ເປັນຈິດໜຶ່ງໃຈດຽວກັນ, ເຫັນດີນຳປະເທດຊາດພັດທະນາໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ຊາດສະຫງ່າລາສີ

(VOVWORLD) -ເລື່ອງກອງປະຊຸມສູນກາງພັກ ມີການກຳນົດທິດວາງແຜນສັງລວມລະດັບຊາດໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050 ສະແດງໃຫ້ຢ່າງຈະແຈ້ງວິໄສທັດຍຸດທະສາດຂອງພັກກອມມູນິດ ຫວຽດນາມ ໃນການພັດທະນາປະເທດຊາດ
ເປັນຈິດໜຶ່ງໃຈດຽວກັນ, ເຫັນດີນຳປະເທດຊາດພັດທະນາໃຫ້ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ, ຊາດສະຫງ່າລາສີ - ảnh 1ກອງປະຊຸມເທື່ອທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII
(ພາບ: dangcongsan.vn)

ພະນັກງານ, ສະມາຊິກພັກ, ປະຊາຊົນ ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍການປະຕິບັດບັນດາເນື້ອໃນກຳນົດທິດຂອງກອງປະຊຸມເທື່ອທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາປະເທດຊາດ ເຊິ່ງໄດ້ວາງອອກໃຫ້ປີ 2022 ຢ່າງມີໄຊ, ສ້າງປັດໄຈໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າໃນປີ 2023 ແລະ ໃນຊຸມປີຕໍ່ໆໄປ. ໃນສະພາບການຢູ່ໃນໂລກ ແລະ ພາຍໃນປະເທດມີການປ່ຽນແປງຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ເລື່ອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດເປັນຈິດໜຶ່ງໃຈດຽວ, ເຫັນດີເຫັນພ້ອມ, ມານະພະຍາຍາມສູ້ຊົນ, ຍາດແຍ່ງທຸກກາລະໂອກາດ, ຄວາມສະດວກ, ການແກ້ໄຂ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຈະແມ່ນແຫຼ່ງກຳລັງສຳຄັນເພື່ອນຳປະເທດຊາດໃຫ້ພັດທະນານັບມື້ນັບເຂັ້ມແຂງ, ວັດທະນາຖາວອນ, ຊາດນັບມື້ນັບສະຫງ່າລາສີ.

ກອງປະຊຸມເທື່ອທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ສະຫຼຸບ, ຕີລາຄາ, ກຳນົດທິດການພັດທະນາເສດຖະກິດ, ສັງຄົມ, ງົບປະມານຂອງລັດປີ 2022 ແລະ ທິດທາງ, ໜ້າທີ່ປີ 2023; ກຳນົດທິດການພັດທະນາໂດຍສັງເຂບລະດັບຊາດໄລຍະ 2021 – 2030 ແລະ ວິໄສທັດຮອດປິ 2050; ຍູ້ແຮງວິວັດທະນາການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝຮອດປີ 2030; ວິໄສທັດຮອດປີ 2045… ບັນດາເນື້ອໃນດັ່ງກ່າວໄດ້ຊ່ວຍໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນໃນທົ່ວປະເທດກຳໄດ້ຈຸດລວມທີ່ສຸດກ່ຽວກັບວິໄສທັດຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະຈະມາເຖິງ.

ທ່ານ ຫງວຽນຢຸນກຸຍ, ອະດີດເລຂາພັກແຂວງໆ ບິ່ງດິ້ງ, ຖືວ່າ, ເລື່ອງກອງປະຊຸມສູນກາງພັກ ມີການກຳນົດທິດວາງແຜນສັງລວມລະດັບຊາດໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050 ສະແດງໃຫ້ຢ່າງຈະແຈ້ງວິໄສທັດຍຸດທະສາດຂອງພັກກອມມູນິດ ຫວຽດນາມ ໃນການພັດທະນາປະເທດຊາດ.

“ເມື່ອເວົ້າເຖິງຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແມ່ນຍັງໃຫຍ່ຫຼວງຢູ່, ຄວາມຈິງແມ່ນຍັງບໍ່ທັນເສີມຂະຫຍາຍຄວາມສາມາດບົ່ມຊ້ອນໝົດເທື່ອ ຄືສູນກາງໄດ້ປຶກສາຫາລືສ້າງແຜນການເພື່ອເຮັດແນວໃດສົມທົບກັນຢ່າງແໜ້ນແຟ້ນໃນທົ່ວປະເທດ, ແຕ່ລະເຂດພາກ, ພັດທະນາພື້ນຖານໂຄງລ່າງ. ຄະນະບໍລິຫານງານສູນກາງພັກໄດ້ວາອອກການກຳນົດທິດຈະແຈ້ງທີ່ສຸດ ເພື່ອສູ້ຊົນນຳ ຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳ, ທັນສະໄໝ”

ໂດຍມີຄວາມສົນໃຈເຖິງວິວັດທະນາການພັດທະນາການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ຄືດັ່ງເນື້ອໃນຂອງກອງປະຊຸມສູນກາງພັກໄດ້ເຕື້ອງເຖິງນັ້ນ, ທ່ານ ຫງວຽນກວາງຮວນ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ Halcom ຫວຽດນາມ, ຖືວ່າ, ການຊຸກຍູ້ເລື່ອງຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝໃນໄລຍະປະຈຸບັນ ຕ້ອງອີງໃສ່ທ່າແຮງຂອງການປະຕິວັດອຸດສາຫະກຳ 4.0.

“ໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ກໍໄດ້ເຕື້ອງເຖິງເລື່ອງ ຕ້ອງສຸມໃສ່ສ້າງໂຄງປະກອບການພັດທະນາຄືນໃໝ່, ແຕ່ຕ້ອງມີການປ່ຽນແປງໃໝ່, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ການຫັນປະເທດຊາດເປັນປະເທດອຸດສາຫະກຳ ທັນສະໄໝນັ້ນ ຕ້ອງແມ່ນເສັ້ນທາງທີ່ພວກເຮົາບັນລຸໄດ້ບັນດາຄາດໝາຍ. ຖ້າຫາກພວກເຮົາບໍ່ອີງໃສ່ທ່າແຮງຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ນັ້ນ, ພວກເຮົາບໍ່ສາມາດເພີ່ມສະມັດຕະພາບການອອກແຮງງານໄດ້.”

ສ່ວນທ່ານ ດ່ວານມິງລອງ, ປະທານສະມາຄົມນັກຂ່າວແຂວງ ແຄງຮ່ວາ, ຖືວ່າ ເລື່ອງກອງປະຊຸມເທື່ອທີ 6 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຫັນດີເປັນເອກະພາບປະກາດໃຊ້ມະຕິກ່ຽວກັບ “ການສືບຕໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບໃນໄລຍະໃໝ່” ແມ່ນມີຄວາມຈຳເປັນທີ່ສຸດ.

“ສິ່ງສຳຄັນທີ່ສຸດໃນມະຕິສະບັບນີ້ແມ່ນຄວາມຢືດໝັ້ນກ່ຽວກັບເປົ້າໝາຍເອກະລາດ, ສັງຄົມນິຍົມ, ຮັບປະກັນການຊີ້ນຳຂອງພັກເປັນໜຶ່ງດຽວ. ສູນກາງພັກປະກາດໃຊ້ມະຕິສະບັບນີ້ເພື່ອສືບຕໍ່ສ້າງໃຫ້ສົມບູນແບບ, ເພື່ອສ້າງ, ຈັດຕັ້ງລັດແຫ່ງອຳນາດກົດໝາຍໃຫ້ເປັນຢ່າງດີກວ່າອີກ. ເມື່ອມີກົດໝາຍແໜ້ນແຟ້ນແລ້ວ ປະຊາຊົນ, ປະຊາຄົມປະຕິບັດຕາມກົດໝາຍນັ້ນ. ແລະແນ່ນອນວ່າ ສິດທິມະນຸດ, ສິດເສລີ, ປະຊາທິປະໄຕ, ສິດຮັບປະກັນຊີວິດສັງຄົມໄດ້ຊົມໃຊ້ຢູ່ລະດັບສູງ, ຍືນຍົງກວ່າ”.

        ບັນດາພະນັກງານ, ປະຊາຊົນໃນທົ່ວປະເທດໄດ້ ແລະ ພວມຜັນຂະຫຍາຍ, ຊາບຊຶມ, ຜັນຂະຫຍາຍບັນດາເນື້ອໃນທີ່ ກອງປະຊຸມເທື່ອທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII ວາງອອກ. ເລື່ອງຜັນຂະຫຍາຍດ້ວຍການຮ່ວມແຮງຮ່ວມໃຈ, ທົ່ວປະເທດ ເປັນຈິດໜຶ່ງໃຈດຽວປະຕິບັດບັນດາແຜນນະໂຍບາຍຂອງພັກນັ້ນ ແມ່ນປະຖົມປັດໃຈສຳຄັນເພື່ອຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດຢ່າງໄວ, ຍືນຍົງ, ນຳ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງຕາມການກຳນົດທິດສັງຄົມນິຍົມໃນປີ 2045, ຄືດັ່ງມະຕິກອງປະຊຸມໃຫຍ່ຊຸດທີ XIII ຂອງພັກໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ