ເພື່ອໃຫ້ຄົນທຸກຍາກມີການດຳລົງຊີວິດດີກ່ວາເກົ່າ

(VOVWORLD) -

ຫວຽດນາມ ຫາກໍ່ສິ້ນສຸດເດືອນຈຸດສູງເພື່ອຄົນທຸກຍາກ (17 ຕຸລາ  - 18 ພະຈິກ). ນີ້ແມ່ນເຫດການປະຈຳປີ, ຖືກດຳເນີນຢູ່ທຸກແຂວງ, ນະຄອນໃນທົ່ວປະເທດ. ການເຄື່ອນໄຫວນີ້ໄດ້ຮັບການຕອບສະໜອງຈາກປະຊາຊົນທຸກຊັ້ນວັນນະ ຍ້ອນມຸ່ງໄປເຖິງເປົ້າໝາຍລວມ: ເພື່ອຊີວິດດີງາມກ່ວາໃຫ້ແກ່ຄົນທຸກຍາກ.

ເພື່ອໃຫ້ຄົນທຸກຍາກມີການດຳລົງຊີວິດດີກ່ວາເກົ່າ - ảnh 1ທ່ານ ເລຊວນເຊືອງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ
(ພາບ: daidoanket.vn)

  ຮັບປະກັນຊີວິດສັງຄົມ ແລະ ປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລວງຂອງພັກ, ລັດ ຫວຽດນາມ.

ຜັນຂະຫຍາຍຢູ່ທົ່ວທຸກແຂວງ, ນະຄອນຂອງປະເທດຊາດ

        ໃນເດືອນຈຸດສຸມເພື່ອຄົນທຸກຍາກ, ບັນດາແຂວງ, ນະຄອນ, ບັນດາອົງການສະມາຊິກຂອງແນວໂຮມປະເທດຊາດ ຫວຽດນາມ ໄດ້ເອົາໃຈໃສ່ໂຄສະນາໃນທຸກຂັ້ນ, ທຸກຂະແໜງການ ແລະ ວົງຄະນະຍາດກ່ຽວກັບການພ້ອມກັນເຂົ້າຮ່ວມຊ່ວຍເຫຼືອຄົນທຸກຍາກ, ເຂດຊຸມຊົນທຸກຍາກ; ສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ບັນດາຂັ້ນ ແລະ ໂຄງການໜູນຊ່ວຍສັງຄົມ, ປະກອບສ່ວນຕອບສະໜອງຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ” ໄລຍະ 2021 – 2025 ໂດຍນາຍົກລັດຖະມົນຕີປຸກລະດົມ (2 ມິຖຸນາ 2022).

        ຢູ່ຂັ້ນທ້ອງຖິ່ນ, ຫຼາຍແຂວງ, ນະຄອນໄດ້ຈັດບັນດາໂຄງການ, ກິດຈະກຳລະອຽດ ເພື່ອລະດົມບັນດາແຫຼ່ງກຳລັງເພື່ອຊ່ວຍເຫຼືອຄົນທຸກຍາກ, ຄອບຄົວເປົ້າໝາຍໃກ້ທຸກຍາກ, ບຸລິມະສິດບັນດາທ້ອງບັນດາທ້ອງຖິ່ນເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ, ເຂດຖືກເສຍຫາຍຍ້ອນໄພພິບັດທຳມະຊາດ. ຢູ່ແຂວງ ດັກລັກ, ເຊິ່ງເປັນແຂວງຍັງມີ 55.000 ຄອບຄົວທຸກຍາກ, ກວມເອົາ 11% ປະຊາກອນໃນທົ່ວແຂວງ, ໃນເດືອນຈຸດສູງເພື່ອຄົນທຸກຍາກ, ແຂວງໄດ້ເລືອກຫົວຂໍ້ການເຄື່ອນໄຫວແມ່ນ “ລ້ານນ້ຳໃຈຮັກແພງ, ເຮືອນແຫ່ງສາມັກຄີນັບລ້ານແຫ່ງ”. ທ່ານ ເລຊວນເຊືອງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ດັກລັກ, ໃຫ້ຮູ້ວ່າ: ດ້ວຍຈຸດສຸມ ແມ່ນກໍ່ສ້າງເຮືອນແຫ່ງມະຫາສາມັກຄີ, ນັບແຕ່ເດືອນຕຸລາ, ແນວໂຮມປະເທດຊາດທຸກຂັ້ນໃນແຂວງ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວຂົນຂວາຍ, ຮຽກຮ້ອງບັນດາໝູ່ຄະນະ, ບຸກຄົນສະໜັບສະໜູນໃຫ້ໂຄງການ:

        “ໃນບັນດາການເຄື່ອນໄຫວຂອງຕົນ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍນັບແຕ່ວັນທີ 17 ຕຸລາ ດ້ວຍການຈັດການປຸກລະດົມຢ່າງກ້ວາງຂວາງ. ມີກ່ວາ 70 ໝູ່ຄະນະ, ບຸກຄົນ, ວິສາຫະກິດ ແລະ ບັນດາທ້ອງຖິ່ນເຂົ້າຮ່ວມການປຸກລະດົມນີ້, ຜ່ານນັ້ນ, ພວກຂ້າພະເຈົ້າໄດ້ຮັບເງິນຈຳນວນ 13 ຕື້ດົ່ງ (556.000 ໂດລາສະຫະລັດ). ບົນພື້ນຖານນັ້ນ, ພວກຂ້າພະເຈົ້າສຸມໃສ່ກໍ່ສ້າງເຮືອນແຫ່ງມະຫາສາມັກຄີໃຫ້ແກ່ຄອບຄົວທຸກຍາກ”.

        ຢູ່ນະຄອນ ໂຮ່ຈີມິນ, ໃນເດືອນຈຸດສູງເພື່ອຄົນທຸກຍາກ, ນະຄອນໄດ້ປະຕິບັດກິດຈະກຳ “ເຊື່ອມຕໍ່ການໜູນຊ່ວຍສັງຄົມ, ເພື່ອຄົນທຸກຍາກ” ດ້ວຍຍອດຈຳນວນເງິນຄາດວ່າກ່ວາ 10 ຕື້ດົ່ງ (ປະມານ 427.000 ໂດລາສະຫະລັດ). ຄະນະກຳມະການແນວໂຮມປະເທດຊາດ ນະຄອນໂຮ່ຈີມິນ ໄດ້ໜູນຊ່ວຍແຮງງານທຸກຍາກ, ຄອບຄົວເປົ້າໝາຍໃກ້ທຸກຍາກ ເກືອບ 100 ພາຫະນະຮັບໃຊ້ການຫາເງິນລ້ຽງຊີບ, ມອບທຶນການສຶກສາ ຫງວຽນຫຶວເທາະ ໃຫ້ນັກຮຽນ, ນັກສຶກສາຫຼາຍກ່ວາ 2.000 ຄົນ; ມອບ 20 ປື້ມປະຢັດ, ແຕ່ລະຫົວມີມູນຄ່າ 10 ລ້ານດົ່ງ (ເທົ່າກັບ 427 ໂດລາສະຫະລັດ) ໃຫ້ແກ່ 20 ຄອບຄົວມີເດັກກຳພ້າ, ປະສົບກັບຄວາມຫຍຸ້ງຍາກ, ມອບກອມພິວເຕີ 150 ເຄື່ອງໃຫ້ບັນດາຄອບຄົວທຸກຍາກມັກຮຽນ…

        ໃນຂະນະນັ້ນ, ຫຼາຍບໍລິສັດ, ວິສາຫະກິດ ກໍ່ໄດ້ຕອບສະໜອງບັນດາການເຄື່ອນໄຫວເພື່ອແນໃສ່ຊ່ວຍຮັກສາບ່ອນຢູ່ອາໄສໃຫ້ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ. ທ່ານເຈິ່ນດົງຊວນ, ຫົວໜ້າວິສາຫະກິດພວມເຄື່ອນໄຫວໃນບໍລິເວນແຂວງ ອານຢາງ, ແບ່ງປັນວ່າ:

        “ປີນີ້, ບໍລິສັດພວກຂ້າພະເຈົ້າໄດ້ສະຫງວນເງິນເພື່ອກໍ່ສ້າງເຮືອນແຫ່ງມະຫາສາມັກຄີປະມານ 40 ຫຼັງໃຫ້ພໍ່ແມ່ປະຊາຊົນທຸກຍາກ ໃນບໍລິເວນແຂວງ ອານຢາງ, ເພື່ອໃຫ້ພໍ່ແມ່ປະຊາຊົນມີບ່ອນຢູ່ອາໄສປົກກະຕິ. ບໍລິສັດຈະສືບຕໍ່ຮ່ວມເດີນທາງພ້ອມກັບແນວໂຮມປະເທດຊາດ ຫວຽດນາມ ຂອງແຂວງ, ຄະນະກຳມະການປະຊາຊົນແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຜ່ານຜ່າຄວາມທຸກຍາກ”.

ເພື່ອໃຫ້ຄົນທຸກຍາກມີການດຳລົງຊີວິດດີກ່ວາເກົ່າ - ảnh 2ມອບຈຳນວນເງິນ ເພື່ອເບິ່ງແຍງດູແລຜູ້ທຸກຍາກຢູ່ນະຄອນ ໂຮ່ຈີມິນ
(ພາບ:qdnd.vn )

ໜູນຊ່ວຍຄົນທຸກຍາກ ແມ່ນການເຄື່ອນໄຫວລຸລວງ

        ເດືອນຈຸດສູງເພື່ອຄົນທຸກຍາກ ແມ່ນໜຶ່ງໃນບັນດາການເຄື່ອນໄຫວໜູນຊ່ວຍຄົນທຸກຍາກ ເຊິ່ງ ຫວຽດນາມ ໄດ້ປະຕິບັດຕະຫຼອດປີ.

        ຕາມບົດລາຍງານຂອງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ, ແຕ່ປີ 2021 ຮອດເດືອນ ກັນຍາ 2023, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນໄດ້ຂົນຂວາຍກອງທຶນເພື່ອຄົນທຸກຍາກ ແລະ ໜູນຊ່ວຍສັງຄົມ ໄດ້ຈຳນວນເງິນ 18.049 ຕື້ດົ່ງ (ກ່ວາ 771 ລ້ານໂດລາສະຫະລັດ). ບັນດາອົງການ, ສຳນັກງານຫົວໜ່ວຍ, ບຸກຄົນ, ວິສາຫະກິດສະໜັບສະໜູນໂຄງການຮັບປະກັນຊີວິດສັງຄົມໂດຍກົງຈາກບັນດາທ້ອງຖິ່ນດ້ວຍຈຳນວນເງິນກ່ວາ 13.513 ຕື້ດົ່ງ (ກ່ວາ 577 ລ້ານໂດລາສະຫະລັດ). ດ້ວຍການໜູນຊ່ວຍຂອງງົບປະມານແຫ່ງລັດ ແລະ ການໜູນຊ່ວຍຂອງວົງຄະນະຍາດ, ແນວໂຮມປະເທດຊາດທຸກຂັ້ນໄດ້ຊ່ວຍກໍ່ສ້າງເຮືອນໃໝ່ ແລະ ສ້ອມແປງເຮືອນແຫ່ງມະຫາສາມັກຄີກ່ວາ 100.000 ຫຼັງ ໃຫ້ແກ່ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ໜູນຊ່ວຍກ່ວາ 4,7 ລ້ານຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໄດ້ຮັບການກວດ ແລະ ປິ່ນປົວພະຍາດ, ໜູນຊ່ວຍຄົນທຸກຍາກນັບແສນເທື່ອຄົນກ່ຽວກັບການພັດທະນາການຜະລິດ…

 ເດືອນຈຸດສູງເຄື່ອນໄຫວເພື່ອຄົນທຸກຍາກ ເວົ້າສະເພາະ ແລະ ການເບິ່ງແຍງດູແລໃຫ້ແກ່ຄົນທຸກຍາກເວົ້າລວມແມ່ນການເຄື່ອນໄຫວມີຄວາມໝາຍສັງຄົມ ແລະ ວັດທະນະທຳມະນຸດຢ່າງເລິກເຊິ່ງ, ປຸກລຸກມູນເຊື້ອສາມັກຄີຂອງຊາດ. ບັນດາການກະທຳນີ້ບໍ່ພຽງແຕ່ຊ່ວຍຍົກສູງຊີວິດການເປັນຢູ່ໃຫ້ແກ່ຄົນທຸກຍາກ, ປະຕິບັດການໜູນຊ່ວຍສັງຄົມເທົ່່ານັ້ນ, ຫາກຍັງ ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ບັນດານະໂຍບາຍຂອງລັດ; ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃຫ້ໝັ້ນຄົງ./.

ຕອບກັບ

ຂ່າວ/ບົດ​ອື່ນ