ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງໃນການ ຟື້ນຕົວ ແລະ ພັດທະນາເສດຖະກິດ

(VOVWORLD) -ເສດຖະກິດ ຫວຽດນາມ ໄດ້ ແລະພວມຟື້ນຕົວ ແລະ ພັດທະນາຢ່າງກະໂດດຂັ້ນ ພາຍຫລັງຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນໃນ 2 ປີຜ່ານມາສິ້ນສຸດລົງ. ນີ້ແມ່ນໝາກຜົນຂອງການເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງຕະຫລອດໄລຍະປະຫວັດສາດ, ນັບແຕ່ເມື່ອລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນເມື່ອວັນທີ 2 ກັນຍາ ປີ 1945 ມາຮອດປະຈຸບັນ.

ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງໃນການ ຟື້ນຕົວ ແລະ ພັດທະນາເສດຖະກິດ - ảnh 1ພາບປະກອບ: VOV

77 ປີ ນັບແຕ່ເມື່ອສະຖາປະນາປະເທດ ໃນວັນທີ 2 ກັນຍາ ປີ 1945 ມາຮອດປະຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ນັບມື້ນັບເປີດກວ້າງ ແລະ ເຕີບໂຕວ່ອງໄວ, ບໍ່ພຽງແຕ່ຂຸດຄົ້ນໄດ້ທ່າແຮງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຍາດແຍ່ງໄດ້ຕະຫລາດໂລກອີກດ້ວຍ. ການລົງທຶນໂດຍກົງຂອງຕ່າງປະເທດໄດ້ກາຍເປັນຊ່ອງທາງລະດົມທຶນສຳຄັນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ, ມີຄຸນປະໂຫຍດອັນໃຫຍ່ຫລວງໃນການຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດຕາມທິດອຸດສາຫະກຳ, ທັນສະໄຫມ, ສ້າງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ, ຍົກສູງກຳລັງຄວາມສາມາດການຄຸ້ມຄອງ ແລະລະດັບເຕັກໂນໂລຊີໃຫ້ແກ່ພື້ນຖານເສດຖະກິດ. ປີ 2019, ກ່ອນທີ່ໂລກລະບາດໂຄວິດ 19 ເກີດຂຶ້ນໃນທົ່ວໂລກ,  ຈຳນວນໂຄງການລົງທຶນໂດຍກົງຂອງຕ່າງປະເທດ ຂອງຫວຽດນາມ ບັນລຸກວ່າ 4.000 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນບັນລຸກວ່າ 38.900 ລ້ານ USD, ເພີ່ມຂຶ້ນທົບ 24 ເທົ່າເມື່ອທຽບໃສ່ປີ 1990. ພາຍຫລັງ 36 ປີ ແຫ່ງການປ່ຽນແປງໃຫມ່, ຫວຽດນາມ ໄດ້ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດກ່ຽວກັບດ້ານເສດຖະກິດ. ນັບແຕ່ເມື່ອເຂົ້າຮ່ວມ WTO ປີ 2006 ມາຮອດປະຈຸບັນ, ຫວຽດນາມ ໄດ້ລົງນາມໃນສັນຍາ FTA ພາກພື້ນ ແລະສອງຝ່າຍ 15 ສະບັບ. ເລື່ອງເຂົ້າຮ່ວມ ແລະ ປະຕິບັດສັນຍາ FTA ໄດ້ນຳມາເຊິ່ງຫລາຍກາລະໂອກາດໃຫຍ່ໃຫ້ແກ່ ຫວຽດນາມ, ສົ່ງຜົນກະທົບຕັ້ງຫນ້າເຖິງການພັດທະນາເສດຖະກິດ, ຍົກສູງກຳລັງຄວາມສາມາດດ້ານແກ່ງແຍ້ງແຫ່ງຊາດ, ວິສາຫະກິດ ແລະ ຜະລິດຕະພັນ.

 ພວມໃນທ່າເຕີບໂຕ, GDP ປີ 2019 ບັນລຸລະດັບ 7,2%, ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ລະບົບສະຫນອງຖືກຕັດຂາດ, ການຜະລິດຢຸດສະງັກ, ການເຕີບໂຕຂອງຫວຽດນາມ ຫລຸດລົງຢູ່ໃນລະດັບຕ່ຳກວ່າ 3%, ໃນຂະນະນັ້ນ ບັນດາປະເທດອື່ນບັນລຸການເຕີບໂຕເປັນລົບ. ຕໍ່ຫນ້າສະພາບການນັ້ນ, ຫວຽດນາມໄດ້ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດ.    ຍິ່ງກວ່າເວລາໃດກໝົດ, ຄຳຮຽກຮ້ອງຕ້ອງການການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້ນຕົນເອງ, ຟື້ນຕົວຢ່າງວ່ອງໄວ, ພັດທະນາແບບຍືນຍົງໃນສະພາບ “ປົກກະຕິແບບໃຫມ່” ຊື່ງໄດ້ຮັບການວາງອອກຈາກ ພັກ ແລະ ລັດຫວຽດນາມ. ນີ້ແມ່ນແຜນນະໂຍບາຍເໝາະສົມກັບສະພາບຕົວຈິງ ແລະ ແມ່ນບາດກ້າວເດີນໝັ້ນຄົງຂອງເສດຖະກິດປະເທດຊາດ.

   ນະໂຍບາຍຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ ຖືກທິດ ແລະ ມີປະສິດທິຜົນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ ແລະ ປະຊາຄົມວິສາຫະກິດ. ໃນ 6 ເດືອນ ຕົ້ນປີ 2022, ທົ່ວປະເທດ ມີກວ່າ 76.000 ວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່ ດ້ວຍຍອດຈຳນວນຄົນງານຈົດທະບຽນແມ່ນເກືອບ 515.000 ຄົນ, ເພີ່ມຂຶ້ນ 13,6 % ກ່ຽວກັບຈຳນວນວິສາຫະກິດ ແລະ ເພີ່ມ 6,3% ກ່ຽວກັບຈຳນວນຄົນງານເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດຈຳນວນທຶນຈົດທະບຽນເພີ່ມເຕີມເຂົ້າພື້ນຖານເສດຖະກິດແມ່ນ 2.730 ພັນຕຶ້ດົ່ງ, ເພີ່ມຂຶ້ນ 30,3%. ຖ້າຄິດໄລ່ທັງຈຳນວນວິສາຫະກິດກັບຄືນເຂົ້າເຄື່ອນໄຫວ ຈຳນວນວິສາຫະກິດເຂົ້າຮ່ວມຕະຫລາດ ໃນ 6 ເດືອນຕົ້ນປີ 2022 ບັນລຸ 116,9 ພັນວິສາຫະກິດ, ເພີ່ມຂຶ້ນ 25,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເມື່ອເວົ້າເຖິງບັນຫານີ້, ທ່ານ ຮ່ວາງວັນເກື່ອງ ສະມາຊິກສະພາແຫ່ງຊາດ ຖືວ່າ:

 “ເມື່ອທຽບໃສ່ປີ 2019 ກ່ອນທີ່ເກີດໂລກລະບາດ, ເສດຖະກິດ ຫວຽດນາມ ບັນລຸການເຕີບໂຕຢູ່ໃນລະດັບ 5,56%, ສ່ວນເສດຖະກິດໂລກບັນລຸ ພຽງ 1,9%. ໝາກຜົນນັ້ນແມ່ນລື່ນກາຍຄວາມຫວັງແລ້ວ ຖ້າພວກເຮົາທົບທວນຄືນໄລຍະປີ 2021 ໂລກລະບາດຜັນແປສັບສົນ ເຮັດໃຫ້ຫລາຍໆວິສາຫະກິດຕ້ອງປິດປະຕູ, ຄົນງານຕ້ອງອອກຈາກບັນດາສູນເສດຖະກິດໃຫຍ່ເພື່ອກັບຄືນເມືອບ້ານ. ພວກເຮົາບໍ່ຄິດໄດ້ວ່າ ການເກັບລາຍຮັບງົບປະມານບັນລຸກວ່າ 16,8 % ເມື່ອທຽບໃສ່ແຜນການຂອງປີ 2021 ແລະ 5 ເດືອນຕົ້ນປີ 2022 ແມ່ນລື່ນກາຍ 5,7%. ດ້ວຍແງ່ຫວັງ ສະຖຽນລະພາບ ແລະ ຄາດຄະເນລະດັບເຕີບໂຕໃນປີ 2022 ອາດຈະບັນລຸ 6,9%”

ການເຄື່ອນໄຫວດ້ານເສດຖະກິດຢ່າງ ຟົດຟື້ນ ຂອງຫວຽດນາມ ແມ່ນປັດໄຈດຶງດູດຄວາມສົນໃຈຂອງບັນດາບໍລິສັດ ເອີລົບ ແລະ ຫວຽດນາມ ມີຫລາຍສັນຍານເປັນຫນ້າຊື່ນຊົມ, ເມື່ອກາຍເປັນຈຸດນັດພົບຂອງກະແສທຶນ FDI. ດ້ວຍເລື່ອງຮັບໃບອະນຸຍາດໃຫ້ລົງທຶນເມື່ອເດືອນ ກຸມພາປີ 2022 ຂອງກຸ່ມບໍລິສັດ Lego,    ໂຮງຈັກ Legoຫວຽດນາມ ແມ່ນໂຄງການໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນ ຂອງກຸ່ມບໍລິສັດນີ້ ຫລື ເລື່ອງກຸ່ມບໍລິສັດໃຫຍ່ຂອງ Apple ສືບຕໍ່ລົງທຶນຈຳນວນເງິນກວ່າ 300 ລ້ານ USD ເຂົ້າຫວຽດນາມ ແມ່ນສະແດງໃຫ້ເຫັນວ່າ ເງິນລົງທຶນຕ່າງປະເທດ (FDI) ເຂົ້າຫວຽດນາມ ພວມນັບມື້ນັບມີຄຸນນະພາບ. ທ່ານ ຫງວຽນງອກຕວານ ຮອງຫົວຫນ້າສະຖາບັນເສດຖະກິດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃຫ້ຮູ້ວ່າ:

          “ທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພັກກອມມູນິດຫວຽດນາມ ໄດ້ກຳນົດສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບເສດຖະກິດໂລກ.ເພື່ອເພີ່ມທະວີກຳລັງຄວາມສາມາດເສດຖະກິດ, ພັກໄດ້ວາງອອກແຜນນະໂຍບາຍຕ້ອງຍູ້ແຮງການເຫັນເປັນອຸດສາຫະກຳ ແລະທັນສະໄຫມ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະນຳປະເທດຊາດກາຍເປັນປະເທດອຸດສາຫະກຳ. ພັກເຮົາກໍ່ເນັ້ນຫນັກຢ່າງແຮງວ່າ ຕ້ອງເສີມຂະຫຍາຍກຳລັງແຮງພາຍໃນຢ່າງສູງສຸດ ພ້ອມທັງຍາດແຍ່ງແຫລ່ງກຳລັງພາຍນອກ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ ເພື່ອພັດທະນາວ່ອງໄວ, ມີປະສິດທິຜົນ ແລະຍືນຍົງ”

ຈິດໃຈ “ເອກະລາດ, ເປັນເຈົ້າຕົນເອງ” ໄດ້ນຳຫວຽດນາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ສ້າງລັດແຫ່ງຊົນຊັ້ນກຳມະກອນຊາວນາ ທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ກ່ອນນີ້ 77ປີ. ຈິດໃຈນັ້ນຍາມໃດກໍ່ແຜ່ກະຈາຍຕະຫລອດໃນສະພາບຟື້ນຕົວເສດຖະກິດ ພາຍຫລັງໂລກລະບາດ ແລະ ການປະທະກັນໃນໂລກ ເພື່ອຫັນຄວາມຄາດຫວັງສ້າງສາລັດ ຫວຽດນາມ ພັດທະນາຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ