ເປີດໜ້າໃໝ່ໃນການພົວພັນມິດຕະພາບລະຫວ່າງຫວຽດນາມແລະTanzania,MozambiqueແລະIran


(vovworld) - ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ​ເຖິງ​ປະ​ເທດ​ສາທາລະນະ​ລັດ ​ເອກະພາບ Tanzania, ສາທາລະນະ​ລັດ Mozambique ​ແລະ ສາທາລະນະ​ລັດ ອິດສະ​ລາມ Iran ​ແຕ່​ວັນ​ທີ 9 15/3. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຢັ້ງຢືນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ ຫວຽດນາມ ​ແມ່ນສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ, ​ໃນ​ການ​ພົວພັນ​ກັບ Tanzania, Mozambique ​ແລະ Iran. ບັນນາທິການ VOV ມີ​ບົດ​ທີ່​ພາດ​ຫົວ​ຂໍ້ວ່າ: “​​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບລະຫວ່າງ ຫວຽດນາມ ​ແລະ Tanzania, Mozambique ​ແລະ Iran”.

        ການ​ຢ້ຽມຢາມ 3 ປະ​ເທດ​ແມ່ນ​ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ສຳຄັນ​ຂອງ ຫວຽດນາມ ​ໃນ​ປີ 2016, ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການທີ່​ແທ​ດຈິງ ​ແລະ ລະອຽດ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ກັບ 3 ປະ​ເທດ​ນີ້.

ເປີດໜ້າໃໝ່ໃນການພົວພັນມິດຕະພາບລະຫວ່າງຫວຽດນາມແລະTanzania,MozambiqueແລະIran - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ)

ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ Tanzania ​ແລະ Mozambique

   ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ເປັນ​ເວລາ 6 ວັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແມ່ນສາທາລະນະ​ລັດ ​ເອກະພາບ Tanzania ຢູ່​ເຂດ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ ອາ​ຟຣີກາ. Tanzania ​ມີ​ພື້ນຖານ​ເສດຖະກິດ​ອີງ​ໃສ່​ກະສິກຳ​ເປັນ​ຕົ້ນຕໍ ​ແລະ ປະຈຸ​ບັນ ​ແມ່ນ​ປະ​ເທດ​ຜະລິດ​ຄຳ​ໃຫຍ່​ອັນ​ດັບ 3 ຂອງ ອາບຟຣີກາ. ຫວຽດນາມ ມີການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ​ກັບ Tanzania. 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ນັ​ບ​ແຕ່​ເດືອນ 2/1965. ຫວຽດນາມ ​ແລະ Tanzania ມີ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ໃນ​ບາງ​ຂົງ​ເຂດ ​ແລະ ພວມ​ມີ​ທ່າ​ພັດທະນາ​ຢ່າງ​ແຮງ. ກ່ຽວ​ກັບ​ດ້ານ​ກະສິກຳ, ສິນ​ໃນ​ນຳ້, Tanzania ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ສົ່ງ​ນັກ​ຊ່ຽວຊານ, ນັກ​ເຕັກນິກ ​ແລະ ຊາວ​ກະສິກອນ ​ໄປ​ຊ່ວຍ​ເຫຼືອ Tanzania, ພ້ອມ​ທັງ​ປາດ​ຖະໜາ​ຢາກ​ໃຫ້​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ເຂົ້າ​ຂົງ​ເຂດ​ກົນຈັກ​ດ້ານ​ກະສິກຳ​ຂະ​ໜາດ​ນ້ອຍ ​ແລະ ຜະລິດ​ກະສິກ​ຳ​ເພື່ອ​ສະໜອງ​​ໃຫ້ Tanzania ​​ແລະ ຕະຫຼາດຂອງ 5 ປະ​ເທດ​ຢູ່ ອາບຟຣີກາ ຕາ​ເວັນ​ອອກ. ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃນ​ໄລ​ຍະ 2010 – 2013 ບັນລຸ​ກ່ວາ 100 ລ້ານ USD/ປີ. ປີ 2015, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 204 ລ້ານ USD (​ໃນ​ນັ້ນ ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ​ແມ່ນ 64 ລ້ານ USD). ກ່ຽວ​ກັບ​ການ​ລົງທຶນ, ​ເດືອນ 9/2014, ບໍລິສັດ​ໂທລະ​ຄົມມະນາຄົມ​ກອງທັບ Viettel ປະຕິບັດ​ສຳ​ເລັດ​ການ​ເຈລະຈາ​ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຸລະ​ກິດ​ກ່ຽວ​ກັບ​ໂທລະ​ຄົມ Viettel Tanzania ດ້ວຍ​ຍອດ​ເງິນ​ລົງທຶນ​ປະມານ​ກ່ວາ 700 ລ້ານ USD, ທີ່​ໄດ້​ຮັບ​ການ​ອະ​ນາ​ຍາດ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ ​ແລະ ​ດຳ​ເນີນ​ເຄືອ​ຂ່າຍ​​ໂທລະ​ຄົມ 3 ຈີ ຢູ່ Tanzania. ວັນ​ທີ 15/10/215, ​ເຄືອ​ຂ່າຍ Halotel ຂອງ Viettel ​ໄດ້​ຮັບ​ການ​ເປີດ​ສະຫຼອງ​ຢູ່ Tanzania ຢ່າ​ງ​ເປັນ​ທາງ​ການ.

ເດີນ​ທາງ​ອອກ​ຈາກ Tanzania, ທ່ານ​ປະ​ທານ​ປະ​ເທດ​ ເຈືອງ​ເຕີນ​ຊາງ ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສ. Mozambique ໃນ​ເວ​ລາ 2 ວັນ, ຄືໃນ​ລະ​ຫວ່​າງວັນ​ທີ 11 ແລະ 12/3. ໂດຍ​ນອນ​ໃນ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທະ​ວີບ​ອາ​ຟ​ຼິ​ກາ, Mozambique ມີ​ພື້ນ​ຖານ​ເສດ​ຖະ​ກິດ ດ້ວຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕົ້ນ​ຕໍ ນັ້ນ​ແມ່ນ: ຝ້າຍ, ໝາກ​ມ່ວງ​ຫິ​ມະ​ພານ, ມັນ​ຕົ້ນ, ຕົ້ນ​ອ້ອຍ, ຖົ່ວ​ດິນ…. ຫວຽດ​ນາມ ແລະ Mozambique ມີ​ການ​ພົ​ວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ນັບ​ແຕ່​ໄລ​ຍະ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 25/6/1975. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ນັບແຕ່​ປີ 2006 ຮອດ​ປີ 2010, ວົງ​ເງິນ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ​ຫວຽດ​ນາມ ແລະ Mozambique ເພີ່ມ​ຂຶ້ນກວ່າ 3 ເທົ່າ (ແຕ່ 14 ລ້ານ USD ຂຶ້ນ​ເຖິງ ກວ່າ 45 ລ້ານ USD). ການແລກ​ປ່ຽນ​ດ້ານ​ການ​ຄ້າ​ເພີ່ມ​ຂຶ້ນ​ຢ່າງ​ສະ​ໝ່ຳ​ສະ​ເຫມີ. ປີ 2015, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸກວ່າ 66 ລ້ານ USD. ກ່ຽວ​ກັບ​​ດ້ານການ​ລົງ​ທຶນ, ປະ​ຈຸ​ບັນ ຫວຽດ​ນາມ ມີ​ກຸ່ມ​ບໍ​ລິ​ສັດ Viettel  ແລະ Hapro ພວມ​ລົງ​ທຶນ​ຢູ່ Mozambique ໃນ​ຂົງ​ເຂດ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ຄ້າ. ໃນ​ຂົງ​ເຂດ​ກະ​ສິ​ກຳ, ຫວຽດ​ນາມ ແລະ ໂມ​ຊຳ​ບີກ ມີ​ຫລາຍ​ໂຄງ​ການ​ຮ່ວມ​ມື​ສອງ​ຝ່າຍ, ສາມ​ຝ່າຍ, ແບ່ງ​ປັນ​ບົດ​ຮຽນ ແລະ ບຳ​ລຸງ​ສ້າງ​ເຕັກ​ນິກ​ພັດ​ທະ​ນາ​ກະ​ສິ​ກຳ, ສິນ​ໃນ​ນ້ຳ.

       ຍູ້​ແຮງ​​ການຮ່ວມ​ມື​ກັບ ສ.ອິດ​ສະ​ລາມ​ ອີ​ຣານ

        ປະ​ເທດ​ສຸດ​ທ້າຍ ເຊິ່ງທ່ານ​ປະ​ທານປະ​ເທດ ເຈືອງ​ເຕີນ​ຊາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ ນັ້ນ​ແມ່ນ ສ. ອິ​ດ​ສະ​ລາມ ອີ​ຣານ. ປະ​ເທດ​ຕາ​ເວັນ​ອອກ​ກາງນີ້ ມີ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ຫລາຍ​ແຫ່ງ​ທີ່​ຍັງ​ຄົງ​ຕົວ​ຈົນ​ເຖິງ​ປະ​ຈຸ​ບັນ. ພາ​ຍ​ຫລັງ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ ເມື່ອ​ເດືອນ 7/2015 ແລະ ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່ຕົ້ນ​ປີນີ້, ການ​ພົ​ວ​ພັນ​ລະ​ຫວ່າງ ອີ​ຣານ ກັບ ກຸ່ມ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ກຸ່ມ P5+1 ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ເຫັນ​ໄດ້​ຊັດ. ສ​ປ​ຊ, ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ການ​ຍົກ​ເລີກ​ການ​ລົງ​ໂທດ​ເສດ​ຖະ​ກິດ​ ຕໍ່ ອີ​ຣານ​ເທື່ອ​ລະ​ກ້າວ. ພື້​ນ​ຖານ​ເສດ​ຖະ​ກິດ ອີ​ຣານ ພວມ​ໄດ້​ຮັບ​ການຟື້ນ​ຟູ​ເທື່ອ​ລະ​ກ້າວ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2015 ຄາດ​ວ່າ​ບັນ​ລຸ 2%, ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຢືນ​ອັນ​ດັບ​ທີ 29  ຂອງ​ໂລກ.

        ຫວຽດ​ນາມ ແລະ ອີ​ຣານ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ. ສອງ​ປະ​ເທດ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 4/8/1973. ປີ 1991, ອີ​ຣານ ເປີດ​ສະ​ຖານ​ທູດ ຢູ່​ຮ່າ​ໂນ້ຍ. ປີ 1997, ຫວຽດ​ນາມ ເປີດ​ສະ​ຖານ​ທູດ ຢູ່ ເຕ​ເຮ​ຣານ. ເດືອນ 9/2009, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອີ​ຣານ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ສອງ​ປະ​ເທດ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາບ​ທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ ເປັນ 6 ຄັ້ງ ແລະ ​ກອງປະ​ຊຸ​ມຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ 8 ຄັ້ງ.  ສອງ​ປະ​ເທດ ຫວຽດ​ນາມ ແລະ ອີ​ຣານ ກໍ​ໄດ້​ມີ​ການຮ່ວມ​ມືເບື້ອງ​ຕົ້ນ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ​ໝັ້ນ​ໝາຍ​ຈະ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2015 ບັນ​ລຸກວ່າ 106 ລ້ານ USD. ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫລາຍ​ຄະ​ນະ, ໃນ​ນັ້ນ ມີ​ການ​ຢ້ຽມ​ຢາມ​ອີ​ຣານ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເລ​ດືກ​ແອງ ເມື່ອ​ປີ 1994, ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດືກ​ເລືອງ ເມື່ອ​ປີ 2002, ປະ​ທານ​ສະ​ພາ​ແຫ່ງ​ຊາດ ນົງ​ດືກ​ແມ້ງ ເມື່ອ​ປີ 1999, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ເຕີນ​ຢູງ ເມື່ອ​ປີ 2000 ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເມື່ອ​ປີ 2014. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ M.Amadinejat ເມື່ອ​ປີ 2012, ປະ​ທານ​ສະ​ພາ​ແຫ່ງ​ຊາດ A. Natech ກໍ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເມື່ອ​ປີ 1998.

        ບົນ​ພື້ນ​ຖານ​ຂອງ​ບັນ​ດາ​ການ​ພົວ​ພັນ​ນີ້, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ. ເອ​ກະ​ພາບ Tanzania, ສ. Mozambique ແລະ ສ ອິດ​ສະ​ລາມ ອີ​ຣານ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເພື່ອແນ​ໃສ່​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປີດກວ້າງ ຂອງ​ຫວຽດ​ນາມ, ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ໃນ​ທຸກ​ດ້ານ, ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ ກັບ​ປະ​ເທດຕ່າງໆ. ການ​ຢ້ຽມ​ຢາມ​ຈະ​ເປີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃນ​ການ​ພົວ​ພັ​ນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ Tanzania, ສ. Mozambique ແລະ ສ. ອິດ​ສະ​ລາມ ອີ​ຣານ.


ຂ່າວ/ບົດ​ອື່ນ