ເສດຖະກິດສັງຄົມຫວຽດນາມມີສັນຍານເຕີບໂຕໃນ 6 ເດືອນຕົ້ນປີ 2017

(VOVWORLD) - ພາຍຫຼັງການຊີ້ນຳຢ່າງເດັດດຽວຂອງລັດຖະບານ ແລະ ນາຍົກລັດຖະມົນຕີ, ຍອດຜະລິດຕະພັນພາຍໃນ (GDP) ໃນໄຕມາດທີ 2 ໄດ້ມີລະດັບເຕີບໂຕຢ່າງແຮງ, ບັນລຸ 6,17%. ໄລ່ລວມໃນ 6 ເດືອນຜ່ານມາ, GDP ເພີ່ມຂຶ້ນປະມານ 5,73% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2016. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງມີສິ່ງທ້າທາຍຫຼາຍຢ່າງໃນການປະຕິບັດສຳເລັດຄາດໝາຍເຕີບໂຕ 6,7% ໃຫ້ທັງປີ 2017. ບົດຂຽນຂອງນັກຂ່າວ ເກີມຕູ໋.
ເສດຖະກິດສັງຄົມຫວຽດນາມມີສັນຍານເຕີບໂຕໃນ 6 ເດືອນຕົ້ນປີ 2017 - ảnh 1 (ພາບປະກອບອີນເຕີແນັດ)

ຈຸດພົ້ນເດັ່ນທີ່ສຸດໃນໄລຍະ 6 ເດືອນຕົ້ນປີ 2017 ແມ່ນພື້ນຖານເສດຖະກິດໄດ້ຮັບການຟື້ນຟູ, ພິເສດແມ່ນມີທ່າເຕີບໂຕໃນໄຕມາດທີ 2. ເຊິ່ງສະແດງອອກຜ່ານບັນດາຕົວເລກຄາດໝາຍເຕີບໂຕ, ຕົວເລກຄາດໝາຍມູນຄ່າເພີ່ມ ຫຼື GDP ຂອງແຕ່ລະພາກສ່ວນລ້ວນແຕ່ສູງກວ່າເມື່ອທຽບໃສ່ໄຕມາດທີ 1.

        ໝາກຜົນຂອງການຊີ້ນຳບໍລິຫານຢ່າງເດັດດຽວ

        ລະດັບເຕີບໂຕ GDP 6,17% ໃນໄຕມາດທີ 2 ເພີ່ມຂຶ້ນເມື່ອທຽບໃສ່ໄຕມາດທີ 1 (5,15%) ໄດ້ຊີ້ໃຫ້ເຫັນວ່າ, ສະພາບເສດຖະກິດໄດ້ມີທ່າເຕີບໂຕ. ໄລຍະຫ່າງລະຫວ່າງລະດັບເຕີບໂຕ GDP ໃນໄຕມາດທີ 1 ແລະ GDP ໃນໄຕມາດທີ 2 ແມ່ນ 1% ນີ້ແມ່ນບາດກ້າວບຸກທະລຸ ຍ້ອນມີບັນດາຄວາມມານະພະຍາຍາມໃນການບໍລິການເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງລັດຖະບານ. ກ່ຽວກັບວົງເງິນສົ່ງອອກນຳເຂົ້າ, ໄລ່ລວມໃນໄລຍະ 6 ເດືອນຜ່ານມາ ວົງເງິນສົ່ງອອກສິນຄ້າຄາດວ່າບັນລຸ 97,8 ຕື້ USD, ເພີ່ມຂຶ້ນເກືອບ 19% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2016. ກ່ຽວກັບການນຳເຂົ້າ, ວົງເງິນນຳເຂົ້າສິນຄ້າໃນໄລຍະ 6 ເດືອນຜ່ານມາຄາດວ່າບັນລຸ 100,5 ຕື້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2016. ດັດຊະນີລາຄາໃຊ້ຊອຍ ສະເລ່ຍໃນ 6 ເດືອນຜ່ານມາເພີ່ມຂຶ້ນ 4,15% ເມື່ອທຽນໃສ່ລະດັບລະເລ່ຍຂອງປີ 2016. ພິເສດ, ຈຳນວນວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ສືບຕໍ່ສ້າງສະຖິຕິ, ດ້ວຍຈຳນວນວິສາຫະກິດຈົດທະບຽນໃໝ່ກວ່າ 61.000 ແຫ່ງ; ຍອດຈຳນວນທຶນຈົດທະບຽນໃໝ່ ແລະ ເພີ່ມຕື່ມແມ່ນກວ່າ 1,45 ລ້ານຕື້ດົ່ງ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ ໄດ້ຮັບການປັບປຸງ. ທ່ານ ຫງວຽນບິ໋ກເລີມ, ຫົວໜ້າກົມໃຫຍ່ສະຖິຕິ, ໃຫ້ຮູ້ວ່າ.

        “ໃນ 6 ເດືອນຕົ້ນປີ, ຂະແໜງກະສິກຳສາມາດແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງຂອງປີກ່ອນ, ອຸດສາຫະກຳປຸ້ງແຕ່ງ, ຜະລິດກໍ່ມີທ່າເຕີບໂຕ, ຂະແໜງກໍ່ສ້າງກໍ່ມີທ່າເຕີບໂຕສູງ ແລະ ພິເສດແມ່ນຂົງເຂດການບໍລິການໃນປີນີ້ ແມ່ນ 1 ໃນຈຳນວນຫຼາຍປີທີ່ມີລະດັບເຕີບໂຕໃນໄລຍະ 6 ເດືອນຕົ້ນປີສູງ. ການເຕີມໂຕນີ້ແມ່ນໝາກຜົນຂອງການຊີ້ນຳບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ ແລະ ຂອງທັງພື້ນຖານເສດຖະກິດ ສະນັ້ນຈຶ່ງບັນລຸໄດ້ບັນດາຜົນງານທີ່ໜ້າປະເອີບໃຈ”.

        ຄຽງຂ້າງບັນດາຜົນງານທີ່ຕັ້ງໜ້າ, ເສດຖະກິດໃນ 6 ເດືອນຜ່ານມາກໍ່ສະແດງໃຫ້ເຫັນສິ່ງຈຳກັດຫຼາຍຢ່າງ. ທ່ານ ດັ້ງດຶກແອງ, ຫົວໜ້າຄະນະໄຈ້ແຍກ ແລະ ຄາດຄະເນ, ສູນຄາດຄະເນເສດຖະກິດ - ສັງຄົມ, ກະຊວງແຜນການ ແລະ ການລົງທຶນ ໄດ້ໄຈ້ແຍກວ່າ.

        “ພື້ນຖານເສດຖະກິດຍັງອີງໃສ່ອຸດສາຫະກຳເປັນສ່ວນຫຼາຍ, ແຕ່ຂະແໜງອຸດສາຫະກຳຂອງພວກເຮົາພັດອີງໃສ່ເຂົ້າພາກພື້ນລົງທຶນຕ່າງປະເທດຫຼາຍ, ສະນັ້ນ, ເມື່ອ Samsung ຫັນປ່ຽນແຜນການຜະລິດດຳເນີນທຸລະກິດ ມັນໄດ້ກະທົບເຖິງຂະແໜງອຸດສາຫະກຳປຸ້ງແຕ່ງ, ຜະລິດຂອງພວກເຮົາໂດຍທັນທີ. ໃນຂະນະນັ້ນ, ພາກສ່ວນວິສາຫະກິດ ເອກະຊົນ ເຖິງວ່າມີຈຳນວນຫຼາຍ ແຕ່ຂອບຂະໜາດພັດໜ້ອຍ ສະນັ້ນການປະກອບເຂົ້າ GDP ກໍ່ຕ່ຳ. ເມື່ອພວກເຮົາອີງໃສ່ເຂົ້າແຫຼ່ງຊັບພະຍາກອນທຳມະຊາດໜ້ອຍກວ່າ, ປະສິດທິຜົນຂອງພື້ນຖານເສດຖະກິດຈະສາມາດທົດແທນລະດັບຫຼຸດລົງດັ່ງກ່າວໄດ້, ແຕ່ໝາກຜົນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ ການປ່ຽນແປງກ່ຽວກັບດ້ານເນື້ອແທ້ຂອງພື້ນຖານເສດຖະກິດ ເບິ່ງຄືວ່າຍັງບໍ່ທັນສົມກັບຄວາມມຸ່ງຫວັງເທື່ອ”.

        ຕັດສິນໃຈບັນລຸຄາດໝາຍເຕີບໂຕ 6,7%

        ຕາມການຄິດໄລ່ຂອງກົມໃຫຍ່ສະຖິຕິແລ້ວ, ເພື່ອບັນລຸລະດັບເຕີບໂຕ GDP ທັງປີໃຫ້ໄດ້ 6,7%, ລະດັບເຕີບໂຕ GDP ໃນ 6 ເດືອນທ້າຍປີຕ້ອງບັນລຸໄດ້ກວ່າ 7,4%. ເພື່ອມຸ່ງໄປເຖິງຄາດໝາຍເຕີບໂຕ 6,7% ໃນປີ 2017 ແລະ ຄາດໝາຍເຕີບໂຕສະເລ່ຍບັນລຸ 6,5% ໃນໄລຍະ 2016 – 2020, ທ່ານປະລິຍາເອກ ຫງວຽນດຶກແທ່ງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ, ຖືວ່າ.

        “ກຳລັງໜູນໃຫຍ່ທີ່ສຸດນັ້ນແມ່ນຫວຽດນາມ ຕ້ອງຮັກສາການປະຕິຮູບໄວ້ຢ່າງໝັ້ນຄົງເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ພາຍໃນປະເທດ, ຫຼຸດຜ່ອນລາຍຈ່າຍໃຫ້ວິສາຫະກິດພາຍໃນປະເທດ. ປະຈຸບັນ, ພວກເຮົາພວມເຮັດສິ່ງດັ່ງກ່າວ, ແຕ່ບໍ່ທັນບັນລຸປະສິດທິຜົນໄດ້ ຍ້ອນຕ້ອງເສຍເວລາໃຫ້ແກ່ການປັບປຸງບັນດາເອກະສານດ້ານກົດໝາຍ ແລະ ນຳເຂົ້າຊີວິດ. ແຕ່ຖ້າຫາກພວກເຮົາເດັດດຽວປະຕິບັດສິ່ງດັ່ງກ່າວ ຈະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີກວ່າ ແລະ ບັນດາວິສາຫະກິດຫວຽດນາມ ຈະຮູ້ສຶກໄດ້ວ່າ ເຂົາເຈົ້າໄດ້ດຳເນີນທຸລະກິດໃນເງື່ອນໄຂສະດວກກວ່າ ແລະ ລາຍຈ່າຍກໍ່ຫຼຸດລົງເພື່ອໃຫ້ເຂົາເຈົ້າມີກາລະໂອກາດຫາກຳໄລໄດ້ຫຼາຍກວ່າ ນັ້ນຈະແມ່ນກຳລັງໜູນ. ແລະ ກຳລັງໜູນນັ້ນບໍ່ພຽງແຕ່ໃຫ້ປີ 2017 ເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນໃນໄລຍະຍາວນານໃຫ້ແກ່ຫວຽດນາມ ໃນອະນາຄົດ ກໍຄືໃນວິວັດການເຊື່ອມໂຍງອີກດ້ວຍ”.

        6 ເດືອນຕົ້ນປີ 2017 ໄດ້ຜ່ານໄປແລ້ວ, ເຖິງວ່າລະດັບເຕີບໂຕຍັງຕ່ຳຢູ່, ແຕ່ລັດຖະບານຍັງເດັດດຽວຮັກສາຄາດໝາຍເຕີບໂຕຂອງປີຢູ່ໃນລະດັບ 6,7%, ຍ້ອນປີນີ້ໄດ້ກຳນົດວ່າເປັນປີບານພັບ, ສຳຄັນທີ່ສຸດ, ຕັດສິນໝາກຜົນຂອງຊຸມປີຕໍ່ໆໄປ. ແຜນນະໂຍບາຍໂຄງປະກອບສ້າງພຶ້ນຖານເສດຖະກິດຄືນໃໝ່ ພ້ອມກັບການປ່ຽນໃໝ່ຮູບແບບເຕີບໂຕຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ ເພື່ອບັນລຸຄາດໝາຍດັ່ງກ່າວໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ