ເພິ່ມພູນຄູນສ້າງສາຍພົວພັນຫວຽດນາມ-ກຳປູເຈຍ ຢ່າງບໍ່ຢຸດຢັ້ງ

(vovworld)-  ​​ວັນ​ທີ 26/12, ທ່ານນາຍົກລັດຖະມົນຕີ​ລາຊະ​ອານາຈັກກຳປູ​ເຈຍ Samdech Hunsen ​ແລະ ພັນ​ລະ​ຍາ​ໄດ້​ເລີ່​ມເດີນທາງ​ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 3 ວັນ​ຕາມ​ຄຳ​ເຊີນ​ຂອງທ່ານນາຍົກລັດຖະມົນຕີ​ຫງວຽນ​ເຕິ​ນຢຸງ. ​ເລື່ອງ​ເລືອກ​ຫວຽດນາມ​ ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ຕ່າງປະ​ເທດພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນທ່ານ ນາຍົກລັດຖະມົນຕີ​ລາຊະ​ອານາຈັກກຳປູ​ເຈຍ ຄືນ​ໃໝ່ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ: ລັດຖະບານ​ກຳປູ​ເຈຍ​ ຖື​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ. ການ​ຢ້ຽມຢາມ​ກໍ່​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ​ແມ່ນ​ເພີ່ມ​ທະວີ ​ແລະ ​ເປີກ​ດ້ວາງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ກຳປູ​ເຈຍ.

 ເພິ່ມພູນຄູນສ້າງສາຍພົວພັນຫວຽດນາມ-ກຳປູເຈຍ ຢ່າງບໍ່ຢຸດຢັ້ງ - ảnh 1

ທ່ານນາຍົກລັດຖະມົນຕີ​ກຳປູ​ເຈຍ Samdech Hunsen

(ພາບ: tienphong.vn )

    ການ​ພົວພັນ​ຫວຽດນາມ-​ກຳປູ​ເຈຍ ​ໄດ້​ມີ​ມາ​ແຕ່​ດົນ​ນານ, ຄວານ​ໃກ້ຊິດ​ຕິດ​ພັນ​ດ້ານ​ພູມ​ສາດ​ພ້ອມ​ກັບ​ຈຸດ​ຄ້າຍ​ຄື​ກັນ​ດ້ານ​ວັດທະນະທຳ​ ​ແລະ ຜົນ​ປະ​ໂຫຍ​ດລວມ ​ແມ່ນ​ປັດ​ໄຈ​ສ້າງ​ເປັນ​ສາຍ​ພົວພັນ​ຮ່ວມ​ມື​ອັນ​ເລິກ​ເຊິ່ງກ້ວາງ​ຂວາງ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ໄລຍະ​ປະຈຸ​ບັນ, ຫວຽດນາມ ​ແລະ ກຳປູ​ເຈຍ ລ້ວນ​ແຕ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຫັນ​ບັນດາ​ການ​ພົວພັນ​ກັບສາກົນເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ, ​ແລະ ​ຖື​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ສຳຄັນ​ທີ່​ສຸດ.


​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ

  ​​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ-​ກຳປູ​ເຈຍ ມີ​ບາດກ້າວ​ພັດທະນາ​ອັນ​ຈົບງາມ​ທັງ​ລວງ​ກ້ວາງ ​ແລະ ລວງ​ເລິກ, ກາຍ​ເປັນ​ປັດ​ໄຈ​ສຳຄັນ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ຍາວ​ນານ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ຮັບປະກັນ​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ​ຂອງ​​ແຕ່ລະ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ກຳນົ​ດຂອບ​ເຂດ​ການ​ພົວພັນ​ຮ່ວມ​ມື “ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ນ້ຳໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ“, ​ໄດ້​ເຊັນ​ເອກະສານ​ນິຕິ​ກຳ​ກ່ວາ 80 ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ເກືອບ​ທັງ​ໝົດ, ພ້ອມ​ກັນນັ້ນ​ໄດ້ສ້າງ​ບັນ​ດາ​ກົນ​ໄກສົມທົບ​ກັນ​ທີ່​ຈຳ​ເປັນ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ພັດທະນາ​ຂອງການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ​ໃຫ້​ຂໍ້​ສອງ​ເກດ​ວ່າ:

   “ຍາມ​ໃດ​ສາຍ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະຫວ່າງ​ສອງ​ປະ​ເທດ​ກໍ່​​ໄດ້​ຮັບການ​ພັດທະນາ​ຢ່າງ​ແຮງ ຊື່​ງສະ​ແດງ​ໃຫ້​ເຫັນຜ່ານ​ການ​ແລກປ່ຽນ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດເປັນ​ປະຈຳ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດທະນາ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ບັນດາ​ກະຊວງ, ຂະ​ແໜງ​ການ. ພິ​ເສດ​ແມ່ນ​ການ​ພົບ​ປະແລກປ່ຽນ ປຊຊ, ​ ​ ຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ລະຫວ່າງ ປຊຊ ຢູ່​ລຽບ​ຕາມ​ເຂດ​ຊາຍ​ແດນ​​ໄດ້​ດຳ​ເນີນ​ເປັນ​ປະຈຳ ​ແລະ ​ສະໜິດ​ຕິດ​ພັນຍິ່ງ​ກ່ວາ​ເວລາ​ໃດ​ໝົດ

 

ເພິ່ມພູນຄູນສ້າງສາຍພົວພັນຫວຽດນາມ-ກຳປູເຈຍ ຢ່າງບໍ່ຢຸດຢັ້ງ - ảnh 2

(ພາບປະກອບ: anninhthudo.vn)

   ກາ​ນຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ-​ກຳປູ​ເຈຍ ສືບ​ຕໍ່​ພັດທະນາ​ຢ່າງ​ໄວວາ. ປີ 2012, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນບັນລຸ 3,3 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ 18% ​ເມື່ອ​ທຽບ​ກັບ​ປີ 2011) ​ແລະ 10 ​ເດືອນຂອງ​ປີ 2013 ບັນລຸ 2,94 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ 8% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2012). ການ​​ພົວພັນແລກປ່ຽນ​ການຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ. ສອງ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍວຽກງານ​ຂີດ​ເສັ້ນຊາຍ​ແດນ, ປັກ​ຫລັກ​ໝາຍ​ຊາຍ​ແດນ. ການ​ພົວພັນ​ລະຫວ່າງ​ລະຫວ່າງ​ບັນດາ​ອົງການ​ຈັດຕັ້ງ ການ​ເມືອງສັງຄົມລະຫວ່າງ ຫວຽດນາມ-​ກຳປູ​ເຈຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ. ທ່ານ​ຫວູ້ມ້າວ, ປະທານ​ສະມາຄົມ​ມິດ​ຕະພາບ ຫວຽດນາມ-​ກຳປູ​ເຈຍ ຖື​ວ່າ:

   “ການ​ພົວພັນ​ລະຫວ່າງ ຫວຽດນາມ-​ກຳປູ​ເຈຍ ​ມີ​ຈຸດພິ​ເສດສະ​ເພາະ. ດ່ັງນັ້ນ, ພວ​ກເຮົາ​ຕ້ອງ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ. ດ້ວຍ​ອິດ​ທິພົນ​ຊື່​ງສຽງ​ຂອງ​ຕົນ, ສະມາຄົມ​ມິດ​ຕະພາບ ຫວຽດນາມ-​ກຳປູ​ເຈຍ ຈະ​ຂົນຂວາຍ​ທົ່ວ​ສັງຄົມ​ປະກອບ​ສ່ວນ, ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ, ພົບ​ປະ​ແລກປ່ຽນ​ເພື່ອ​ໃຫ້ ປຊຊ ສອງ​ປະ​ເທດ​ສາມາດ​ຊອກ​ຮູ້​ກ່ຽວ​ກັບ​ປະຫວັດ​ແຫ່ງການ​ພັດທະນາ​ລະຫວ່າງ​ສອງ​ຊາດ“.

ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນບົນ​ເວທີ​ປາ​ໄສ​ຫຼາຍ​ຟ່າຍ

   ບໍ່​ພຽງ​ແຕ່​ໃນ​ຂອບ​ເຂດສອງ​ຝ່າຍ​ເທົ່າ​ນັ້ນ, ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮ່ວມ​ມື​ກັນ, ສະໜິດ​ຕິດ​ພັນ ​ແລະ ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນອີກ​ດ້ວຍ, ກ່າວ​ຄື: ການ​ຮ່ວມ​ມື​ສາມ​ປະ​ເທດ​ຫວຽດນາມ-​ກຳປູ​ເຈຍ-ລາວ, ຮ່ວມ​ມື​ສີ່​ປະ​ເທດຫວຽດນາມ-​ກຳປູ​ເຈຍ-ລາວ-​ມຽນມາ; ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ເປີດ​ກ້ວາງ, ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາ​ແຊ​ມ, ສປຊ….

  ບົນ​ພື້ນຖານ​ສາຍ​ພົວພັນ​ອີ​ດີງາມ​ນັ້ນ, ການ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້​ຂອງທ່ານນາຍົກລັດຖະມົນຕີ​ລາຊະ​ອານາຈັກກຳປູ​ເຈຍ Samdech Hunsen ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ​ເຮືອນ​ຄຽງອັນຈົບງາມ, ນ້ຳ​ໃຈ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ກຳປູ​ເຈຍ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ ຫວຽດນາມ-​ກຳປູ​ເຈຍ ​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ແລ​ກປ່ຽນ​ບາງ​ບັນຫາ​ໃນ​ການ​ພົ​ວພັນ​ສອງ​ຝ່າຍ. ການ​ຢ້ຽມຢາມ​ຈະ​ນຳ​ສາຍ​ພົວພັນ ຫວຽດນາມ-​ກຳປູ​ເຈຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາຍິ່ງ​ຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ