ເວທີປາໄສ ອາຊີ ປົວຢາວ ຊຸກຍູ້ບົດບາດຂອງ ອາຊີ ແລະ ການໂອ້ລົມສົນທະນາ

(VOVWORLD) -

ດ້ວຍຫົວຂໍ້ວ່າ “ອາຊີ ແລະ ໂລກ: ສິ່ງທ້າທາຍລວມ, ຄວາມຮັບຜິດຊອບລວມ”, ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ (BFA) ປີນີ້ ໄດ້ສຸມໃສ່ຊຸກຍູ້ການຮ່ວມມື, ຍົກສູງບົດບາດນຳພາຂອງ ອາຊີ ໃນການຮັບມືກັບບັນດາສິ່ງທ້າທາຍລວມທົ່ວໂລກ.

ເວທີປາໄສ ອາຊີ ປົວຢາວ ຊຸກຍູ້ບົດບາດຂອງ ອາຊີ ແລະ ການໂອ້ລົມສົນທະນາ - ảnh 1 ວາລະໄຂກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ (BFA) ຈັດຂຶ້ນໃນວັນທີ 28 ມີນາ
(ພາບ:AFP)

        ກອງປະຊຸມປະຈຳປີເວທີປາໄສ ອາຊີ ປົວຢາວ (BFA) ປີນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26 -29 ມີນາ, ຢູ່ເກາະ ໄຫໜານ (ປະເທດຈີນ), ດ້ວຍວາລະໄຂທາງການຈັດຂຶ້ນໃນວັນທີ 28 ມີນາ. ມີຜູ້ແທນກ່ວາ 2.000 ຄົນມາຈາກກ່ວາ 60 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ, ນີ້ແມ່ນເວທີປາໄສໂອ້ລົມສົນທະນາຂະໜາດໃຫຍ່ທີ່ສຸດຢູ່ ອາຊີ ກ່ຽວກັບບັນດາບັນຫາການຄຸ້ມຄອງບໍລິຫານພາກພື້ນ ແລະ ທົ່ວໂລກ.

ຊຸກຍູ້ບົດບາດຂອງ ອາຊີ

        ກອງປະຊຸມປີນີ້ສຸມໃສ່ 5 ຫົວຂໍ້ຕົ້ນຕໍ, ລວມມີ: ເສດຖະກິດໂລກ; ການປ່ຽນໃໝ່ວິທະຍາສາດ ແລະ ເຕັກໂນໂລຊີ; ການພັດທະນາສັງຄົມ; ການຮ່ວມມືສາກົນ; ພ້ອມກັນຜ່ານຜ່າສິ່ງທ້າທາຍ. ໃນ 4 ວັນດຳເນີນກອງປະຊຸມ, ໄດ້ຈັດໃຫ້ມີກ່ວາ 40 ວາລະປຶກສາຫາລືກ່ຽວກັບບັນດາຫົວຂໍ້ໃຫຍ່ຂອງເສດຖະກິດໂລກ, ການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ເຕັກໂນໂລຊີ, ການບືນຕົວຂອງບັນດາປະເທດຢູ່ພາກໃຕ້ຂອງໂລກ… ໄປຄຽງຄູ່ກັບກອງປະຊຸມປະຈຳປີ, BFA ກໍ່ຈັດບັນດາເວທີປາໄສຫົວເລື່ອງສະເພາະ, ຄື: ເວທີປາໄສການແພດທົ່ວໂລກ; ເວທີປາໄສການປ່ຽນໃໝ່ ແລະ ວິທະຍາສາດເຕັກໂນໂລຊີສາກົນ; ເວທີປາໄສຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດທົ່ວໂລກ; ເວທີປາໄສຟື້ນຟູຊົນນະບົດ.

        ເປັນໜ້າສົນໃຈ, ທີ່ເວທີປາໄສປິນີ້, BFA ໄດ້ສະຫງວນຄວາມເອົາໃຈໃສ່ໃຫຍ່ຫຼວງຕໍ່ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ການເຕີບໂຕຢູ່ ອາຊີ, ສະແດງໃຫ້ເຫັນຜ່ານຫຼາຍເວທີປາໄສຍ່ອຍ, ຄື: ລົງເລິກເຂົ້າໃນການຮ່ວມມືການເງິນ ອາຊີ; ສ້າງສູນການເຕີບໂຕອາຊີ; ລົງທຶນເຂົ້າອະນາຄົດ ອາຊີ. ຕາມການຕີລາຄາຂອງ BFA ແລ້ວ, ປີນີ້, ອາຊີຍັງແມ່ນພາກພື້ນປະກອບສ່ວນຫຼາຍທີ່ສຸດເຂົ້າໃນການເຕີບໂຕເສດຖະກິດທົ່ວໂລກ, ພ້ອມທັງຄາດຄະເນການເຕີບໂຕ GDP ສະເລ່ຍ 4,5% ໃນປີນີ້. ດັ່ງນັ້ນ, ການເພີ່ມທະວີບົດບາດຂອງ ອາຊີ ແມ່ນໜຶ່ງໃນບັນດາຈຸດສຸມຂອງ BFA ປີນີ້. ນີ້ກໍ່ແມ່ນສານໂດຍທ່ານ ຈ້າວເຫຼື້ອຈິ້ນ, ປະທານສະພາຜູ້ແທນທົ່ວປະເທດ ສປ ຈີນ, ຍົກອອກໃນບົດກ່າວປາໄສໄຂ BFA, ເມື່ອຮຽກຮ້ອງການຮ່ວມມື ແລະ ຍົກສູງບົດບາດນຳພາຂອງ ອາຊີ ໃນພື້ນຖານເສດຖະກິດທົ່ວໂລກ:

        “ໂດຍໄດ້ປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ຈາກການຊຸດໂຊມທີ່ແກ່ຍາວຂອງເສດຖະກິດທົ່ວໂລກ, ພວກເຮົາຄວນຮ່ວມແຮງຮ່ວມໃຈປະຕິບັດບັນດາແນວຄວາມຄິດພັດທະນາທົ່ວໂລກ, ເຮັດໃຫ້ບັນດາການຮ່ວມມືໃນຫຼາຍຂົງເຂດເລິກເຊິ່ງກ່ວາອີກ; ກຳແໜ້ນໂອກາດຂອງການປະຕິວັດດ້ານເຕັກນິກ ແລະ ການຫັນປ່ຽນອຸດສາຫະກຳໃໝ່, ຫຼໍ່ລ້ຽງ ແລະ ປັບປຸງບັນດາກຳລັງໜູນການເຕີບໂຕໃໝ່, ຊຸກຍູ້ຮູບແບບການພັດທະນາແບບຍືນຍົງ, ສີຂຽວ ແລະ ກາກບອນຕ່ຳ. ພວກເຮົາຈະນຳໃຊ້ກຳລັງໜູນຢ່າງແຮງຂອງ ອາຊີ ເພື່ອນຳພາການຟື້ນຟູຂອງເສດຖະກິດໂລກ”.

        ຄຽງຄູ່ກັບຄຳຮຽກຮ້ອງກ່ຽວກັບການຍູ້ແຮງບົດບາດນຳພາຂອງບັນດາພື້ນຖານເສດຖະກິດ ອາຊີ, ມີບົດປະກອບຄວາມເຫັນຫຼາຍບົດທີ່ກອງປະຊຸມກໍ່ໄດ້ສົ່ງສານກ່າວເຕືອນກ່ຽວກັບໄພເພີ່ມທະວີຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກ, ພາໄປເຖິງການແບ່ງແຍກດ້ານເສດຖະກິດ, ການປະທະກັນດ້ານຄວາມໝັ້ນຄົງ. ຍ້ອນເຫດນັ້ນ, BFA ປີນີ້ໄດ້ລະດົມໃຫ້ເລື່ອງ ອາຊີ ແບກຫາບຄວາມຮັບຜິດຊອບລວມ, ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍເພື່ອສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນ. ຕາມທ່ານອະດີດນາຍົກລັດຖະມົນຕີ ຝລັ່ງ Jean- Pierre Raffarin ແລ້ວ, ໃນສະພາບການພົວພັນສາກົນໃນໂລກຖືກແບ່ງແຍກອັນໃຫຍ່ຫຼວງຄືປະຈຸບັນ, ບົດບາດຂອງບັນດາເວທີປາໄສຄື BFA ແມ່ນສຳຄັນທີ່ສຸດ:

        “ເວທີປາໄສ ປົວຢາວ ມີບົດບາດພິເສດໃນການຄຸ້ມຄອງບໍລິຫານທົ່ວໂລກ. ໂດຍແມ່ນເວທີປາໄສຂອງ ອາຊີ, BFA ໄດ້ເຊີນບັນດາປະເທດອື່ນໃນໂລກເຂົ້າຮ່ວມເພື່ອພ້ອມກັນຄິດ, ພ້ອມກັນຜັນຂະຫຍາຍບັນດາໂຄງການລວມ ເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍລວມ. ພວກເຮົາພວມຢູ່ໃນສະພາບການຮ້າຍແຮງທີ່ສຸດ, ດັ່ງນັ້ນຕ້ອງມີບັນດາຄວາມວິຕົກວັງວົນລວມ”.

ເວທີປາໄສ ອາຊີ ປົວຢາວ ຊຸກຍູ້ບົດບາດຂອງ ອາຊີ ແລະ ການໂອ້ລົມສົນທະນາ - ảnh 2ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ BFA ຢູ່ເກາະ ໄຫໜານ
(ພາບ:ຄະນະຈັດຕັ້ງ)

ການພັດທະນາຂອງ ຈີນ

        ໂດຍແມ່ນປະເທດເຈົ້າພາບຂອງ BFA ແລະ ແມ່ນພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກ, ບັນດາຂໍ້ມູນຂ່າວສານກ່ຽວຂ້ອງເຖິງການເຕີບໂຕເສດຖະກິດ ແລະ ບັນດານະໂຍບາຍເສດຖະກິດມະຫາພາກຂອງຈີນ ກໍ່ໄດ້ຮັບຄວາມສົນໃຈຫຼາຍທີ່ BFA ປີນີ້. ໃນບົດລາຍງານປະກາດທີ່ BFA, ທະນາຄານພັດທະນາ ອາຊີ (ADB) ໄດ້ມີຂໍ້ສັງເກດທີ່ລະມັດລະວັງກ່ຽວກັບແງ່ຫວັງເສດຖະກິດຂອງ ຈີນ ໃນປີນີ້, ໃນຂະນະທີ່ຖືວ່າ ບັນດາສິ່ງທ້າທາຍກ່ຽວກັບການຂາດຄວາມດຸ່ນດ່ຽງໃນພື້ນຖານເສດຖະກິດ ຈີນ ອາດຈະສົ່ງຜົນກະທົບຫຍໍ້ທໍ້ເຖິງການເຕີບໂຕສະມັດຕະພາບຂອງປະເທດນີ້. ທ່ານ Carlos Gutierrez, ອະດີດລັດຖະມົນຕີກະຊວງການຄ້າ ອາເມລິກາ (2005 – 2009), ໃຫ້ຂໍ້ສັງເກດວ່າ:

        “ນັກໄຈ້ແຍກບາງທ່ານ ແລະ ວົງການສື່ມວນຊົນຖືວ່າ ເປົ້າໝາຍນີ້ແມ່ນຄວາມມັກໃຫຍ່ໄຝ່ສູງ, ແຕ່ 2 ເດືອນຕົ້ນປີນີ້ໄດ້ສະແດງໃຫ້ເຫັນວ່າ ຈີນ ອາດຈະບັນລຸໄດ້. ຂ້າພະເຈົ້າຄິດວ່າ ເປົ້າໝາຍເຕີບໂຕ GDP 5% ແມ່ນເໝາະສົມ”.

        ທີ່ BFA, ເຈົ້າໜ້າທີ່ ຈີນ ຫຼາຍທ່ານໃຫ້ຮູ້ວ່າ: ປະເທດນີ້ຍັງສືບຕໍ່ເດີນຕາມນະໂຍບາຍເປີດປະຕູເສດຖະກິດ, ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບດ້ານເສດຖະກິດ ແລະ ການຄ້າສາກົນດ້ວຍມາດຖານສູງ, ພ້ອມທັງໃຫ້ຄຳໝັ້ນສັນຍາປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຄ່ອຍໆລົບລ້າງບັນດາຂໍ້ຈຳກັດໃນການສຳຜັດກັບຕະຫຼາດສຳລັບບັນດາບໍລິສັດຕ່າງປະເທດໃນຂົງເຂດການຜະລິດ. ໃນບາງຂົງເຂດໃໝ່, ພິເສດແມ່ນການຄຸ້ມຄອງປັນຍາປະດິດ (AI), ຈີນ ໃຫ້ຮູ້ວ່າ ຈະຕັ້ງໜ້າເຂົ້າຮ່ວມບັນດາກົນໄກການຄຸ້ມຄອງບໍລິຫານທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ