ເຫດການ ວັນທີ 30 ເມສາ 1975 ຍືນຍົງຄົງຕົວໄປພ້ອມກັບປະຫວັດສາດຂອງຊາດຕະຫຼອດໄປ

(VOVWORLD) -ໄຊຊະນະວັນທີ 30 ເມສາ 1975 ໄດ້ປະກອບສ່ວນຊຸກຍູ້ການຕໍ່ສູ້ຂອງມວນມະນຸດກ້າວໜ້າ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ
ເຫດການ ວັນທີ 30 ເມສາ 1975 ຍືນຍົງຄົງຕົວໄປພ້ອມກັບປະຫວັດສາດຂອງຊາດຕະຫຼອດໄປ - ảnh 1ໄຊຊະນະວັນທີ 30 ເມສາ 1975 ໄດ້ປະກອບສ່ວນຊຸກຍູ້ການຕໍ່ສູ້ຂອງມວນມະນຸດກ້າວໜ້າ
ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ
(ພາບ: nhandan.vn)

ໃນຊຸມມື້ນີ້, ເມື່ອທົ່ວປະເທດເຕັມໄປດ້ວຍສີສັນຂອງທຸງຊາດ, ດອກໄມ້, ປະຊາຊົນ ຫວຽດນາມ ມີຄວາມເບີກບານມ່ວນຊື່ນ, ເອກອ້າງທະນົງໃຈສະເຫຼີມສະຫຼອງ 47 ປີແຫ່ງ ວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ ຄືວັນທີ 30 ເມສາ 1975,  ແຕ່ບັນດາກຳລັງທີ່ເປັນປໍລະປັກຍັງຕັ້ງໃຈຕ່າວປີ້ນປະຫວັດສາດ ນຳໃຊ້ເລ່ຫຼ່ຽມຫຼາຍຢ່າງຫວັງມ້າງທຳລາຍພື້ນຖານສັນຕິພາບອັນລ້ຳຄ່າ ແລະ ທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຫວຽດນາມ.

        ໃນບາງເວັບໄຊ, ບັນຊີທາງອອນລາຍຄື: ຫວຽດເຕິນ, ເຈິນເຈີຍເມີຍ Media, BBC New ຕຽງຫວຽດ, FRAVietnam, ຕຽງເຍິນບາວ… ບັນດາພາກສ່ວນປະຕິການສືບຕໍ່ຫວ່ານຫຼາຍຂ່າວ, ບົດແນໃສ່ເສກສັນປັ້ນແຕ່ງປະຫວັດສາດ, ເອີ້ນວັນປົດປ່ອຍພາກໃຕ້ ຫວຽດນາມ 30 ເມສາ ວ່າເປັນ “ວັນຄຽດແຄ້ນຊາດ”... ບາງຄົນຍັງເວົ້າວ່າ: ຖ້າຫາກບໍ່ມີວັນ 30 ເມສາ 1975 ນັ້ນ ປະຈຸບັນ ທາງພາກໃຕ້ ຫວຽດນາມ ພັດທະນາຄືກັນກັບ ສ.ເກົາຫຼີ, ລື່ນກາຍປະເທດ ໄທ; ການຕໍ່ສູ້ກູ້ຊາດ, ຕ້ານ ອາເມລິກາ ຂອງຊາດ ຫວຽດນາມ ຄວາມຈິງເປັນພຽງແຕ່ “ສົງຄາມກາງເມືອງ”, ເປັນສົງຄາມ “ມອບໝາຍ”.

        ກ່ອນອື່ນໝົດ, ກ່ຽວກັບເນື້ອແທ້, ເຫດການວັນທີ 30 ເມສາ 1975 ເປັນການສິ້ນສຸດສົງຄາມຕ້ານ ອາເມລິກາ ກູ້ຊາດ, ເປັນໄຊຊະນະຂອງຄວາມເປັນທຳ, ຂອງນ້ຳໃຈເຊີດຊູຊາດ “ບໍ່ມີຫຍັງປະເສີດເລີດລ້ຳໄປກວ່າເອກະລາດ, ເສລີພາບ”, ໂດຍເລີ່ມມາຈາກແນວທາງຕໍ່ຕ້ານອັນຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກກອມມູນິດ ຫວຽດນາມ, ຈາກມູນເຊື້ອວິລະຊົນຂອງຊາດ ຫວຽດນາມ. ເພື່ອຍາດໄດ້ໄຊຊະນະໃນສົງຄາມທີ່ດຸເດືອດນັ້ນ, ມີປະຊາຊົນ, ນັກຮົບກວ່າ 3 ລ້ານຄົນໄດ້ເສຍສະຫຼະຊີວິດ; ເຮືອນຊານບ້ານຊ່ອງ, ນະຄອນນັບເປັນພັນຖືກທຳລາຍຈົນໝົດກ້ຽງ, ມາຮອດປະຈຸບັນ ຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມດີໂອຊິນຍັງສືບພັນມາຮອດຄົນລຸ້ນທີ 3, ຄວາມເສຍຫາຍ, ເຈັບປວດຂອງທັງຊາດແມ່ນບໍ່ມີຫຍັງສາມາດປຽບທຽບໄດ້. ເຖິງວ່າ 47 ປີໄດ້ຜ່ານພົ້ນໄປແລ້ວ, ຕໍ່ໜ້າສະພາບການໂລກ, ພາກພື້ນມີການຜັນແປ, ປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ບັນດາກຳລັງທີ່ເປັນປໍລະປັກເພີ່ມທະວີການມ້າງທຳລາຍ ຫວຽດນາມ ໃນຫຼາຍດ້ານ, ພິເສດແມ່ນໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ດ້ວຍຈິດໃຈໄຊຊະນະວັນທີ 30 ເມສາ 1975 ປະເທດຊາດຍັງຍືນຍົງຄົງຕົວຕໍ່ໂລກລະບາດ, ເຊິ່ງໄດ້ຮັບການຕີລາຄາສູງຈາກຫາງສຽງສາກົນວ່າແມ່ນ “ປະພາຄານ” ໃນການປ້ອງກັນ, ຕ້ານໂລກລະບາດ. ບັນດາຜົນງານໃນການປະຕິບັດ “ເປົ້າໝາຍຄວບຄູ່” ໄດ້ຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

        ສຳລັບໂລກແລ້ວ, ໄຊຊະນະວັນທີ 30 ເມສາ 1975 ໄດ້ປະກອບສ່ວນຊຸກຍູ້ການຕໍ່ສູ້ຂອງມວນມະນຸດກ້າວໜ້າ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ; ປຸກລະດົມ, ໃຫ້ກຳລັງໃຈບັນດາປະຊາຊາດທີ່ພວມດຳເນີນກິດຈະການປົດປ່ອຍໃຫ້ຫຼຸດພົ້ນອອກຈາກແອກຂ້າທາດຂອງລັດທິຈັກກະພັດ, ສ້າງບົດຮຽນລ້ຳຄ່າຫຼາຍຢ່າງໃຫ້ແກ່ຊາດຫວຽດນາມ ແລະ ປະຊາຊົນໃນໂລກ. ນັ້ນແມ່ນບົດຮຽນເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນການນຳພາຢ່າງເກັ່ງກ້າສາມາດ ແລະ ຄ່ອງແຄ້ວ, ສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ດ້ວຍແນວທາງການເມືອງ, ການທະຫານເອກະລາດ, ເປັນເຈົ້າຕົນເອງ, ຖືກຕ້ອງ, ປະດິດຄິດສ້າງ, ແມ່ນບົດຮຽນກ່ຽວກັບຈິດໃຈຄາດຫວັງຢາກມີເອກະລາດ, ເສລີພາບ, ສັນຕິພາບ, ເອກະພາບຂອງຊາດທຸກຖ້ວນໜ້າ, ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄຸນນະທາດ, ສະຕິປັນຍາ, ເຈດຈຳນົງ ເວລາໃດກໍ່ບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ. ສະນັ້ນແມ່ນບໍ່ມີເລື່ອງທີ່ວ່າ ຫວຽດນາມ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານແມ່ນເປັນການປະຕິບັດບົດບາດ “ມອບໝາຍ” ຂອງກຳລັງການເມືອງໃດໜຶ່ງ, ຍິ່ງໄປກວ່ານັ້ນ ແມ່ນບໍ່ມີເລື່ອງທີ່ວ່າ ນີ້ແມ່ນສົງຄາມ “ຂ້າຟັນລັນແທງກັນ”.

        ບັນດາກຳລັງທີ່ເປັນປໍລະປັກຢາກບິດເບືອນຄວາມຈິງປະຫວັດສາດ ຈົ່ງຈື່ໄວ້ວ່າ ນັບແຕ່ບັນດານັກການເມືອງທີ່ມີຊື່ສຽງຂອງ ອາເມລິກາ ເອງນັ້ນ ກໍ່ຕ້ອງຍອມຮັບວ່າ: ໜຶ່ງໃນບັນດາສາຍເຫດປະລາໄຊຂອງເຂົາເຈົ້າແມ່ນເລີ່ມມາຈາກວົງການກຳອຳນາດໃນສະໄໝນັ້ນ ຍັງບໍ່ເຫັນໄດ້ວ່າ ປະຈຸບັນບັນດາຊົນຊາດ ເຊິ່ງນຳໜ້າແມ່ນຊາດ ຫວຽດນາມ ຮັບຮູ້ໄດ້ກ່ຽວກັບສິດຕັດສິນໃຈດ້ວຍຕົນເອງ, ກ່ຽວກັບສິດເລືອກເອົາລະບອບສັງຄົມ, ເລືອກເອົາເສັ້ນທາງພັດທະນາຂອງຕົນ ຫາກບໍ່ມີ ບໍ່ວ່າກຳລັງໃດສາມາດກີດຂວາງໄດ້. Robert McNamara, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຂຽນຢູ່ໃນປື້ມ “ຄິດຢ້ອນຫຼັງ” ເຊິ່ງໄດ້ຈັດພິມຈຳໜ່າຍໃນປີ 1995 ວ່າ: “ພວກເຮົາ (ອາເມລິກາ) ໄດ້ຕີລາຄາຜິດຕໍ່ຈຸດປະສົງສຳຄັນດ້ານພູມສາດການເມືອງຂອງຄູ່ແຂ່ງ. ພວກເຮົາຕີລາຄາຕ່ຳຕໍ່ກຳລັງແຮງດ້ານຈິດໃຈຂອງຊາດໜຶ່ງທີ່ສາມາດລະດົມການເສຍສະຫຼະຍ້ອນຄວາມເຊື່ອໝັ້ນກ່ຽວກັບຄຸນຄ່າຂອງເຂົາເຈົ້າ”. ເມື່ອຕອບສຳພາດຕໍ່ສື່ມວນຊົນອາເມລິກາ ກ່ຽວກັບສົງຄາມຢູ່ ຫວຽດນາມ, ທ່ານອະດີດປະທານາທິບໍດີ G.Pho ກໍ່ຕ້ອງຍອມຮັບການປະລາໄຊ, ພ້ອມທັງສະແດງຄວາມນິຍົມນັບຖືຕໍ່ຈິດໃຈພິລະອາດຫານ, ອົງອາດກ້າແກ່ນຂອງປະຊາຊົນ ຫວຽດນາມ.

        ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ບໍ່ອະນຸຍາດໃຫ້ ບໍ່ວ່າຜູ້ໃດ ມາເສກສັນປັ້ນແຕ່ງ, ບິດເບືອນຄວາມໝາຍປະຫວັດສາດຂອງໄຊຊະນະວັນທີ 30 ເມສາ 1975. ພວກທີ່ຕັ້ງໃຈບິດເບືອນ, ເສກສັນປັ້ນແຕ່ງຄວາມໝາຍປະຫວັດສາດຂອງເຫດການນີ້ແມ່ນຈຳນວນໜ້ອຍ, ສິ່ງທີ່ເຂົາເຈົ້າເວົ້າ, ເຂົາເຈົ້າຂຽນນັ້ນ ຫຼອກລວງໄດ້ພຽງແຕ່ບາງຄົນເທົ່ານັ້ນ, ແຕ່ບໍ່ສາມາດຫຼອກລວງທັງຊາດ ຫວຽດນາມ ທີ່ຮັກຫອມປະເທດຊາດ ກໍຄືບັນດາຜູ້ມີມະໂນທຳໃນໂລກໄດ້.

        ເຄົາລົບ ແລະ ເສີມຂະຫຍາຍຄຸນຄ່າປະຫວັດສາດ, ມູນເຊື້ອຂອງຊາດ, ຜົນງານການປະຕິວັດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ ແມ່ນມະໂນທຳ, ແມ່ນຄວາມຮັບຜິດຊອບ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ. ຍ້ອນເຫດນັ້ນ, ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ປະຕິເສດ, ໃສ່ຮ້າຍປ້າຍສີມູນເຊື້ອປະຫວັດສາດ ແນ່ນອນວ່າ ຈະຖືກສັງຄົມ ແລະ ປະຊາຊົນກ່າວປະນາມຢ່າງຮຸນແຮງ./.

ຕອບກັບ

ຂ່າວ/ບົດ​ອື່ນ