ເລື່ອນຂັ້ນດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ:ຫວຽດນາມພວມໄປຖືກທິດໃນວິວັດແຫ່ງການປ່ຽນແປງໃໝ່

(VOVWORLD) -ຫວຽດນາມ ໄດ້ເລື່ອນ 2 ຂັ້ນເມື່ອທຽບໃສ່ປີ 2017, ຂຶ້ນອັນດັບ 45/126 ປະເທດ ແລະ ພື້ນຖານເສດຖະກິດທີ່ມີດັດຊະນີປ່ຽນແປງໃໝ່ຢ່າງມີປະດິດຄິດສ້າງທົ່ວໂລກ (GII). ສິ່ງສຳຄັນກວ່າ, ຫວຽດນາມ ພວມມີຄະແນນສູງໃນທັງ 7 ເສົາຄ້ຳຕົ້ນຕໍ ເຊິ່ງໄດ້ຖືເປັນພື້ນຖານເພື່ອຕີລາຄາ, ຈັດອັນດັບ. ນີ້ແມ່ນໝາກຜົນທີ່ໜ້າສົ່ງເສີມໃນກຸ່ມບັນດາປະເທດມີລາຍຮັບປານກາງຕ່ຳ ກໍຄືໃນພາກພື້ນອາຊຽນ, ອັນໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມກ້າວເດີນຢ່າງຖືກທິດໃນການບໍລິຫານວິວັດການເຊື່ອມໂຍງເຂົ້າກັບສາກົນ.
ເລື່ອນຂັ້ນດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ:ຫວຽດນາມພວມໄປຖືກທິດໃນວິວັດແຫ່ງການປ່ຽນແປງໃໝ່ - ảnh 1

ດັດຊະນີປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນທົ່ວໂລກ (Global Innovatiom Imdex, ເອີ້ນຫຍໍ້ວ່າ GII) ແມ່ນຊຸດເຄື່ອງມືເພື່ອຕີລາຄາການຈັດອັນດັບກຳລັງປ່ຽນແປງໃໝ່ຢ່າງມີຫົວຄິດປະດິດ ສ້າງຂອງບັນດາປະເທດ, ໂດຍອົງການຊັບສິນທາງປັນຍາໂລກ (WIPO) ສົມທົບກັບສະຖາບັນ INSEAD (ຝລັ່ງ) ແລະ ມະຫາວິທະຍາໄລ Cornell (ອາເມລິກາ) ປະຕິບັດ.

        ບັນດາໝວດດັດຊະນີ GII 2018 ໄດ້ແບ່ງເປັນ 7 ເສົາຄ້ຳຕົ້ນຕໍ, ດ້ວຍ 5 ເສົາຄ້ຳສົ້ນເຂົ້າແມ່ນ: ລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ການຄົ້ນຄວ້າ, ລະດັບການພັດທະນາຂອງຕະຫຼາດ ແລະ ລະດັບພັດທະນາຂອງການດຳເນີນທຸລະກິດ. 2 ເສົາຄ້ຳສົ້ນອອກແມ່ນ: ຜະລິດຕະພັນຄວາມຮູ້ ແລະ ເຕັກໂນໂລຊີ, ຜະລິດຕະພັນການປະດິດຄິດສ້າງ.

ເລື່ອນຂັ້ນຢູ່ບັນດາເສົາຄ້ຳຕົ້ນຕໍ

        ໃນປີ 2018, ຄະແນນຂອງທັງ 7 ເສົາຄ້ຳຂອງຫວຽດນາມ ລ້ວນແຕ່ສູງກວ່າຄະແນນສະເລຍຂອງກຸ່ມບັນດາປະເທດມີລາຍຮັບປານກາງຕ່ຳ. 7 ເສົາຄ້ຳຕົ້ນຕໍຂອງຫວຽດນາມ ລ້ວນແຕ່ບັນລຸຄະແນນສູງ. ນັ້ນແມ່ນ: ລະບອບມະຫາພາກ, ແຫຼ່ງຊັບພະຍາກອນມະນຸດ ແລະ ການຄົ້ນຄວ້າ, ພື້ນຖານໂຄງລ່າງ, ຕະຫຼາດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຜະລິດຕະພັນພູມປັນຍາ ແລ ເຕັກໂນໂລຊີ, ຜະລິດຕະພັນການປະດິດຄິດສ້າງ. ຕົວຢ່າງຄື, ລະບອບມະຫາພາກ ສືບຕໍ່ໄດ້ຮັບການປັບປຸງດ້ວຍດັດຊະນີກ່ຽວກັບການຍົກສູງປະສິດທິພາບການປະຕິບັດຕາມກົດໝາຍເພີ່ມຂຶ້ນຢ່າງແຮງ ຈາກຂັ້ນ 74 ຂຶ້ນເປັນຂັ້ນ 57. ດັດຊະນີກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດໄດ້ຮັບການປັບປຸງເລື່ອນຂຶ້ນ 10 ຂັ້ນ.

        ບັນດາຕົວເລກດັດຊະນີດັ່ງກ່າວໄດ້ຊີ້ໃຫ້ເຫັນການຊີ້ນຳ ແລະ ບັນດາມາດຕະການແກ້ໄຂຂອງລັດຖະບານ ໃນການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ແລະ ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ພ້ອມກັບບັນດາມາດຕະການແກ້ໄຂສຸມໃສ່ເຂົ້າໃນການຫຼຸດຜ່ອນອັດຕາດອກເບ້ຍເງິນກູ້ຢືມສະເລ່ຍຂອງລະບົບທະນາຄານການຄ້າ, ຊຸກຍູ້ການເຕີບໂຕບ້ວງສິນເຊື່ອກຳນົດທິດສຸມໃສ່ບັນດາຂົງເຂດໃຫ້ບຸລິມະສິດ, ໜູນຊ່ວຍການເຕີບໂຕດ້ານເສດຖະກິດ.

        ມີນັກຊ່ຽວຊານຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ, ໝາກຜົນ GII 2018 ໄດ້ຊີ້ໃຫ້ເຫັນວ່າ ດັດຊະນີປ່ຽນແປງໃໝ່ຢ່າງປະດິດຄິດສ້າງຂອງຫວຽດນາມ ພວມເຕີບໂຕແບບຍືນຍົງພໍສົມຄວນ. ທ່ານ Sacha Wunsch Vincent, ນັກຊ່ຽວຊານຂັ້ນສູງຂອງ WIPO ທີ່ເຂົ້າຮ່ວມກຸ່ມຄົ້ນຄວ້າ GII, ຕີລາຄາຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງປະເທດມີປະສິດທິຜົນພິເສດກ່ຽວກັບການປ່ຽນແປງໃໝ່ຢ່າງປະດິດຄິດສ້າງ, ກາຍເປັນແບບຢ່າງກ່ຽວກັບການປ່ຽນແປງໃໝ່ເຕັກໂນໂລຊີໃຫ້ບັນດາກຸ່ມປະເທດມີລາຍຮັບປານກາງຕ່ຳ ປະຕິບັດຕາມ. ຕາມທ່ານ Sacha ແລ້ວ, ຫວຽດນາມ ແມ່ນປະເທດໜຶ່ງດຽວທີ່ມີການຊີ້ນຳຈາກຂັ້ນນາຍົກລັດຖະມົນຕີ ດ້ວຍມະຕິສ້າງຕັ້ງກຸ່ມນັກວິຊາການພິເສດທີ່ເຕົ້າໂຮມຫຼາຍກະຊວງ, ຄະນະ, ຂະແໜງການທີ່ແຕກຕ່າງກັນ ເພື່ອພ້ອມກັນຊຸກຍູ້ບັນດານະໂຍບາຍແນໃສ່ປັບປຸງທີ່ຕັ້ງໃນຕາຕະລາງຈັດອັນດັບກ່ຽວກັບການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນທົ່ວໂລກ. ເມື່ອເຕື້ອງເຖິງບັນຫານີ້, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕຽນຢຸງ, ໃຫ້ຮູ້ວ່າ.

        “ເປັນເຈົ້າການສ້າງສາ, ປ່ຽນແປງໃໝ່ລະບອບລະບຽບການ, ນະໂຍບາຍໄດ້ຖືເປັນຈຸດສຸມບຸລິມະສິດແຖວໜ້າຂອງລັດຖະບານ. ບັນດາກອງປະຊຸມນັດສາມັນປະຈຳເດືອນຂອງລັດຖະບານ ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບບັນດາໂຄງການ, ຮ່າງດຳລັດ, ເປັນເຈົ້າການສົມທົບກັບບັນດາອົງການຂອງສະພາແຫ່ງຊາດຮັບເອົາຄຳເຫັນ, ປັບປຸງ, ສ້າງບັນດາຮ່າງກົດໝາຍໃຫ້ສົມບູນແບບ. ເດັດດ່ຽວສ້າງສຳເລັດລະບອບລະບຽບການຕາມທິດເປັນເອກະພາບ, ເປິດເຜີຍ, ໂປ່ງໃສ ແລະ ຮັບປະກັນການປະຕິບັດຢ່າງເຂັ້ມງວດ”.

ສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ

        ຕໍ່ໜ້າບັນດາສິ່ງທ້າທາຍຂອງການປະຕິວັດອຸດສາຫະກຳ 4.0, ການປ່ຽນແປງໃໝ່ຢ່າງປະດິດຄິດສ້າງໄດ້ສວມບົດບາດເປັນຂໍ້ກຸນແຈ, ມີລັກສະນະຕັດສິນໃຫ້ແກ່ການພັດທະນາຂອງຫວຽດນາມ.

        ເພື່ອສືບຕໍ່ປັບປຸງອັນດັບໃນດັດຊະນີປ່ຽນແປງໃໝ່ຢ່າງປະດິດຄິດສ້າງແບບຍືນຍົງ, ຫວຽດນາມ ຄວນສືບຕໍ່ເອົາໃຈໃສ່ທັງປັດໃຈສົ້ນເຂົ້າ ແລະ ສົ້ນອອກຂອງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການປັບປຸງກຸ່ມດັດຊະນີກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຕະຫຼາດທຶນ ແລະ ການລົງທຶນ, ໝູນໃຊ້ພູມປັນຍາ ແລະ ເຕັກໂນໂລຊີ. ຫວຽດນາມ ຄວນສ້າງຍຸດທະສາດຊັບສິນທາງປັນຍາແຫ່ງຊາດໃຫ້ສົມບູນແບບໂດຍໄວ, ເພື່ອເປັນກຳລັງໜູນຊຸກຍູ້ການປະຕິບັດບັນດາມາດຕະການແກ້ໄຂໃນຊຸມປີຈະມາເຖິງ. ທ່ານລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີຫວຽດນາມ ຈູຫງອກແອງ, ໃຫ້ຮູ້ວ່າ.

        “ພວກເຮົາຈະສຸມໃສ່ປັບປຸງບັນດາເສົາຄ້ຳສົ້ນເຂົ້າ ແລະ ສົ້ນອອກ. ເພີ່ມທະວີບັນດາການຊີ້ນຳ ແລະ ມາດຕະການແກ້ໄຂຕື່ມອີກ ເພື່ອເພີ່ມປະສິດທິຜົນຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຂອງຕະຫຼາດທຶນ ແລະ ການລົງທຶນ, ຂອງການນຳໃຊ້ພູມປັນຍາ ແລະ ເຕັກໂນໂລຊີໃຫ້ນັບມື້ນັບສູງຂຶ້ນ, ພວກເຮົາຈະກ້າວເຂົ້າສູ່ລວງເລິກ ແລະ ພັດທະນາກຳລັງປະດິດຄິດສ້າງຢ່າງແຮງໃນໄລຍະຈະມາເຖິງ.”

        ເລື່ອງຫວຽດນາມ ສືບຕໍ່ປັບປຸງທີ່ຕັ້ງໃນຕາຕະລາງຈັດອັນດັບກ່ຽວກັບດັດຊະນີປ່ຽນແປງໃໝ່ຢ່າງປະດິດຄິດສ້າງໃນທົ່ວໂລກ 2018 ໄດ້ຊີ້ໃຫ້ເຫັນວ່າ, ໃນຕະຫຼອດ 5 ປີຜ່ານມາ, ການຈັດອັນດັບຂອງຫວຽດນາມ ໃນຕາຕະລາງຈັດອັນດັບດັ່ງກ່າວມີທ່າອ່ຽງໄດ້ຮັບການປັບປຸງໃນທຸກແງ່ມູມ.

        ບັນດາໝາກຜົນທີ່ໜ້າຊື່ນຊົມດັ່ງກ່າວໄດ້ຊີ້ໃຫ້ເຫັນບັນດາບາດກ້າວບຸກທະລຸໃນການຊີ້ນຳຢ່າງຂ້ຽວຂາດ, ຮອບດ້ານຂອງລັດຖະບານ, ນາຍົກລັດຖະມົນຕີ. ນີ້ກໍ່ແມ່ນກຳລັງໜູນເພື່ອໃຫ້ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ທີ່ໄວກວ່າ, ປະກອບສ່ວນຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບການອອກແຮງງານ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ແລະ ກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ