ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນ

(vovworld) - ​​ຕອນ​ບ່າຍ​ວັນ​ທີ 30/06, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຂອງ​ລັດ​ຖະ​ບານ​ສະ​ເພາະປະ​ກາດ​​ສາຍເຫດ​​ກໍ່​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ ເຮັດ​ໃຫ້​ສິນ​ໃນ​ນ້ຳ​​ຕາຍ​ຢ່າງ​ຜິດ​ປົກ​ກະ​ຕິຢູ່ 4 ແຂວງ​ພາກ​ກາງ​ຫວຽດ​ນາມ ເມື່ອ​ເດືອນ 04 ຜ່ານ​ມາ. ເລື່ອງ​ປະ​ກາດ​​ສາຍເຫດ​​, ຕົວ​ການ​ທີ່​ກໍ​ໃຫ້​ເກີດ​ເຫດ​ການ​ພາຍ​ຫຼັງ​ທີ່​ເຮັດ​ວຽກ​ມາ​ເປັນ​ເວ​ລາ 80 ວັນ, ກ​ໍ​ຄື​ການ​ໜູນ​ຊ່ວຍ​ໃຫ້​ຊາວ​ປະ​ມົງ​ຢ່າງ​ທັນ​ການ ໄດ້​ຊີ້​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຮີບ​ດ່ວນ, ຂ້ຽວຂາດ​ຂອງ​ລັດ​ກ​ຖະ​ບານ​ຫວຽດ​ນາມ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ.


ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
(ພາບ​ປະ​ກອບ: VGP)

ເມື່ອ​ຕົ້ນ​ເດືອນ 04/2016, ​ປະ​ກົດ​ການ​ມີ​​ປາ​ຕາຍ​ຢ່າງ​ຫຼວງ​ຫຼາຍ​ຢູ່​ແ​ຄມ​ທະ​ເລ​ບັນ​ດາ​ແຂວງ ຮ່າ​ຕິ້ງ, ກວາງ​ບິ່ງ, ກວາງ​ຈິ້, ເທື່ອ​ທຽນ - ເຫ້ວ. ມ​ີ​ການ​ປະ​ຊຸມ​ນັບ​ຮ້​ອຍ​ຄັ້ງ​​​ໄດ້​​ດຳ​ເນີນ​ເພື່ອ​ແກ້​ໄຂ​ບັນ​ຫານີ້. ມີ​​ຫຼາຍມາດ​ຕະ​ການ​ໜູ​ນ​ຊ່ວຍ​ໃຫ້​ແກ່​ຊາວ​ປະ​ມົງ​ກໍໄດ້​ຮັບ​ການ​ປະ​ຕິ​ບັດ.

ການ​ເຂົ້າ​ຮ່ວມ​ຢ່າງ​ຮີບ​ເຮັ່ງ,ຂ້ຽ​ວ​ຂາດ,ທັນ​ການ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ

    ພາຍ​ຫຼັງ​ມ​ີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບສິນ​ໃນ​ນ້ຳ​ຖືກ​ຕາຍຢ່າງ​ຜິດ​ປົກ​ກະ​ຕິ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ລົງ​ສຳ​ຫຼວດກ​ວດ​ກາສະ​ພາບ​ການ, ພ້ອມ​ທັງ​ຈັດ​ຕັ້ງ​ກອງ​ປະ​ຊຸມເປັ​ນ​ຫຼາຍ​ຄັ້ງ, ເຮັດ​ວຽກ​ໂ​ດຍ​ກົງ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​, ຊີ້​ນຳ​​ການສື​ບ​ສວນ​ສອບ​ສວນ, ແກ້​ໄຂ​ບັນ​ດາ​ການ​ລະ​ເມີດຢ່າງ​​ເຂັ້ມ​ງ​ວດ. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີແລ້ວ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ຕ້ອງ​ກຳ​ແໜ້ນ​ສະ​ພາບ​ການ​ຢ່າງ​ໃກ້​ຊິດ, ຮີບ​ເຮັ່ງ​​ນຳ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ປົກ​ກະ​ຕິ; ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ລະ​ດົມ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​​ມາຊອກ​ຮູ້ສາຍ​ເຫດ, ຢັ້ງ​ຢືນ​ເປົ້າ​ໝາຍ​ກໍ​ໃຫ້​ເກີດ​ສະ​ພາ​ບ​ການ​ດັ່ງ​ກ່າວ. ທຸກວຽກ​ງານ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ບົນ​ຈິດ​ໃຈ​ພາ​ວະ​ວິ​ໄສ, ມີ​ວິ​ທະ​ຍາ​ສາດ, ແໜ້ນ​ແ​ຟ້ນ, ຖືກ​ຕາມ​ກົດ​ໝາຍ, ແທ​ດ​ເໝາະ​ກັບທຳ​ນຽມ​ສາ​ກົນ. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ​ຄວາມ​ຕັດ​ສິນ​ໃຈ​​ຢ່າງ​ສູງຂອງ​ການ​ນຳ​ລັດ​ຖະ​ບານ​ສຳ​ລັບ​ບັນ​ຫາ​ທີ່​ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ທັງ​ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືຶນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ແກ້​ໄຂ​ເຫດ​ການ.

    “ລັດ​ຖະ​ບານ​​ເດັດ​ດ່ຽວ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ໜ້າ​ທີ່​ຂອງ​ພວກ​ຂ້າ​ພະ​ເຈົ້າ ແລະ ກໍ່​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ. ບໍ່​ວ່າ​ສ່ວນ​ບຸກ​ຄົນ ຫຼື ອົງ​ການ​ໃດ​ກໍ່​ໃຫ້​ເກີດ​ເຫດ​ການ​ດັ່ງ​ກ່າວກໍ່​ຕ້ອງ​ເຮັດ​ແຈ້ງ, ບໍ່​ປົກ​ປິດ”.


ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນ - ảnh 2
(ຫາງສຽງ​ເວົ້າ​ລວມ ແລະ ປະ​ຊາ​ຊົນ​ພາກ​ກາງ​ເວົ້າ​ສະ​ເພາະ
ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ)

ຈາກ​ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ນີ້, ບັນດາ​ອົງການ​ທີ່ກ່ຽວຂ້ອງ​ໄດ້​ປະຕິບັດ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ. ທ່ານ ​ເຈືອງ​ມິ​ງຕ໋ວນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ເນັ້ນ​ໜັກ​ວ່າ:

        “​ເລື່ອງ​ປະກາດ​ສາຍ​ເຫດ​ດັ່ງກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ວ່າພັກ, ລັດ ມີ​ແຜນ​ນະ​​ໂຍບາຍ​ກະຈ່າງ​​ແຈ້ງ. ບັນດາ​ການ​ນຳ​ສູງ​ສຸດ​ຂອງ​ພັກ, ລັດ, ລັດຖະບານ ​ໄດ້​ຊີ້​ນຳ​ຢ່າງ​ຂ້ຽວຂາດ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ນັບ​ສິບ​ເທື່ອ​ກ່ຽວ​ກັບ​ບັນຫາ​ນີ້. ​ເລື່ອງ​ປະກາດ​ສາຍ​​ເຫດ​ແມ່ນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ. ປະກາດ​ຕົວ​ການ​ເພື່ອ​ແກ້​ໄຂ​ການກະທຳ​ຜິດ. ຂ້າພະ​ເຈົ້າ​ເນັ້ນ​ໜັກ​ວ່າ ໝາກຜົນ​ແມ່ນ​ພາວະ​ວິ​ໄສ, ອີງ​ໃສ່​ບັນດາ​ຫຼັກ​ຖານ, ບໍ່​ມີ​ການ​ແຊກ​ແຊງ​ເຮັດ​​ໃຫ້​ວິວັດ​ການ​ສືບສວນ​ຊັກ​ຊ້າ ​ຫຼື ​ເຮັດ​ໃຫ້​ໝາກຜົນ​ບໍ່​ຊັດ​ເຈນ”

        ບໍ່​ພຽງ​ແຕ່​ປະກາດ​ສາຍ​ເຫດ​ຖືກ​ກັບຈຸດ​ເວລາ​ຄື​ດັ່ງ​​ໄດ້ໝັ້ນ​ໝາຍ​ຕໍ່​ປະຊາຊົນ​ເທົ່າ​ນັ້ນ, ຫາກ​ຄວາມ​ສຳຄັນ​ແມ່ນ​ວຽກ​ງານ​ແກ້​ໄຂ​ຜ​ົນຮ້າຍ​ຢ້ອນ​ຫຼັງ, ທ່ານ​ນາຍົກລັດຖະມົນຕີກໍ່​ຮຽກຮ້ອງ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ​ກ່ຽວຂ້ອງສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ຊົດ​ເຊ​ີຍຄວາມ​ເສຍ​ຫາຍຢ່າງ​ຮີບ​ດ່ວນ ​ແລະ ຄົບ​ຊຸດ, ໜູນ​ຊ່ວຍ​ການ​ຫັນປ່ຽນ​ອາຊີບ​ໃຫ້​ແກ່​ຊາວ​ປະມົງ​ທີ່ຖືກ​ຜົນ​ສະທ້ອນ. ​ວຽກ​ງານ​ນີ້​ຕ້ອງ​ໄດ້​ຮັບປະກັນ​ລັກສະນະ​ເປີດ​ເຜີຍ, ກະຈ່າງ​ແຈ້ງ, ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ. ບັນດາ​ທ້ອງ​ຖິ່ນ​ຕ້ອງ​ສືບ​ຕໍ່​ສຸມ​ໃສ່​ພັດທະນາ​ເສດຖະກິດ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຮັບປະກັນ​ຜົນ​ປະ​ໂຫ​ຍດ​ອັນ​ຊອບທຳ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ທ່ານ ມາຍ​ຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າ​ຫ້ອງການສຳນັກງານນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ:

        “ກ່ອນ​ອື່ນ​ໝົດ, ຕ້ອງ​ສຸມ​ໃສ່​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂ​ໃນ​ທັນທີ, ສ້າງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ເຂດ​ແຄມ​ທະ​ເລ, ຊີວິດ​ຂອງ​ຊາວ​ປະມົງ​ເປັນ​ປົກກະຕິ. ນັບ​ທັງ​ບັນຫາ​ໜູນ​ຊ່ວຍ​ອັດຕາ​ດອກ​ເບ້ຍ, ໜູນ​ຊ່ວຍ​ດ້ານ​ວຽກ​ເຮັດ​ງາ​ນທຳ, ຈັດ​ຕັ້ງ​ການ​​ເກັບ​ຊື້​ສິນ​ທະ​ເລ​ທີ່​ຊາວ​ປະມົງ​ຫາມ​າ​ໄດ້, ປະກາດ​ເຂດ​ຫາ​ປາ​ປອດ​ໄພ​ໂດຍ​ໄວ”

ຄວາມ​ເຫັນ​ຈາກ​ຫາງ​ສຽງ

ຫາງສຽງ​ເວົ້າ​ລວມ ແລະ ປະ​ຊາ​ຊົນ​ພາກ​ກາງ​ເວົ້າ​ສະ​ເພາະ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ການ​ແກ້​ໄຂ ສາຍເຫດ​​ກໍ​ມົນ​ລະ​ພິດ​ຕໍ່​ສິ່ງ​ແວດ​ລ້ອມ, ຊອກ​ຮູ້​ແຈ້ງ​ສາຍ​ເຫດ, ຊີ້​ອອກໜ້າ​ທີ່​ຮັບ​ຜິດ​ຊອບ. ໃນ​ຕະ​ຫຼອດ​ວິ​ວັດ​​ທີ່​ເຫດ​ກາ​ນ​ຖືກ​ເກີດ​ຂຶ້ນ, ມາ​ຮອດ​ປະ​ຈຸ​ບັນ ລັດ​ຖະ​ບານ​ໄດ້​ຊີ້​ນຳຜັນ​ຂະ​ຫ​ຍາຍ​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ໃຫ້​ປະ​ຊາ​ຊົນ​ເຂດ​ຖືກ​ເຄ​າະ​ຮ້າຍຢ່າງ​ຂ້ຽວ​ຂາດ. ເລື່ອ​ງ​ລັດ​ຖະ​ບານ​ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​​ໂດຍ​ມີ​​ການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ອົງ​ກາ​ນ​ສື່ມ​ວນ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ບ​ໍ່​ພ​ຽງ​ແຕ່​ມີ​ຄວາມ​ໝາຍ​ແກ້​ໄຂ​ເຫດ​ການ​ຢ່າງ​ລະ​ອຽດ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ກະ​ຈ່າງ​ແຈ້ງ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ ບົນ​ຈິດ​ໃຈ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ, ແຕ່ບໍ່​ລືມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອ​ບ​ທຳ​ຂອງ​ປະ​ຊາ​ຊົນ​ອີກ​ດ້ວຍ.

    ຊາວ​ປະ​ມົງ ຫງວຽນ​ວັນ​ທິ້ງ, ຢູ່​ຕາ​ແສງ ເຍີນ​ແຈກ, ເມືອງ ໂບ໋​ແຈກ, ແຂວງກວາງ​ບິ່ງ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຜ່​ານ​ມາ ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່​ນີ້​ລໍ້​ຄອຍ​ຂໍ້​ສະ​ຫຼຸບ​ກ່ຽວ​ກັບ​ສາຍ​ເຫດ​ປາ​ຕາຍ ຈາກ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້​າ​ທີ່​. ພໍ່​ແມ່​ຊາວ​ປະ​ມົງ​ຂອບ​ໃຈ​ລັດ​ຖະ​ບານ​ທີ່​ໄດ້​ຊີ້​ນຳ, ​ເຂົ້າ​ຮ່ວມ​ຢ່າງ​ຂ້ຽວ​ຂາດ, ຕັດ​ສິນ​ໃຈຊອກ​ຮູ້​ສາຍ​ເຫດ​ປາ​ຕາຍ. ໃນ​ຈຸດ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ທິ່​ສຸດ, ຊາວ​ປະ​ມົງ​ໄດ້​ຮັບ​ຄວາມ​ເ​ອົາ​ໃຈ​ໃສ່, ​ກາ​ນລະ​ດົມ​ກຳ​ລັງ​ໃຈ, ​ການໜູນ​ຊ່ວຍ​ຈາກ​ລັດ​ຖະ​ບານ. ທ່ານ ຫງວຽນ​ແທງ​ບິ່ງ, ຢູ່​ຕາ​ແສງ ບາວ​ນິງ, ນະ​ຄອນ ດົ່ງ​ເຮີ໋ຍ, ແຂວງກວາງ​ບິ່ງ, ໃຫ້​ຮູ້​ວ່າ.

    “ລັດ, ບັດ​ດາ​ອົງ​ການ​ທ​ີ່​ມີ​ໜ້າ​ທີ່​ໄດ້​ລະ​ດົມ​ກຳ​ລັງ​ໃຈ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ ເຮັດ​ໃຫ້​​ແນວ​ຄວາມ​ຄິດປະ​ຊ​າ​ຊົນ​​ກັບ​ສູ່​ຄວາມ​ເປັນ​ປົ​ກ​ກະ​ຕິ”.

    ເລື່ອງ​ລັດ​ຖະ​ບານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະກາດ​ສາຍ​ເຫ​ດກໍ່​ມົນ​ລະ​ຜິດ​ຕໍ່​ສິ່ງ​ແວ​ດ​ລ້ອມ ໃນ​ທ້າຍ​ເດືອນ 06 ແລະ ປະ​ຕິ​ບັດ​ຖືກ​ຕາມ​ຄຳ​ໝັ້​ນ​ສັນ​ຍາ ໄ​ດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ຊາວ​ປະ​ມົງ​ທາງ​ພາກ​ກາງ​ເວົ້າ​ລວມ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເວົ້າ​ສະ​ເພາະ.​ ສິ່ງ​ດັ່ງ​ກ່າວກໍ່​ຊີ້​ໃຫ້​ເຫັນ​ວ່າ, ​ຍາມ​ໃດລັດ, ລັດ​ຖະ​ບານ​ກໍ​ເ​ອົາ​ໃຈ​ໃສ່, ​ໃກ້​ຊິດ​ຕິດ​ແທດ​ກັບ​ບັນ​ດາ​ບັນ​ຫາ​​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ; ມີ​ການ​ກະ​ທຳ​ບົນ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ, ພາ​ວະ​ວິ​ໄສ, ມີ​ວິ​ທະ​ຍາ​ສາດ; ຄຳ​ເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ; ເຮັດທຸກ​ສິ່ງ​ທຸກ​ຢ່າງ​​ເພື່​ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ