ເພີ່ມທະວີພະນັກງານການນຳໃຫ້ແກ່ຂັ້ນຮາກຖານ

(vovworld) -ໂຄງການທົດ​ລອງເລືອກ​​ເຟັ້ນປັນຍາ​ຊົນ​ທີ່​ດີ​ເດັ່ນ, ​ແລະ ມີ​ລະດັບ​ມະຫາວິທະຍາ​ໄລ  600 ຄົນ, ​ເປັນ​ຮອງ​ປະທານ​ຄະນະ​ກຳມະການປະຊາຊົນ​ຕາ​​ແສງ ຢູ່ 62 ​ເມືອງ​ທີ່​ທຸກ​ຍາກຂອງ​ນາຍົກລັດຖະມົນຕີນັ້ນ ​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່, ປະກອບສ່ວນ​ສ້າງ​ເປັນ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ບັນດາ​ຕາ​ແສງ​ຂຶ້ນ​ກັບ 62 ​ເມືອງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພາຍຫຼັງ 1 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ແຜນ​ນະ​ໂຍບາຍ​ນຳ​ຖັນ​ແຖວ​ປັນຍາ​ຊົນ​ໜຸ່ມ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ​ພັດທະນາ​ບ້ານ​ເກີດເມືອງ​ນອນ. 
ເພີ່ມທະວີພະນັກງານການນຳໃຫ້ແກ່ຂັ້ນຮາກຖານ - ảnh 1
ບັນດາປັນຍາຊົນໜຸ່ມໄດ້ຮັບການເພີ່ມເຕີມຢູ່
ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກ
(ພາບ: google.com.vn)

        ຈາກ​ແຜນ​ນະ​ໂຍບາຍ​ປະຕິບັດ​ຫຼາຍນະ​ໂຍບາຍ​ ​ເພື່ອ​ດັດສົມ​ແຫຼ່ງຊັບພະຍາກອນ​ມະນຸດ, ຮັບປະກັນ​​ພັດທະນາ​ຢ່າງ​ສະ​ເໝີ​ພາບ, ໝັ້ນຄົງ​ລະຫວ່າງ​ເຂດ​ຕ່າງໆ​ໃນ​ທົ່ວ​ປະ​ເທດນັ້ນ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເຊັນ​ອະນຸມັດ ”​ໂຄງການ​ທົດ​ລອງ​ເລືອກ​ເຟັ້ນປັນຍາ​ຊົນ​ທີ່​ດີ​ເດັ່ນ, ​ແລະ ມີ​ລະດັບ​ມະຫາວິທະຍາ​ໄລ  600 ຄົນ, ​ເປັນ​ຮອງ​ປະທານ​ຄະນະ​ກຳມະການປະຊາຊົນ​ຕາ​​ແສງຢູ່ 62 ​ເມືອງ​ທີ່​ທຸກ​ຍາກ”, ​ເພື່ອ​ສ້າງ​ກຳລັງ​ແຮງ​ໃໝ່ ​ແນ​ໃສ່​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ ​ແລະ​ ຍົກ​ສູງ​ລະດັບ​ຖັນ​ແຖວ​ການ​ນຳ​ໃຫ້​ແກ່​ເຂດ​ຊົນນະບົດ, ​ໂດຍສະ​ເພາະ​ແມ່ນ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ກາວ​ບັ່ງ ​ແມ່ນ​ແຂວງ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​​ໄດ້ຕ້ອນຮັບ​ປັນຍາ​ຊົນ​ໜຸ່ມ 40 ຄົນ​ມາ​ເປັນ​ຮອງ​ປະທານ​ຕາ​ແສງ​ຢູ່ 5 ​ເມືອງທີ່​ປະສົບ​ກັບ​ຄວາມ​ທຸກ​ຍາກ. ​ເຖິງ​ວ່າ​ຫາ​ກໍ່​ຮັບ​ໜ້າ​ທີ່​ພຽງ 3 ​ເດືອນ​ເທົ່າ​ນັ້ນ ​ແຕ່ທາງ​ແຂວງ​ໄດ້​ສ້າງ​ເງື່ອນ​ໄຂສະດວກ​​ເພື່ອ​ໃຫ້​ເຂົາ​ເຈົ້າ​ປະຕິບັດ​ໜ້າ​ທີ່ຢູບັນດາ​ແຫ່ງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ທ່ານ Nguyen Hoang Anh, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງກາວ​ບັ່ງ ​​ເວົ້າ​ວ່າ:

        ”ຂ້າພະ​ເຈົ້າ​ຄິດ​ວ່າ, ສິ່ງ​ສຳຄັນ​ສຳ​ຫຼັບ​ລຸ້ນໜຸ່ມ, ນັ້ນ​ແມ່ນ​ນ້ຳ​ໃຈ​ກ້າ​ຄິດ, ກ້າ​ທຳ, ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ​ເມື່ອ​ຮັບ​ໜ້າ​ທີ່ຢູ່​ທ້ອງ​ຖີ່​ນປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂົາ​ເຈົ້າ​ຈະ​ຄົ້ນ​ພົບ ​ແລະ​ຊອກ​​ເຫັນ​ຫຼາຍ​ບັນຫາ​ທີ່​ຕົນ​​ມີ​ຄວາມ​ສົນ​ໃຈຢ່າ​ງ​ແນ່ນອນ. ​ແຕ່​ກໍ່ຄວນ​ສ້າງ​ເງື່ອນ​ໄຂ ​ແລະ ​ຕ້ອງ​ເຮັດ​ຄື​ແນວ​ໃດ​​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ສຳ​ພັດ​ໄດ້ກັບ​ວຽກ​ງານ, ​ເພາະວ່າ​ດ້ວຍ​ຄວາມ​ຮູ້​ທີ່​​ເຂົາ​ເຈົ້າຮຳ່ຮຽນ​ມາ​ໄດ້ນັ້ນ​ ແມ່ນ​ບໍ່​ທັນ​ຄົບ​ຖ້ວນ, ຫາກ​ຕ້ອງ​ມີ​ບົດຮຽນ ​ແລະ​ ​ໄດ້ຮັບການ​ແນະນຳ​ຊ່ວຍ​ເຫຼືອ​ຕື່ມ​ອີກ”.

ເພີ່ມທະວີພະນັກງານການນຳໃຫ້ແກ່ຂັ້ນຮາກຖານ - ảnh 2
ກາວບັ່ງແມ່ນແຂວງທຳອິດທີ່ມີປັນຍາຊົນໜຸ່ມມາຮັບໜ້າທີ່
ເປັນຮອງປະທານຕາແສງ
(ພາບ: google.com.vn)

        ທ່ານ Dang Viet Cuong ຮອງ​ຫົວໜ້າ​ພະ​ແນ​ກພົວພັນ​ພາຍ​ໃນ​ແຂວງກອນ​ຕຸ​ມ, ​ໃຫ້​ຮູ້​ວ່າ​, ເມື່ອ​ຮັບ​ປັນຍາ​ຊົນ​ໜຸ່ມ 18 ຄົນ​ມາ​​ເປັນ​ຮອງ​ປະທານ​ຢູ່​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ນັ້ນ, ທາງ​ແຂວງ​ກອນ​ຕຸ​ມ ​ໄດ້​ມອບ​ໜ້າ​ທີ່​ເໝາະ​ສ​ົມກັບ​ວິຊາ​ສະ​ເພາະ​ຂອງ​ເຂົາ​ເຈົ້າ. ​ດັ່ງ​ນັ້ນ,ໃນ​ເບື້ອງ​ຕົ້ນ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງ​ຕົນ ກໍ່​ຄື​​ໄດ້​ມີ​ບັນດາ​ຄວາມ​ເຫັນ​ຊີ້​ນຳ​ການ​ເຄື່ອນ​ໄຫວ​ຢູ່​ຂັ້ນ​ຮາກ​ຖານ, ອັນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ.

        ”​ເລື່ອງ​ຊັບຊ້ອນ​ວຽກ​ງານ​ໃຫ້​ປັນຍາ​ຊົນໜຸ່ມ 18 ຄົນ ​​ຢູ່​ບັນດາ​ຕາ​ແສງໃນ​ບໍລິ​ເວນ​ແຂງ​ກອນ​ຕຸ​ມ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ​ສະບາຍ. ປະຈຸ​ບັນ, ບັນດາ​ປັນຍາ​ຊົນໜຸ່ມ​ດັ່ງກ່າວ​ພວມ​ສຳ​ພັດ​ກັບ​ວຽກ​ງານ. ​ເຂົາ​ເຈົ້າ​ໄດ້​ຕັ້ງໜ້າ​ໄກ້​ສິດ​ຕິດ​ແທດ​ກັບ​ຮາກ​ຖານ​ເພື່ອ​ກຳ​ແໜ້ນ​ສະພາບ​ການ, ​ແລະ ​ເປັນ​ເສນາ​ທິການ​ໃນ​ວຽກ​ງານ​ຈຳນວນ​ໜຶ່ງ​ໃຫ້​ແກ່​ຄະນະ​ປະຈຳ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ”.

        ທ່ານ Nguyen Ho Canh, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເຕືອງ​ເຢືອງ, ​ແຂວງ​ເງ້ອານ, ຖື​ວ່າ, ຮອງ​ປະທານ​ຕາ​ແສງ​ໃໝ່ 13 ຄົນ ຢູ່​ເມືອງ​ເຕືອງ​ເຢືອງ​ໄດ້​ມີ​ວິທີ​ການ​ເຮັດ​ວຽກ​ດີ​ທີ່​ສຸດ. ນີ້​ແມ່ນ​ເງື່ອນ​ໄຂ​ຕ້ອງການ ​ແລະ ຄົບ​ຖ້ວນ ​ເຊິ່ງ​ເມືອງ​ເຕືອງ​ເຢືອງ ພວມ​ຕ້ອງການ.

        ”ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ, ປັນຍາ​ຊົນ​ໜຸ່ມ 13 ຄົນ ສາມາດ​ເຂົ້າ​ຮ່ວມ​ຖັນ​ແຖວ​ພະນັກງານ​ຕາ​ແສງ​ໄດ້, ​ເພື່ອ​ເພີ່ມ​ເຕີມ​ໃຫ້​ບັນດາ​ຂົງ​ເຂດ​ທີ່​ຍັງ​ຂາດ​ພະນັກງານ. ​ເລື່ອງ​ເຂົາ​ເຈົ້າ​ໄດ້​ຮັບ​ເລືອກ​ເຟັ້ນ​ເປັນ​ຮອງ​ປະທານ​ຕາ​ແສງ​ນັ້ນ​ທັງແມ່ນ​ການ​ທົດ​ສອບ​​ໃຫ້​ແກ່​ເຂົາ​ເຈົ້າ, ທັງ​ແມ່ນ​ການ​ທ້າ​ທາຍ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ​ເພາະວ່າ​ພາຍຫຼັງ 5 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ, ​ເຂົາ​ເຈົ້າ​ຈະ​ໄປ​ໄສ, ​ເຮັດ​ວຽກ​ງານ​ໃດ, ​ແລະ​ມີ​ຈັກ​ຄົນ​ຈະ​ກາຍ​ເປັນ​ຮອງ​ປະທານ​. ພາຍຫຼັງ​ມີ​ບັນດາ​ຂໍ້​ຕົກລົງ​ຂອງ​ໂຄງການ, ພວກ​ຂ້າພະ​ເຈົ້າ​ໄດ້​ເປັນ​ເສນາ​ທິການ​ເພື່ອ​ໃຫ້​ຄະນະ​ປະຈຳ​ຄະນະ​ພັກ​ແຂວງປະກາດ​ໃຊ້​ເອກະສານ​ຊີ້​ນຳ​ຄະນະ​ປະຈຳ​ເມືອງ​ຕ່າງໆ. ຄະນະ​ພັກ​ທຸ​ກຂັ້ນ​ຕ້ອງ​ມີ​ການຕີ​ລາຄາ​ປັນຍາ​ຊົນ​ໜຸ່ມ, ຈາກ​ນັ້ນ​ຈະ​ບຳລຸງ​ສ້າງເພື່ອ​ໃຫ້​ເຂົາ​ເຈົ້າ​ເຕີບ​ໃຫຍ່​ກວ່າ​ອີກ”.

ເພີ່ມທະວີພະນັກງານການນຳໃຫ້ແກ່ຂັ້ນຮາກຖານ - ảnh 3
ບັນດາປັນຍາຊົນໜຸ່ມພວມໄດ້ຮັບການບຳລຸງສ້າງ
ເພື່ອກາຍເປັນຮອງປະທານຕາແສງປະສົບກັບຄວາມຫຍຸ້ງຍາກ
(ພາບ: google.com.vn)

        ຕາມ​ການ​ຕີ​ລາຄາຂອງ​ກະຊວງ​ພາຍ​ໃນ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, ຖັນ​ແຖວ​ປັນຍາ​ຊົນ​ໜຸ່ມ​ 600 ຄົນນີ້​ໄດ້​ຮັບ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ຢ່າງ​ແທ້​ຈິງ, ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ປະສົບ​ກັບ​ຄວາມ​ສະດວກ​ຫຼາຍ​ຢ່າງ ກໍ່​ຄື​ໄດ້​ຮັບ​ການ​​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສັງຄົມ. ທ່ານ Nguyen Tien Dinh, ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ, ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ໃຫ້​ຮູ້​ວ່າ:

        ”​ເຖິງ​ວ່າ​ຈະແມ່ນ​ໂຄງການ​ທົດ​ລອງກໍ່ຕາມ, ​ແຕ່​ຄວາມ​ຈິງ​ແລ້ວ, ປັນຍາ​ຊົນ​ໜຸ່ມຖືກ​ນຳ​ເຂົ້າ​ໂຄງການ​​ ​ລ້ວນ​ແຕ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ຮອງ​ປະທານຕາ​ແສງ​ເລີຍ , ​ດັ່ງ​ນັ້ນເຂົາ​ເຈົ້າກໍ່​ຕ້ອງປະຕິບັດ​ໜ້າ​ທີ່​ຖືກ​ຕາມ​ຖະນະ​ຕຳ​ແໜ່​ງ​ໃນ​ທັນທີ. ການ​ກະກຽມ​ໃຫ້​ພວກ​ນ້ອງ​ມາ​ຮັບ​ໜ້າ​ທີ່ຢູ່​ທ້ອງ​ຖີ່​ນ​ໃນ​ເບື້ອງ​ຕົ້ນ​ແມ່ນ​ເປັນ​ປົກກະຕິ​ໂດຍ​ພື້ນຖານ”.

        ການ​ນຳ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ຕາ​ແສງ​ທີ່​ໄດ້​ຮັບ​ຖັນ​ແຖວ​ປັນຍາ​ຊົນ​ໜຸ່ມ​ມາ​​​​ເປັນ​ຮອງ​ປະທານ​ຕາ​ແສງ​ນັ້ນ, ​ລ້ວນ​ແຕ່​ຕີ​ລາຄາ​ວ່າ, ​ເລື່ອງ​ນຳ​ຖັນ​ແຖວ​ປັນຍາ​ຊົນ​ໜຸ່ມ​ມາ​ເປັນ​ການ​ນຳ​ຕາ​ແສງ ​ແມ່ນ​ຕອບສະໜອງ​ຄວາມ​ຕ້ອງການ​ຂອງ​ຮາກ​ຖານ. ​ເພາະວ່າ​​ເມື່ອຖັນ​ແຖວ​ການ​ນຳ​ຂັ້ນ​ຮາກ​ຖານມີ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ ຈຶ່ງ​ສາມາດ​ເປັນ​ໄມ້​ງັດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ເຂດ​ຊົນນະບົດ​ເວົ້າ​ລວມ ​ແລະ​ບັນດາ​ເມືອງ​ທີ່​ທຸກ​ຍາກ​ເວົ້າ​ສະ​ເພາະ​ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ