ເພີ່ມທະວີມາດຕະການຟື້ນຟູການຜະລິດ, ພັດທະນາເສດຖະກິດ

(VOVWORLD) - ຫວຽດນາມ ພວມຮັບຮູ້ສັນຍານທີ່ຕັ້ງໜ້າໃນການຫຼຸດຜ່ອນການແຜ່ລະບາດຈາກການເກີດໂລກລະບາດໂຄວິດ - 19 ຮອບທີ 4. ນີ້ແມ່ນຈຸດເວລາ ທີ່ຫວຽດນາມ ອາດຈະເລີ່ມຟື້ນຟູການຜະລິດ, ພັດທະນາເສດຖະກິດໂດຍໄວ. ເອກະສານຊີ້ນຳຫຼາຍສະບັບທີ່ ການນຳທຸກຂັ້ນຍົກອອກມາໃນຊຸມວັນທີ່ຜ່ານມາມີລັກສະນະກຳນົດທິດ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ສູງສຸດຂອງຫວຽດນາມ ໃນການຟື້ນຟູທ່າເຕີບໂຕ.



ເພີ່ມທະວີມາດຕະການຟື້ນຟູການຜະລິດ, ພັດທະນາເສດຖະກິດ - ảnh 1ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII (ພາບ: TTXVN)

ນຳພາທົ່ວປະເທດໄປສູ່ສະພາບປົກກະຕິໃໝ່ໃຫ້ໄວທີ່ສຸດ

ໃນມະຕິສະບັບເລກທີ 128/NQ-CP ໄດ້ກຳນົດຊົ່ວຄາວວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ໂດຍລັດຖະບານຫາກໍ່ປະກາດໃຊ້ໃນວັນທີ 11 ຕຸລາ ປີ 2021, ລັດຖະບານ ໄດ້ວາງເປົ້າໝາຍປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນໃຫ້ດີທີ່ສຸດ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຕິບັດເປົ້າໝາຍຄວບຄູ່, ນຳພາປະເທດໄປສູ່ສະພາບປົກກະຕິໃໝ່ໂດຍໄວເທົ່າທີ່ຈະໄວໄດ້, ສູ້ຊົນໃຫ້ບັນລຸໄດ້ໃນປີ 2021.

ຕາມນັ້ນແລ້ວ, ມາດຕະການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ຕ້ອງໄດ້ປະຕິບັດຢ່າງເດັດຂາດ, ເດັດດ່ຽວ, ທັນການ; ຮັບປະກັນຄວາມກົມກຽວ ລະຫວ່າງ ວິທີການແກ້ໄຂທາງດ້ານວິຊາການການແພດ ກັບ ວິທີການແກ້ໄຂທາງດ້ານການບໍລິຫານ, ເສດຖະກິດ - ສັງຄົມ.

ລັດຖະບານໄດ້ແບ່ງໂລກລະບາດອອກເປັນ 4 ລະດັບ: ຄວາມສ່ຽງຕ່ຳ (ສະພາບປົກກະຕິໃໝ່), ຄວາມສ່ຽງປານກາງ, ຄວາມສ່ຽງສູງ, ຄວາມສ່ຽງສູງທີ່ສຸດ. ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງເປັນຜູ້ ຕັດສິນການ ຫັນປ່ຽນລະດັບໂລກລະບາດຢູ່ໃນບໍລິເວນທີ່ຕົນເອງຄຸ້ມຄອງ. ຕາມແຕ່ລະລະດັບໂລກລະບາດຢູ່ແຕ່ລະທ້ອງຖິ່ນ, ການເຄື່ອນໄຫວດຳເນີນທຸລະກິດໄດ້ຮັບການເຄື່ອນໄຫວຄືນໃໝ່ຢ່າງເໝາະສົມ, ໃນນັ້ນມີການຈະລາຈອນທາງບົກ, ທາງລົດໄຟ, ການເດີນເຮືອຢູ່ພາຍໃນປະເທດ ແລະ ທາງທະເລ.

ສະເພາະການເຄື່ອນໄຫວຈະລາຈອນຂົນສົ່ງພາຍໃນແຂວງ, ລະຫວ່າງແຂວງ ລ້ວນແຕ່ໄດ້ເຄື່ອນໄຫວ ທັງ 4 ລະດັບ, ແຕ່ຕ້ອງຮັບປະກັນມາດຕະການປ້ອງກັນ, ຕ້ານໂລກລະບາດ, ປະຕິບັດຕາມການແນະນຳຂອງກະຊວງຄົມມະນາຄົມ ແລະ ຂົນສົ່ງ.

ຮາກຖານຜະລິດດຳເນີນທຸລະກິດ, ວິສາຫະກິດ, ສະຫະກອນ, ຄອບຄົວ, ກິດຈະກຳຄົມມະນາຄົມ, ກໍ່ສ້າງ, ຮາກຖານທີ່ເຮັດທຸລະກິດການບໍລິການລ້ວນແຕ່ໄດ້ເຄື່ອນໄຫວ ຢູ່ທັງ 4 ລະດັບ, ແຕ່ຕ້ອງມີແຜນການ ແລະ ມີຄວາມຮັບຜິດຊອບໃນການຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານໂລກລະບາດ.

ມະຕິກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ບັນດາສູນການຄ້າ, ຮ້ານຊັບພະສິນຄ້າ, ຕະຫຼາດ, ຫ້າງຮ້ານອາຫານພັດຕະຄານ ກໍ່ໄດ້ເຄື່ອນໄຫວຢູ່ທັງ 4 ລະດັບ ບົນພື້ນຖານຕ້ອງມີແຜນການ ແລະ ມີຄວາມຮັບຜິດຊອບ ໃນການຜັນຂະຫຍາຍ ມາດຕະການປ້ອງກັນ, ຕ້ານໂລກລະບາດ, ໂດຍສະເພາະແມ່ນເຂດທີ່ມີຄວາມສ່ຽງຕິດເຊື້ອສູງຕ້ອງຈຳກັດການເຄື່ອນໄຫວ.

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນ ປະຈຳເດືອນກັນຍາ ຂອງລັດຖະບານ (ຈັດຂຶ້ນໃນວັນທີ 2 ຕຸລາ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ:

ບັນດາທ້ອງຖິ່ນຕ້ອງອີງໃສ່ຂໍ້ກຳນົດທີ່ພວມປະກາດໃຊ້ໃນປັດຈຸບັນ, ສະພາບການລະອຽດຢູ່ແຕ່ລະທ້ອງຖິ່ນ ເພື່ອພິຈາລະນະການເປີດປະຕູ, ເປັນຕົ້ນແມ່ນ ບ່ອນທີ່ບໍ່ມີການແຜ່ລະບາດນັ້ນ ເຂດຂຽວ ຕ້ອງເປີດປະຕູ ແຕ່ຕ້ອງຄວບຄຸມໃຫ້ດີ ເພື່ອໃຫ້ປະຊາຊົນໄດ້ຜະລິດ, ປະຊາຊົນໄດ້ເດີນທາງໄປມາ, ນອກຈາກເຂດຂຽວແລ້ວ ຕ້ອງປະຕິບັດການຄວບຄຸມດ້ານການແພດຕາມຂໍ້ກຳນົດ. ສິ່ງດັ່ງກ່າວນີ້ຕ້ອງປະຕິບັດຢ່າງຄ່ອງຕົວ ແລະ ມີຄວາມໄຫວພິບທີ່ສຸດ.

ບໍ່ປະໃຫ້ພື້ນຖານເສດຖະກິດ ພາດໂອກາດໃນທ່າອ່ຽງຟື້ນຟູເສດຖະກິດ ໂລກ

ທີ່ກອງປະຊຸມຄັ້ງທີ 4, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII (ຈັດຂຶ້ນໃນວັນທີ 4 – 6 ຕຸລາ), ສູນກາງພັກໄດ້ເຫັນດີເປັນເອກະພາບວ່າ ການຄວບຄຸມໂລກລະບາດຕ້ອງຕິດພັນກັບການຮັກສາ, ຟື້ນຟູ, ພັດທະນາການຜະລິດດຳເນີນທຸລະກິດ ເພື່ອສ້າງວິທີການ, ແຜນການທີ່ເໝາະສົມເອົາເຂົ້າໃນແຜນການພັດທະນາເສດຖະກິດ - ສັງຄົມ, ການເງິນ - ງົບປະມານແຫ່ງລັດ, ການລົງທຶນສາທາລະນະ ປີ 2022 ເຮັດແນວໃດໃຫ້ຕິດແທດກັບສະພາບການ ແລະ ມີຄວາມເປັນໄປໄດ້ສູງທີ່ສຸດ. ບົນພື້ນຖານແຜນການເສດຖະກິດ - ສັງຄົມ ປີ 2022 ແລະ ແຜນນະໂຍບາຍ, ກຳນົດທິດໃນການປ້ອງກັນ, ຕ້ານໂລກລະບາດໃນສະພາບການໃໝ່, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເນັ້ນໜັກວ່າ ການດັດປັບນະໂຍບາຍການເງິນ - ເງິນຕາຢ່າງທັນການ, ມີໄຫວພິບ, ມີປະສິດທິຜົນນັ້ນເປັນການສ້າງແຫຼ່ງກຳລັງ ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກ, ຄວາມດຸນດ່ຽງໃຫຍ່ຂອງພື້ນຖານເສດຖະກິດເປັນປົກກະຕິ, ຟື້ນຟູການຜະລິດດຳເນີນທຸລະກິດ, ການຈໍລະຈອນສິນຄ້າ, ແຮງງານ, ເປັນຕົ້ນແມ່ນຢູ່ທ້ອງຖິ່ນ ໄດ້ປະຕິບັດການແຍກຫ່າງສັງຄົມ ໃນໄລຍະຍາວ, ຊຸກຍູ້ການສົ່ງອອກ ແລະ ຊົມໃຊ້ສິນຄ້າພາຍໃນປະເທດ, ຍູ້ແຮງການລົງທຶນ, ລວມມີການລົງທຶນສາທາລະນະ ແລະ ການລົງທຶນພາກເອກະຊົນ.

ສ່ວນບັນດາທ້ອງຖິ່ນ, ຫຼາຍການເຄື່ອນໄຫວດ້ານເສດຖະກິດກໍ່ກັບມາເຄື່ອນໄຫວຄືນໃໝ່, ສະຫະສະມາຄົມການທ່ອງທ່ຽວ ຫວຽດນາມ (VITA) ຫາກໍ່ປຸກລະດົມໂຄງການ “ຟື້ນຟູການທ່ອງທ່ຽວພາຍໃນປະເທດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19”. ນັບແຕ່ວັນທີ 10 ຕຸລາ, ບໍລິສັດການບິນພາຍໃນປະເທດ ໄດ້ຂຸດຄົ້ນເຊື່ອມຕໍ່ສາຍການບິນຢູ່ພາຍໃນປະເທດຄືນໃໝ່. ທ່ານ ຫງວຽນຈຸ່ງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວໃຫ້ຂໍ້ສັງເກດວ່າ:

        ການຂຸດຄົ້ນຕະຫຼາດທ່ອງທ່ຽວຢູ່ພາຍໃນປະເທດ ໃນສະພາບການທ່ອງທ່ຽວສາກົນຍັງບໍ່ທັນກັບຄືນສູ່ສະພາບປົກກະຕິ, ແມ່ນເປັນທິດທາງບຸລິມະສິດ, ແມ່ນກາລະໂອກາດໜຶ່ງທີ່ດີທີ່ສຸດ. ສ່ວນຜະລິດຕະພັນດ້ວຍຊັບພະຍາກອນທ່ອງທ່ຽວນັ້ນ, ອາດຈະຜັນຂະຫຍາຍຮູບແບບການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວທຳມະຊາດ, ການທ່ອງທ່ຽວທາງທະເລ, ກະສິກຳ, ຊຸມຊົນແມ່ນຮູບແບບທີ່ເໝາະສົມ ກັບຄວາມຕ້ອງການຂອງແຂກທ່ອງທ່ຽວທີ່ສຸດ.

ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ແມ່ນສິ່ງທ້າທາຍໃນຄວາມຫຍຸ້ງຍາກເທົ່ານັ້ນ, ແຕ່ວິສາຫະກິດ ແລະ ປະຊາຊົນຍັງໄດ້ ແລະ ຈະສ້າງກາລະໂອກາດເພື່ອພັດທະນາປະເທດຊາດ. ຄວາມຈິງແລ້ວ, ຫວຽດນາມ ພວມຍາດແຍ່ງເອົາໂອກາດນີ້ ເພື່ອຟື້ນຟູທ່າເຕີບໂຕເທື່ອລະກ້າວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ