ເພີ່ມສິດໃຫ້ເດັກແມ່ນເພີ່ມບາດກ້າວເດີນທາງດ້ານສິດທິມະນຸດ

ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ (ສະບັບ​ປັບປຸງ) ​​ທີ່ໄດ້​ເພີ່ມ​ເຕີ່​ມສິດ​ມີ​ສ່ວນ​ຮ່ວມ​ຂອງ​ເດັກ​ໃນ​ບັນດາ​ບັນ​ຫາ​ກ່ຽວຂ້ອງ​ເຖິງ​ເດັກ​ຈະ​ໄດ້​ຮັບ​ການ​ພິຈາລະນາ​ຈາກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ໃນວາລະ​ປະຊຸມ​ທີ່​ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ກາ​ນພິຈາລະນາ​​ເພື່ອ​ກ້າວ​ໄປ​ເຖິງ​ການ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ນີ້ ​ໃນ​ປີ 2015, ​ແມ່ນ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ.
 

ເພີ່ມສິດໃຫ້ເດັກແມ່ນເພີ່ມບາດກ້າວເດີນທາງດ້ານສິດທິມະນຸດ - ảnh 1
(ພາບ​ປະ​ກອບ)

        ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ (ສະບັບ​ປັບປຸງ) ທີ່​ໄດ້​ເພີ່ມ​ເຕີ່​ມສິດ​ມີ​ສ່ວນ​ຮ່ວມ​ຂອງ​ເດັກ​ໄດ້​ເວົ້າ​ເຖິງ​ຄຳ​ເຫັນ, ຄວາມ​ມຸ່ງ​ຫວັງ​ຂອງ​ເກັ່ນ​ອາຍຸ​ເດັກ ​ເພື່ອ​ໃຫ້​ບັນດາ​ອົງການ​ສຳ​ນັກ​ງານ​ທາ​ບທາມ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເດັກ. ກົດໝາຍ​ນີ້ ຍັງ​ກຳນົດ​ລະອຽດກ່ວາກ່ຽວ​ກັບ​ຄວາມ​ຮັບຜິດຊອບ, ສິດ​ອຳນາດ​ຂອງ​ບັນດາ​ສຳນັກງານ ​ແລະ ສ່ວນ​ບຸດ​ຄົນ​ໃນ​ລະບົບ​ຄຸ້ມ​ຄອງ​ລັດ, ອົງການ​ການ​ເມືອງ​ສັງ​ຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ເມື່ອ​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ. ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຮ່າງ​ກົດໝາຍ​ນີ້, ຫວຽດນາມໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໄດ້​ປະຕິບັດ​ວຽກ​ງານ​ ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ.

        ບາດກ້າວ​ເດີນ​ໃນ​ວຽກ​ງານ​ຊຸກຍູ້ ​ແລະ ຮັບປະກັນ​ສິດທິ​ເດັກ.

25 ປີ​ທີ່​ຜ່ານ​ມາ ຫວຽດນາມ ​ໄດ້​ມີ​ບັນດາ​ຜົນງານ ​ແລະ ຫຼັກ​ໝາຍ​ທີ່​ສຳຄັນ​ກ່ຽວ​ກັບ​ການຊຸກຍູ້ ​ແລະ ຮັບປະກັນ​ສິດທິ​ເດັກ, ພິ​ເສດ​ແມ່ນ​ການ​ປົວ​ແປ່​ງລະບົບ​ກົດໝາຍ. ນັບ​ແຕ່​ໃຫ້​ສັດຕະຍາບັນ ​ແລະ ​ເຂົ້າ​ຮ່ວມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ເດັກປີ 1995, ຫວຽດນາມ ​ໄດ້​ສ້າງ​​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ເດັກ ​ແລະ ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ປະຕິ​ບັດ. ທ່ານ ດ່າວຈ້ອງ​ທີ ຫົວໜ້າ​ກຳມາ​ທິການ ວັດທະນະທຳ ສຶກສາ​ຊາວ​ໜຸ່ມ ​ເຍົາວະ​ຊົນ ອະນຸຊົນ ຂອງ​ສະພາ​​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ​:

        “ຄວນ​ຢືນຢັນ​ວ່າ ພັກ ​ແລະ ລັດ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ເດັກ. ພວກ​ເຮົາ​ໄດ້​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ​ໂດຍ​ໄວ. ພວກ​ເຮົາ​ໄດ້​ມີ​ບັນດາ​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ສິດທິ​ເດັກ, ຕາມ​ນັ້ນ​ແລ້ວ ​ເດັກ​ໄດ້​ຮັບ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ ”

     ກ່ຽວ​ກັບ​ສິ່ງ​ນີ້​ທ່ານ Jesper Moller ຮອງ​ຫົວໜ້າ​ຜູ້ຕາງໜ້າ ຢູນີ​ເຊັບ ປະຈຳ ຫວຽດນາມ ຢືນຢັນ​ວ່າ: ຢູນີ​ເຊັບ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ການ​ຮັບຮອງ​ເອົາ​ນິຕິ​ກຳ​ທີ່​ສຳຄັນ​ແມ່ນ ກົດໝາຍ​ວ່າ​ດ້ວນ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກປີ 2004. ນີ້​ແມ່ນ​ຄວາມ​ພະຍາຍາມ​ຢ່າງ​ໃຫຍ່​ຫລວງ​ຂອງ ຫວຽດນາມ ​ເພື່ອ​ຮັບປະກັນ​ໃຫ້​ເດັກ​ໄດ້​ເຕິີບ​ໃຫຍ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ສົດ​ໃສ ​ແລະ ປອດ​ໄພ.

       ​ເພີ່​ມສິດ​ໃຫ້​ເດັກ.

ຍ້ອນ​ມີ​ຄວາມ​ເອົາ​ໃຈ​ໃສ່​ທາງ​ດ້ານ​ນະ​ໂຍບາຍ​ກໍ​ຄື​ໃນ​ຕົວ​ຈິງ​ນັ້ນ, ນັນ​ມື້​ນັບ​ມີ​ເດັກ ຫວຽດນາມ ຫລາຍ​ຄົນ​ໄດ້​ມີ​ຊີວິດ​ທີ່​ດີ​ກ່ວາ ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ ​ແຕ່​ກໍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນຢ່າງ​​ໃຫຍ່​ຫລວງ​ລະຫວ່າງ​ເດັກ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ ​ໃນ​ການ​ຊົມ​ໃຊ້​ການບໍລິ​ການການ​ແພດ, ກ່ຽວ​ກັບ​ໂພ​ສະນາ​ການ ​ແລະ ການ​ສຶກສາ. ​ໂຄງການ “ ​ເຊື່ອ​ໝັ້ນ​ຕໍ່​ເລກ 0 ” ພວມ​ໄດ້​ຮັບ​ການ​ສົມທົບ​ລະຫວ່າງ ຫວຽດນາມ ​ແລະ ຢູນີ​ເຊັບ ​ເພື່ອ​ຜັນ​ຂະຫຍາຍ​ຢູ່ 8 ​ແຂວງ ​ແນ​ໃສ່​ສຳ​ເລັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ແລະ ຮັດ​ແຄບ​ຄວາມ​ແຕກ​​ໂຕນ​ກັນ​ທີ່​ພວມ​ຄົງ​ຕົວ​ດ້ວຍ​ຈຸດໝາຍ​ແມ່ນ​ເດັກ ຫວຽ​ດນາມ ທຸກ​ຄົນ​ມີ​ຄວາມ​ສະ​ເໝີ​ພາບ ​ໃນ​ການ​ຊົມ​ໃຊ້ການ​ບໍລິການ​ການ​ແພດ ​ແລະ ສຶກສາ, ຫລຸດຜ່ອນ​ອັດຕາ​ການ​ຕາຍ​ໃນ​ໄວ​ເດັກຕ່ຳ​ກ່ວາ 5 ປີ ​ແລະ ອັດຕາ​ເດັກ​ຂາດ​ທາດ​ບຳລຸງ​ລົງ​ເຫຼືອ​ພຽງ 0%.        ທ່ານ ດ່າວຈ້ອງ​ທີ ຫົວໜ້າ​ກຳມາ​ທິການ ວັດທະນະທຳ ສຶກສາ​ຊາວ​ໜຸ່ມ ​ເຍົາວະ​ຊົນ ອະນຸຊົນ ຂອງ​ສະພາ​​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ:

    “ລັດຖະທຳ​ມະນູນ​ໄດ້​ເຕື້ອງ​ເຖິງ​ສິດທິ​ເດັກ​ໃນ​ລັດຖະທຳ​ມະນູນ​ພ້ອມ​ກັບ​ສິດ​ອື່ນ​ໆ. ​ເປັນ​ອັນວ່າກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ອົບຮົມ​ເດັກ ທີ່​ພວກ​ຂ້າພະ​ເຈົ້າ​ນຳ​ເຂົ້າ​ໂຄງການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ກະກຽມ​ປັບປຸງ, ຂາດ​ວ່າ ຈະ​ໃສ່​ຊື່ວ່າ: ກົດໝາຍ​ຂອງ​ເດັກ. ຫົວ​ຂໍ້​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ ​​ແມ່ນ​ເຕືອງ​ເຖິງ​ຢ່າງ​ຄົບ​ຖ້ວນກ່ຽວ​ກັບ​ສິດທິ​ເດັກ, ​ໃນນັ້ນລວມມີ 4 ສິດ​ໄດ້​ລະບຸ​ໃນ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ເດັກ ຊຶ່ງ​ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ. ນັ້ນ​ແມ່ນສິດ​ມີ​ຊີວິດ, ສິດ​ຂະຫຍາຍຕົວ, ສິດ​ໄດ້​ຮັບການ​ປົກ​ປ້ອງ ​ແລະ ສິດ​ມີ​ສ່ວນ​ຮ່ວມ. ກົດໝາຍ​ວ່າ​ດ້ວຍ​ເດັກ ຊຶ່ງ ຫວຽດນາມ ຈະ​ປະກາດ​ໃຊ້​ໃນ​ມໍ່ໆ​ນີ້​ຈະ​ເນັ້ນ​ໜັກ​ເຖິງ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ 4 ສິດ​ດັ່ງກ່າວ​ ​ໃນ​ນັ້ນ​ສິດ​ມີ​ສ່ວນ​ຮ່ວມ​ແມ່ນ​ສິດ​ທີ​່​ໃໝ່​ອຽມ. ກ່ອນ​ນີ້ ພວດ​ເຮົາ​ຍັງ​ບໍ່​ທັນ​ເຕື້ອງ​ເຖິງ, ດັ່ງ​ນັ້ນ​ຈະ​ເຕື້ອງ​ເຖິງ​ໃນ​ປະ​ຈຸ​ບັນ ”.

        ​ເດັກ​ມີ​ສິດສະ​ແດງ​ຄຳ​ເຫັນ, ສະ​ແດງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ອະນາຄົດ​ຂອງ​ຕົນ. ​ແລ້ວ​ຄຳ​ເຫັນ​ຂອງ​​ເດັກ​ຈະ​ໄດ້​ຮັບ​ການ​ຊັງ​ຊາ​ໃນ​ຂະ​ບວນວິວັດ​ວາງນະ​ໂຍບາຍ ​ແລະ ບັນດາ​ໂຄງການ​ພັດທະນາ​ຂອງຫວຽດນາມ. ການ​ເພີ່ມ​ສິດ​ໃຫ້​​ເດັກ​ໃນ​ຮ່າງກົດໝາຍ​ສະບັບຕ່າງໆ​ແມ່ນ​ການ​ກ້າວ​ຂຶ້ນ​ຕື່ມອີກ​ບາດກ້າວ​ໜຶ່ງ​ໃນ​ການ​ສ້າງ​ບັນດານະ​ໂຍບາຍຮັບປະກັນ​ສິດທິ​ມະນຸດຢູ່ ຫວຽດນາມ ​ໃຫ້​ສົມ​ບຸນ​ແບບ.

ຕອບກັບ

ຂ່າວ/ບົດ​ອື່ນ