ເປັນຫຍັງກຳລັງປະສົມບໍ່ທັນດັບສູນ IS ໄດ້

(vovworld)- ໂດຍບໍ່​ຫົວ​ຊາ​ຕໍ່​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ກຳ​ລັງ​ປະ​ສົມ ອາ​ເມ​ລິ​ກາ - ເອີ​ລົບ - ອາ​ຣັບ ທີ່​ແກ່​ຍາວ​ໃນ​ຫລາຍ​ເດືອນ​ຜ່ານ​ມາ . ໃນ​ຊຸມມື້ມໍ່ໆ​ມານີ້, ອົງ​ການ​ລັດ​ອິດ​ສະ​ລາມ IS ໄດ້​ຢືດ​ຄອງ ບັນ​ດາ​ນະ​ຄອນໃຫຍ່, ​ນະ​ຄອນຍຸດ​ທະ​ສາດ ຢູ່ ອີ​ຣັກ ແລະ ຊີ​ຣີ ​ຢ່າງ​ລຽນ​ຕິດ​. ສະ​ພາ​ວະ​ການນີ້ ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍ​ໃຫ້​ແກ່ ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ໃນ​ການ​ພິ​ຈາ​ລະ​ນາ, ປ່ຽນ​ແປງ​ຍຸດ​ທະ​ສາດ​ຕ້ານ​ຄືນ​ກຳ​ລັງ​ນີ້.

        ພຽງ​ໃນ​ເວ​ລາ 5 ມື້ເທົ່າ​ນັ້ນ, ກຳ​ລັງ​ລັດ​ອິດ​ສະ​ລາມ IS ​ໄດ້ຢືດ​ຄອງ ​ນະ​ຄອນ​ສຳ​ຄັນ​ 2 ແຫ່ງ​ຂອງ ອີ​ຣັກ ແລະ ຊີ​ຣີ ຢ່າງ​ລຽນ​ຕິດ, ນັ້ນ​ແມ່ນ  ນະ​ຄອນ Ramadi ແລະ Palmyra. ຢູ່ ອີ​ຣັກ ດ້ວຍ​ການ​ຢືດ​ຄອງ​ນະ​ຄອນ Ramadi ​ເມືອງ​ເອກ​ຂອງ​ແຂວງ Anbar  ຊື່ງ​ແມ່ນ​​ນະ​ຄອນໃຫຍ່​ສຸດ​ຂອງ ອີ​ຣັກ, ຍິ່ງກວ່າ​ເວ​ລາ​ໃດ​ໝົດ IS ພວມ​ບຸກ​ເຂົ້າ​ມໍ່​ກັບ​ນະ​ຄອນ​ຫລວງ ແບກ​ແດດ ຂອງ​ອີ​ຣັກ. ສ່ວນ​ຢູ່​ ຊີ​ຣີ, ບໍ່​ພຽງ​ແຕ່​ຢືດ​ຄອງ​ຕົວ​ເມືອງ​ເກົ່າ​ Palmyra ທີ່ມີ​ອາ​ຍຸ 2000 ປີ​ເທົ່າ​ນັ້ນ, IS ​ຍັງ​ຢືດ​ຄອງ​ຜືນ​ແຜ່ນ​ດິນ​ທັງ​ໝົດ​ຂອ​ງ​ຊີ​ຣີ ກວ່າ​ເຄິ່ງ​ຫນຶ່ງ​ອີກ​ດ້ວຍ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ເຂດ​ມີບໍ່​ນ້ຳ​ມັນ​ ຫລາຍແຫ່ງ. ການ​ປະ​ລາ​ໄຊ​ຢ່າງ​ລຽນ​ຕິດນັ້ນ ໄດ້​​​ສົ່ງຜົນ​ສະ​ທ້ອນບໍ່​ດີ​ເຖິງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ກຳ​ລັງ​ປະ​ສົມ​ຕ້ານ IS ໂດຍ ອາ​ເມ​ລິ​ກາ ນຳ​ຫນ້າ​ໃນ​ສະ​ພາບ​ການ​ຍຸດ​ທະ​ສາດ​ດ້ານ​ການ​ທະ​ຫານ​ຂອງ​ກຳ​ລັງ​ປະ​ສົມ​ນີ້​ ພວມ​ຖືກ​ຕຳ​ນິ​ຕິ​ຕຽນ​ຢ່າງ​ແຮງ .

 ການ​ປະ​ລາ​ໄຊ​ຂອງ​ກຳ​ລັງ​ປະ​ສົມ

       ພາຍ​ຫລັງ​ຖືກ​ປະ​ລາ​ໄຊ​ຢ່າງ​ລຽນ​ຕິດ, ຜູ້​ຊ່ຽວ​ຊານ​ການ​ທະ​ຫານ ແລະ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຫລາຍ​ທ່ານ ໄດ້​ຕຳ​ນິ​ຕິ​ຕຽນ​ຍຸດ​ທະ​ສາດ​ຕ້ານ IS ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama. ນັກ​ໄຈ້​ແຍກ​ການ​ທະ​ຫານຫລາຍ​ທ່ານຖື​ວ່າ ອາ​ເມ​ລິ​ກາ, ເອີ​ລົບ ແລະ ອາ​ຣັບ ພວມ​ເປີດບັ້ນ​ຮົບ​ຕ້ານ IS ແຕ່ບໍ່​ມີ​ການ​ຊີ້​ນຳ​ທີ່​ຈຳ​ເປັນ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບໍ່​ເຫັນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ IS ພວມ​ອ່ອນ​ເພຍ​ລົງ. ເປັນ​ຫນ້າ​ສົນ​ໃຈ ກ່ອນ​ທີ່ IS ຢືດ​ຄອງ​ບັນ​ດາ​ນະ​ຄອນຍຸດ​ທະ​ສາດ​ຢູ່ ອີ​ຣັກ ແລະ ຊີ​ຣີ, ອຳ​ນາດ​ການ​ປົກ​ຄອງ ວໍ​ຊິງ​ຕັນ, ລອນດອນ ແລະ ບັນ​ດ​າ​ປະ​ເທດ ອາ​ຣັບ ສື​ບ​ຕໍ່​​ມີ​ບົດ​ລາຍ​ງານປະ​ເອີບ​ໃຈ​ກ່ຽວ​ກັບ​ສະ​ພາບ​ການ​ດັບ​ສູນ IS ວ່າ : IS ພວມ​ຖືກ​ຍູ້​ໃຫ້​ຖອຍ​ໄປ, ນັບ​ມື້​ນັບ​ຊຸດ​ໂຊມ ຍ້ອນ​ຂາດ​ແຫລ່ງ​ການ​ເງິນ ແລະ ອາ​ວຸດ​ຢ່າງ​ແຮງ. ຄວ​າມ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ສິ່ງ​ກົງ​ກັນ​ຂ້າມ. ບໍ່​ພຽງ​ແຕ່​ຢູ່ ອີ​ຣັກ ແລະ ຊີ​ຣີ ເທົ່າ​ນັ້ນ, IS ຍັງ​ເພີ່ມ​ການ​ບຸກ​ໂຈມ​ຕີໃສ່​​​ສະ​ຖາ​ນ​ທີ່​ອື່ນ​ຄື: ອາ​ຣ​ັບ​ບີ ຊາ​ອຸ​ດິດ, ເຢ​ແມນ.

ເຖິງ​ວ່າ​ປະຕິ​ເສດ​ຄຳ​ກ່າວ​ຫາ IS ພວມ​ໄດ້​ຮັບ​ໄຊຊະນະ, ວໍ​ຊິງ​ຕັນ ກໍ່​ຕ້ອງ​ອອກສຽງ​ຍອມຮັບ​ວ່າ, ທະຫານ​ປະສົມ​ຕ້ານ IS ພວມ​ປະ​ເຊີນ​ໜ້າ​ກັບ “ບາດກ້າວ​ຖອຍຫຼັງ​ຂອງຍຸດ​ທະ​ສາ“​. ປະທາ​ທິບໍດີ B.Obama ​ໄດ້ຢືນຢັນ​ວ່າ, ອາ​ເມ​ລິ​ກາ​ຈະ​ “ບໍ່ປະລາ​ໄຊ“ ​ໃນ​ການ​ສູ້​ຮົບ​ຕ້ານ​ຄືນ​ອົງການ​ນີ້ ​ແລະ​ຮອດ​ເວລາ​ແລ້ວ​ທີ່​ຈະ​ຕ້ອງປັບປຸງ​ຍຸດ​ທະ​ສາດ​ຕ້ານ IS. ອະ​ດີດລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ ທ່ານ Robert Gates ກໍ່​ຢືນຢັນ​ວ່າ, ການ​ສະໜອງ​ລະບົບ​ລູກ​ສອນ​ໄຟ​ຕ້ານ​ລົດ​ຕັງ​ລຸ້ນ​ໃໝ່​ໃຫ້​ແກ່​ກອງທັບ​ອີ​ຣັກ ພຽງ​ແຕ່​ແມ່ນ​ປະຕິກິລິຍາ​ຊົ່ວຄາວ​ເທົ່າ​ນັ້ນ. ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເມືອງ ​ແລະ ການ​ທະຫານ​ໄລຍະ​ຍາວ​ລ້ວນ​ແຕ່​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ. ​ແຕ່​ຍຸດ​ທະ​ສາດ​ຕ້ານ IS ຕ້ອງ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ໃດ? ມາ​ຮອດ​ປະຈຸ​ບັນ​ອາ​ເມ​ລິ​ກາ ​ແລະ ທະຫານ​ປະສົມ​ບໍ່​ທັນ​ມີ​ຄຳ​ຕອບ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້​ເທື່ອ.

 ເປັນຫຍັງກຳລັງປະສົມບໍ່ທັນດັບສູນ IS ໄດ້ - ảnh 1

IS ປະຫານ​ຕົວ​ປະກັນຢ່າງໂຫດຮ້າຍ​ສາມານ

        IS ​ເຄີຍ​ຮັບ​ມື ​ແລະ ​ນັບ​ມື​ນັບເປີດ​ກວ້າງ​ເຂດ​ຢືດຄອງ

        ມາ​ຮອດ​ປະຈຸ​ບັນ, ມີ​ຫຼາຍ​ຄົນ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ, ​ເປັນ​ຫຍັງ IS ນັບ​ມື້​ນັບ​ເປີດ​ກວ້າງ​ເຂດ​ຢືກຄອງຕື່ມ​ອີກ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ. IS ນັບ​ມື້​ນັບ​ໂຫດຮ້າຍ​ສາມານ, ດ້ວຍ​ການ​ປະຫານ​ຕົວ​ປະກັນຢ່າງ​ປ່າ​ເຖື່ອນ​ເຊັ່ນ, ຕັດ​ຄໍ, ​ເຜົາ​ທັງ​ເປັນ. ຕາມ​ຜູ້​ຊ່ຽວຊານ​ຈຳນວນ​ໜຶ່ງ, IS ​ເຄີຍ​ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ທະຫານ​ປະສົມ​ແລ້ວ. ປະຈຸ​ບັນ, IS ມີ​ທ່າ​​ໄດ້​ປຽບ​ຈຳນວນ​ໜຶ່ງ​ເມື່ອ​ທຽບ​ໃສ່​ກຳລັງ​ທະຫານ​ບົກ​ຂອງ​ປະ​ເທດ​ຕ່າງໆ​ນັ້ນ​ແມ່ນ​ມີ​ບົດຮຽນ​ໃນ​ການ​ສູ້​ຮັບ ​ແລະ ການ​ກໍ່ສ້າງ​ກຳລັງ. ກ່ອນປີ 2007, IS ມີ​ກຳລັງ​ໜ້ອຍ, ການ​ກໍ່ສ້າງ​ຕົ້ນຕໍ​ແມ່ນ​ຜະລິດ​ອຸປະກອນ​ລະ​ເບີດ ​ເພື່ອ​ບຸກ​ໂຈມ​ຕີ​ກຳລັງ​ລັດຖະບານ, ​ແຕ່​ໃນ 3 ປີມາ​ນີ້, ບັນດາ​ບົດຮຽນ​ຂອງ​ກຳລັງ IS ມີ​ລັກສະນະ​ອັນຕະລາຍ​ກວ່າ. ກ່ອນ​ນີ້, IS ​ໄດ້​ດຳ​ເນີນ​ສົງຄາມ​ແບບ​ທຳ​ມະ​ດາ, ດ້ວຍ​ທະຫານ​ຫຼາຍ​ຄົນ ​ແລະ ກຳລັງ​ອາວຸດ​ປະ​ເພດ​ໜັກ, ດັ່ງ​ນັ້ນ​ຖືກ​ທຳລາຍ​ງ່າຍ. ​ແຕ່​ປະຈຸ​ບັນ, IS ພວມ​ຫັນ​ໄປ​ສູ່​ການ​ເຄື່ອນ​ໄຫວ​ແບບ​ກອງ​ຫຼອນ, ດ້ວຍ​ທະຫານ​ຈຳນວນ​ໜ້ອຍ, ນຳ​ໃຊ້​ອາວຸດ​​ເບົາ, ນຸ່ງ​ໂສ້ງ​ເສື້ອ​ແບບ​ສາມັນ​ຊົນ, ​ເຄື່ອນ​ໄຫວ​ໃນ​ຍາມ​ກາງຄືນ, … ຍ້ອນ​ເຫດ​ນັ້ນ, ISນັບ​ມື້​ນັບ​ພັດທະນາ. ​ເລື່ອງ IS ສາມາດ​ເຄື່ອນ​ໄຫວ​ເປັນ​ປົກກະຕິ, ​ໃນ​ໄລຍະ​ຍາວ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອາ​ເມ​ລິ​ກາ ​ແລະ ພັນທະ​ມິດ ​ໃນ​ໄລຍະ​ຜ່ານ​ມາ, ນັ້ນ​ແມ່ນ​ຍ້ອນ​ມີ​ບ້ວງ​ເງິນ​ກ້ອນ​ໃຫຍ່​ທີ່​ໄດ້​ຮັບ​ຈາກ​ບໍ່​ນຳ້ມັນ​ຕ່າງໆ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຊີຣີ, ​ເຊິ່ງພວກ​ມັນ​ຢືດ​ໄດ້​ເມື່ອ​ທ້າຍ​ປີ 2012. ຄຽງ​ຂ້າງ​ນັ້ນ, ການ​ເງິນ​ຂອງ IS ຍັງ​ໄດ້​ຮັບ​​ຈາກການ​ຄ້າ​ເຖື່ອນ​ວັດຖຸບູຮານ​ເຊິ່ງພວກ​ມັນ​ປຸ້ນໄດ້​ເມື່ອ​ຢືດຄອງ​ເຂດ​ເຫຼົ່າ​ນັ້ນ.

ຄວນ​ມີ​ຍຸດ​ທະ​ສາດ​ຮອບ​ດ້ານ

        ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ, ເລື່ອງ​ກຳ​ນົດ​ຍຸດ​ທະ​ສາດ​ຮອບ​ດ້ານ​ຍາວ​ນານ​ຕ້ານ IS ແມ່ນ​ຮີບ​ດ່ວຍ​ທີ່​ສຸດ. ກ​່ອນ​ນີ້, ມີຫຼາຍ​ຄຳ​ເຫັນ​ຖື​ວ່າ: ຖ້າ​ຫາກ ອາ​ເມ​ລິ​ກາ ແລະ ທະ​ຫານ​ປະ​ສົມ​​ມີ​ແຕ່ບຸກ​ໂຈມ​ຕີທາງ​ອາ​ກາດ ​ເທົ່າ​ນັ້ນ​ແມ່ນ​ບໍ່​ສາ​ມາດ​ດັບ​ສູນ IS ໄດ້, ​ຫາກ​ພຽງ​ແຕ່​ກໍ່​ຄວາມ​​ເສຍ​ຫາຍ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ແລະ ບັງ​ຄັບ​ໃຫ້​ກຳ​ລັງ IS ຕ້ອງຫຼົບ​ລີ້​ໃຫ້​ເລິກ​ກ່ວາ​ເທົ່າ​ນັ້ນ. ປັດ​ໄຈ​ເພື່ອ​ເອົາ​ໄຊ​ຊະ​ນະ IS ພຽງ​ແຕ່​ອີງ​ໃສ່​ກຳ​ລັງ​ທະ​ຫານ​ບົດ​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ປະ​ຈຸ​ບັນ, ທັງ ອາ​ເມ​ລິ​ກາ ແລະ ນາ​ໂຕ ລ້ວນ​ແຕ່ປະ​ຕິ​ເສດ​ສົ່​ງ​ທະ​ຫານ​ເຂົ້າ​ຮ່ວມການ​ສູ້​ຮົບ ຫາກ​ພຽງ​ແຕ່​ສຸມ​ໃສ່​ຝຶກ​ອົບ​ຮົມ​ໃຫ້​ພົນ​ທະ​ຫານ​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ. ປະ​ຈຸ​ບັນ, ວິ​ທີ​ສ​ຳ​ພັດ​ຂອງ ວໍ​ຊີງ​ຕັນ​ ໃນ​ບັ້ນ​ຮົບ​ກັບ IS ແມ່ນ​ສົມ​ທົບ​ລະ​ຫວ່າງ​ການ​ຝຶກ​ຊ້ອມ​, ​ສ້າງກອງ​ທັບ​ ອີ​ຣັກ ຄືນ​ໃໝ່ ແລະ ຖິ້ມ​ລະ​ເບີດ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ IS ​ຫາກບໍ່​ຕ້ອງ​ນຳ​ໃຊ້​ກຳ​ລັງ​ທະ​ຫານ​ບົກ. ແຕ່​ວ່າ​ລະ​ດັບຍອດ​ຢ້​ຽມ​ຂອງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດນີ້​ພວມແມ່ນ​ບັນ​ຫາ​ຕ້ອງ​ພິ​ຈາ​ລະ​ນາ. ເລື່ອງ​ເຮັດ​ໃຫ້ Ramadi ຕົກ​ເຂົ້າ​​ສູ່​ກຳມື​ຂອງ​ກຳ​ລັງ IS ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ອ່ອນ​ຂອງກອງ​ທັບ ອີ​ຣັກ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​ກຳ​ລັງ​ນຳ​ພາ​ທີ່​ອ່ອນ​ດ້ອຍ​ຂອງ​ລັດ​ຖະ​ບານ.

        ມີຫຼາຍ​ຄ​ຳ​ເຫັນ​ຖື​ວ່າ: ຮອດ​​ເວ​ລາແລ້ວ​ທີ່ ອາ​ເມ​ລິ​ກາ ຕ້ອງ​ຍົກ​ອອກ​​ບັນ​ດາຍຸດ​ທະ​ສາດ​ໃໝ່​ແລ້ວ. ໃນ​ສະ​ພາບ​ການ​ຕົວ​ຈິງ, IS ຍັງ​ແຂງ​ແຮງ​ຢູ່​ພາຍຫຼັງ​​ຖືກ ອາ​ເມ​ລິ​ກາ ແລະ ທະ​ຫານ​ປະ​ສົມ​ບຸກ​ໂຈມ​ຕີ​ທາງ​ອາ​ກາດກ່​ວາ 4.000 ຄັ້ງ ໃນ​ເດືອນ 9 ຢູ່ ອີ​ຣັກ ແລະ ຊີ​ຣີ. ຕ້ອງ​ການ​ມີ​ການ​ບຸກ​ໂຈມ​ຕີ​ທາ​ງອ​າ​ກາດ​ຕື່ມ​ອີກຫຼື​ບໍ່? ຫຼື​ວ່າ​ຕ້ອງ​ມີ​ການ​ບຸກ​ໂຈມ​ຕີ​ທາງ​ບົກຫຼືບໍ? ​ຄຳ​ຕອບ​​ຈະ​ຍົ​ກ​ອອກ​ມາ​ທີ່​ກອງ​ປະ​ຊຸມ​ຂອງ​ສະ​ຫະ​ພັນ​ຕ້ານ IS ​ເຊິ່ງຈະ​ໄດ້ຈັດ​ຕັ້ງ​ໃນ​ວັນ​ທີ 2/6 ຢູ່ ປາ​ຣີ, ປະ​ເທດ​ຝ​ຣັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ