ເພື່ອເປົ້າໝາຍສູງສຸດແມ່ນຮັບໃຊ້ຜົນປະໂຫຍດຂອງປະເທດຊາດ

(VOVWORLD) -ບັນດາການນຳລັດ, ລັດຖະບານ, ສະພາແຫ່ຊາດ ລ້ວນແຕ່ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງວ່າ ບົດຮຽນ ພ້ອມກັບບັນດາຜົນງານອັນດີງາມຂອງບັນດາການນຳລຸ້ນກ່ອນປະໄວ້ໃຫ້, ນັ້ນແມ່ນສຳພາລະອັນລ້ຳຄ່າເພື່ອສືບທອດ ແລະ ສູ້ຊົນປະຕິບັດສຳເລັດໜ້າທີ່ອັນສຳຄັນຂອງຕົນ.
ເພື່ອເປົ້າໝາຍສູງສຸດແມ່ນຮັບໃຊ້ຜົນປະໂຫຍດຂອງປະເທດຊາດ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14
(ພາບ: VGP)

ວັນທີ 05 ເມສາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ເລືອກຕັ້ງປະທານປະເທດ, ນາຍົກລັດຖະມົນຕີຄົນໃໝ່. ກ່ອນໜ້ານັ້ນ, ວັນທີ 31 ມີນາ, ສະພາແຫ່ງຊາດກໍ່ໄດ້ເລືອກຕັ້ງປະທານສະພາແຫ່ງຊາດຄົນໃໝ່. ສະນັ້ນ, ມາຮອດຈຸດເວລານີ້, ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ບູລະນະບັນດາຕຳແໜ່ງສູງສຸດຂອງລັດສຳເລັດ, ໂດຍແນໃສ່ຮັບປະກັນຄວາມຄົບຊຸດໃນວຽກງານບຸກຄະລາກອນຂັ້ນສູງ.

        ການພິຈາລະນາ, ຕົກລົງການພົ້ນຕຳແໜ່ງ, ເລືອກຕັ້ງ, ໃຫ້ສັດຕະຍາບັນບຸກຄະລາກອນຂັ້ນສູງຈຳນວນໜຶ່ງໃນກົງຈັກລັດ ເພື່ອຮັບປະກັນສະຖຽນລະພາບທາງດ້ານການຈັດຕັ້ງ ແລະ ພະນັກງານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຢ່າງທັນການ. ບົນພື້ນຖານນັ້ນ, ກໍ່ບູລະນະສະພາເລືອກຕັ້ງແຫ່ງຊາດ ເພື່ອສືບຕໍ່ຊີ້ນຳວຽກງານເລືອກຕັ້ງໃຫ້ສົບບູນແບບ.

ພ້ອມກັນສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ

        ໃນບັນດາບົດກ່າວປາໄສທີ່ພິທີສາບານຕົວຮັບດຳລົງຕຳແໜ່ງ, ບັນດາການນຳລັດ, ລັດຖະບານ, ສະພາແຫ່ຊາດ ລ້ວນແຕ່ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງວ່າ ບົດຮຽນ ພ້ອມກັບບັນດາຜົນງານອັນດີງາມຂອງບັນດາການນຳລຸ້ນກ່ອນປະໄວ້ໃຫ້, ນັ້ນແມ່ນສຳພາລະອັນລ້ຳຄ່າເພື່ອສືບທອດ ແລະ ສູ້ຊົນປະຕິບັດສຳເລັດໜ້າທີ່ອັນສຳຄັນຂອງຕົນ.

        ໂດຍເຫັນແຈ້ງບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະເທດຕ້ອງຜ່ານຜ່າໃນໄລຍະຈະມາເຖິງ, ມີທັງກາລະໂອກາດ ແລະ ສິ່ງທ້າທາຍສະຫຼັບກັນນັ້ນ, ບັນດາການນຳຫຼັກແຫຼ່ງໄດ້ເນັ້ນໜັກເຖິງຈິດໃຈຄວາມສາມັກຄີແຫ່ງຊາດ. ຕາມນັ້ນແລ້ວ, ບັນດາຜົນງານເຊິ່ງປະເທດຊາດຍາດມາໄດ້ນັ້ນ ບໍ່ພຽງແຕ່ວັດແທກດ້ວຍລະດັບເຕີບໂຕທາງດ້ານເສດຖະກິດ, ຜ່ານຜ່າໂລກລະບາດໂຄວິດ-19 ເທົ່ານັ້ນ, ຫາກຍັງແມ່ນຈິດໃຈຄວາມສາມັກຄີ, ການສົມທົບກັນ, ຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ມີຄວາມໃກ້ຊິດຕິດແທດ, ຮັບຟັງ, ຮັບເອົາຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ເພື່ອເປົ້າໝາຍສູງສຸດແມ່ນຮັບໃຊ້ຜົນປະໂຫຍດຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນອີກດ້ວຍ, ຄືດັ່ງຄຳຢືນຢັນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທີ່ພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ ໃນຕອນເຊົ້າວັນທີ 05 ເມສາ ທີ່ວ່າ:

        “ຂໍຝາກຄຳຢືນຢັນເຖິງພໍ່ແມ່ປະຊາຊົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ: ພັກ ແລະ ລັດ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ເພື່ອໃຫ້ການຜະລິດ, ດຳເນີນທຸລະກິດຍາມໃດກໍ່ບັນລຸຜົນສຳເລັດ, ເພື່ອໃຫ້ເດັກນ້ອຍຍາມໃດກໍ່ມີຄວາມໄຝ່ຝັນ ແລະ ຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນກ້ວາງໄກກວ່າ, ເພື່ອໃຫ້ບັນດາຜູ້ອາຍຸສູງໄດ້ດຳລົງຊີວິດຢ່າງມີຄວາມໝາຍ, ມີຄວາມຜາສຸກໃນຕະຫຼອດຊີວິດຂອງຕົນ ແລະ ເພື່ອຊຸກຍູ້ຈິດໃຈໃຫ້ບັນດາຜູ້ທີ່ພວມມີຄວາມຫວັງຢາກອຸທິດສ່ວນ, ປະດິດຄິດສ້າງ”.

ຄວາມເຊື່ອໝັ້ນຈາກຫາງສຽງ

        ເມື່ອຕີລາຄາກ່ຽວກັບບັນດາການນຳຫຼັກແຫຼ່ງເຊິ່ງສະພາແຫ່ງຊາດຫາກໍ່ເລືອກຕັ້ງໄດ້ນັ້ນ, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຖືວ່າ ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ລ້ວນແຕ່ມີໄລຍະດຳລົງຕຳແໜ່ງ, ໜ້າທີ່ສຳຄັນຢູ່ບັນດາອົງການສຳນັກງານແຫ່ງລັດ. ນີ້ແມ່ນທ່າແຮງສຳຄັນເພື່ອສາມາດຮັບພາລະໜ້າທີ່, ນຳພາ, ກຳນົດທິດບັນດາການເຄື່ອນໄຫວຂອງປະເທດຊາດ, ຂອງລັດຖະບານ ແລະ ຂອງສະພາແຫ່ງຊາດ. ທ່ານ ຫງໍຢຸຍຫຽວ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ,  ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິດວ່າ, ນີ້ແມ່ນລຸ້ນການນຳທີ່ສາມາດບໍລິຫານປະເທດຊາດ ປະຕິບັດການຫັນຄວາມຄາດຫວັງຂອງຊາດໃຫ້ປະກົດຜົນເປັນຈິງ, ນັ້ນແມ່ນຄວາມຄາດຫວັງຢ່າງໃຫ້ປະເທດຊາດໝັ້ນຄົງເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ວັດທະທະນາຖາວອນ. ບັນດາການນຳລ້ວນແຕ່ເປັນຜູ້ມີປະສົບການຫຼາຍຢ່າງ, ຂະຫຍັນຂັນເຄື່ອນ, ເດັດດຽວ, ມີຄວາມຮັບຜິດຊອບເປັນຢ່າງສູງ, ຜ່ານຫຼາຍຕຳແໜ່ງໜ້າທີ່. ຂ້າພະເຂົ້າເຊື່ອໝັ້ນວ່າ, ດ້ວຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ທີ່ຫາກໍ່ປະກາດໄດ້ຊີ້ແຈ້ງເສັ້ນທາງຂອງຊາດ, ດ້ວຍກຳລັງຜູ້ນຳພາທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ, ປະເທດຊາດສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ປະຕິບັດໄດ້ເປົ້າໝາຍເຊິ່ງແມ່ນຮອດກາງສະຕະວັດທີ 21 ຈະກາຍເປັນປະເທດພັດທະນາຕາມການກຳນົດທິດສັງຄົມນິຍົມ”.

        ກ່ຽວກັບປະຊາຊົນ, ຜູ້ມີສິດເລືອກຕັ້ງຫຼາຍຄົນມີຄວາມເຊື່ອໝັ້ນວ່າ ບັນດາການນຳຫຼັກແຫຼ່ງຈະປະຕິບັດບົດບາດຂອງຕົນໃຫ້ເປັນຢ່າງດີ ຄືດັ່ງຄຳສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ເຕົ້າໂຮມກຳລັງແຮງສັງລວມ, ມີບັນດານະໂຍບາຍຊີ້ຂາດຢ່າງແຂງແຮງກວ່າອີກ ເພື່ອຊຸກຍູ້ປະເທດຊາດພັດທະນາ.

        ປະຫວັດສາດອັນສະຫງ່າລາສີໃນການສ້າງສາ ແລະ ປົກປັກຮັກສາຂອງຊາດຫວຽດນາມ ໄດ້ຢັ້ງຢືນວ່າ, ຢູ່ໃນໄລຍະໃດ, ສະໄໝໃດ ຊາດຫວຽດນາມ ກໍ່ລ້ວນແຕ່ສະແດງໃຫ້ເຫັນຄວາມຄາດຫວັງພັດທະນາ ດ້ວຍຄວາມເອກອ້າງທະນົງໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເລື່ອງບັນດາການນຳຫຼັກແຫຼ່ງເປັນຈິດໜຶ່ງໃຈດຽວມີການກະທຳ ຈະປະກອບສ່ວນສຳຄັນເພື່ອສືບຕໍ່ສ້າງສາປະເທດຊາດ, ກຳລັງບົ່ມຊ້ອນ ແລະ ທີ່ຕັ້ງຂອງປະເທດຊາດໃຫ້ໝັ້ນຄົງ, ເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ