ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ

(VOVWORLD) - ປີ 2020, ຄາດຄະເນວ່າ ຂະບວນການເລີ່ມຕົ້ນທຸລະກິດຢູ່ ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ທະວີຄຸນຢ່າງກ້ວາງຂວາງ. 

ການເຂົ້າຮ່ວມຂອງອຳນາດການປົກຄອງທ້ອງຖິ່ນໃນການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ອຳນວຍຄວາມສະດວກພ້ອມກັນກັບແນວຄວາມຄິດ, ຄວາມໃຝ່ຝັນຂອງບັນດາວິສາຫະກິດແມ່ນບັນດາປັດໄຈພື້ນຖານ ເພື່ອໃຫ້ຮູບແບບການເລີ່ມຕົ້ນທຸລະກິດປີ 2020 ຢູ່ ຫວຽດນາມ ເພື່ອຄວາມສະຫວ່າງສະໄຫວຫລາຍຂຶ້ນ.

ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ - ảnh 1ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ (ພາບ: Thanhnien.vn)

ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕຂອງບັນດາພື້ນຖານເສດຖະກິດໃນໄລຍະຍາວ, ພິເສດແມ່ນປະເທດພວມພັດທະນາຄື ຫວຽດນາມ. ລັດຖະບານໄດ້ວາງອອກບັນດານະໂຍບາຍກ່ຽວກັບການໜູນຊ່ວຍເລີ່ມຕົ້ນທຸລະກິດ, ສະນັ້ນ, ປີ 2020 ຈະຕ້ອງຍູ້ແຮງ ແລະ ຫັນບັນດານະໂຍບາຍນີ້ໃຫ້ປະກົດຜົນເປັນຈິງ. ຍິ່ງໄປກ່ວານັ້ນ, ພື້ນຖານເສດຖະກິດພາຍໃນປະເທດ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕົວເລກດັດຊະນີກ່ຽວກັບການຜະລິດ, ສົ່ງອອກ, ເຕັກໂນໂລຢີຈະກາຍເປັນກຳລັງໜູນສຳຄັນໃຫ້ແກ່ບັນດາ startup ພັດທະນາ.

ຜັນຂະຫຍາຍຢ່າງຄົບຊຸດ

ປີ 2020, ບັນດາການເຄື່ອນໄຫວເລີ່ມຕົ້ນທຸລະກິດຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍໜູນຊ່ວຍ startup ຂອງລັດຖະບານ ຫວຽດນາມ, ພິເສດແມ່ນແຜນຮ່າງ “ໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມຕົ້ນທຸລະກິດຮອດປີ 2025” ຫຼື ຂໍ້ຕົກລົງເລກທີ 844 ຂອງນາຍົກລັດຖະມົນຕີກ່ຽວກັບການເຊັນອະນຸມັດແຜນຮ່າງ “ໜູນຊ່ວຍລະບົບເລີ່ມດຳເນີນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດຮອດປີ 2025”. ສຳລັບໂຄງການເລີ່ມຕົ້ນທຸລະກິດລະດັບຊາດ, ປີ 2020 ແມ່ນປີບານພັບ ເພື່ອສືບຕໍ່ປະຕິບັດບັນດານະໂຍບາຍດັ່ງກ່າວຕາມລວງເລິກ, ລະອຽດກ່ວາ, ຈາກນັ້ນ ມີການຮ່ວມສຳພັນທາງດ້ານຈິດໃຈເລີ່ມຕົ້ນທຸລະກິດຢ່າງແຮງກ່ວາອີກ, ນຳປະເທດ ຫວຽດນາມ ກາຍເປັນປະເທດເລີ່ມຕົ້ນທຸລະກິດ, ມຸ່ງໄປເຖິງການສ້າງຕັ້ງຕາໜ່າງເລີ່ມຕົ້ນທຸລະກິດຂອງພາກພື້ນ ອາຊີ ແລະ ອອກສູ່ໂລກຢ່າງກ້ວາງຂວາງ. ທ່ານ ຟ້າມງອັກຕ໊ວນ, ຮອງຫົວໜ້າຜູ້ປະຈຳການຄະນະຈັດຕັ້ງໂຄງການເລີ່ມຕົ້ນທຸລະກິດແຫ່ງຊາດໃຫ້ຮູ້ວ່າ: ປີ 2020 ໂຄງການຈະສຸມໃສ່ເຂົ້າໃນ 3 ການເຄື່ອນໄຫວຈຸດສຸມ.

ການເຄື່ອນໄຫວທີ 1 ຈະສືບຕໍ່ສ້າງຕາໜ່າງເລີ່ມຕົ້ນທຸລະກິດໃຫ້ສຳເລັດ. ການເຄື່ອນໄຫວທີ 2 ແມ່ນເປີດກ້ວາງ, ຜັນຂະຫຍາຍບັນດາການເຄື່ອນໄຫວດຳເນີນທຸລະກິດໃນທົ່ວປະເທດ, ເພີ່ມທະວີຄວາມສາມາດໜູນຊ່ວຍວິສາຫະກິດໃນການເຄື່ອນໄຫວດຳເນີນທຸລະກິດ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວດຶງດູດ, ໄດ້ຮັບຄວາມສົນໃຈຮ່ວມມືຈາກບັນດາອົງການ, ວິສາຫະກິດ. ການເຄື່ອນໄຫວທີ 3 ຈະສືບຕໍ່ພັດທະນາບັນດາການເຄື່ອນໄຫວ ປະກອບສ່ວນສ້າງລະບົບກົດໝາຍໃຫ້ສຳເລັດໃຫ້ແກ່ການພັດທະນາຂອງລະບົບເລີ່ມຕົ້ນທຸລະກິດ, ພິເສດແມ່ນການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ.”

ສ່ວນບັນດາທ້ອງຖິ່ນ, ປີ 2019, ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ສ້າງຂີດໝາຍຢ່າງແຮງໃນການສ້າງບັນດາຂະບວນການເລີ່ມຕົ້ນທຸລະກິດ, ປີ 2020, ພາກກາງ, ໂດຍລະອຽດແມ່ນນະຄອນ ດ່າໜັງ ຈະແມ່ນຈຸດສຸມ ດ້ວຍເປົ້າໝາຍນຳນະຄອນ ດ່າໜັງ ກາຍເປັນສູນເລີ່ມຕົ້ນທຸລະກິດປະດິດຄິດສ້າງລະດັບຊາດຢູ່ພາກກາງ - ເຂດໄຕງວຽນ. ທ່ານ ເຈິ່ນວັນຕູ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ:

 “ດ່າໜັງ ແມ່ນໃຈກາງ ພ້ອມທັງກໍ່ມີການຮ່ວມສຳພັນກັບບັນດາທ້ອງຖິ່ນຢູ່ອ້ອມຂ້າງ ເພື່ອເຮັດແນວໃດ ພວກເຮົາອາດຈະພັດທະນາລະບົບເລີ່ມຕົ້ນທຸລະກິດຂອງພາກກາງໃຫ້ຖືກຕາມຄວາມໝາຍ, ມີກຳລັງເລີ່ມຕົ້ນທຸລະກິດ, ມີນັກສຶກສາ, ນັກລົງທຶນ, ມີເຂດເຮັດວຽກ...

ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ - ảnh 2ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ  (ພາບ: ອິນເຕີແນັດ)

ສ້າງຂີດໝາຍຢູ່ພາກພື້ນ

ໄປຄຽງຄູ່ກັບການຮັກສາບັນດາການເຄື່ອນໄຫວເລີ່ມຕົ້ນທຸລະກິດປະຈຳປີນັ້ນ, ການເຄື່ອນໄຫວເລີ່ມຕົ້ນທຸລະກິດລະດັບຊາດ ຈະຍູ້ແຮງການແລກປ່ຽນ, ຖອດຖອນບົດຮຽນເລີ່ມຕົ້ນທຸລະກິດລະຫວ່າງບັນດາປະເທດ ອາຊຽນ ຍ້ອນວ່າ ປັດຈຸບັນ, ອາຊຽນ ແມ່ນພາກພື້ນມີປະຊາກອນຂະຫຍັນຂັນເຄື່ອນ, ດ້ວຍປະຊາກອນໃນເກັນອາຍຸຕ່ຳກ່ວາ 35 ປີກວມເອົາກ່ວາ 60%, ດັ່ງນັ້ນ, ລະດັບປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດໝາຍໝັ້ນຈະມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ທ່ານ ຫວູຕ໊ຽນລົກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

ປີ 2020, ການເລີ່ມຕົ້ນທຸລະກິດ ຕ້ອງກາຍເປັນຈິດໃຈຂອງທົ່ວສັງຄົມ. ປີນີ້ ຫວຽດນາມ ເປັນປະທານ ອາຊຽນ. ຂ້າພະເຈົ້າສະເໜີໂຄງການເລີ່ມຕົ້ນທຸລະກິດຂອງ ABAC 2020 ຢ່າງເປັນທາງການ ຈະສ້າງຕາໜ່າງເລີ່ມຕົ້ນທຸລະກິດ ອາຊຽນ  ແລະ ປາດຖະໜາວ່າ ບັນດາບົດຮຽນ, ປະສົບການ, ບັນດາຮູບແບບ ເຊິ່ງ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນຈາກການເລີ່ມຕົ້ນທຸລະກິດ ຈະພັດທະນາກາຍເປັນຮູບແບບຂອງທົ່ວພາກພື້ນ. ແລະ ພວກເຮົາກໍ່ປະກອບສ່ວນເຂົ້າມໍລະດົກ ອາຊຽນ ໂຄງການເລີ່ມຕົ້ນທຸລະກິດ ອາຊຽນ. ເລີ່ມຕົ້ນທຸລະກິດ ຈະແມ່ນການກະທຳຂອງພວກເຮົາ ແລະ ເລີ່ມຕົ້ນທຸລະກິດ ອາຊຽນ ຈະແມ່ນເສັ້ນທາງເພື່ອໃຫ້ ອາຊຽນ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ