ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດລະຫວ່າງຫວຽດນາມ - ກໍາປູເຈຍ

(VOVWORLD) -ວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Hun Sen ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍ, ເພື່ອແນໃສ່ນໍາການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່.

        ນີ້ແມ່ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຄັ້ງທໍາອິດ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ Samdech Hun Sen, ພາຍຫຼັງລັດຖະບານລາຊະອານາຈັກກໍາປູເຈຍຊຸດທີ 6 ໄດ້ຮັບການສ້າງຕັ້ງເມື່່ອເດືອນກັນຍາຜ່ານມາ. ເລື່ອງເລືອກເຟ້ັນ ຫວຽດນາມ ແມ່ນປະເທດທໍາອິດໃນການປະຕິບັດງານ ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງ ໄດ້ສະແດງໃຫ້ເຫັນເຖິງການຖືເປັນສໍາຄັນຂອງ ລັດຖະບານລາຊະອານາຈັກ ກໍາປູເຈຍ ຕໍ່ການພົວພັນມິດຕະພາບກັບຫວຽດນາມ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະແລກປ່ຽນ ກ່ຽວກັບຫຼາຍບັນຫາສອງຝ່າຍ ແລະ ຫຼາຍຝ່າຍ, ເພື່ອແນໃສ່ນໍາການພົວພັນຮ່ວມມືສອງປະເທດ ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນກວ່າອີກ.

ສອງປະເທດໄດ້ ແລະ ພວມພ້ອມກັນສ້າງໄລຍະປະຫວັດສາດໃໝ່

        ຫວຽດນາມ ແລະ ກໍາປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີການພົວພັນສາມັກຄີມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ. ການພົວພັນດັ່ງກ່າວ ໄດ້ຮັບການເພີ່ມພູນຄູນສ້າງຈາກການນໍາ ແລະ ປະຊາຊົນສອງປະເທດລຸ້ນຕ່າງໆ ໃນຕະຫຼອດກວ່າເຄິ່ງສະຕະວັດຜ່ານມາ.

        ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງປະເທດ ນັບມື້ນັບພັດທະນາ. ຍອດວົງເງິນການຄ້າສອງສົ້ນ ຫວຽດນາມ - ກໍາປູເຈຍ ໃນປີ 2017 ບັນລຸລະດັບ 3,8 ຕື້ USD, ເພີ່ມຂຶ້ນ 28% ເມື່ອທຽບໃສ່ປີ 2016 ແລະ ການນໍາສອງປະເທດພວມເຫັນດີເປັນເອກະພາບຍູ້ແຮງການຮ່ວມມືຮອບດ້ານ, ຍົກຍອດວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ 5 ຕື້ USD ໃນຊຸມປີ ຈະມາເຖິງ. ກ່ຽວກັບການລົງທຶນ, ຫວຽດນາມ ໄດ້ມີ 196 ໂຄງການລົງທຶນ ຢູ່ກໍາປູເຈຍ ດ້ວຍເງິນລົງທຶນທີ່ໃຫ້ຄໍາໝັ້້ນສັນຍາ ບັນລຸ 2,94 ຕື້ USD, ຕົ້ນຕໍແມ່ນສຸມໃສ່ຂົງເຂດກະສິກໍາ ແລະ ປ່າໄມ້. ຫວຽດນາມ ເປັນໜຶ່ງໃນຈໍານວນ 5 ນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດ ທີ່ລົງທຶນເຂົ້າກໍາປູເຈຍ. ໃນຂະນະນັ້ນ, ກໍາປູເຈຍ ມີ 18 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍຍອດເງິນລົງທຶນທັງໝົດ 58,12 ລ້ານ USD. ທ່ານ ຫວູກວາງມິນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ຢັ້ງຢືນວ່າ:

        “ບັນດາວິສາຫະກິດແຖວໜ້າຫວຽດນາມ ລ້ວນແຕ່ພວມມີບ່ອນຢືນໃດໜຶ່ງຢູ່ ກໍາປູເຈຍ. ກໍາປູເຈຍ ແມ່ນປະເທດນ້ອຍ ແຕ່ມີລະດັບເຕີບໂຕເສດຖະກິດສູງ. ກໍາປູເຈຍກໍແມ່ນຕະຫຼາດ ເຊິ່ງຫວຽດນາມສົ່ງອອກເກີນດຸນກວ່າ 2 ຕື້ USD”.

        ປີ 2017, ຫວຽດນາມ ມີແຂກທ່ອງທ່ຽວໄປຢ້ຽມຢາມ ກໍາປູເຈຍ ປະມານ 835.000 ເທື່ອຄົນ, ກາຍເປັນປະເທດມີຈໍານວນແຂກທ່ອງທ່ຽວໄປຢ້ຽມຢາມ ກໍາປູເຈຍ ຫຼາຍອັນດັບທີ 02  ຖັດຈາກ ຈີນ. ປີີ 2017, ຫວຽດນາມ ແລະ ກໍາປູເຈຍໄດ້ລົງນາມໃນຂໍ້ຕົກລົງແມ່ ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ສອງປະເທດພວມສືບຕໍ່ປຶກສາຫາລືກ່ຽວກັບ ແຜນການສັງລວມການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ. ສອງປະເທດກໍໄດ້ລົງນາມໃນສັນຍາ ເກັບພາສີຊ້ອນ ແລະ ພວມປະຕິບັດສໍາເລັດການເຈລະຈາເພື່ອລົງນາມໃນສັນຍາກ່ຽວກັບດ້ານການຄ້າຊາຍແດນ. ໄປຄຽງຄູ່ກັນນັ້ນ, ທີ່ກອງປະຊຸມຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດເຕັກນິກ ດໍາເນີນປະຈໍາປີ ເພື່ອແນໃສ່ກໍານົດທິດລະອຽດກ່ຽວກັບການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ກໍາປູເຈຍ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດໃນໄລຍະໃໝ່.

        ເມື່ອຕີລາຄາກ່ຽວກັບການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ໃນປັດຈຸບັນ, ທ່ານ ຫວູໝາວ ປະທານສະມາຄົມມິດຕະພາບ ຫວຽດນາມ - ກໍາປູເຈຍ ຖືວ່າ:

        “ປັດຈຸບັນ, ດ້ວຍທິດນໍາ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ, ການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ຍັງຄົງພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ປີ 2017, ສອງປະເທດພວກເຮົາໄດ້ຈັດຕັ້ງສໍາເລັດ “ປີມິດຕະພາບຫວຽດນາມ - ກໍາປູເຈຍ 2017” ດ້ວຍບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍ ນັບແຕ່ຂັ້ນສູນກາງຕະຫຼອດຮອດຂັ້ນທ້ອງຖິ່ນ, ອັນໄດ້ປະກອບສ່ວນ, ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງຄວາມຮັບຮູ້ຂອງຄົນລຸ້ນໜຸ່ມ ກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ກໍາປູເຈຍ”.

        ທີ່ພິທີສະເຫຼີມສະຫຼອງວັນສະຖາປະນາແຫ່ງ ລາຊະອານາຈັກ ກໍາປູເຈຍ ຄົບຮອບ 65 ປີ ເມື່ອເດືອນ ພະຈິກຫ ຜ່ານມາ, ທ່ານ Prak Nguon Hong ເອກອັກຄະລັດຖະທູດ ກໍາປູເຈຍປະຈໍາຫວຽດນາມ ກໍເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງລັດຖະບານກໍາປູເຈຍ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ, ພ້ອມທັງເຊື່ອໝັ້້ນວ່າ ການພົວພັນດັ່ງກ່າວ ຈະພັດທະນາໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ:

        ລັດຖະບານ ກໍາປູເຈຍ ຍາມໃດກໍເອົາໃຈໃສ່ ແລະ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຖານອ້າຍນ້ອງ,ໍບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງ ກໍາປູເຈຍ - ຫວຽດນາມ . ໃນໄລຍະຜ່ານມາ, ສອງປະເທດໄດ້ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການເມືອງ, ການສຶກສາ,ການປ້ອງກັນຊາດ ... ສອງປະເທດແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈໍາ, ຮ່ວມມືກັນໃນບັນດາເວທີປາໄສເສດຖະກິດ ແລະ ພາກພື້ນ, ພ້ອມກັນມານະພະຍາຍາມເພື່ອສັນຕິພາບ, ວັດທະນາຖາວອນຂອງສອງປະເທດ ກໍຄືໃນພາກພື້ນ.

ການຢ້ຽມຢາມໄດ້ສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກໍາປູເຈຍ

        ດ້ວຍປະຫວັດສາດສາມັກຄີສະໜິດຕິດພັນ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງທັນການ, ສັດຊື່, ບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນໃນຕະຫຼອດເຄິ່ງສະຕະວັດຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງແຮງ, ຮອບດ້ານໃນໄລຍະຈະມາເຖິງ. ສອງປະເທດພວມກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່, ພ້ອມກັນກໍ່ສ້າງ ແລະ ຍົກການພົວພັນມິດຕະພາບຂຶ້ນສູ່ລະດັບສູງໃໝ່. ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ Samdech Hun Sen ສືບຕໍ່ປັບປຸງ ແລະ ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຖານບ້ານໃກ້ເຮືອນຄຽງອັນດີງາມ, ໝັ້ນຄົງ ແລະ ມຸ່ງໄປເຖິງອະນາຄົດຂອງສອງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ