ເລື່ອງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ

(vovworld) - ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ ຫວຽດ​ນາມ ດຳ​ເນີນໄປ​ພ້ອມ​ກັບວິ​ວັດ​ແຫ່ງ​ການ​ປ່ຽນ​ໃໝ່​ປະ​ເທດ, ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເມື່ອ​ປີ 1986. ໃນສາມ​ທົດ​ສະ​ວັດ​ຜ່ານ​ມາ, ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ​ໄດ້​ຜ່ານຫຼາຍ​ໄລ​ຍະ. ໃນ​ເບື້ອງ​ຕົ້ນແມ່ນ “ເປີດກວ້າງ​ການ​ຮ່ວມ​ມື”, ແລ້ວ​ຫັນ​ເປັນ “ເຊື່ອມ​ໂຍງ​ເສດ​ຖະ​ກິດ​ກັບ​ສາ​ກົນ”, ກ້າວ​ໄປ​ເຖິງ “ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ”, “ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ” ແລະ ປະ​ຈຸ​ບັນ​ແມ່ນ “ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”.

"ກ່ຽວ​ກັບ​ລະ​ດັບ, ຫວຽດ​ນາມ​ຈາກ​ການ​ເຊື່ອມ​ໂຍງ​​ເຂົ້າກັບ​ເສດ​ຖະ​ກິດ​ພາກ​ພື້ນຍົກ​ລະ​ດັບ​ເປັນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ທົ່ວ​ໂລກ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ຂອງ​ປະ​ເທດ ແລະ ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ໂລກ. ການ​ຫັນ​ປ່ຽນ​ໃຫຍ່​ສາມ​ຢ່າງ​ຂອງວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ​ແມ່ນ​ຈາກ​ຝ່າຍດຽວ​ເຖິງຫຼາຍ​ຝ່າຍ, ຈາກ​ເສດ​ຖະ​ກິດ​ຫັນ​ໄປ​ສູ່​ຮອບ​ດ້ານ, ຈາກ​ການ​ຄ້າ​ລົງ​ທຶນ​ໄປ​ສູ່​ຂົງ​ເຂດ​ອື່ນໆ."

ເພື່ອນ​ມິດ​ສາ​ກົນ​ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່​ການ​ເຂົ້າ​ຮ່ວມ​​ບັນ​ດາ​ອົງ​ການ, ກົນ​ໄກ​ສາ​ກົນ ແລະ ບັນ​ດາ​ສາຍ​ພົວ​ພັນ​ດ້ານ​ການ​ທູດຫຼາຍ​ຝ່າຍ, ສອງ​ຝ່າຍຂອງ​ຫວຽດ​ນາມ​ໃນ​ວິ​ວັດ​ແຫ່ງ​ການ​ເຊ​ື່ອມ​ໂຍງ​ເຂົ້າ​​ກັບ​ສາ​ກົນ. ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ: “ຍົກ​ລະ​ດັບ​ທ່ວງ​ທ່າ, ຢືນ​ຢັນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ​ຢູ່​ໂລກ” ຂອງ​ນັກ​ຂ່າວ ແອ໋ງ​ຮ່​ວຽນ.

ຍ້ອນ​ມີ​ແນວ​ທາງ, ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ຢ່າງ​ຖືກ​ຕ້ອງ​ໃນ 30 ປີ​ຜ່ານ​ມາ, ທີ່​ຕັ້ງທ່ວງ​ທ່າຂອງ ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ພໍ​ສົມ​ຄວນ. ຈາກ​ບ່ອນ​ຖືກ​ປິດ​ລ້ອມ, ຕົກ​ຢູ່​ໂດດດ່ຽວ, ປະ​ຈຸ​ບັນ ຫວຽດ​ນາມ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ 187/193 ປະ​ເທດ​ພາ​ຄີ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 15 ປະ​ເທດ, ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ 10 ປະ​ເທດ, ອັນ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້ ຫວຽດ​ນາມ​ມີ​ຄວາມ​ໝັ້ນ​ຄົງ​ກວ່າ​ໃນ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ເນັ້ນໜັກ​ວ່າ:

ພວກ​ເຮົາ​ໄດ້​ສ້າງ​ຂອບ​ເຂດ​ແຫ່ງ​ການ​ພົວ​ພັນ​ກັບຫຼາຍ​ປະ​ເທດ. ໃນ 15 ປີ​ຜ່ານ​ມາ, ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ກໍ່​ສ້າງ​ຂອບ​ເຂດ​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ປະ​ເທດ​ຕ່າງໆ. ພາຍ​ໃນ​ເວ​ລາ 5 ປີ ພວກ​ເຮົາ​ໄດ້​ເພີ່ມ 8 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຕື່ມ​ອີກ. ໃນ​ຈຳ​ນວນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ພວກ​ເຮົາ​ກໍ່​ມີ 10 ຄູ່​ຮ່ວມ​ມື​ຮອບ​ດ້ານ”.

ເລື່ອງ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​
ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ

ເຫດ​ການ ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ​ເມື່ອ​ເດືອນ 7/1995 ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ກະ​ທຳ​ໃນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ. ຮອດ​ປີ 1996, ຫວຽດ​ນາມ​ສືບ​ຕໍ່​ເຂົ້າ​ຮ່ວມການ​ກໍ່​​ຕັ້ງ ແລະ ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ - ເອີ​ລົບ (ASEM). ປີ 1998, ຫວຽດ​ນາມ ໄດ້​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ຊີ - ປີ​ຊີ​ຟິກ (APEC). ເລື່ອງ ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໃຫຍ່ກວ່າ​ໝູ່​ຂອງ​ໂລກ WTO ເມື່ອ​ເດືອນ 1/2007 ໄດ້​ເປັນ​ຂີດໝາຍ​ການ​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ​ຂອງ ຫວຽດ​ນາມ​ເຂົ້າ​ບັນ​ດາ​ອົງ​ການ​ສາ​ກົນ. ປີ 2015, ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ​ເຂົ້າ​ປະ​ຊາ​ຄົມ​ອາ​ຊຽນ. ​ທີ່ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 29, ທ່ານ​ນາງ Pratibha Mehta, ອະ​ດີດ​ຜູ້​ປະ​ສານ​ງານ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ ຫວຽດ​ນາມ, ໄດ້​ຕີ​ລາ​ຄາວ່າ:

ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງຫວຽດ​ນາມ​ ແມ່ນ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ​ເກືອບ​ທັງ​ໝົດ​ຄື: ASEAN, APEC, ASEM, ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ພາກ​ພື້ນ ແລະ ໂລກຫຼາຍ​ສະ​ບັບ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ ຄວາມ​ຮັບ​ຜິດ​ຊອບ ນັບ​ມື້​ນັບ​ເປັນ​ເຈົ້າ​ການ​ຂອງ​ຫວຽດ​ນາມ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ວຽກ​ງານ​ລວມ​ຂອງ​ໂລກ”.

ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ການ​ສ້າງ 12 ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ 56 ປະ​ເທດ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຢູ່​ໃນ​ໂລກ, ໃນ​ນັ້ນ​ມີ 6 FTA ໂດຍ ຫວຽດ​ນາມ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມນອກ​ຂອບ​ເຂດ​ກຸ່ມ ອາ​ຊຽນ ຫຼື​ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ ອາ​ຊຽນ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ແດນ​ມາກ​ປະ​ຈຳ ຫວຽດ​ນາມ Charlotte Laursen, ຕີ​ລາ​ຄາວ່າ:

ໜຶ່ງ​ໃນ​ບັນ​ດາ​ຈຸດ​ທີ່​ພົ້ນ​ເດັ່ນໃນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ​ນັ້ນ​ແມ່ນ: ເລື່ອງ ຫວຽດ​ນາມ ແລະ EU ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA. ຄຽງ​ຂ້າງ​ນັ້ນ, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ຖະ​ແຫຼງ​ການ​ຮ່ວມ​ຢູ່ກອງ​ປະ​ຊຸມ COP 21 ກ່ຽວ​ກັບ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນອກ​ນັ້ນ​ຍັງ​ມີ​ເຫດ​ການ​ສຳ​ຄັນ​ໜຶ່ງ​ອີກ​ໄດ້​ຈັດ​ຕັ້ງ​ຢູ່ ຫວຽດ​ນາມ ນັ້ນ​ແມ່ນກອງ​ປະ​ຊຸມ IPU. ຈາກ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ໄດ້​ຍົກ​ທີ່​ຕັ້ງ​ທ່ວງ​ທ່າ​ຂອງ​ຕົນ​ຂຶ້ນ ດ້ວຍ​ບົດ​ບາດ​ສຳ​ຄັນ​ຢູ່​ເວ​ທີ​ປາ​ໄສ​ສາ​ກົນ​ຕ່າງໆ”.

ດ້ວຍ​ຄຳ​ເວົ້າ ແລະ ການ​ກະ​ທຳ, ຫວຽດ​ນາມ​ໄດ້ ແລະ ພວມ​ພິ​ສູດ​ກັບ​ທົ່ວ​ໂລກວ່າ, ຫວຽດ​ນາມ​ເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ທຸກ​ປະ​ເທດ ແລະ ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

ໃນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ສາ​ກົນ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ນັບ​ມື້​ນັບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ​ມີ​ເລື່ອງ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ, ອາ​ຍຸ​ການ 2014-2016, ສະ​ມາ​ຊິກ​ຂອງ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ​ສະ​ຫະ​ປະ​ຊາ​ຊາດ ອາ​ຍຸ​ການ 2014 – 2016. ຫວຽດ​ນາມ ຍັງ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ​ອີກ.

ເຂົ້າ​ຮ່ວມ​ສະ​ພາ​ສິດ​ທິ​ມະ​ນຸດສະ​ຫະ​ປະ​ຊາ​ຊາດໃນ​ອາ​ຍຸ​ການ 2014 – 2016, ຫວຽດ​ນາມ​ໄດ້​ສ້າງ​ໂອ​ກາດ​ພັດ​ທະ​ນາ​ແຫ່ງ​ຊາດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ຊຸກ​ຍູ້​ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ທ່ານ ຫງວຽນ​ແທ່ງ​ຈູງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ຢືນ​ຢັນ​ວ່າ:

ພວກ​ເຮົາ​ໄດ້​ມີ​ການ​ພົວ​ພັນ​ຢ່າງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ​້າ​ທີ່​ສຸດ​ກັບ​ສະ​ພາ​ສິດ​ທິ​ມະ​ນຸດ ແລະ ກັບ​ທຸກ​ຝ່າຍ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງໃນ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ຊຸກ​ຍູ້ ແລະ ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ. ຜ່ານ​ການ​ພົວ​ພັນ​ນີ້, ພວກ​ເຮົາ​ປະ​ກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ບັນ​ດາ​ການ​ພົວ​ພັນ​ສອງ​ຝ່າຍ, ຈາກ​ນັ້ນ​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ນຳ​ກັນ”.

ພ້ອມ​ກັບ​ເລື່ອງເປັນ​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດສະ​ຫະ​ປະ​ຊາ​ຊາດ, ວັນ​ທີ 27/5/2004, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສ້າງ​ຕັ້ງ​ສູນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ແລະ ແຕ່ງ​ຕັ້ງ​ທ່ານ​ພົນ​ຕີ ໝາກ​ດຶກ​ຈ້ອງ ແລະ ເຈິ່ນ​ນາມ​ງ້ານ, ເປັນ​ນາຍ​ທະ​ຫານ​ຕິດ​ຕໍ່​ພົວ​ພັນ​​ໃນຄະ​ນະຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢູ່ Sudan. ວັນ​ທີ 18/8/2016, ເມື່ອ​ຕີ​ລາ​ຄາ 2 ປີ ທີ່​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ພົນ​ໂທ, ຫວໍ​ວັນ​ຕ໋ວນ, ຮອງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ກອງ​ທັບ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສະ​ຫະ​ປະ​ຊາ​ຊາດ, ໃຫ້​ຮູ້​ວ່າ:

ຫວຽດ​ນາມໄດ້​ແຕ່ງ​ຕັ້ງ​ພະ​ນັກ​ງານ 12 ຄົນ, ໃນ​ນັ້ນ​ມີ​ພະ​ນັກ​ງານ 7 ຄົນ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ແລະ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ. ປະ​ຈຸ​ບັນ​ຍັງ​ມີ 5 ຄົນ​ພວມ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່. ຫວຽ​ດ​ນາມ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ວຽກ​ງານແຕ່ງ​ຕັ້ງ​ກົມ​ກອງ​ທຸກ​ຂັ້ນ, ຊອກ​ຫາ​ບັນ​ດາ​ຮູບ​ການ​ບົນຫຼັກ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຜັນ​ຂະ​ຫຍາຍ​ໃນ​ຂັ້ນ​ກົມ​ກອງ”.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ Kuwait ຫງວຽນ​ຮົ່ງທາວ, ຊາວ ຫວຽດນາມ​ຜູ້​ທຳ​ອິດ​ທີ່​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນກຳ​ມາ​ທິການ​ກົດໝາຍ​ສາກົນ​ຂອງ​ສະຫະ​ປະຊາ​ຊາດ​ເມື່ອ​ເດືອນ 11/2016 ​ໄດ້ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ​ມີ​ການ​ເຊື່ອມ​ໂຍງ​ອັນ​ລະອຽດ​​ເຂົ້າ​ປະຊາ​ຄົມ​ສາກົນ, ພິ​ເສດ​ແມ່ນ​ອົງການ​ຂອງ​ສະຫະ​ປະຊາຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮົ່ງທາວ, ​ແບ່ງປັນ​ວ່າ:

​ໃນ​ຈຸດ​ເວລາ​ນີ້, ຫວຽດນາມ​ຕັດສິນ​​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳມາ​ທິການ​ກົດໝາຍ​ສາກົນ ​ເພາະວ່າ​ນີ້​ແມ່ນ​ຈຸດ​ເວລາ​ເປີດ​ສາກ​ອາຍຸ​ການ​ໃໝ່​ຂອງ​ກຳມາ​ທິການ, ພ້ອມ​ທັງ​ເໝາະ​ສົມ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ ຫວຽດນາມ ​ແມ່ນ​ດຳ​ເນີນ​ການ​ເຊື່ອມ​ໂຍງ​ຢ່າງຮອບດ້ານ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ພວກ​ເຮົາ​ນັບ​ມື້​ນັບ​ແຂງ​ກ້າ, ​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ, ມີ​ກຳລັງ, ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ປະຕິບັດ​ໜ້າ​ທີ່​ສຳຄັນ​ບໍ່​ພຽງ​ແຕ່​ສຳລັບ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ທັງ​ໃຫ້​ສາກົນ​ອີກ​ດ້ວຍ“.

​ເລື່ອງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ພົນລະ​ເມືອງ​ຜູ້​ໜຶ່ງ, ນັກ​ການ​ທູດ ຫວຽດນາມ​ຜູ້​ໜຶ່ງ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ໃນ​ອົງການ​ສຳຄັນ​ຂອງ ສະຫະ​ປະຊາ​ຊາດ ​ໄດ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ບາດກ້າວ​ທີ່​ສຳຄັນ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ. ມັນ​ກໍ່​ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ ຫວຽດນາມ​ຢູ່​ບັນດາ​ເວທີ​ປາ​ໄສ​ດ້ານ​ກົດໝາຍ​ຂອງ​ສະຫະ​ປະຊາ​ຊາດ ກໍ່​ຄື​ຢູ່​ຂັ້ນ​ພາກ​ພື້ນ​ຄື: ASEAN, APEC…

ໃນ​ໄລ​ຍະ 30 ປີ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ເທື່ອ​ລະ​ກ້າວ, ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ບັນ​ດາ​ຜົນ​ງ​ານ​ໃນ​ການ​ເຊື່ອມ​ໂຍງ​ກ່ຽວ​ກັບ​ດ້ານ​ການ​ທູດ, ການ​ເມືອງ​ເທົ່າ​ນັ້ນ. ສິ່ງ​ທີ່​ໄດ້​ຮັບ​ຫຼາຍກວ່າ​ໝ​ູ່​ແມ່ນ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ.

ພາ​ຍ​ຫຼັງ 30 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແນວ​ທາງ​​ການປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫວຽດ​ນາມ ໄດ້​ເປີດກວ້າງ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ກວ່າ 155 ປະ​ເທດ, ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ບັນ​ດາ​ກຸ່ມບ​ໍ​ລິ​ສັດ ແລະ ບໍ​ລິ​ສັດ​​ຂອງ 70 ປະ​ເທດ ແລະ ເຂດ​ແຄ້ວນໃນ​ໂລກ​.

ຫວຽດ​ນາມ ກໍ​ໄດ້​ລົງ​ນາມ​​ໃນສັນ​ຍາ​ການ​ຄ້າ 2 ຝ່າຍ 88 ສະ​ບັບ, ເປີດກວ້າງ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ກາ​ນ​ສົ່ງ​ອອກ​ສິນ​ຄ້າ​ເຖິງກວ່າ 220 ຕະ​ຫຼາດ​​ຢ​ູ່ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ. ໄລ່ຮອດ​ປີ 2016 ນີ້, ຫວຽດ​ນາມ ໄດ້​ລົງ​ນາມ​​ໃນສັນ​ຍາ​ການ​ຄ້າ FTA ຫວຽດ​ນາມ - ສ.ເກົາ​ຫຼີ, FTA ຫວຽດ​ນາມ - ອີ​ຢູ ແລະ FTA ກັບ​ສະ​ຫະ​ພັນ​ພາ​ສີ ເບ​ລາ​ຣຸດ - ກາ​ຊັກ​ສະ​ຖານ - ລັດ​ເຊຍ. ຫວຽດ​ນາມ ກໍ​ໄດ້​ລົງ​ນາ​ມ​​ໃນສັນ​ຍາ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂ້າ​ມ​ປາ​ຊີ​ຟິກ ກັບ 12 ຄູ່​ຮ່ວມ​ມື​ໃນ​ພາກ​ພື້ຶ້ນ.

ດ້ວຍ​ການ​ຜັນ​ຂະ​ຫຍາຍ ແລະ ສຳ​ເລັດການ​ລົງ​ນາມໃນສັນ​ຍາ FTA 15 ສະ​ບັບຮອດ​ປີ 2020, ຫວຽດ​ນາມ ຈະ​ກາຍ​ເປັນ​ພາກ​ສ່ວນ​ສຳ​ຄັນ​ໃນ​ເຄືອ​ຂ​່າຍ​ການ​ເຊື່ອມ​ຕໍ່ ກວ້າງກວ່າ ​ກັບ 56 ພື້ນ​ຖານ​ເສດ​ຖະ​ກິດ, ໃນ​ນັ້ນ​ມີ 18 ປະ​ເທດ​ສະ​ມາ​ຊິກ​ຂອງ APEC ແລະ ສູນ​ກາງ​ເສດ​ຖະ​ກິດ​ໂລກ​ເກືອບ​ໝົດ, ຜ່ານນັ້ນ ຍົກ​ສ​ູງ​ພາບ​ພົດ​ປະ​ເທດ​ຊາດ, ທີ່​ຕັ້ງ​ສາ​ກົນ​ຂອງ​ຫວຽດ​ນາມ. ຕະ​ຫຼາດ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ເປີດກວ້າງ​ເຖິງ 230 ປະ​ເທດ ແລະ ເຂດ​ແຄ້ວນ, ວົງ​ເງິນ​ການສົ່ງ​ອອກ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ສະ​ເລ​່ຍ 22,58% ໃນ​ໄລ​ຍະ 2011 – 2013.

ຫວຽດ​ນາມ ຍັງ​ໄດ້​​ຖືກຈັດ​ເຂົ້​າ​ກຸ່ມ 30 ພື້ນ​ຖານ​ເສດ​ຖະ​ກິ​ດ​ສົ່ງ​ອອກ​ສິນ​ຄ​້າ​​ແຖວ​ໜ້າ​ໃນ​ໂລກ. ປະ​ຈ​ຸ​ບັນ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ 3 ລະ​ບົບ​ມູນ​ຄ່າ​ທີ່​​ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່​ວ​ໂລກ, ພົ້ນ​ເດັ່ນ​ແມ່ນ​ລະ​ບົບ​ມູນ​ຄ່າ​​ທັນ​ຍາ​ຫານ ແລະ ​ການຄ້ຳ​ປະ​ກັນ​ດ້ານ​ສະ​ບ​ຽນ​ອາ​ຫານ, ຕໍ່​ຈາກນັ້ນ​ແມ່ນ​ລະ​ບົບ​ມູນ​ຄ່າ​ພະ​ລັງ​ງານ ແລະ ລະ​ບົບ​ມູນ​ຄ່າ​ເຄື່ອງ​​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ເກີບ​ໜັງ. ມີ​ບາງ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ໄດ້​ສ້າງ​ເຄື່ອງໝາຍ​ການ​ຄ້າ ແລະ ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ໃນ​ຕະ​ຫຼາດ​ໂລກ​ຄື: ນ້ຳ​ມັນ​ອາຍ​ແກັ​ສ, ໂທ​ລະ​ຄົມ​ມະ​ນາ​ຄົມ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຄື: ເຂົ້າ​ສາ​ນ, ກາ​ເຟ, ໝາກ​ພິກ​ໄທ.

ການ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ​ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ອິດ​ທິ​ພົນ​ຊື່​ສຽງ, ພາບ​ພົດ, ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ. ໜຶ່ງ​ໃນ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ຂອງວິ​ວັດ​ການນີ້​ແມ່ນ ໃນ​ເບື້ອງ​ຕົ້ນ ພວກ​ເຮົ​າ​ຕ້ອງ​ກຳ​ນົດ​ໄດ້​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ເຊີນ​ທ່ານ​ຜູ້​ຟັງ​ຮັບ​ຟັງ​ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ​ທູ​ຮ​ວາ. ທີ່​ພາກ​ຫົວ​ຂໍ້​ວ່າ: ກຳ​ນົດ​ທິດ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ.

ເລື່ອງ​ນຳ​ເຄື່ອງ​ໝາຍ​ການ​ຄ້າ Vinamilk ອອກ​ສູ້​ຕ່າງ​ປະ​ເທດ, ​ໄດ້ເລີ່ມ​ຕົ້ນ​ເກືອບ 20 ປີ​ກ່ອນນີ້,​ ເມື່ອຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Vinamilk, ທ່ານ​ນາງ ມາຍ​ກ່ຽວ​ລຽນ, ໄດ້​ໄປ​​ຈ່າວ​ຂາຍ​ສິນ​ຄ້າ​ຢູ່​ປະ​ເທດ​ອີ​ຣັກ. ສິນ​ຄ້າ 300 ໂ​ຕ່ນ​ແມ່ນນົມ​ຟຸ່ນ ແລະ 2000 ໂຕ​່ນ​ນົມຂຸ້ນ​ສົ່ງ​ເຂົ້າ​ອີ​​ຣັກ ​ເມື່​ອ​ປີ 1998 ສຳ​ເລັດ​ຜົນໄດ້​ເປີດ​ຊ່ອງ​ທາງ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັ​ນ​ຂອງ Vinamilk, ປະ​ຈຸ​ບັນ​ໄດ້​ມີ​ໜ້າ​ຢູ່ 43 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ທ່ານ​ນາງ ມາຍ​ກ່ຽວ​ລຽນ ໃຫ​້​ຮູ້​ວ່າ.

“ທຳ​ອິດ​ຂ້າ​ພະ​ເຈົ້າ​ບໍ່​​ມີ​ຄວາມ​ໝັ້ນ​ໃຈປານ​ໃດ. ນັບແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ບໍ່​ມ​ີ​​ຜູ້​ໃດຄິດ​ວ່າ”​ຫວຽດ​ນາມ ຈະ​ສົ່​ງ​ອອກນົມ​ຟຸ່ນ​ໃຫ້​ເດັກ ຍ້ອນ​ພວກ​​ເຮົາ​ຍັງ​ນຳ​ເຂົ້າ​ນົມ 100%. ຕົ້ນ​ປີ 1997, ພວກ​​ຂ້າ​ພະ​ເຈົ້າສະ​ໜັບສະ​ໜູນ​ນົມ​ຟຸ່ນສຳ​ລັບ​ເດັກໃຫ້​ເພື່ອນ 2 ​ຕູກອ​ນ​ເທັ​ນ​ເນີ ຍ້ອນ​ຕົນ​ເອງກໍ່​ຢາກ​ໃຫ້​ເພື່ອ​ຮ​ູ້​ວ່າ ຫວຽດ​ນາມ ກໍ່ຜະ​ລິດນົມ​ຝຸ່ນ​ສຳ​ລັບ​ເດັກ. ພາຍ​ຫຼັງ​ເພື່ອນກວດ​ກາ​ຄຸນ​ນະ​ພາບ, ທົດ​ລອງ​ສົ່ງ​ນົມ 300 ໂຕ່ນ​ໃນ​ເວ​ລາ 3 ເດືອນ. ທຸກ​ຄົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ທີ່​ສຸດ, ເຮັດ​ທັງ​​ເວັນ ແລະ ຄື​ນ, ເຮັດ​ວຽກ 24/24 ຊົ່ວ​ໂມງ, ແລ້ວ​ສົ່ງ​ນົມ 300 ໂຕ່ນ​ຖືກ​ຕາມ​ກຳ​ນົດ​ເວ​ລາ, ຮັບ​ປະ​ກັນ​ຄຸນ​ນະ​ພາບ. ນັບ​ແຕ່ນັ້ນ, ພວກ​ເຮົາ​ໄດ້​​ຖືກຈັດ​ເຂົ້າ​ບັນ​ຊີ​​ລາຍ​ຊື່​ເພື່ອ​ເຂົ້າ​ຮ່ວມ​ການ​ປະ​ມູນຢ່າງ​ເປັນ​ທາງ​ການ.”

Vinamilk ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ການ​ສົ່ງ​ອອກ​ເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​​ຜູ້​ຖື​ຫຸ້ນ​​ໃນຫຼາຍ​ບໍ​ລິ​ສັດ​ນົມ​ຢູ່​ຫຼາຍ​ທະ​ວີບ​ອີ​ກ​ດ້ວຍ. ນິວ​ຊີ​ແລນ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງ​ແຊກ​ແຊງ​ເຂົ້າ​ຕະ​ຫຼາດ​ໂລກ​ຂອງ Vinamilk. ເພື່ອ​ໃຫ້​ມີ​ໜ້າ​ຢູ່​ປະ​ເທດນີ້, ປີ 2010, Vinamilk ໄດ້​ປະ​ກອບຫຸ້ນ 19,3% ​ ເພື່ອກໍ່​ສ້າງ​ໂຮງ​ງານ​ຜະ​ລິດ​ນົມຟຸ່ນ Miraka ຜະ​ລິດ​ນົມ​ຟຸ່​ນ​ສະ​ເພາະ​ຢູ່​ນິວ​ຊີ​ແລນ. ພາຍ​ຫຼັງ 3 ປີ, ຍີ​ຫໍ້​ນົມ​ສົດ Twin Cows ຂອງ Vinamilk ທີ່​ຜະ​ລິດ​ຢູ່ ນິວ​ຊີ​ແລນ ໄດ້​ມີ​ໜ້າ​ຢູ່​ຕະ​ຫຼາດ​ຫວຽດ​ນາມ. ຮອດ​ປີ 2015, Vinamilk ໄດ້​ເພີ່ມ​ເງິນ​ຖື​ຫຸ້ນ​ຂຶ້ນເຖິງ 22,81% ເພື່ອ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສ​ູງ ທີ່​ສົ່ງ​ອອກ​ໄປ​ຍັງ​ຫຼ​າຍ​ປະ​ເທດ​ໃນ​ໂລກ. ກໍ​ໃນ​ປີ 2013, Vinamilk ໄດ້​ຊື້​ຫຸ້ນ Driftwood 70%, ໝາຍ​ຄວາມ​ວ່າ​ໄດ້​ກາຍ​ເປັນ​ຜູ້​ຖື​ຫຸ້ນທີ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນຂອງ​ນັກ​ສະ​ໜອງ​ນົມໃຫ້​ໂຮງ​ຮຽນ​ໃຫຍ່ກວ່າ​ໝູ່​ຢູ່​ພາກ​ໃຕ້ California, ປະ​ເທດ​ອາ​ເມ​ລິ​ກາ. ຄວາມ​ຫວັງ​​ຢາກ​ຄ​ຸ້ມຄອງ​ວິ​ສາ​ຫະ​ກິດ​ໃຫ້ສຳ​ເລັດ​ຢ່າງວ່ອງ​ໄວ​ໃນ​ໄລ​ຍະ​ສັ້ນ, ເມື່ອ Vinamilk ຍົກ​ຈຳ​ນວ​ນ​ເງິນ​ລົງ​ທຶນ​ຂຶ້ນ​ເຖິງ 10 ລ້ານ USD, ບັນ​ລຸ​ອັດ​ຕາ​ສ່ວນ​ການ​ເປັນ​ເຈົ້​າ​ຂອງ​ກຳ​ມະ​ສິດ Driftwood 100% ໃນ​ປີ 2016. ພຽງ​ໃນ​ໄລ​ຍ​ະ​ອັນ​ສັ້ນໆ, ບໍ​ລິ​ສັດ Vinamilk ຂອງ​ຫວຽດ​ນາມ ໄດ້​ສຳ​ເລັດ​ການ​​ຄຸ້ມ​​ຄອງຫຸ້ນຂອງ​ເຄື່ອງ​ໝາຍ​ການ​ຄ້າ​ມີ​ປະ​ຫ​ວັດ​ 90 ປີ​ຢູ່ລັດ​ California. ພາຍ​ຫຼັງ​​ໄດ້​ຄອງ​ຕະ​ຫຼາດ​ເອີ​ລົບ, ອາ​ເມ​ລິ​ກາ, Vinamilk ໄດ້​ເປີດ​ສະ​ໜອງ​ໂຮ​ງ​ງານ​ຜະ​ລິດ​ນົມ Angkor Milk ຢູ່​ພະ​ນົມ​ເປັນ, ປະ​ເທດ​ກຳ​ປູ​ເຈຍ ເມື່ອ​ເດືອ​ນ 05 ຜ່ານ​ມາ. ປະ​ຈຸ​ບັນ, Vinamilk ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຢູ່​ໂປ​ໂລຍ ເພື່ອ​ແນ​ໃສ່​ຂຸດ​ຄົ້​ນຕະ​ຫຼາດ​ເອີ​ລົບ, ປະ​ຕິ​ບັດ​ຄວາມໃຝ່​ຝັນ​ນ​ຳ​​ເຄື່ອງ​ໝາຍ​ການ​ຄ້າ Vinamilk ​ໄປ​ທົ່ວ​ໂລກ.

Viettel ກໍ​ແມ່ນ​ວິ​ສາ​ຫະ​ກິດ​ແຫ່ງ​ຫ​ນຶ່ງ​ມີ​ລະ​ດັບ​ການ​ພັດ​ທະ​ນາບ​ຸກ​ທະ​ລຸ, ​ສາ​ມາດຢັ້ງ​ຢືນ​ເຄື່ອງ​ໝາຍ​ການ​ຄ້າ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ພາຍ​ຫລັງພຽງ 10 ປີ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ສາ​ກົນ, ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ Viettel ມີ​ຫ​ນ້າ​ຢູ່ 9 ປະ​ເທດ ດ້ວຍ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ຕ່າງ​ກັນ, ລວມ​ມີ: Halotel ຢູ່ ຕານ​ຢາ​ນີ, Movitel ຢູ່​ໂມ​ຊຳ​ບີກ, Telemor ຢູ່​ຕີ​ມໍ​ຕາ​ເວັນ​ອອກ, Lumitel ຢູ່ບ​ຣູ​ດີ, Bitel ຢູ່ ເປ​ຣູ, Nexttel ຢູ່​ແກ​ເມີ​ຣຸນ, Unitel ຢູ່​ລາວ, Merfone ຢູ່​ກຳ​ປູ​ເຈຍ, Natcom ຢູ່ ຮາ​ອີ​ຕີ. ປີ 2016 ຄາດ​ວ່າ ລາຍ​ຮັບ​ ​ຂອງ Viettel ທີ່​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ເກືອບ 1,4 ຕື້ ໂດ​ລາ​ສະ​ຫະ​ລັດ. ປະ​ຈຸ​ບັນ Viettel ມີ​ລູກ​ຄ້າ 100 ລ້ານ​ຄົນ, ໃນ​ນັ້ນ​ມີ​ລູກ​ຄ້າກວ່າ 35 ລ້ານ​ຄົນ​ແມ່ນ​ຢູ່ 11 ປະ​ເທດ, ຂຶ້ນ​ກັບ 30 ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ມີ​ຈຳ​ນວນ​ລູກ​ຄ້າ​ຫລາຍ​ກວ່າ​ໝູ່​ໃນ​ໂລກ. ກ່າວ​ຄຳ​ເຫັນ​ໃນ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 10 ປີ​ແຫ່ງ​ການເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ຂອງ Viettel ເມື່ອ​ວັນ​ທີ 17/12/2016 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ວ່າ:

“Viettel ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ມີ​ຊື່​ສຽງ, ບໍ່​ພຽງ​ແຕ່​ມີ​ຂອບ​ຂະ​ຫ​ນາດ​ໃຫ​ຍ່​ເທົ່າ​ນັ້ນ ຫາກ​ແມ່ນ​ວິ​ສາ​ຫະ​ກິດ​ລົງ​ທຶ​ນ​ຢ່າງ​ແທດ​ຈິງ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ສ້າງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ຂະ​ແຫນງ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ທີ່ Viettel ລົງ​ທຶນ. ເຄື່ອງ​ໝາຍ​ການ​ຄ້າ​ຫ​ນຶ່ງ​ມີ​ຊື່​ສຽງ​ບໍ່​ພຽງ​ແຕ່​ແມ່ນ​ຊັບ​ສົມ​ບັດ​ຂອງວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຊ​ັບ​ສົມ​ບັດ​ຂອງ​ຊາດ​ອີກ​ດ້ວຍ.”

ປີ 2016 ໄດ້ຢັ້ງ​ຢືນບັນ​ດາ​ຜົນ​ງານເຊື່ອມ​ໂຍງ​ໃນ​ຮອບ​ເວ​ລາ 30 ປີ ແລະ ເປີດ​ໄລ​ຍະ​ທາງ​ໃຫມ່, ໄລ​ຍະ​ທາງ​ຊື່ງ​ປ​ະ​ຊາ​ຊົນ​ຫວຽດ​ນາມ ຈະ​ສືບ​ຕໍ່​ກ້າວ​ເດີນ.

ການ​ເຊື່ອມ​ໂຍງ​ແມ່ນ​ພາ​ລະ​ກິດ​ຂອງ​ທົ່ວ​ປວງ​ຊົນ. ລັດ​ຖະ​ບານ, ປ​ະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ພວມ​ມີ​ເຈດ​ຈຳ​ນົງ​ລວມ, ການ​ກະ​ທຳ​ລວມ​ເພື່ອ​ນຳ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ເຄົາ​ລົບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ກົດ​ໝາຍ​ສາ​ກົນ.

ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ເຊື່ອມ​ໂຍງ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ມີ​ບົດ​ບາດ​ສຳ​ຄັນ. ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ​ຈະ​ເຮັດ​ຫ​ຍັງ​ແດ່. ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: “ບັນ​ດາ Start up ສືບ​ຕໍ່​ເດີນ​ຕາມ​ເສັ້​ນ​ທາງ​ເຊື່ອມ​ໂຍງ “ ຂອງ​ນັກ​ຂ່າວ ບູ່ຍ​ຮັ່ງ

ພຽງ 2 ປີ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ຢູ່​ຕະ​ຫລາດ​ພາຍ​ໃນ ແລະ ເລີ່ມ​ທິດ​ອອກ​ສູ່​ໂລກ, ຟ້າມ​ວັນ​ຕາມ ແລະ ເຄື່ອງ​ໝາຍ​ການ​ຄ້າ​ເອ​ເລັກ​ໂຕ​ນິກ Asanzo ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫ​ນາ​ສ້າງ​ເຄື່ອງ​ໝາຍ​ຫວຽດ​ນາມ​ໃນ​ແຜນ​ທີ່​ເອ​ເລັກ​ໂຕ​ນິກ​ໂລກ ດ້ວຍ​ຄຸນ​ນະ​ທາດ​ແຕກ​ຕ່າງ​ກັນ​ຂອງ​ຕົນ ແລະ ໄດ້​ກາຍ​ເປັນ​ຄວາມ​ຈິງ. ປີ 2014, ເຄື່ອງ​ໝາຍ​ການ​ຄ້າ​ເອ​ເລັກ​ໂຕ​ນິກ Asanzo ຈຳ​ຫ​ນ່າຍ ໂທ​ລະ​ທັດ​ໄດ້​ກວ່າ 100.000 ຫ​ນ່ວຍ ພາຍ​ຫລັງ​ສ້າງ​ຕັ້ງພຽງ 1 ປີ. ປີ 2016 ຈຳ​ຫ​ນ່າຍ​ໄດ້​ປະ​ມານ 500.000 ຫ​ນ່ວຍ, ເທົ່າ​ທຽມ​ກັບ​ບັນ​ດາ​ຊື່​ສຽງ​ເອ​ເລັກ​ໂຕ​ນິກ​ແຖວ​ຫ​ນ້າ​ຂອງ​ໂລກ. ຕໍ່​ຫ​ນ້າ​ກຳ​ລັງ​ດັນ​ຂອງ​ເຄື່ອງ​ໝາຍ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ສາ​ກົນ, ນີ້​ແມ່ນ​ຜົນ​ງານ​ດີ​ສົມ​ຄວນ​ຂອງ​ນັກ​ທຸ​ລະ​ກິດ ຟ້າມ​ວັນ​ຕາມ ມີ​ອາ​ຍຸ​ພຽງ​ກວ່າ 30 ປີ. ນອກນັ້ນ ຟ້າມ​ວັນ​ຕາມ ຍັງ​ປະ​ກອບ​ສ່ວນຢັ້ງ​ຢືນ​ຊື່​ສຽງ​ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ​ໃນ​ຕະ​ຫລາດ​ສາ​ກົນ ເມື່ອ​ສົ່ງ​ອອກ​ໄປ​ຍັງ​ລາວ, ກູ​ບາ, ພິ​ເສດ​ແມ່ນ​ກຳ​ປູ​ເຈຍ. ກຳ​ລັງ​ຈຳ​ຫນ່​າຍຢູ່​ຕະ​ຫລາດນີ້​ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ ແລະ ກາຍ​ເປັນ​ແຫລ່ງ​ຈຳ​ຫ​ນ່າຍ​ໃຫ​ຍ່ ເມື່ອ Asanzo ໄດ້​ກໍ່​ສ້າງ​ໂຮງ​ງານ​ຜະ​ລິດ​ເຄື່ອງໃຊ້​ໄຟ​ຟ້າ​ ​ໃນ​ຄອບ​ຄົວ ແຫ່ງ​ທີ 2 ໃນ​ປີ 2017.

“ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ ສ​ເກົາ​ຫລີ ໄດ້​ປຶກ​ສາ​ຫາ​ລື​ກັບ Asanzo ກ່ຽວ​ກັບ​ເລື່ອງ​​ເປັນ​ຕົວ​ແທນໃຫ້ເຄື່ອງ​ໝາຍ​ການ​ຄ້າ Asanzo ຢູ່ ສ​ເກົາ​ຫລີ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເມື່ອ​ເວົ້າ​ເຖິງ​ເຄື່ອງ​ເອ​ເລັກ​ໂຕ​ນິກ​ຢູ່​ຕະ​ຫລາດ​ໂລກ ຫວຽດ​ນາມ ຕ້ອງ​ມີ​ທ່າ​ແຮງ ຫາກບໍ່​ພຽງ​ແຕ່​ມີ​ຜະ​ລິດ​ຕະ​ພັນ​ກະ​ເສດ, ຊັບ​ພະ​ຍາ​ກອນ​ໂລ​ຫະເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລ້ວນ​ແຕ່​ມີ​ຄວາມ​ຄິດ​ຄື​ແນວນັ້ນ.”

ໃນ​ຂະ​ນະ​ນັ້ນ, ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ຫງວຽນ​ຕວນ​ກີງ ແມ່ນ​ນັກ​ທຸ​ລະ​ກິດ​ທີ່​ມີ​ຫລາຍ​ຄົນ​ຮູ້​ຈັກ​ເຖິງ ຍ້ອນ​ອ້າຍ​ເຄີຍ​ມີ​ຕຳ​ແຫນ່ງ​ຫລັກ​ແຫລ່ງ​ຢູ່​ກຸ່ມ​ບໍ​ລິ​ສັດໃຫຍ່​ຫລາຍ​ແຫ່ງ ແລະ ບັນ​ລຸ​ຜົນ​ງານ​ພົ້ນ​ເດັ່​ນ​ຫລາຍ​ຢ່າງ. ປີ 2015, ຫງວນ​ຕວນ​ກີງ ທົດ​ລອງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ຂົງ​ເຂດ​ໃຫມ່ ດ້ວຍ​ໂຄງ​ການ​ເລີ່ມ​ປະ​ກອບ​ອາ​ຊີບ ໃນ​ອາ​ຍຸ 44 ປີ ດ້ວຍ​ຕຳ​ແຫນ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ປື້ມ Alpha Books. ແບ່ງ​ປັນ​ກ່ຽວ​ກັບ​ເລື່ອງ​ລາວ​ເລີ່ມ​ປະ​ກອບ​ອາ​ຊີບ ແລະ ເຊື່ອມ​ໂຍງ​ຂອງ​ບັນ​ດາ​ນ​ັກ​ທຸ​ລະ​ກິດ​ຫນຸ່ມ, ຫງວຽນ​ຕວນ​ກີງ ເນັ້ນ​ຫນັກ​ວ່າ:

“ເລື່ອງ​ລາວ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ, ນຳ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ ອອກ​ສູ່​ທົ່ວ​ໂລກ ບໍ່​ພຽງ​ແຕ່​ແມ່ນ​ການ​ເພີ່ມ​ທະ​ວີ​ສິນ​ຄ້າ​ຫວຽດ​ນາມ ສົ່ງ​ອອກ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ສະ​ຫນິດ​ຕິດ​ພັນ​ຂອງ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ອີກ​ດ້ວຍ.”

ສຳ​ລັບ ຫງວຽນ​ຕວນ​ກີງ ແລ້ວ, ປະ​ຈຸ​ບັນ ຫວຽດ​ນາມ ຍັງ​ບໍ່​ມັນ​ມີ​ຫລາຍ​ເຄື່ອງ​ໝາຍ​ການ​ຄ້າ​ມີ​ທີ່​ຕັ້ງ​ໝັ້ນ​ຄົງ​ໃນ​ຕະ​ຫລາດ​ໂລກ, ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ທົ່ວ​ໂລກ. ເລື່ອງ​ສ້າງ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ ສາ​ມາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ແຂງ​ແຮງ​ໃນ​ໂລກ, ຍັງ​ພວມ​ຢູ່​ໃນ​ວິ​ວັດ​ການ​ກະ​ກຽມ ແລະ ຮຽກ​ຮ້ອງ​ການ​ລົງ​ທຶນ​ໃຫຍ່. ເພາະ​ສະ​ນັ້ນ ກ່ອນ​ອື່ນ​ໝົດ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ນັບ​ແຕ່​ເມື່ອ​ເລີ່ມ​ປະ​ກອບ​ອາ​ຊີບ.

ເພື່​ອ​ສືບ​ຕໍ່​ເສັ້ນ​ທາງ​ເຊື່ອມ​ໂຍງ, ບັນ​ດາ start up ໄດ້​ເລືອກ​ເຟັ້ນ​ວິ​ທີ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ນັບ​ແຕ່​ເມື່ອ​ເລີ່ມ​ປະ​ກອບ​ອາ​ຊີບ. ການ​ເຊື່ອມ​ໂຍງ​ແມ່ນ​ພາ​ລະ​ກິດ​ຂອງ​ທົ່ວ​ປວງ​ຊົນ. ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຕັດ​ສິນ​ໃຈ​ກ້າວ​ຂຶ້ນເສັ້ນ​ທາງ​ເຊື່ອມ​ໂຍງ​ກ່ອນນີ້ 30 ປີ.
ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ໃນ​ໄລ​ຍະ 30 ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ. ນີ້​ແມ່ນ​ກຳ​ລັງ​ຫນູນ​​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ເສັ້ນ​ທາງ​ເຊື່ອມ​ໂຍງ​ນັບ​ແຕ່​ນີ້.
ຂ່າວ/ບົດ​ອື່ນ