ເພີ່ມທະວີຄວາມມານະພະຍາຍາມຮັກສາທ່າຟື້ນຟູເສດຖະກິດທົ່ວໂລກ

(VOVWORLD) -

ຍ້ອນສະພາບພູມສາດການເມືອງທົ່ວໂລກມີຫຼາຍການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ທ່າຟື້ນຟູ ແລະ ການເຕີບໂຕເສດຖະກິດໂລກປະເຊີນໜ້າກັບຫຼາຍຄວາມສ່ຽງ ແລະ ສິ່ງທ້າທາຍທີ່ຮ້າຍແຮງ, ເຮັດໃຫ້ຄວາມສ່ຽງຊຸດໂຊມເພີ່ມຂຶ້ນ. ເພື່ອຮັບມື, ບັນດາພື້ນຖານເສດຖະກິດໃຫຍ່ ແລະ ພິເສດແມ່ນບັນດາອົງການການເງິນ - ເສດຖະກິດທົ່ວໂລກ, ເຊິ່ງນຳໜ້າແມ່ນທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF), ພວມມານະພະຍາຍາມຊອກຫາມາດຕະການທີ່ເໝາະສົມ.


ເພີ່ມທະວີຄວາມມານະພະຍາຍາມຮັກສາທ່າຟື້ນຟູເສດຖະກິດທົ່ວໂລກ - ảnh 1ສຳນັກງານ WB
(ພາບ:Business Standard)

 ການຕີລາຄາຫຼ້າສຸດຂອງບາງອົງການການເງິນໃຫຍ່ໄດ້ສະແດງໃຫ້ເຫັນເສດຖະກິດທົ່ວໂລກສືບຕໍ່ຖືກຜົນສະທ້ອນບໍ່ດີຈາກຫຼາຍປັດໄຈ, ເປັນຕົ້ນແມ່ນການປະທະກັນລະຫວ່າງລັດເຊຍ - ຢູແກຼນ; ຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ, ຢູ່ ຕາເວັນອອກກາງ ແລະ ໃນການພົວພັນ ອາເມລິກາ - ຈີນ; ຄວາມຕັດສິນຫລຸດປະລິມານນ້ຳມັນດິບຂອງ OPEC+; ຄວາມສ່ຽງໂລກລະບາດໂຄວິດ - 19 ເກີດຂຶ້ນຄືນໃໝ່…

ບັນດາສັນຍານທີ່ເປັນໜ້າກັງວົນ

ທີ່ກອງປະຊຸມລະດູບານໃໝ່ຂອງ WB ແລະ IMF ພວມຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ (ປະເທດອາເມລິກາ), IMF ໄດ້ປະກາດບົດລາຍງານອັບເດດແງ່ຫວັງເສດຖະກິດໂລກ, ໃນນັ້ນ, ຄາດວ່າເສດຖະກິດທົ່ວໂລກເຕີບໂຕ 2,8% ໃນປີນີ້ ແລະ 3% ໃນປີຕໍ່ໄປ, ພ້ອມກັນຫລຸດລົງ 0,1% ເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ມັງກອນ. ການຫລຸດການຄາດຄະເນການເຕີບໂຕເສດຖະກິດໂລກ ໄດ້ສ່ອງແສງໃຫ້ເຫັນສະພາບອ່ອນຕົວລົງຂອງບາງພື້ນຖານເສດຖະກິດໃຫຍ່, ກໍ່ຄືຄວາມສາມາດຂອງບັນດາທະນາຄານສູນກາງບັນດາປະເທດສືບຕໍ່ນະໂຍບາຍຮັດແໜ້ນເງິນຕາເພື່ອຄວບຄຸມໄພເງິນເຟີ້ພວມໄດ້ຮັບການເພີ່ມທະວີ.

ບໍ່ພຽງແຕ່ເທົ່ານັ້ນ, IMF ຍັງໃຫ້ຮູ້ວ່າ: ໜີ້ສາທາລະນະທົ່ວໂລກພວມຢູ່ໃນລະດັບສູງກ່ວາ ແລະ ເພີ່ມຂຶ້ນໄວກ່ວາການຄາດຄະເນເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດໂຄວິດ -19, ເປັນຕົ້ນແມ່ນຍ້ອນເພີ່ມໜີ້ສາທາລະນະຢູ່ ອາເມລິກາ ແລະ ຈີນ, ເຊິ່ງເປັນສອງພື້ນຖານເສດຖະກິດໃຫຍ່. ຕາມນັ້ນແລ້ວ, ໜີ້ສາທາລະນະໄດ້ເພີ່ມຂຶ້ນເກືອບ 100% GDP ໃນປີ 2020, ກ່ອນທີ່ຈະຫລຸດລົງຢ່າງແຮງໃນປີກາຍ. ອັດຕາໜີ້ສາທາລະນະ/GDP ຍັງຢູ່ໃນລະດັບສູງກ່ວາໄລຍະກ່ອນເກີດໂລກລະບາດ. ເປັນໜ້າວິຕົກວັງວົນແມ່ນ: ແທນທີ່ຢູ່ໃນລະດັບປານກາງ, ອັດຕານີ້ຈະເລີ່ມເພີ່ມຂຶ້ນຄືນໃໝ່ໃນປີນີ້ ແລະ ຂຶ້ນເປັນລະດັບ 99,6% ໃນປີ 2028.

ໃນຂະນະນັ້ນ,ບົດລາຍງານຫຼ້າສຸດຂອງອົງການຈັດອັນດັບຄວາມໄວ້ເນື້ອເຊື່ອໃຈ Fitch Ratings ໃຫ້ຮູ້ວ່າ: ສະພາບການລົ້ມລະລາຍຂອງບັນດາປະເທດເພີ່ມຂຶ້ນຫຼາຍພໍສົມຄວນໃນຊຸມປີຜ່ານມາ. ລະອຽດຄື, ນັບແຕ່ປີ 2020 ຮອດໄຕມາດ I ຂອງປີ 2023 ໄດ້ເກີດການລົ້ມລະລາຍທີ່ກ່ຽວຂ້ອງເຖິງ 9 ປະເທດ, ເຊິ່ງລວມມີ: ເບລາຣຸດ, ລີບັງ, ການາ, ສີລັງກາ, ຊຳບີ, ອັກຊັງຕິນ, ເອກວາດໍ, ຊູຣິນາມ ແລະ ຢູແກຼນ. ກ່ອນໜ້ານັ້ນ,  ໄລຍະແຕ່ປີ 2000 – 2019, ພຽງແຕ່ເກີດການລົ້ມລະລາຍ 19 ເຫດການ ກ່ຽວຂ້ອງເຖິງ 13 ປະເທດ. ບົດລາຍງານຂອງ Fitch Ratings ເນັ້ນໜັກສະພາບແວດລ້ອມການເງິນ ແລະ ເສດຖະກິດມະຫາພາກທົ່ວໂລກຍັງມີສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນສຳລັບບັນດາປະເທດທີ່ຖືກຈັດອັນດັບໄວ້ເນື້ອເຊື່ອໃຈຕ່ຳ. ຫຼາຍປະເທດມີອະທິປະໄຕຖືກຈັດລະດັບໄວ້ເນື້ອເຊື່ອໃຈຢູ່ລະດັບ CCC+, ໝາຍຄວາມວ່າມີຄວາມສ່ຽງລົ້ມລະລາຍສູງ.

ສ່ວນພື້ນຖານເສດຖະກິດໃຫຍ່ທີ່ສຸດແມ່ນ ອາເມລິກາ, ຕົວເລກໂດຍກະຊວງການເງິນ ອາເມລິກາ ປະກາດໃນວັນທີ 12 ເມສາ ໃຫ້ຮູ້ວ່າ: ການຂາດດຸນງົບປະມານຂອງລັດຖະບານສະຫະລັດ ໃນເຄິ່ງຕົ້ນປີການເງິນ 2023 ຢູ່ໃນລະດັບ 1.100 ຕຶ້ື້ USD, ເພີ່ມຂຶ້ນ 63% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສາຍເຫດແມ່ນຍ້ອນການໃຊ້ຈ່າຍສູງກ່ວາສຳລັບການສຶກສາ, ສະຫວັດດີການສາທາລະນະສຸກ ແລະ ການຊຳລະດອກເບ້ຍໃຫ້ບັນດາບ້ວງໜີ້. ໄປຄຽງຄູ່ກັນນັ້ນ, ເຖິງວ່າໄພເງິນເຟີ້ມີທ່າອ່ຽງຫລຸດລົງ ແຕ່ຍັງຢູ່ໃນລະດັບສູງເມື່ອທຽບໃສ່ເປົ້າໝາຍຂອງທະນາຄານສູນກາງສະຫະລັດ (FED), ເຮັດໃຫ້ເພີ່ມຄວາມສາມາດທີ່ FED ອາດຈະສືບຕໍ່ເພີ່ມດອກເບ້ຍໃນການປະຊຸມກ່ຽວກັບນະໂຍບາຍຄັ້ງຕໍ່ໄປ. ສິ່ງທ້າທາຍສຳລັບເສດຖະກິດ ອາເມລິກາ ຍັງໄດ້ສະແດງໃຫ້ເຫັນຜ່ານຕົວເລກດັດຊະນີທີ່ໜ້າປະເອີບໃຈຂອງບັນດາວິສາຫະກິດຂະໜາດນ້ອຍຢູ່ປະເທດນີ້ສືບຕໍ່ຫລຸດລົງໃນເດືອນ ມີນາ ຜ່ານມາ, ເມື່ອວົງການວິສາຫະກິດມີຄວາມວິຕົກວັງວົນກ່ຽວກັບໄພເງິນເຟີ້ຢູ່ໃນລະດັບສະຖິຕິ ແລະ ດອກເບ້ຍສູງ.

ເພີ່ມທະວີຄວາມມານະພະຍາຍາມຮັບມື

ບັນດາອົງການການເງິນພ້ອມກັບວົງການນັກຊ່ຽວຊານດ້ານການເງິນ -ເສດຖະກິດ ສາກົນ ມີຂໍ້ສັງເກດລວມວ່າ ສິ່ງທ້າທາຍ ແລະຄວາມສ່ຽງຕໍ່ກັບເສດຖະກິດທົ່ວໂລກ ແມ່ນຮ້າຍແຮງ ແລະ ເປັນຫນ້າກັງວົນ. ຖ້າຫາກບໍ່ມີມາດຕະການທີ່ເໝາະສົມ, ທ່າຟື້ນຕົວທີ່ອ່ອນແອເຊິ່ງຫາກໍ່ສ້າງຂຶ້ນນັ້ນ ອາດຈະສູນຫາຍໄປ ແລະ ມີຫລາຍພື້ນຖານເສດຖະກິດ ມີຄວາມສ່ຽງຕົກເຂົ້າສູ່ສະພາບຊຸດໂຊມ. ໃນຂະນະນັ້ນ ບັນຫາຄວບຄຸມໄພເງິນເຟີ້ ຄວນໃຫ້ບຸລິມະສິດຊຸກຍູ້.

ທີ່ກອງປະຊຸມລະດູບານໃຫມ່ ຂອງ WB ແລະ IMF, ທ່ານ Pierre –Olivier Gourinchas ຫົວຫນ້າຮັບຜິດຊອບດ້ານເສດຖະກິດຂອງ IMF ຖືວ່າ: ໄພເງິນເຟີ້ຍັງຄົງແມ່ນບັນຫາເປັນຫນ້າກັງວົນທີ່ສຸດ ແລະ ເລື່ອງເຮັດໃຫ້ລາຄາເປັນປົກກະຕິຄວນໃຫ້ບຸລິມະສິດແກ້ໄຂກວ່າຄວາມສ່ຽງຂາດສະຖຽນລະພາບດ້ານການເງິນສຳລັບນະໂຍບາຍເງິນຕາຂອງບັນດາທະນາຄານສູນກາງ. ທ່ານ Pierre –Olivier Gourinchas ຍັງເນັ້ນຫນັກວ່າ: ເມື່ອວິກິດການການເງິນເກີດຂຶ້ນຢ່າງຮ້າຍແຮງ ຈຶ່ງໃຫ້ ຕ່າວປີ້ນ ບຸລິມະສິດນີ້. ສະນັ້ນ IMF ຮຽກຮ້ອງບັນດາປະເທດສະມາຊິກ ສືບຕໍ່ມີນະໂຍບາຍເງິນຕາຢ່າງເຄັ່ງຄັດເພື່ອຮັບມືກັບໄພເງິນເຟີ້ທີ່ເພີ່ມຂຶ້ນສູງ ແລະ ແກ່ຍາວນັ້ນ.

ເພີ່ມທະວີຄວາມມານະພະຍາຍາມຮັກສາທ່າຟື້ນຟູເສດຖະກິດທົ່ວໂລກ - ảnh 2ທ່ານPierre-Olivier Gourinchas, ນັກເສດຖະກິດຂອງ IMF (ເບື້ອງຂວາ).
(ພາບ: EPA)

ໃນຂະນະນັ້ນ ມີນັກຊ່ຽວຊານຫລາຍທ່ານສະເຫນີບັນດາພື້ນຖານເສດຖະກິດ ສ້າງວິທີການແກ້ໄຂຕື່ມອີກເພື່ອຮັບມືກັບຄວາມສ່ຽງຕໍ່ຄວາມຂາດສະຖຽນລະພາບດ້ານການເມືອງທີ່ແຜ່ລາມຢ່າງກວ້າງຂວາງ ແລະ ແກ່ຍາວນັ້ນ,  ຜົນຕາມມາແມ່ນລາຄາພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນຄືນໃຫມ່. ເຖິງຢ່າງໃດກໍຕາມ, ໃນໄລຍະຍາວ ບັນດາລັດຖະບານ ຄວນຢຶດໝັ້ນສືບຕາມເປົ້າໝາຍ ແລະ ມາດຕະການເຕີບໂຕແບບຍືນຍົງເພື່ອຈຳກັດ ແລະກ້າວໄປເຖິງຮັບມືກັບການກະທົບຈາກພາຍນອກໃນບໍ່ວ່າສະພາບການໃດໆ.

ພິເສດ ມີນັກຊ່ຽວຊານຫລາຍທ່ານ ໄດ້ເລັ່ງໃຫ້ລັດຖະບານບັນດາປະເທດມະຫາອຳນາດ ແລະ ອົງການຈັດຕັ້ງຫລາຍຝ່າຍຊື່ງນຳຫນ້າແມ່ນ ສະຫະປະຊາຊາດ ດ້ວຍອົງການຫລັກແຫລ່ງແມ່ນສະພາຄວາມໝັ້ນຄົງ, ເພີ່ມທະວີຄວາມມານະພະຍາຍາມຊອກຫາມາດຕະການຫລຸດຜ່ອນຈຸດຮ້ອນເຮັ່ງຂອງໂລກຄື: ການປະທະກັນຢູ່ ຢູແກຼນ, ຄວາມເຄັ່ງຕຶງໃນແຫລມເກົາຫລີ, ຄວາມຂາດສະຖຽນລະພາບຢູ່ ຕາເວັນອອກກາງ.. ພ້ອມທັງຊຸກຍູ້ບັນດາວິວັດທະນາການໄກ່ເກ່ຍທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ ແລະ ປະຕິບັດຄວາມວັດທະນາຖາວອນກວມລວມໃນຂອບເຂດທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ