​ບັນ​ແມ່ນ​ອາຈານ​ສອນ  ​ໃນ​ໂຮງຮຽນ​ການ​ເມືອງ​ປາ​ຮີ, ຮອງ​ບັນນາທິການ​ໃຫຍ່​ວາລະສານ Current Southeast, Asia Affairs, ຖື​ວ່າ:

“ນີ້​ແມ່ນ​​ເຫດການ​ສຳຄັນ, ​ມີ​ລັກສະນະ​ສັນຍາ​ລັກ, ເພາະວ່າ​ພວກ​ເຮົາ​ຕ່າງ​ກໍ່​ເຂົ້າ​ໃຈ​ໄດ້​ວ່າ ອິນ​ໂດ​ເນ​ເຊຍ​ ແມ່ນ​ປະ​ເທດ​ໃຫຍ່​ໃນ​ກຸ່ມ​ອາ​ຊຽນ ດັ່ງ​ນັ້ນ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແມ່ນ​ນັກ​ປາຖະກະຖາ​ຕົ້ນ​ຕໍ່​ຢູ່ Shangri – La ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຫວຽດນາມ​ ມີ​ທີ່​ຕັ້ງ​ສຳຄັນ​ໃນ​ບັນດາ​ບັນຫາ​ພູມ​ສາດ ​ແລະ ການ​ເມືອງ​ຂອງ​ພາກ​ພື້ນ“.

ທ່ານ​ຍັງ​ເນັ້ນ​ໜັກ​ວ່າ ຜ່ານ​ບົດ​ກ່າວ​ປາ​ໄສ​ນີ້ສາມາດ​ເຫັນ​ແຈ້ງ​ບັນດາ​ທັດສະນະ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​. ບໍ່​ພຽງ​ແຕ່​ສືບ​ຕໍ່​ຢືນຢັນ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ດ້ວຍ​ຄວາມຮັກຫອມ​ສັນຕິພາບ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫວຽດນາມ ຍັງ​ສະ​ເໜີ​ທິດ​ທາງ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ຢູ່ ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຜົນປະ​ໂຫຍ​ດຂອງ​ຫວຽດນາມ ອີກ​ດ້ວຍ. ທ່ານ​ David Camroux, ຢືນຢັນ​ວ່າ ຫວຽດນາມ ​ມີ​ທັດສະນະ​ຖືກຕ້ອງ​ທີ່​ສຸດ ​ເມື່ອ​ຖື​ວ່າ ​ເລື່ອງແກ້​ໄຂການ​ພິພາດ​ໃນ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບການ​ປຶກສາ​ຫາລື ບົນ​ພື້ນຖານ​ຫຼາຍ​ຝ່າຍ.

​ເຫັນ​ດີ​ຕໍ່​ທັດສະນະ​ຂອງ​ທ່ານ David Camroux, ຮອງ​ສາ​ສະ​ດາ​ຈານ, ດຣ ວິທະຍາສາດ Vladimir Mazyrin, ຜູ້ອຳນວຍ​ການ​ສູນ​ຄົ້ນ​ຄ້ວາ​ຫວຽດນາມ ​ຂອງ​ອາ​ຊຽນ ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ, ສະພາ​ມະຫາບັນດິດ​ວິທະຍາສາດ ສະຫະພັນ​ລັດ​ເຊຍ, ກໍ່​ຊີ້​ແຈ້ງວ່າ ທັດສະນະ​ຂອງ​ຫວຽດນາມ​ ແມ່ນ​ຖືກຕ້ອງ ​ເມື່ອ​ເຕື້ອງ​ເຖິງ​ທ່າ​ອ່ຽງ​ເພີ່ມ​ທະວີການ​ແກ່ງ​ແຍ້​ງ ​ແລະ ການ​​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

“​ສິ່ງ​ທີ່ສ້າງ​ຄວາມ​ໃສ່​ໃຈ​ແກ່​ຂ້າພະ​ເຈົ້າ​ນັ້ນ​ແມ່ນ, ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ຢຸງ ​ໄດ້​ເວົ້າ​ວ່າ ຫວຽດນາມ​ ບໍ່​ຄັດຄ້ານ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ຢູ່​ນອກ​ພາກ​ພື້ນ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ຮ່ວມ​ມື​ ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ. ບົດ​ກ່າວ​ປາ​ໄສ​ກໍ່​ໄດ້​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບ​ຟັງ​ຄຳ​ເຫັນ​ທີ່​ຖືກຕ້ອງ​ຂອງ​ບັນດາ​ປະ​ເທດ​ນ້ອຍ ຍິ່ງຮັບ​ຟັງ​ບັນດາຄຳ​ເຫັນພາວະ​ວິ​ໄສຂອງ​ບັນດາ​ປະ​ເທດ​ນ້ອຍ​ເທົ່າ​ໃດ ຍິ່ງ​ມີ​ຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ຖື​ວ່າ, ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ຫວຽດນາມ ບໍ່​ແມ່ນ​ປະ​ເທດ​ນ້ອຍ. ປະຈຸ​ບັນ, ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ເວທີ​ສາກົນ. ກອງ​ປະຊຸມ Shangri – La ​ແລະ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເອງ ​ໄດ້​ເປັນ​ການ​ຢັ້ງຢືນວ່າ ​ຜົນ​ສະທ້ອນ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ຄຳ​ເຫັນ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຟັງ“.

ບັນດາ​ນະ​ໂຍບາຍ​ໃຫຍ່, ມີ​ລັກສະ​ນະ​ຍຸດ​ທະ​ສາດກ່ຽວ​ກັບ​ບັນຫາ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຢູ່​ອາຊີ - ປາຊີ​ຝິກ ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ  ​ໄດ້​ຮັບ​ການສະໜັບສະ​ໜູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ກວ້າງຂວາງ​ຈາກ​ຫາງ​ສຽງ. ປະຈຸ​ບັນ, ບັນ​ຫາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ປາຖະໜາ, ບຸລິ​ມາ​ສິດ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ທ່າ​ອ່ຽງລວມຂອງ​ທົ່ວ​ໂລກ​ຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ