ເພີ່ມທະວີບັນດາການເຄື່ອນໄຫວດ້ານການທູດເພື່ອຮັບໃຊ້ຈຸດໝາຍເຊື່ອມໂຍງ

(vovworld)- ປີ 2016, ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ​, ຂະ​ແໜງການ​ທູດ​ຫວຽດ​ນາມ ໄດ້​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ພ້ອມ​ກັບ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງຊາດ​ໃນ​ເວ​ທີ​ສາ​ກົນ, ຊຸກ​ຍູ້ ແລະ ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ຮັບ​ໃຊ້​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ປະ​ເທດ​ຊາດ. ປີ 2016 ໝັ້ນ​ໝາຍຈະ​ສ້າງ​​ໄດ້ບັນ​ດາ​ຂີດ​ໝາຍ​ໃຫມ່​ໃຫ້​ແກ່ຂະ​ແໜງ​ການ​ທູດ​ຫວຽດ​ນາມ.
ເພີ່ມທະວີບັນດາການເຄື່ອນໄຫວດ້ານການທູດເພື່ອຮັບໃຊ້ຈຸດໝາຍເຊື່ອມໂຍງ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ພົບ​ປະ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ
ອາ​ເມ​ລິ​ກາ Brack Obamaໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ
ພາບ: TTXVN

        ສະ​ພາບ​ການ​ໂລກ ແລະ ພາກ​ພື້ນພວມ​ຜັນ​ແປ​ໄປ​ຢ່າງບໍ່​ຢຸດຢັ້ງ, ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃຫ້​ແກ່​ຫວຽດ​ນາມ. 3 ຫ​ນ້າ​ທີ່​ການ​ທູດ​ສຳ​ຄັນ​ທີ່​ສຸດ​​ໃນໄລ​ຍະ​ປະ​ຈຸ​ບັນ ນັ້ນ​ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ລະ​ບອບ. ເພື່ອ​ປ​ະ​ຕິ​ບັດ​ຫ​ນ້າ​ທີ່​ອັນ​ໃຫ​ຍ່​ຫລວງນັ້ນ, ປີ 2016, ຂະ​ແໜງການ​ທູດ​ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ໃຫ​ມ່, ຮັບ​ມື​ກັບ​ສະພາບ​ການໂລກທີ່​ພວມ​ມີ​ການປ່ຽນ​ແປງ​ຢ່​າງບໍ່​ຢຸດຢັ້ງ.

ປີ 2015 ແມ່ນ​ປີ​ສຳ​ເລັດ​ຜົນ​ຂອງ​ຂະ​ແໜງການ​ທູດ​ຫວຽດ​ນາມ

ປີ 2015, ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານການ​ທູດ​ມີ​ຄວາມ​ຟົດ​ຟື້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ດ້ານ ​ເຊິ່ງໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ກັບ​​ປະ​ເທດຕ່າງໆ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ​ໃນເວ​ທີ​ສາ​ກົນ. ປີ 2015, ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​​ໄດ້​ສ້າງ​ຂີດ​ໝາຍ​ດ້ວຍ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ຄື ອາ​ເມ​ລິ​ກາ, ຈີນ ແລະ ຍີ່​ປຸ່ນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ. ພ້ອມ​ກັນ​ນັ້ນ ຫວຽດ​ນາມ ກໍ​ໄດ້​ຕ້ອນ​ຮັບ​ການ​ນຳ​ຫລາຍ​ປະ​ເທດ​ໃຫ​ຍ່ອີກ. ປີ 2015 ກໍ​ແມ່ນ​ປີ​ທີ່ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດຂອງ​ຫວຽດ​ນາມບັນລະ​ຜົນສຳ​ເລັດ,  ເມື່ອ​ຫວຽດ​ນາມລົງ​ນາມ​ຫລື​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ 15 ສັນ​ຍາ​ການ​ຄ້າ​ເສ​ລີ, ໃນ​ນັ້ນ ມີ 2 ສັນ​ຍາ​ສຳ​ຄັນ ນັ້ນ​ແມ່ນ ສັນ​ຍາ​ຄູ່​ຮ່ວມ​ມື​, ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟີກ TPP ແລະ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ​ສະ​ຫະ​ພາບ​ເອີ​ລົບ. ພ້ອມ​ກັນ​ນັ້ນ ການ​ພົວ​ພັນ​ການ​ຕ່າ​ງ​ປະ​ເທດ​ດ້ານ​ວັດ​ທະ​ນະ​ທຳປີ 2015 ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ ແລະ ມູນ​ເຊື້ອ​ວັດ​ທ​ະ​ນະ​ທຳ ຫວຽດ​ນາມ, ຍົກ​ສູງ​ຄວາມ​ເຂົ້າ​ໃຈ, ຄວາມ​ຮັກ​ແພງ​ຂອງ​ເພື່ອນ​ມິດ​ສາ​ກົນ.

        ກຳ​ແຫ​ນ້ນ​ກາ​ລະ​ໂອ​ກາດ, ແກ້​ໄຂ​ສິ່ງ​ທ້າ​ທ​າຍ

ປີ 2016 ແມ່ນ​ປີ​ທຳ​ອິດທີ່ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ, ​ທັງ​ແມ່ນ​ປີ​ທີ່​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍຫລາຍ​ສະ​ບັບ ທີ່​ຫວຽດ​ນາມ ໄດ້​ລົງ​ນາມ ມີ​ຜົນ​ສັກ​ສິດ. ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ ຍາມ​ໃດ​ກໍ​ຊ້ອນ​ແຝງ​ກັນ. ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະ​ເທດ​ຊາດ​ມີ​ຜົນ​ປະ​ໂຫຍດ​ທີ່ສຸດ​ໃນ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ ແລະ ບົນ​ເວ​ທີ​ສາ​ກົນ ນັ້ນ​ແມ່ນ​ສິ່ງ​ທີ່​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ການ​ທູດ​ຍາມ​ໃດ​ກໍ​ເປັນ​ຫ່ວງ​ກັງ​ວົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າ​ມບິ່ງ​ມິ​ງ, ເນ​ັ້ນ​ຫ​ນັກ​ວ່າ:

        “ພວກ​ເຮົາ​ສືບ​ຕໍ່​ແຜນ​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ, ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ເມືອງ ສ້າງ​ພື້ນຖານ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ຄ້າ, ສົ່ງ​ເສີມ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ. ຂົນ​ຂວາຍ​ບັນ​ດາ​ແຫລ່ງ​ທຶນ ODA ເຂົ້າ​ຫວຽດ​ນາມ ກໍ​ຄື​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ເປີດກວ້າງ​ຕະ​ຫລາດ​​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມສົ່ງ​ອອກ​ສິນຄ້າ. ຄຽງ​ຄູ່​ກັນ​ນັ້ນ ການ​ທູດ​ກໍ​ໄດ້​ຫ​ນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ເປີດ​ກວ້າງກາ​ລະ​ໂອ​ກາດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ​ເພື່ອ​ໃຫ້ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສະ​ຜັດ​ກັບປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽໃນ​ປີນີ້.”

        ອາດ​ຈະ​ເຫັ​ນ​ໄດ້​ວ່າ ພວກ​ເຮົາ​ພວມ​ດຳ​ລົງ​ຊີ​ວິດ​ໃນ​ໂລກ​ມີ​ສັນ​ຕິ​ພາບ ແຕ່ບໍ່​ມີ​ຄວາມ​ສະ​ຫງົບ​ສຸກ. ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື ຍັງ​ຄົງ​ແມ່ນ​ທ່າ​ອ່ຽງ​ຕົ້ນຕໍ, ແຕ່​ບັນ​ດາ​ປັດ​ໄຈ​ຂາດ​ສະ​ຖຽນ​ລະ​ພາບ, ຊ້ຳ​ບໍ່​ຫ​ນຳ​ຄວາມ​ສ່ຽງ​ເກີດ​ການ​ປະ​ທະ​ກັນ​ພາຍ​ໃນ​ນັບ​ມື້​ນັບ​ຫລາຍ. ພິ​ເສດ ສະ​ພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກພວມ ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ບັນ​ດາ​​ໄພນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ, ອະ​ທິ​ປະ​ໄຕ​ຢູ່ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ຂ່ຽວຂາດ. ໃນ​ສະ​ພາບ​ການນັ້ນ ການ​ຕ່າງ​ປະ​ເທດສືບ​ຕໍ່​ແມ່ນ​ກຳ​ລັງ​ປະ​ຈັນ​ບານ​ໃນ​ແນວ​ຮົບ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ໃນ​ນັ້ນ ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ເສີມ​ຂະ​ຫ​ຍານ​ທ່າ​ໄດ້​ປຽບ​ຂອງ​ຕົນ. ທ່ານ ຫວູ​ຊວນ​ຮົ່ງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຖື​ວ່າ:

ເພີ່ມທະວີບັນດາການເຄື່ອນໄຫວດ້ານການທູດເພື່ອຮັບໃຊ້ຈຸດໝາຍເຊື່ອມໂຍງ - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe

        “ໃນ​ສະ​ພາບ​ການ​ໃຫມ່ ຕໍ່​ຫ​ນ້າ​ໜ້າທີ່​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ, ພວກ​ເຮົາ​ໄດ້​ຂົ​ນ​ຂວາຍ​ສາ​ກົນ​ດ້ວຍ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ກັບ​ເພື່ອນ​ມິດ​ສາ​ກົນ. ​ໃນ​ບໍ່​ວ່າເຫດ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃດ, ພວກ​ເຮົາ​ກໍ່ລ້ວນ​ແຕ່​ໄດ້​ຮັບ​ການ​ສະ​ຫ​ນັບ​ສະ​ຫ​ນູນ​ຢ່າງ​ຕັ້ງ​ຫ​ນ້າ, ​ແລະ​ທັດສະນະຢ່າງ​ແຮງ​ຈາກ​ຫລາຍ​ອົງ​ການ, ສ່ວນ​ບຸກ​ຄົນ ສິ່ງດັ່ງກາວໄດ້​ກາຍ​ເປັນ​ກຳ​ລັງ​ດັນ​ຕໍ່​ສາ​ກົນ. ຍາມ​ໃດ​ກໍ​ຖື​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຜົນ​ປະ​ໂຫຍດ​ຂອງ​ຊາດເປັນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່. ເອ​ກະ​ລາດ, ເສ​ລິ​ພາບ, ອະ​ທິ​ປະ​ໄຕ ຜືນ​ແຜ່ນ​ດິນ ແມ່ນ​ຜົນ​ປະ​ໂຫຍດ​ທີ່​ມີ​ລັກ​ສະ​ນະ​ເປັນ​ຕາຍ​ຂອງ​ປະ​ເທດ​ຊາດ.”

ຄວາມ​ມີໄຫ​ວ​ພິກ, ຫ​ົວ​ຄິດ​ປະ​ດິດ​ສ້າງ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ

        ພາຍ​ຫລັງ​ ທີ່ຫວຽດ​ນາມເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ20 ປີ​,  ພ້ອມ​ກັບ 9 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ອື່ນ, ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ປະ​ຫວັດ​ສາດ ນັ້ນ​ແມ່ນ​ຖະ​ແຫລງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ເມື່ອ​ວັນ​ທີ 31/12/2015. ນີ້​ແມ່ນ​ໄຊ​ຊະ​ນະ​ໃຫ​ຍ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຕັດ​ສິນ​ໃຈ​ຮ​ຽງ​ບ່າ​ຮຽງ​ໄລ່​ນຳ​ກັນ ເພື່​ອ​ອະ​ນາ​ຄົດ​ອັນ​ສົດ​ໃສ​ຂອງ​ພົນລະ​ເມື​ອງກວ່າ 600 ລ້ານ​ຄົນ​ຢູ່​ພາກ​ພື້ນນີ້. ສຳ​ລັບ​ຫວຽດ​ນາມ, ອາ​ຊຽນ ຍາມ​ໃດ​ກໍ​ມີ​ທີ່​ຕັ້ງ​ສຳ​ຄັນ​ອັນ​ດັບ​ຫ​ນຶ່​ງໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ. ຫວຽດ​ນາມ ຍາມ​ໃດ​ກໍ​ສະ​ແດງ​​ໃຫ້​ເຫັນເຈດ​ຕະ​ນາ​ດີ ແລະ ປາດ​ຖະ​ຫ​ນາ​ຢາກ​ປະ​ກອບ​ສ່ວນ​ຫລາຍກວ່າ​ໃນ​ອາ​ຊຽນ, ເພື່ອ​ພາກ​ພື້ນ ອາ​ຊີ​ຕາ​ເວ​ັນ​ອອກ​ສ່ຽງ​ໃຕ້​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. ທ່ານ ຫວູ​ຊວນ​ຮົ່ງ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຢືນ​ຢັນ​ວ່າ:

        “ການ​ຕ່າງ​ປະ​ເທດ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​​ເລື່ອງ ຫວຽດນາມ​ເຂົ້າ​ຮ່ວມ, ກໍ່​ສ້າງ, ພັດ​ທະ​ນາ​ພ້ອມ​ກັບ​ປະ​ຊາ​ຄົມ​ອາ​ຊຽນ. ທັງ​ຕັ້ງ​ຫ​ນ້າ​ເຂົ້າ​ຮ່ວມ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ໃ​ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ​ນີ້, ຕໍ່​ສູ້​ກັບ​ບັນ​ດາ​ທັດ​ສະ​ນະ, ຈຸ​ດ​ປະ​ສົງ​, ກົນ​ອຸ​ບາຍ​ແບ່ງ​ແຍ​ກ​ບັນ​ດາ​ປະ​ເທດ ອາ​ຊຽນ, ແບ່ງ​ແຍກ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນຂອງ​ບັນ​ດາ​ກຳ​ລັງທີ່​ດ​ເປັນ​ປໍ​ລະ​ປັກ​. ດ້ານ​ອື່ນ ໂຄ​ສະ​ນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ປະ​ຊາ​ຄົມ​​ເຖິງປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ, ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​, ບັນ​ດາ​ວົງ​ການ, ເພື່ອ​ໃຫ້​ແຕ່​ລະ​ກະ​ຊວງ, ຂະ​ແຫນງ​ການ, ແຕ່​ລະ​ຄົນ​ກະ​ກຽມ​ຈິດ​ໃຈ​ເຂົ້າ​ຮ່ວມ​ຢ່າງ​ເໝາ​ະ​ສົມ​ທີ່​ສຸດ​ໃນ​ປະ​ຊາ​ຄົມ ອາ​ຊຽນ.”

        ປີ 2016 ຂະ​ແໜງການ​ທູດ​ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ, ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ. ການ​ຕ່າງ​ປະ​ເທດ​ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດເທົ່າ​ນັ້ນ, ຫາກ​ຍັງ​ຕັດ​ສິນ​ໃຈ​ຢັ້ງ​ຢືນ​​ວ່າຫວຽດ​ນາມ ມີບົດ​ບາດ​ໃຫ​ຍ່ກວ່າ​ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ