ເລີ່ມປະຕິບັດ Brexit: ວິວັດທະນາການຫຍຸ້ງຍາກສຳລັບທັງ ອັງກິດ ແລະ ອີຢູ

(vovworld)-  ວັນ​ທີ 28/3 ໄດ້​ເປັນ​ຂີດ​ໝາຍ​ໃນ​ປະ​ຫວັດ​ສາດ​ແຫ່ງການ​ພົວ​ພັນ ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ (EU) ເມື່ອ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກີດ Theresa May  ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ເລີ່ມ​ປະ​ຕິ​ບັດ​ວິ​ວັດ​ການ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ຢ່າງ​ເປັນ​ທາງ​ການ  ພາຍ​ຫລັງ 44 ປີ​ສະ​ຫ​ນິດ​ຕິດ​ພັນ​ກັບ​ກຸ່ມນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, Brexit ແມ່ນ​ວິ​ວັດ​ທະ​ນາ​ການ​ສັບ​ສົນ ແລະ ອາດ​ຈະ​ແກ່​ຍາວ​ເຖິງ 2 ປີ ດ້ວຍ​ການ​ເຈ​ລະ​ຈາ​ຫລາຍ​ຄັ້ງ​ທີ່​ຫ​ຍຸ້ງ​ຍາກ​ພວມ​ລໍ​ຖ​້າ ອັງ​ກິດ ແລະ ອີ​ຢູ. ​ສອງ​ຝ່າຍ​ລ້ວນ​ແຕ່ບໍ່​ຢາກ​ສິ້ນ​ສຸດ​​ບັນ​ດາການ​ເຈ​ລະ​ຈາ​ແຕ່ບໍ່​ໄດ້​ບັນ​ລຸ​ໝາກ​ຜົນ​ຫ​ຍັງ ແຕ່​ສິ່ງນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ ເມື່ອ​ທັງ ອັງ​ກິດ ແລະ ອີ​ຢູ ຍັງ​ມີ​ຫລາຍ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ​ກັນ.

ເລີ່ມປະຕິບັດ Brexit: ວິວັດທະນາການຫຍຸ້ງຍາກສຳລັບທັງ ອັງກິດ ແລະ ອີຢູ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May
ພາບ:Reuters


        ເຖິງວ່າ Brexit ໄດ້​ເລີ່ມ​ປະ​ຕິ​ບັດ​ແລ້ວ, ແຕ່​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ ​ຄັ້ງ​ທຳ​ອິດ​ລະ​ຫວ່າງ ອັ​ງ​ກິດ ແລະ ອີ​ຢູ ພຽງ​ດຳ​ເນີນ​ໄປ​ພາຍ​ຫລັງ 27 ປະ​ເທດ​ສະ​ມາ​ຊິກ ອີ​ຢູ ມີ​ຄວາມ​ເປັນ​ເອ​ກະ​ພາບ​ບຸ​ລິ​ມະ​ສິດບັນ​ດາ​ບັນ​ຫາ​ເຈ​ລະ​ຈາ​, ບັນ​ດາ​ຫລັກ​ການ ແລະ ໂຄງ​ຮ່າງ​ຂອງບ​ັນ​ດາ​ການ​ເຈ​ລະ​ຈາ ຕາມ​ລຳ​ດັບ. ຄາດ​ວ່າ: ອີ​ຢູ ຈະ​ປະ​ກາດ​ທິດ​ທາງ​ການ​ຊີ້​ນຳ ກ່ຽວ​ກັບ​ເລື່ອງ ອັງ​ກິດ ອອກ​ຈາກ ອີ​ຢູ ໃນ​ວັນ​ທີ 31/3. ກາ​ນ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ​ຈະ​ດ​ຳ​ເນີນ​ໃນ​ເດືອນ 5  ຫລື ເດືອນ 6/2017.

ຫວັງ​ວ່າ Brexit ຈະ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ

       ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ ອັງ​ກິດ ໃນ​ວັນ​ທີ 29/3, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ສະ​ແດງ​ທັດ​ສະ​ນະ​ວ່າ ອັງ​ກິດ ຢາກ​ການ​ເຈ​ລະ​ຈາ  Brexit ດຳ​ເນີນ​ໄປ​ຢ່າງ​ສະ​ດວກ ແລະ ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ເພື່ອ​ສ້າງ​ຄວາມ​ສະ​ດວກ​ເບື້ອງ​ຕົ້ນ​ໃຫ້​ແກ່​ວິ​ວັດ​ການ​ເຈ​ລະ​ຈາ, ພາຍ​ຫລັງ​ລົງ​ນາມ​ໃນ​ເອ​ກະ​ສານ​ປະ​ຫວັດ​ສາດນີ້, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໄດ້​ມີ​ການໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel, ປະ​ທານ​ສະ​ພາ​ເອີ​ລົບ Donald Tusk ແລະ ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jean – Claude Juncker. ບັນ​ດາ​ການ​ນຳ​ເຫັນ​ດີ​ວ່າ ອີ​ຢູ ເຂັ້ມ​ແຂງ​​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ ແລະ ອັງ​ກິດ ຈະ​ສືບ​ຕໍ່​ແມ່ນ​ປະ​ເທດ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ ແລະ ສຸດ​ຈິດ​ສຸດ​ໃຈ​ຂອງ ອີ​ຢູ. ບັນ​ດາ​ຝ່າຍກໍ່​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ດຳ​ເນີນ​ການ​ເຈ​ລະ​ຈາ​ບົນ​ຈິດ​ໃຈ​ສ້າງ​ສັນ ແລະ ຕັ້ງ​ຫ​ນ້າ, ພ້ອມ​ທັງ​ຮັບ​ປະ​ກັນ​ໃຫ້ Brexit ດຳ​ເນີນ​ໄປ​ຢ່າງ​ສະ​ດວກ ແລະ ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ໃນ​ຂະ​ນະ​ນັ້ນ, ບັນ​ດາ​ສະ​ມາ​ຊິກ ລັດ​ຖະ​ບານ ອັງ​ກິດ ກໍ​ສົ່ງ​ສັນ​ຍານ​ພ້ອມ​ແລ້ວ​ຍົກ​ອອກ​ຫລັກ​ໝັ້ນ​ມີ​ຄວາມ​ສະ​ດວກກວ່າ​ໃນ​ບັນ​ດາ​ບັນ​ຫາ​ຄື: ບົດ​ບາດ​ຂອງ​ສານ​ຍຸ​ຕິ​ທຳ ເອີ​ລົບ, ​ສິ້ນ​ເປືອງ​ອອກ​ຈາກ ອີ​ຢູແມ່ນ​ປະ​ມານ 50 ຕື້​ປອນ, ສິດ​ຂອງ​ບັນ​ດາ​ພົນ​ລະ​ເມືອງ ອີ​ຢູ ທີ່​ຫາ​ກໍ​ເຂົ້າ​ມາ​ອັງ​ກິດ ກໍ​ຄື​ບັນ​ດາ​ບັນ​ຫາ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ເພື່ອ​ຫລີກ​ລ້ຽງ​ການ​ລົ້ມ​ລະ​ລາຍ​ຂອງ​ການ​ພົວ​ພັນ​ທີ່​ແກ່​ຍາວ​ໃນ​ໄລ​ຍະ 44 ປີ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ.

        ຄວາມບໍ່​ລົງ​ລອຍ​ກັນ​ຍາກ​ທີ່​ເຈ​ລະ​ຈາ​ໄດ້

       ເຖິງວ່າ ສອງ​ຝ່າຍ​ຍົກ​ອອກ​ສານ​ເຈ​ລະ​ຈາ ບົນ​ຈິດ​ໃຈ​ສ້າງ​ສັນ ແລະ​ຕັ້ງ​ຫ​ນ້າ ແຕ່​ຄວາມ​ຈິງ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ຫລາຍ​ຢ່າງ. ການ​ນຳ ເອີ​ລົບ​ຈຳ​ນວນ​ຫ​ນຶ່ງ ຍອມ​ຮັບ​ວ່າ ເຂົາ​ເຈົ້າ​ບໍ່​ຢາກກໍ່​ຄວາມ​ຫ​ຍຸ້ງ​ຍາກ​ຕໍ່ ​ອັງ​ກິດ ໃນ​ບັນ​ດາ​ການ​ເຈ​ລະ​ຈາ ແຕ່​ໃນ​ສະ​ພາບ​ຂະ​ບວນ​ການ​ປະ​ຊາ​ນິ​ຍົມ​ແຜ່​ລາມ​ອອກ​ຢ່າງກວ້າງ​ຂວາງ ແລະ ມີ​ຫລາຍ​ພັກ​ການ​ເມືອງ​ມີ​ແນວ​ຄິດ​ຕ້ານ ອີ​ຢູ ພວມຢູ່​ໃນ​ທ່າ​ຊະ​ນະ​ຢູ່​ຫລາຍ​ປະ​ເທດ, ອີ​ຢູ ບໍ່​​​ອາດຍົກ​ອອກ​ບັນ​ດາ​ເງື່ອນ​ໄຂ​ງ່າຍ​ດ່າຍ​ສ້າງ​ທຳ​ນຽມ​ບໍ່​ດີ​ເພື່ອ​ໃຫ້​ຫລາຍ​ປະ​ເທດ​ສະ​ມາ​ຊິກ​ອື່ນ​ເດີນ​ຕາມ​ອັງ​ກິດ ອອກ​ຈາກ​ກຸ່ມນີ້.

        ການ​ເຈ​ລະ​ຈາ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ ຍັງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ ເມື່ອ ອັງ​ກິດ ຍົກ​ອອກ​ເງື່ອນ​ໄຂວ່າ ອັງ​ກິດ ຕ້ອງ​ມີ​ຄວາມ​ເຫັນ​ດີ​ຕໍ່​ບັນ​ດາ​ຫລັກ​ການ​ຖອນ​ອອກ​ຈາກ ອີ​ຢູ ຕາມ​ຂັ້​ນ​ຕອນ​ກ່ອນ​ທີ່​ເວົ້າ​ເຖິງ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ. ລະ​ອຽດ, ອັງ​ກິດ ຕ້ອງ​ເຫັນ​ດີ​ຕໍ່​ພັນ​ທະ​ປະ​ກອບ​ເງິນ​ຂອງ​ຕົນ​ກໍ​ຄື​ເຮັດ​ແຈ້ງ​ສິດ​ຂອງ​​ຊາວ​ອົບ​ພະ​ຍົບ 4 ລ້ານ​ຄົນ, ລວມ​ທັງ ພົນ​ລະ​ເມືອງ ອີ​ຢູ ຢູ່ ອັງ​ກິດ ແລະ ພົນ​ລະ​ເມືອງ ອັງ​ກິດ ຢູ່ ອີ​ຢູ. ກ່າວ​ຄຳ​ເຫັນ​ທີ່ Berlin ໃນ​ວັນ​ທີ 29/3, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ປະ​ຕິ​ເສດ​ຄວາມ​ປາດ​ຖະ​ຫ​ນາ​ຂອງ​ທ່ານນາງ​ນາ​ຍົກ​ລັດຖະ​ມົນ​ຕີ ອັງ​ກິດ Theresa May ກ່ຽວ​ກັບ​ເລື່ອງ ອັງ​ກິດ ແລະ ອີ​ຢູ ທັງ​ເຈ​ລະ​ຈາ Brexit ທັງ​ປຶກ​ສາ​ຫາ​ລື​ເຖິງ​ການ​ພ​ົວ​ພັນ​ໃນ​ອະ​ນາ​ຄົດ​ລະ​ຫວ່າງ​ສອງ​ຝ່າຍ. ຕາມ​ທ່ານ​ນາງ Merkel ແລ້ວ, ພຽງ​ແຕ່​ເມື່ອ​ໃດ​ແກ້​ໄຂ​ເລື່ອງ​ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ສຳ​ເລັດ, ເວ​ລານັ້ນ ຈຶ່​ງ​ສາ​ມາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້. ວັນ​ທີ 29/3, ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ (EC) Donald Tusk ກໍ່​ຢືນ​ຢັນ​ວ່າ: 27 ປະ​ເທດ​ຍັງ​ເຫລືອ​ໃນ ອີ​ຢູ ຈະ​ປົກ​ປ້ອງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ເຂົາ​ເຈົ້າ​​ໃນບັນ​ດາ​ການ​ເຈ​ລະ​ຈາ​ທີ່ຫ​ຍຸ້ງ​ຍາກ ກ່ອນ​ທີ່ Brexit ມີ​ຜົນ​ສັກ​ສິດ​ໃນ​ປີ 2019. ໃນ​ຂະ​ນະ​ນັ້ນ, ອຳ​ນາດ​ການ​ປົກ​ຄອງ ອັງ​ກິດ ຍັງ​ຄົງ​ຢາກ​ດຳ​ເນີນ​ທັງ​ລະ​ບຽບ​ການ​ອອກ​ຈາກ ອີ​ຢູ ແລະ ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃຫມ່​ໃນ​ອະ​ນາ​ຄົດ. ຝ່າຍ ອັງ​ກິດ ກໍ່​ຢາກ​ຍົກ​ເລີກ​ບັນ​ດາ​ຂໍ້​ກຳ​ນົດ​ພວມ​ປະ​ຕິ​ບັດ​ໃນ​ປະ​ຈຸ​ບັນ​ຂອງ ອີ​ຢູ ຊື່ງ​ອັງ​ກິດ​ຖື​ວ່​າ​ແມ່ນ​ສິ່ງ​ຂີດ​ຂວາງ​ດ້ານ​ເສດ​ຖະ​ກິດ ອັງ​ກິດ ພາຍ​ຫລັງ​ສິ້ນ​ສຸດ​ວິ​ວັດ​ການ​ເຈ​ລະ​ຈາ.

ໃນ​ເດືອນ 3/2019 ຫາກບໍ່​ຕ້ອງ​ລໍ​ຖ້າ​ເຖິງ​ຈຸດ​ເວ​ລາ​ສິ້ນ​ສຸດ​ການ​ຫັນ​ປ່ຽນ(ຊື່ງ​ປະ​ຈຸ​ບັນ​ບໍ່​ອາດ​ຮູ້​ວ່າ​ໄລ​ຍະ​ຫັນ​ປ່ຽ​ນນັ້ນ​ຈະ​ແກ່​ຍາວ​ເທົ່າ​ໃດ). ໃນ​ກໍ​ລະ​ນີບໍ່​ປຶກ​ສາ​ຫາ​ລື​ໄດ້, ອັງ​ກິດ ຈະ​ຫລຸດ​ຜ່ອນອັດ​ຕາ​ພາ​ສີ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຢູ່ ອັງ​ກິດ ລົງ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ, ​ຫັນ​ບັນ​ດາ​ລະ​ບຽບ​ການ​, ຂໍ້​ກຳ​ນົດ​ການ​ດຳ​ເນີນ​ທຸ​ລະ​ກິດ​​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຢ່າງງ່າຍ​ດ່າຍກວ່າ​ເພື່ອ​ສາ​ມາດ​ແກ້ງ​ແຍ້ງ​ກັບ ອີ​ຢູ.

ຕໍ່​ຫ​ນ້າ​ບັນ​ດາ​ການ​ເຈ​ລະ​ຈາ​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ທິດ​ກ້າວ​ເດີນ​ໃນ​ອະ​ນາ​ຄົດ​ຂອງ ອັງ​ກິດ ແລະ ອີ​ຢູ, ຝ່າຍ​ໃດ​ກໍ​ຢາກ​ຮັບ​ປະ​ກັນ​ຜົນ​ປ​ະ​ໂຫຍດ​ຂອງ​ຕົນ ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ມີ​ຄວາມ​ເຂົ້າ​ໃຈ​ວ່າ ຖ້າ​ຫາກວິ​ວັດ​ການ​ເຈ​ລະ​ຈາ​ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ ຈະບໍ່​ມີ​ຝ່າຍ​ໃດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ຕາມ​ຂັ້ນ​ຕອນ, 2 ປີ​ຈະ​ມາ​ເຖິງ ແມ່ນ​ໄລ​ຍະ​ທົດ​ສອບ​ຄວາມ​ອົດ​ທົນ, ເຈດ​ຕະ​ນາ​ດີ​ຂອງ​ທັງ ອັງ​ກິດ ແລະ ອີ​ຢູ ເພື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ໃຫມ່, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ມີ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້ທັງ ອັງ​ກິດ ແລະ ອີ​ຢູ, ເຖິງວ່າ ​ຈະ​ຍາກ​ຫລືງ່າຍ, ໃນ​ພາຍ​ພາກ​ຫ​ນ້າ ສອງ​ຝ່າຍ​ຄວນ​ຊອກວິ​ທີ​​ປຶກ​ສາ​ຫາ​ລື ເພື່ອ​ຜ່ານ​ຜ່າ​ບັນ​ດາ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ. 


ຕອບກັບ

ຂ່າວ/ບົດ​ອື່ນ