ເພື່ອ​ໃຫ້​ຫວຽດ​ນາມ ບໍ່​ມີ​ຜູ້​ອຶດ​ຫິວ ທຸກ​ຍາກ

(VOVWORLD) - ຫວຽດນາມ ຈະສືບຕໍ່ສະຫງວນກຳລັງເຫື່ອແຮງ ແລະ ບັນດາແຫຼ່ງກຳລັງທີ່ເໝາະສົມໃຫ້ແກ່ວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ໃນຊຸມປີຕໍ່ໜ້າ, ເມື່ອມຸ່ງໄປເຖິງເປົ້າໝາຍ ຫວຽດນາມ ບໍ່ມີຜູ້ທຸກຍາກ ອຶດຫິວໃນປີ 2045, ສະເຫຼີມສະຫຼອງວັນສ້າງຕັ້ງປະເທດຊາດຄົບຮອບ 100 ປີ. ນີ້ແມ່ນເປົ້າໝາຍທີ່ມີຄວາມໝາຍຫຼາຍຢ່າງ, ສະແດງໃຫ້ເຫັນການກຳນົດທິດທີ່ສຳຄັນ ຂອງການນຳຫວຽດນາມ ໃນການຮັບປະກັນສະຫວັດດີການສັງຄົມ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.
ເພື່ອ​ໃຫ້​ຫວຽດ​ນາມ ບໍ່​ມີ​ຜູ້​ອຶດ​ຫິວ ທຸກ​ຍາກ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ  2016-2020 (ພາບ: nhandan.com.vn)

  ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ສະຫລຸບວຽກງານ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກໄລຍະ  2016-2020, ຈັດຂຶ້ນເມື່ອວັນທີ 11 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ: ຍາມໃດ, ພັກ, ລັດ ກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ກ່ຽວກັບການພັດທະນາເສດຖະກິດ ຕິດພັນກັບສັງຄົມ, ສິ່ງແວດລ້ອມ, ໃນນັ້ນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນສະຫວັດດີການສັງຄົມ.

ບັນດາໝາກຜົນທີ່ບໍ່ອາດປະຕິເສດໄດ້

   ຖ້າຫາກປີ 2016, ເປັນປີທຳອິດໄດ້ປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ອັດຕາສ່ວນຄອບຄົວທຸກຍາກຂອງຫວຽດນາມ ແມ່ນ 4,25%, ແຕ່ມາຮອດປະຈຸບັນ, ຍັງເຫຼືອພຽງປະມານ 2,75% ເທົ່ານັ້ນ. ເປັນອັນວ່າ, ພາຍຫຼັງເວລາ 5 ປີ, ມີປະຊາຊົນ 6 ລ້ານຄົນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ. ໃນຈຳນວນ 64 ເມືອງທຸກຍາກ, ປະຈຸບັນຍັງແຕ່ເຄິ່ງໜຶ່ງ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຍອດຈຳນວນເງິນຮັບໃຊ້ບັນດາລາຍການໃນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ໃນ 5 ປີຜ່ານມາແມ່ນຂຶ້ນເຖິງ 93 ພັນຕື້ດົ່ງ (ກ່ວາ 4 ຕື້ USD), ໃນນັ້ນ, ກ່ວາເຄິ່ງໜຶ່ງແມ່ນງົບປະມານແຫ່ງລັດ.

   ບັນດາໝາກຜົນໃນການຫລຸດຜ່ອນຄວາມທຸກຍາກຂອງຫວຽດນາມ ແມ່ນຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ, ອຳນາດການປົກຄອງທຸກຂັ້ນ, ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ການຕອບສະໜອງ, ສະໜັບສະໜູນຂອງປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ພິເສດ ແມ່ນຂອງບັນດາທ້ອງຖິ່ນທີ່ໄດ້ບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກດ້ວຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ.

ເພື່ອຫວຽດນາມບໍ່ມີຜູ້ທຸກຍາກອຶດຫິວ

  ໂດຍແມ່ນປະເທດໄດ້ຮັບຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກສົງຄາມ, ພ້ອມທັງແມ່ນ 1 ໃນບັນດາປະເທດຖືກຜົນກະທົບຢ່າງແຮງ ຈາກການປ່ຽນແປງຂອງດິນຟ້າອາກາດ, ຍ້ອນເຫດນັ້ນ, ວິວັດການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຕ້ານຄວາມທຸກຍາກຄືນໃໝ່ ຍາມໃດກໍ່ຈະແມ່ນສິ່ງທ້າທາຍທີ່ໃຫ່ຍຫຼວງສຳລັບຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ:

   ເພື່ອປະຕິບັດການຫລຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມແບບຍືນຍົງ ໄລຍະ 2021-2025, ວິໄສທັດປີ 2030 ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງໂລກໃຫ້ແກ່ໄລຍະ 2015-2030 ຂອງ ສປຊ ນັ້ນ, ຫວຽດນາມ ມານະພະຍາຍາມ ຕັດສິນໃຈຫຼາຍກ່ວາອີກ, ສຸມໃສ່ຊີ້ນຳຢ່າງຂ້ຽວຂາດກ່ວາອີກ, ມີປະສິດທິຜົນກ່ວາອີກ ກ່ຽວກັບບັນດາໜ້າທີ່ດັ່ງນີ້: ທີ 1 ແມ່ນຄົ້ນຄ້ວາເພື່ອຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ ປະກາດໃຊ້ບັນດາມະຕິ, ຄຳສັ່ງກ່ຽວກັບນະໂຍບາຍ ຫລຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມ ແບບຍືນຍົງຍອດປີ 2030, ຍື່ນສະເໜີຕໍ່ສະພາແຫ່ງຊາດ ປະກາດໃຊ້ມະຕິວ່າດ້ວຍການສືບຕໍ່ຍູ້ແຮງ ການປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກກວມລວມ ແລະ ເຊັນອະນຸມັດແຜນນະໂຍບາຍລົງທຶນ ໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດ ການຫລຸດຜ່ອນຄວາມທຸກຍາກ ແລະ ສະຫວັດດີການສັງຄົມແບບຍືນຍົງ ໄລຍະ 2021-2025, ການກຳນົດທິດຮອດປີ 2030, ວິໄສທັດປີ 2045 “ເພື່ອໃຫ້ຫວຽດນາມ ບໍ່ມີຜູ້ທຸກຍາກອຶດຫິວ”.

  ເພື່ອຫັນເປົ້າໝາຍດັ່ງກ່າວເປັນລະອຽດ, ຫວຽດນາມ ຈະສ້າງນະໂຍບາຍກ່ຽວກັບການໜູນຊ່ວຍຜູ້ທຸກຍາກ, ບຸລິມະສິດແກ່ເດັກນ້ອຍ, ຜູ້ອາຍຸສູງ ແລະ ປະຊາຊົນຊົນເຜົ່າສ່ວນໜ້ອຍ ໃຫ້ສົມບູນແບບ. ຄຽງຂ້າງ 2 ໂຄງການເປົ້າໝາຍສຳຄັນທີ່ພວມປະຕິບັດຄື: ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງນັ້ນ, ຫວຽດນາມ ຈະປະຕິບັດມະຕິວ່າດ້ວຍ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບເຂດຊົນເຜົ່າສ່ວນໜ້ອຍເຂດພູດອຍ, ໃນນັ້ນ, ສືບຕໍ່ລົງທຶນໃຫ້ແກ່ພື້ນຖານເສດຖະກິດສັງຄົມ ຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ເພື່ອສ້າງໂອກາດໃຫ້ແກ່ການພົວພັນດ້ານການຄ້າ, ວຽກເຮັດງານທຳ.  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ຖືວ່າ:

   ເພື່ອປະຕິບັດຄວາມຮັບຜິດຊອບຕໍ່ຜູ້ທຸກຍາກ, ຂ້າພະເຈົ້າສະເໜີໃຫ້ທົ່ວປະເທດ ຈົ່ງຜັນຂະຫຍາຍຂະບວນການໃໝ່ຄື: ແຕ່ລະຕາແສງ, ແຕ່ລະບ້ານ ຈະສ້າງຮູບແບບການຫລຸດຜ່ອນຄວາມທຸກຍາກທີ່ດີເດັ່ນ, ເໝາະສົມກັບທ້ອງຖິ່ນຂອງຕົນ ດ້ວຍວິທີເຮັດທີ່ມີຫົວຄິດປະດິດສ້າງກ່ວາອີກ. ການຫລຸດຜ່ອນຄວາມທຸກຍາກແບບຍືນຍົງຕ້ອງເລີ່ມຈາກແຕ່ເດັກນ້ອຍ, ຕ້ອງເອົາໃຈໃສ່ເປັນພິເສດເຖິງແຫຼ່ງທຶນມະນຸດ. ບັນດາທ້ອງຖິ່ນພັດທະນາດີກ່ວາ ຄວນໜູນຊ່ວຍບັນດາເມືອງທຸກຍາກ, ຕາແສງທີ່ປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດສັງຄົມເປັນພິເສດ; ພັດທະນາບັນດາຂະບວນການແຂ່ງຂັນປະຕິບັດ ເປົ້າໝາຍຫລຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງມີຫົວຄິດປະດິດສ້າງ, ແທດຈິງກ່ວາ.

   ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ເນັ້ນໜັກວ່າ: ໃນການນຳພາປະເທດຊາດ, ພາກສ່ວນປະຊາຊົນສ່ວນຫຼາຍທີ່ມີລາຍຮັບ, ບໍ່ອຶດຫິວທຸກຍາກອີກ ແມ່ນສິ່ງສຳຄັນທີ່ສຸດ. ນີ້ກໍ່ແມ່ນເປົ້າໝາຍທີ່ຫວຽດນາມ ໄດ້ມຸ່ງໄປເຖິງ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.

 

  

 

ຕອບກັບ

ຂ່າວ/ບົດ​ອື່ນ