ເວທີປາໄສ ປາຣີ ກ່ຽວກັບສັນຕິພາບ: ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

(VOVWORLD) - ໃນສະພາບການທີ່ໂລກພວມສະເຫຼີມສະຫຼອງ 100 ປີແຫ່ງວັນລົງນາມໃນສົນທິສັນຍາສັນຕິພາບຢຸດຕິສົງຄາມໂລກຄັ້ງທີ 1 (11/11/1918 - 11/11/2018), ໃນທ້າຍອາທິດນີ້, ຢູ່ປະເທດ ສາທາລະນະລັດ ຝລັ່ງ, ມີປະມຸກລັດ ແລະ ຜູ້ນຳລັດຖະບານປະມານ 70 ທ່ານຈະພ້ອມກັນເຂົ້າຮ່ວມເວທີປາໄສ ປາຣີ ກ່ຽວກັບສັນຕິພາບ.

ນີ້ແມ່ນກາລະໂອກາດເພື່ອຊຸກຍູ້ວິວັດການຮ່ວມມືສາກົນທີ່ດີກ່ວາໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ກໍ່ຄືເພື່ອໃຫ້ລະບົບຫຼາຍຝ່າຍມີປະສິດທິຜົນກ່ວາ. ເຖິງຢ່າງໃດກໍ່ຕາມ, ໝາກຜົນຂອງເວທີປາໄສຈະມີຮັບຜົນສະທ້ອນບໍ່ຫຼາຍກໍ່ໜ້ອຍເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ບໍ່ເຂົ້າຮ່ວມເຫດການນີ້.

ເວທີປາໄສ ປາຣີ ກ່ຽວກັບສັນຕິພາບ: ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ - ảnh 1 ນະຄອນຫຼວງ ປາຣີ, ສະຖານທີ່ຈັດຕັ້ງເວທີປາໄສ ປາຣີ ກ່ຽວກັບສັນຕິພາບ

        ເວທີປາໄສ ປາຣີ ກ່ຽວກັບສັນຕິພາບ ຈັດຕັ້ງໃນລະຫວ່າງວັນທີ 11 – 13 ພະຈິກ. ນີ້ແມ່ນເຫດການນອນໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງວັນເຊັນສົນທິສັນຍາສັນຕິພາບສິ້ນສຸດສົງຄາມໂລກຄັ້ງທີ 1. ໂດຍມີແຫຼ່ງບັນດານໃຈມາຈາກຮູບແບບ COP21, ເວທີປາໄສ ປາຣີ ກ່ຽວກັບສັນຕິພາບຈະແມ່ນບ່ອນເພື່ອແບ່ງປັນບົດຮຽນ ແລະ ບັນດາມາດຕະການໃໝ່, ແມ່ນເຕົ້າໂຮມບັນດາອົງການຄຸ້ມຄອງທັງໝົດເພື່ອເປົ້າໝາຍທີ່ໄດ້ວາງອອກແມ່ນຊຸກຍູ້ສັນຕິພາບຜ່ານການບໍລິຫານໂລກໃຫ້ດີກ່ວາ ແລະ ສົ່ງເສີມທຸກຂໍ້ລິເລີ່ມເພື່ອປະກອບສ່ວນຫລຸດຜ່ອນຄວາມເຄັ່ງຕຶງໃນໂລກ.

ຊຸກຍູ້ກົນໄກຮ່ວມມືຫຼາຍຝ່າຍ

       ເວທີປາໄສ ປາຣີ ກ່ຽວກັບສັນຕິພາບ ແມ່ນສ່ວນໜຶ່ງຂອງບັ້ນຂົນຂວາຍໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເປັນຜູ້ລິເລີ່ມເພື່ອຢັ້ງຢືນຄວາມສຳຄັນຂອງລັດທິຫຼາຍຝ່າຍ ແລະ ການກະທຳລວມໝູ່ຄືນໃໝ່ເພື່ອແນໃສ່ປະເຊີນໜ້າກັບບັນດາສິ່ງທ້າທາຍໃນປະຈຸບັນຄືການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ, ການປະທະກັນດ້ານເຊື້ອຊາດຜິວພັນ, ການກໍ່ການຮ້າຍ, ອາດຊະຍາກຳທາງອິນເຕີເນັດ, ບັນດາຈຸດຮ້ອນເຮັ່ງໃນພາກພື້ນ, ການປ່ຽນແປງຂອງດິນຟ້າອາກາດ… ທ່ານປະທານາທິບໍດີ Macron ກໍ່ຢາກໝູນໃຊ້ຄວາມເອົາໃຈໃສ່ຂອງປະຊາຄົມໂລກສຳລັບສັບປະດາສະເຫຼີມສະຫຼອງວັນສິ້ນສຸດສົງຄາມໂລກຄັ້ງທີ 1 ເພື່ອຮຽກຮ້ອງຕ້ານລັດທິຊົນຊາດ, ສືບຕໍ່ຄຳກ່າວເຕືອນຫວ່າງມໍ່ໆມານີ້ຂອງທ່ານທີ່ວ່າ ໂລກພວມມີໄພຈະຫຼົງລືມບັນດາບົດຮຽນຈາກບັນດາການປະທະກັນຄັ້ງໃຫຍ່ໃນສະຕະວັດທີ XX.

        5 ຫົວຂໍ້ທີ່ນຳມາປຶກສາຫາລືທີ່ເວທີປາໄສ ປາຣີ ກ່ຽວກັບສັນຕິພາບ (ສັນຕິພາບ ແລະ ຄວາມໝັ້ນຄົງ, ສິ່ງແວດລ້ອມ, ການພັດທະນາ, ເຕັກນິກດີຈີຕອນ ແລະ ເຕັກໂນໂລຊີໃໝ່, ເສດຖະກິດຮອບດ້ານ) ລ້ວນແຕ່ແມ່ນບັນດາບັນຫາຮີບດ່ວນຂອງໂລກໃນປະຈຸບັນ. ບົນພື້ນຖານ 5 ຫົວຂໍ້ນີ້, ມີປະມານ 150 ໂຄງການຈະໄດ້ຮັບການນຳສະເໜີ, ປະກອບສ່ວນແທດຈິງເພື່ອໃຫ້ມີວິວັດການຮ່ວມມືສາກົນດີກ່ວາສຳລັບວິວັດການໂລກາພິວັດມີຄວາມຍຸຕິທຳກ່ວາ ແລະ ສະເໝີພາບກ່ວາ ກໍ່ຄືເຮັດໃຫ້ລະບົບຫຼາຍຝ່າຍບັນລຸປະສິດທິຜົນກ່ວາ.

        ເລື່ອງມີປະມຸກລັດ, ຜູ້ນຳລັດຖະບານນັບສິບໆທ່ານ ຜູ້ນຳລັດຖະບານພ້ອມກັບອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນນັບຮ້ອຍອົງການພ້ອມກັນເຂົ້າຮ່ວມເວທີປາໄສໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງໂລກເຖິງການຮ່ວມມືຫຼາຍຝ່າຍເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ຂາດການເຂົ້າຮ່ວມຂອງອາເມລິກາ

       ເຖິງວ່າຈະມີໜ້າຢູ່ ປາຣີ ພ້ອມກັບການນຳໂລກປະມານ 70 ທ່ານເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 1 ກໍ່ຕາມແຕ່ທ່ານ Trump ກໍ່ໄດ້ປະຕິເສດການເຂົ້າຮ່ວມເວທີປາໄສສັນຕິພາບ. ການຕັດສິນໃຈຂອງການນຳທຳນຽບຂາວ ບໍ່ໄດ້ສ້າງຄວາມປະຫຼາດໃຈຕໍ່ຫາງສຽງຍ້ອນວ່າທ່ານ Trump ເຫັນວ່າເປົ້າໝາຍຂອງເວທີປາໄສບໍ່ເໝາະສົມກັບທິດນຳທີ່ວ່າ “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດໝົດ” ຂອງຕົນ.

        ການກະທຳນີ້ຂອງທ່ານປະທານາທິບໍດີ ອາເມລິກາ ແມ່ນການສືບຕໍ່ບັນດາການກະທຳຖອນຕົວອອກຈາກຂໍ້ຕົກລົງຫຼາຍສະບັບເຊິ່ງ ອາເມລິກາ ເຄີຍເຂົ້າຮ່ວມ, ໃນນັ້ນອາດຈະເວົ້າເຖິງຂໍ້ຕົກລົງ COP21 ປາຣີ, ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ຂໍ້ຕົກລົງນິວເຄຼຍ ອີຣານ, ຖອນຕົວອອກຈາກ UNESCO, ຄະນະກຳມະການສິດທິມະນຸດ ສປຊ… ຍັງຈື່ໄດ້ວ່າ, ໃນບົດກ່າວປາໄສທີ່ແກ່ຍາວເວລາ 35 ນາທີທີ່ວາລະປະຊຸມຂອງສະມັດຊາໃຫຍ່ ສປຊ ເມື່ອວັນທີ 25 ກັນຍາຜ່ານມາ, ນອກຈາກບັນຫາ ອີຣານ ແລ້ວ, ທ່ານປະທານາທິບໍດີ ອາເມລິກາ ກໍ່ໄດ້ປະຕິເສດທ່າອ່ຽງໂລກາພິວັດ ແລະ ຢັ້ງຢືນວ່າຈະປົກປ້ອງບັນດາຜົນປະໂຫຍດຂອງປະເທດ ອາເມລິກາ.

        ການກະທຳທັງໝົດເຫຼົ່ານັ້ນຂອງອາເມລິກາ ລ້ວນແຕ່ປະເຊີນໜ້າກັບບັນດາປະຕິກິລິຍາຢ່າງແຮງຂອງສາກົນ. ຫາງສຽງໄດ້ຕຳໜິຕິຕຽນນະໂຍບາຍ “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດໝົດ” ຂອງທ່ານປະທານາທິບໍດີ Donald Trump ເປັນຫຼາຍຄັ້ງ, ເນັ້ນໜັກວ່າລັດທິອາລັກຂາພຽງແຕ່ຈະພາໄປເຖິງການເພີ່ມບັນດາຄວາມເຄັ່ງຕຶງ ແລະ ຖ້າຫາກບັນດາປະເທດຢຸດຕິຄຳໝັ້ນສັນຍາປົກປ້ອງບັນດາຫຼັກການພື້ນຖານນັ້ນ, ບັນດາສົງຄາມທົ່ວໂລກອາດຈະກັບຂຶ້ນອີກ.

        ໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງເຊິ່ງບໍ່ມີປະເທດໃດໜຶ່ງສາມາດແກ້ໄຂດ້ວຍຕົນເອງໄດ້. ເລື່ອງຈັດຕັ້ງເວທີປາໄສປາຣີ ກ່ຽວກັບສັນຕິພາບ ໄດ້ຮັບການຍອມຮັບວ່າຄືດັ່ງຄວາມມານະພະຍາຍາມທີ່ເປັນໜ້າສົ່ງເສີມເພື່ອໃຫ້ບັນດາປະເທດຮ່ວມແຮງຮ່ວມໃຈກັນແກ້ໄຂ. ແຕ່ເຖິງຢ່າງໃດກໍ່ຕາມ, ທຸກໆວຽກງານຈະປະສົບກັບຄວາມຫຍຸ້ງຍາກກ່ວາອີກ ເມື່ອການນຳ ອາເມລິກາ ໄດ້ປະຕິເສດເຂົ້າຮ່ວມເວທີປາໄສຫຼາຍຝ່າຍອີກຄັ້ງໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ