ເສີມຂະຫຍາຍແຫຼ່ງກຳລັງຈາກປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາ ແລະ ພັດທະນາປະເທດຊາດ

(VOVWORLD) -

ປະຈຸບັນ, ຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ກ່ວາ 5,3 ລ້ານຄົນຢູ່ກ່ວາ 130 ປະເທດ, ເຂດແຄ້ວນໃນໂລກ. ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮ່ວມໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ປະກອບສ່ວນຫຼາຍແຫຼ່ງກຳລັງອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ.


ເສີມຂະຫຍາຍແຫຼ່ງກຳລັງຈາກປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາ ແລະ ພັດທະນາປະເທດຊາດ - ảnh 1ານນຳນະຄອນ ໂຮ່ຈີມິນ ຕ້ອນຮັບປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບເມືອຕ້ອນຮັບບຸນປີໃໝ່ປະຈຳຊາດ ປີແມວ 2023
(ພາບ:Việt Dũng/sggp.org.vn)


        ໂດຍໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດໃນທຸກໆສະພາບການ, ທຸກໄລຍະປະຫວັດສາດ, ສ້າງແຫຼ່ງກຳລັງແຮງສັງລວມ, ປະກອບສ່ວນນຳປະເທດຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພັດທະນາແບບຍືນຍົງຄືໃນທຸກວັນນີ້.

ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນເຂົ້າຂົງເຂດພັດທະນາຂອງປະເທດຊາດຢ່າງຮອບດ້ານ

        ດ້ວຍທ່າແຮງແມ່ນພູມປັນຍາ ແລະ ມີປະສົບການ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ແມ່ນທາດກະຕຸ້ນສຳຄັນທີ່ປະກອບສ່ວນໃຫ້ແກ່ປະເທດຊາດ. ໃນຊຸມປີມໍ່ໆມານີ້, ໃນແຕ່ລະປີ, ມີນັກຊ່ຽວຊານ, ປັນຍາຊົນເຊິ່ງເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ປະມານ 500 ເທື່ອຄົນ, ສ່ວນຫຼາຍແມ່ນມາຈາກບັນດາປະເທດພັດທະນາ ໄດ້ກັບຄືນປະເທດ ເພື່ອເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາການເຄື່ອນໄຫວສ້າງສາ ແລະ ວາງແຜນນະໂຍບາຍ, ເປັນທີ່ປຶກສາໃຫ້ແກ່ລັດຖະບານ, ກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບບັນດາຂົງເຂດພັດທະນາໃໝ່ຂອງ ຫວຽດນາມ.

          ອີກແຫຼ່ງກຳລັງໜຶ່ງ ກໍ່ມີຄວາມສຳຄັນທີ່ສຸດຈາກພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດນັ້ນແມ່ນແຫຼ່ງກຳລັງທາງດ້ານເສດຖະກິດ. ມາຮອດປະຈຸບັນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ລົງທຶນ ຢູ່ ຫວຽດນາມ ນັບພັນໂຄງການ, ດ້ວຍຈຳນວນເງິນລົງທຶນຂຶ້ນເຖິງຕື້ USD, ປະກອບສ່ວນສ້າງວຽກເຮັດງານທຳ, ພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ບັນດານັກທຸລະກິດໂດຍແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ການລົງທຶນ ແລະ ໂຄສະນາເຄື່ອງໝາຍການຄ້າຂອງ ຫວຽດນາມ ຢູ່ປະເທດປະຈຳຖິ່ນ, ພິເສດ, ແມ່ນບັນດາປະເພດສິນຄ້າທີ່ເປັນທ່າແຮງຂອງ ຫວຽດນາມ ຄື: ເຄື່ອງຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ສະບຽງອາຫານ, ເຄື່ອງຫັດຖະກຳ… ທ່ານ ປອ ຮ່ວາງແມ້ງເຮວ, ປະທານສະຫະພັນບັນດາສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ເອີລົບ ໃຫ້ຮູ້ວ່າ:

        “ປະຊາຄົມວິສາຫະກິດຊາວ ຫວຽດນາມ ອາໄສຢູ່ ເອີລົບ ມີທ່າແຮງນັ້ນແມ່ນເຂົາເຈົ້າມີສູນການຄ້າ. ບັນດາສູນການຄ້ານີ້ໄດ້ຮັບການກໍ່ສ້າງເປັນລະບົບ, ມີຄວາມສະດວກທີ່ສຸດເພື່ອໃຫ້ວິສາຫະກິດນຳເອົາສິນຄ້າມາຂາຍຢູ່ທີ່ນີ້. ນີ້ຍັງແມ່ນສະຖານທີ່ເພື່ອແນະນຳຜະລິດຕະພັນ. ມີວິສາຫະກິດປະສົບຜົນສຳເລັດທີ່ສຸດ, ສ້າງລະບົບສະໜອງ, ກາຍເປັນຂົວເຊື່ອມຕໍ່ເພື່ອນຳເອົາສິນຄ້າຈາກພາຍໃນປະເທດ ເຂົ້າໃນລະບົບສະໜອງຢູ່ບັນດາວິສາຫະກິດຂອງປະເທດປະຈຳຖິ່ນ. ເຮັດໄດ້ແນວນັ້ນພວກເຮົາຈຶ່ງມີການບໍລິໂພກແບບຍືນຍົງ”.

        ໄປຄຽງຄູ່ກັນນັ້ນ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍັງແມ່ນໜຶ່ງໃນບັນດາປັດໄຈສຳຄັນປະກອບສ່ວນໃຫ້ແກ່ການເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງຂອງ ຫວຽດນາມ ໃນຊີວິດສາກົນ, ຮ່ວມແຮງຮ່ວມໃຈປຸກລະດົມແຫຼ່ງກຳລັງຈາກສາກົນເພື່ອປະກອບສ່ວນໃຫ້ພາລະກິດແຫ່ງການສ້າງສາ ແລະ ພັດທະນາບ້ານເກີດເມືອງນອນ. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ແມ່ນບັນດາເຈົ້າກຳ ໃນການຮັກສາ, ແມ່ນທູດໂຄສະນາວັດທະນະທຳ, ປະເທດຊາດ, ປະຊາຊົນ ຫວຽດນາມ. ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ໜູນຊ່ວຍ, ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ມະນຸດສະທຳຢ່າງຕັ້ງໜ້າ ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ສະໜັບສະໜູນປະເທດໃນໄລຍະປ້ອງກັນ, ສະກັດກັ້ນໂລກລະບາດ; ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ພາຍໃນປະເທດທີ່ປະສົບກັບຄວາມຫຍຸ້ງຍາກຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມ, ໄພພິບັດທຳມະຊາດ, ພໍ່ແມ່ປະຊາຊົນທຸກຍາກຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ…

ເສີມຂະຫຍາຍແຫຼ່ງກຳລັງຈາກປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການສ້າງສາ ແລະ ພັດທະນາປະເທດຊາດ - ảnh 2ທ່ານ ໂງຈິ້ງຮາ, ຮອງຫົວໜ້້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: dangcongsan.vn)

ສ້າງເງື່ອນໄຂເພື່ອເສີມຂະຫຍາຍແຫຼ່ງກຳລັງຈາກພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສ້າງສາ ແລະ ພັດທະນາປະເທດຊາດ

        ໃນຕະຫຼອດ 20 ປີຜ່ານມາ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງດ້ານຈຳນວນ ແລະ ຂະຫຍາຍຕົວຢ່າງກ້ວາງຂວາງ. ຈາກຈຳນວນ 2,7 ລ້ານຄົນໃນປີ 2003, ປະຈຸບັນຂຶ້ນເປັນກ່ວາ 5,3 ລ້ານຄົນ, ໃນນັ້ນມີກ່ວາ 80% ແມ່ນອາໄສຢູ່ບັນດາປະເທດພັດທະນາ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ພາກສ່ວນປະຊາຄົມນັບມື້ນັບມີຫຼາຍຮູບຫຼາຍແບບ, ໃນນັ້ນ ມີນັກສຶກສາ, ຜູ້ອອກແຮງງານຕາມສັນຍາ, ຊາວ ຫວຽດນາມ ສົມລົດກັບຊາວ ຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນ. ທີ່ຕັ້ງດ້ານນິຕິກຳ, ເງື່ອນໄຂເສດຖະກິດ, ຖານະ, ບົດບາດ ແລະ ອິດທິພົນຊື່ສຽງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ສັງຄົມປະເທດປະຈຳຖິ່ນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

        ທັດສະນະສະເໝີຕົ້ນ, ສະເໝີປາຍ ແລະ ລຸລ່ວງຂອງພັກ, ລັດ ນັ້ນແມ່ນ “ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນບໍ່ອາດຕັດແຍກຈາກປະຊາຄົມຊາວ ຫວຽດນາມ ໄດ້”. ວຽກງານປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ວຽກງານມະຫາສາມັກຄີທົ່ວປວງຊົນສຳລັບ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດຢ່າງເລິກເຊິ່ງ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ: ສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຜັນຂະຫຍາຍວຽກງານ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢ່າງຮອບດ້ານ ແລະ ແຂງແຮງກ່ວາອີກ, ໃນນັ້ນ, ມີບັນດາໜ້າທີ່ຈຸດສຸມຄື: “ໜູນຊ່ວຍເພື່ອໃຫ້ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີທີ່ຕັ້ງນິຕິກຳໜັກແໜ້ນ, ພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ, ຍົກສູງປະສິດທິຜົນວຽກງານປົກປ້ອງພົນລະເມືອງ, ຄຸ້ມຄອງຜູ້ອອກແຮງງານ, ນັກສຶກສາ…” ກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະຈະມາເຖິງ, ທ່ານ ໂງຈິ້ງຮາ, ຮອງຫົວໜ້້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ ຫວຽດນາມ), ໃຫ້ຮູ້ວ່າ:

        “ກະຊວງການຕ່າງປະເທດກຳລັງສົມທົບກັບບັນດາກະຊວງ, ຂະແໜງການ, ຄະນະ, ທ້ອງຖິ່ນເພີ່ມທະວີວຽກງານນະໂຍບາຍດຶງດູດແຫຼ່ງກຳລັງຈາກ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອຮັບໃຊ້ການພັດທະນາປະເທດຊາດ, ພ້ອມທັງປັບປຸງຂໍ້ກຳນົດກ່ຽວກັບການ ເຂົ້າ - ອອກເມືອງ ແລະ ການລົງທຶນ ດຳເນີນທຸລະກິດຂອງພໍ່ແມ່ປະຊາຊົນ ຢູ່ທີ່ກັບມາບ້ານເກີດເມືອງນອນ. ອົງການໄດ້ຈັດກອງປະຊຸມ, ກອງປະຊຸມສຳມະນາ, ສ້າງເວທີປາໄສເພື່ອໃຫ້ພໍ່ແມ່ປະຊາຊົນປະກອບສ່ວນເຂົ້າໃຫ້ບັນດາບັນຫາພັດທະນາຂອງປະເທດຊາດ. ຈັດການເຄື່ອນໄຫວເຊື່ອມຕໍ່ໃຫ້ແກ່ພໍ່ແມ່ປະຊາຊົນກັບບັນດາທ້ອງຖິ່ນເພື່ອມີຄວາມຕິດພັນລະຫວ່າງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບການພັດທະນາຂອງທ້ອງຖິ່ນ”

        ໃນສະພາບການ ຫວຽດນາມ ເຊື່ອມໂຍງນັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານ, ເສີມຂະຫຍາຍນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດຂອງ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດເປັນກຳລັງໜູນອັນລ້ຳຄ່າເພື່ອພັດທະນາປະເທດຊາດ, ພັດທະນາປະຊາຄົມ. ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຊົນຊາດຈະແມ່ນບ່ອນອີງເພື່ອໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມານະພະຍາຍາມໃຫ້ຫຼາຍກ່ວາອີກ, ພ້ອມກັບພໍ່ແມ່ປະຊາຊົນຢູ່ພາຍໃນປະເທດເດີນຕາມຄວາມໃຝ່ຝັນກ່ຽວກັບ ຫວຽດນາມ ພັດທະນາວັດທະນາຖາວອນ, ຖານະບົດບາດສູງເທົ່າທຽມກັບບັນດາປະເທດມະຫາອຳນາດໃນໂລກໃຫ້ປະກົດຜົນເປັນຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ