ເພື່ອໃຫ້ຫວຽດນາມບັນລຸຈຸດໝາຍ ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ

ເພື່ອໃຫ້ຫວຽດນາມບັນລຸຈຸດໝາຍ  ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ - ảnh 1
(ພາບ:baobacgiang.com.vn)

 ​ພາຍຫລັງ​ໄດ້​ປະຕິບັດ​ມາ​ເປັນ​ເວລາ 3 ປີ, ມະຕິ​ 30a ຊື່​ງ​ແມ່ນມະຕິ ຂອງ​ລັດຖະບານ ກ່ຽວ​ກັບ​​ໂຄງການ​ໜູນ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ​ສຳລັບ 62 ​ເມືອງ​ທີ່ທຸກ​ຍາກ ​ໄດ້​ເຂົ້າສູ່​ຊີວິດ​ຕົວ​ຈິງດ້ວຍ​ບັນດາ​ນະໂຍບາຍ​ລະອຽດ ​ແລະ​ ບັນລຸ​ໄດ້​ໝາກຜົນຫຼາຍຢ່າງ. ​ແຕ່​ເພື່ອຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ​​ໄດ້ ຍັງ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມຫຼາຍຢ່າງ ​ແລະ​ ນີ້​ກໍ​ແມ່ນ​ເນື້ອ​ໃນ​ການ​ຊີ້​ນຳ​ຂອງ​ລັດຖະບານ ທີ່​ກອງ​ປະຊຸມ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດມະຕິ 30a ​ເຊິ່ງຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້​ຢູ່​ຮ່າ​ໂນ້ຍ.

ມະຕິ 30a ​ໄດ້​ຖືກ​ສ້າງ​ຂຶ້ນ​ເມື່ອ​ເດືອນ​ 12/2008 ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ສຳຄັນ​ຂອງລັດຖະບານ ​ເພື່ອ​ຊ່ວຍ​ໃຫ້ 62 ​ເມືອງ​ຂອງ 20 ​ແຂວງ​ໃນ​ທົ່ວ​ປະ​ເທດ ​ແຫ່ງທີ່​ມີ​ຈຳ​ນວນຄອບຄົວທຸກ​ຍາກ​ກ່ວາ 50% ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ. ພາຍຫລັງ​ໄດ້​ຜັນ​ຂະຫຍາຍ​ມາ​ເປັນ​ເວລາ 3 ປີ, ມະຕິ​ໄດ້​ລະດົມ​ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ທັງ​ລະບົບ​ການ​ເມືອງ, ບັນດາ​ກຸ່ມ​ບໍ​ສັດ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ. ຈຳນວນ​ເງິນ​ນັບ 10 ພັນ​ຕື້​ດົ່ງ​ໄດ້​ຖືກ​ປຸກ​ລະດົມ​ເພື່ອ​ປະຕິບັດມະຕິ 30a, ຊື່​ງ​ໄດ້​ສ້າງ​ບັນດາ​ການ​ປ່ຽນ​ແປງ​ອັນ​ໃຫ່ຍຫຼວງ, ​ແຂງ​ແຮງ​ຢູ່​ບັນດາ​ເມືອງ​ມີ​ອັດຕາສ່ວນ​ຄອບຄົວ​ທຸກ​ຍາກ​ຫລາຍ​ກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດ. ຕາມ​ການ​ສະຖິຕິ​ແລ້ວ, ຍອດ​ຈຳນວນ​ງົບປະມານ​ສູນ​ກາງ​ສະຫງວນ​ເພື່ອ​ໜູນ​ຊ່ວຍ​ການ​ປະຕິບັດ​ໂຄງການຕາມມະຕິ 30a ​ນັບ​ແຕ່​ປີ 2008​ ແມ່ນ​ກ່ວາ 8.500 ຕື້​ດົ່ງ. ພາຍຫລັງ​ໄດ້​ປະຕິບັດມາ​ເປັນ​ເວລາ 3 ປີ, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຂອງ 62 ​ເມືອງ​ໄດ້​ຫ​ລຸດລົງ​ສະ​ເລ່ຍ 5%/ປີ. ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ບັນດາ​ເມືອງ​ທຸກ​ຍາກ​ເພີ່ມ​ຂຶ້ນ 2,5 ​ເທົ່າ, ​ເມືອງ​ຕ່າງໆ​ໄດ້​ລົບລ້າງ​ສະພາບ​ເຮືອນ​ຢູ່​ຊົ່ວຄາວ​ໂດຍ​ພື້ນຖານ ດ້ວຍ​ອັດຕາ​ສ່ວນ​ກ່ວາ 97%. ​ໃນ​ສະພາບ​ການ​ທຸກໆ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ລ້ວນ​ແຕ່​ໄດ້​ປະ​ຕິ​ບັດມະຕິ​ເລກທີ 11 ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ຊີວິດ​ສັງຄົມ, ຫລຸດຜ່ອນ​ການ​ລົງທຶນ​ຂອງ​ລັດຢ່າງ​ຂ້ຽວຂາດ​ນັ້ນ, ບັນຊີ​ລາຍ​ຊື່​ທຶນຮອນສະ​ຫງວນ​ໃຫ້​ແກ່ມະຕິ 30a ​ພັດ​ບໍ່​ຖືກ​ຫລຸດຜ່ອນ​ລົງ. ລັດຖະບານ​ຍັງ​ໃຫ້​ບຸລິມະສິດສະຫງວນ​ຈຳນວນ​ເງິນ 3.600 ຕື້​ດົ່ງ​ໃຫ້​ແກ່ 62 ​ເມືອງ​ທຸກ​ຍາກ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ກັບ​ປີ 2010. ​ໄປຄຽງ​ຄູ່​ກັນນັ້ນ, ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຄື: ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ, ໜູນ​ຊ່ວຍດ້ານ​ປະກັນ​ໄພ​ສັງຄົມ 100% ໃຫ້​ແກ່ຊາວ​ກະສິກອນທີ່​ທຸກ​ຍາກ, ສົ່ງ​ປັນຍາ​ຊົນ​ໜຸ່ມ​ລົງ​​ໄປ​ເປັນ​ຮອງ​ປະທານຕາ​ແສງ​ທຸກ​ຍາກ​…​ ​ໄດ້​ສ້າງ​ການ​ຫັນປ່ຽນ​ຢູ່ບັນດາ​ເມືອງທີ່​ທຸກ​ຍາກ​ໄດ້​ສ່ວນ​ໃດສ່ວນໜື່ງ.

ເພື່ອໃຫ້ຫວຽດນາມບັນລຸຈຸດໝາຍ  ຫລຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ໝັ້ນຄົງ - ảnh 2
(ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ
ເປັນປະທານກອງປະຊຸມສະຫລຸບ 3 ປີແຫ່ງການປະຕິບັດມະຕິ 30a (ພາບ:internet))

ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ຕາມ​ຄຳ​ເຫັນ​ຂອງຫຼາຍຄົນ​ແລ້ວ, ນີ້​ພຽງ​ແຕ່​ແມ່ນ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ. ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ປະຕິບັດ ມະຕິ 30a, ຈຳນວນ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸດ​ລົງ​ຢ່າງ​ວ່ອງໄວ ​ແລະ ​ຍັງ​ບໍ່​ທັນ​ມີຄວາມໝັ້ນຄົງ​ຢ່າງ​ແທດ​ຈິງ. ສະນັ້ນ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ຕ້ອງ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ​ທີ່​ຍັງ​ຄົງ​ຄ້າງ ​ເພື່ອ​ໃຫ້ຈຸດໝາຍ​ຂອງ​ມະຕິ​ ປະກົດ​ຜົນ​ເປັນ​ຈິງ. ທ່ານ​ ກາວ​ຄວາ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງາຍ​ສະ​ເໜີ​ວ່າ:

​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ລັດຖະບານ​ຄວນ​ສຸມ​ໃສ່​ສອງ​ວຽກ​ງານ ນັ້ນ​ແມ່ນ​ໜູນ​ຊ່ວຍ​ການ​ຜະລິດ​ ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່. ທີ​ສອງ​ແມ່ນຕ້ອງ​ໜູນ​ຊ່ວຍ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ປະຊາຊົນ. ລະອຽດ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ກໍ່ສ້າງ​ບັນດາ​ຮາກຖານ​ການ​ສຶກສາ, ສອນ​ວິຊາ​ຊີບ​ກ່ວາ​ອີກ; ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ຄົນ​ງານ, ຍົກ​ສູງ​ຄວາມ​ຮູ້​ໃຫ້ແກ່​ປະຊາຊົນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ພວກ​ເຮົາຈຶ່ງ​ຈະ​ບັນລຸ​ຈຸດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ​ໄດ້”

ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນນິງແລ້ວ, ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແມ່ນ​ວິວັດ​ການ​ອັນ​ຍາວ​ນານ, ບໍ່​ຄວນ​ຟ້າວ​ຟັ່ງ. ສຸ​ມໃສ່​ແກ້​ໄຂ​ບັນດາ​ເມືອງ​ທຸກ​ຍາກ​ກ່ວາ​ໝູ່, ຫຍຸ້ງຍາກ​ກ່ວາ​ໝູ່ ​ແມ່ນ​ເສັ້ນທາງອັນ​ເໝາະສົມ​ໃນ​ຈຸດໝາຍຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ​ຢູ່​ຫວຽດນາມ. ​ເພື່ອຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວວາ ​ແລະ ໝັ້ນຄົງ​​ເທື່ອ​ລະ​ກ້າວ​ນັ້ນ, ​ໄປ​ຄຽງຄູ່​ກັບບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ, ລັດຖະບານ​ແລ້ວ, ຕ້ອງ​ມີ​ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ​ຂອງ​ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ, ວິສາ​ຫະກິດ, ປະຊາຊົນ, ພິ​ເສດ​ແມ່ນ​ການ​ເປັນ​ເຈົ້າການ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ​ໃນ​ສະ​ເພາະ​ໜ້າ, ​ໃນ​ຊຸມ​ປີ​ທີ່​ຍັງ​ເຫຼືອຂອງ​ໄລຍະ 2011-2015, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ວາງ​ແຜນ​ກຳນົດ​ການ​ລົບລ້າງ​ຄວາມ​ອຶດຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກຢ່າງ​ວ່ອງ​ໄວ:

ທ້ອງ​ຖິ່ນ​ຕ່າງໆຄວນພິຈາລະນາ​ຈຸດໝາຍ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ​ ​ແມ່ນ​ໜື່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຍິ່ງ, ​ເປັນ​ປະຈຳ, ​ແລະ ຕໍ່​ເນື່ອງ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ. ບົນ​ພື້ນຖານ​ນັ້ນ ນຳ​ບັນດາ​ຄາດໝາຍ​ລະອຽດ​ເຂົ້າ​ໃນ​ແຜນການ​ແຕ່ລະ​ປີ ​ແລະ​ຕ້ອງ​ມີ​ການ​ສຳຫຼວດກວດຄືນ, ຕີ​ລາ​ຄາ​ແຕ່ລະ​ຈຸດໝາຍ, ນັບ​ທັງ​ພື້ນຖານ​ໂຄງ​ລ່າງ, ການ​ສຶກສາ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ການ​ຫລຸດຜ່ອນ​ຄວາມທຸກ​ຍາກ….​ນອກຈາກ​ນັ້ນ​​ແລ້ວ, ສະ​ເໜີ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ເອົາ​ໃຈ​ໃສ່​ເຖິງ​ການວາງ​ແຜນ​ກຳນົດ. ນີ້​ແມ່ນ​ກົກ​ເຄົ້າຂອງ​ບັນຫາ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງໄວ ​ແລະ ໝັ້ນຄົງ​

ນັບ​ແຕ່​ເມື່ອມີ​ມະຕິ 30a, ຫວຽດນາມ​ກໍ​ມີຫຼາຍ​ໂຄງການ​ຄື 134 -135 (ຊື່​ງ​ແມ່ນ​ໂຄງການ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ​ເຂດ​ປະຊາຊົນ​ຊົນ​ເຜົ່າ ​ແລະ​ ເຂດ​ພູດອຍ), ມະ​ຕິ​ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ ​ແລະ​ຫວ່າງ​ແລ້ວ​ນີ້​ ແມ່ນ​ການ​ກຳນົດ​ທິດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງໝັ້ນຄົງ​ໄລຍະ 2011-2020. ຕາມ​ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ​ສັງຄົມ​ຫວຽດນາມ​ແລ້ວ, ປະຈຸ​ບັນ, ທາງກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ​ສັງຄົມ​ພວມ​ຄົ້ນຄ້ວາ, ​ແນະນຳ​ວິວັດ​ການກວກ​ຄືນຄອບຄົວ​ທຸກ​ຍາກ​ແຕ່ລະ​ປີ ບົນ​ພື້ນຖານ​ມາດຖານ​ຄວາມທຸກ​ຍາກ​ໃໝ່; ສ່ອງ​ແສງ​​ໝາກຜົນ​ແຫ່ງ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກຢ່າງ​ແທ້​ຈິງ. ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ​ໃຫ້​ຮູ້​ວ່າ:

ສູ້​ຊົນ​ບັນລຸ​ຈຸດໝາຍ​ປະຕິບັດ​ມະຕິ 30a ​ໄດ້ວາງ​ອອກຮອດ​ປີ 2015 ​ແມ່ນ​ຫລຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ລົງ​ລະ​ດັບ​ສະ​ເລັ່ຍຕ່ຳ​ກ່ວາ 35 % ຕາມ​ມາດຖານ​ຄວາມທຸກ​ຍາກ​ໃໝ່, ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ແກ່​ປະຊາຊົນ ​ແລະ​ວົງ​ຄະນາ​ຍາດ ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິຜົນ​ບັນດາ​ກິດ​ຈະກຳ​ພື້ນຖານ​ໂຄງ​ລ່າງ​ຈຳ​ເປັນ​ທີ່​ໄດ້​ຮັບ​ການ​ລົງທຶນ, ປະຊາຊົນ​​ໄດ້​ສຳ​ພັດ​ກັບ​ບັນດາ​ການ​ບໍລິການ​ຜະລິດ​ ​ແລະ​ຕະຫຼາດຈຳໜ່າຍ​ຜະລິດ​ຕະພັນ​ຢ່າງ​ສະດວກ​ສະບາຍ, ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ​ຊົນນບົດ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ບັນລຸ​ກ່ວາ 40%, ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ​ຢູ່​ບັນດາ​ເມືອງ​ທຸກ​ຍາກ​ຢ່າງ​ຄົບ​ຊຸດ

ການຫລຸດຜ່ອນຄວາມທຸກຍາກ​ໃຫ້​ແກ່ 62 ​ເມືອງ​ໃນ​ທົ່ວ​ປະ​ເທດ ສືບ​ຕໍ່​ແມ່ນ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ຂອງ​ຫວຽດນາມ​ ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ບັນດາ​ໝາກຜົນ, ບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້ ພາຍຫລັງ 3 ປີ​ໄດ້​ຜັນ​ຂະຫຍາຍການ​ປະຕິບັດ​ມະຕິ 30a ຈະ​ຊ່ວຍ​ໃຫ້​ລັດຖະບານ, ບັນ​ດາ​ອົງການ​ກ່ຽວຂ້ອງ, ສ້າງ​ບັນດາ​ໂຄງການ​ລະອຽດ​ກ່ວາ​ອີກ, ​ເພື່ອ​ແນ​ໃສ່​ຈຸດໝາຍ​​​​ເຮັດໃຫ້ຫວຽດນາມບັນລຸ​ໄດ້​ບັນດາ​ຜົນງານ ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃໝ່​ໃນ​ຮອບ​ເວລາ 1 ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ.
                                                                                                    ແອ໋ງຮວຽນ


       

 

ຕອບກັບ

ຂ່າວ/ບົດ​ອື່ນ