ເອີລົບ ແລະ ໄລຍະທາງຫຍຸ້ງຍາກໃນພາຍພາກຫນ້າ

(VOVWORLD) -ການປະທະກັນ ລະຫວ່າງ ລັດເຊຍແລະ ຢູແກຼນ ປີນຂັ້ນໄດ ໄດ້ສົ່ງຜົນກະທົບ ແລະກໍ່ໃຫ້ເກີດສິ່ງທ້າທາຍຢ່າງຮ້າຍແຮງຕໍ່ບັນດາພາກພື້ນ ແລະ ພື້ນຖານເສດຖະກິດໃນໂລກ ເກືອບທັງໝົດ. ໃນນັ້ນ ເອີລົບ ໄດ້ຮັບການຕີລາຄາວ່າ ແມ່ນພາກພື້ນຖືກຜົນກະທົບຫນັກຫນ່ວງທີ່ສຸດ ດ້ວຍການຜັນປ່ຽນໃຫຍ່ນັບທັງໃນເວທີການເມືອງ ແລະໃນສັງຄົມຂອງຫລາຍປະເທດສະມາຊິກ.

ວັນທີ 24 ຕຸລາ, ພັກນິຍົມຮັກສາເດີມກຳອຳນາດຢູ່ ອັງກິດ ໄດ້ຢັ້ງຢືນວ່າ: ທ່ານ Rishi Sunak ມີອາຍຸ 42 ປີ ອະດີດລັດຖະມົນຕີການເງິນ ອັງກິດ ຈະກາຍເປັນການນຳໃຫມ່ຂອງ ພັກນີ້ ພ້ອມທັງກາຍເປັນນາຍົກລັດຖະມົນຕີ ຄົນໃຫມ່ຂອງອັງກິດ. ເປັນອັນວ່າ ໃນເວລາບໍ່ຮອດ 2 ເດືອນ, ອັງກິດ ມີນາຍົກລັດຖະມົນຕີ 3 ທ່ານ(ຄື:ທ່ານ Boris Johnson, ທ່ານນາງ Liz Truss ແລະທ່ານ Rishi Sunak) ເປັນການສະແດງໃຫ້ເຫັນການຜັນແປຢ່າງແຮງໃນເວທີການເມືອງ ອັງກິດ ກ່ອນນີ້ແມ່ນສະມາຊິກ ອີຢູ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ທີສອງຂອງເອີລົບ.

ຫນຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ຍ້ອນຄວາມຫຍຸ້ງຍາກຢ່າງຮ້າຍແຮງກ່ຽວກັບດ້ານເສດຖະກິດ ສັງຄົມ (ລາຄາເຊື້ອເພີງ ແລະ ສະບຽງອາຫານເພີ່ມຂຶ້ນ, ໄພເງິນເຟີ້ ແມ່ນຢູ່ໃນລະດັບສະຖິຕິ…) ຍ້ອນຖືກຜົນສະທ້ອນຈາກວິກິດການ ລັດເຊຍ - ຢູແກຼນ.

ເຖິງຢ່າງໃດກໍຕາມ ສິ່ງທີ່ເປັນຫນ້າເວົ້າກວ່າ ນັ້ນບໍ່ພຽງແຕ່ແມ່ນຢູ່ເວທີການເມືອງ ອັງກິດ ເທົ່ານັ້ນ ຫາກຫລາຍປະເທດຫລັກແຫລ່ງອື່ນຢູ່ ເອີລົບ  ກໍ່ຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄ້າຍຄືກັນ ຍ້ອນສາຍເຫດເຊັ່ນດຽວກັນ.

ສິ່ງທ້າທາຍ ແລະຄວາມຫຍຸ້ງຍາກເພີ່ມຂຶ້ນຢູ່ຫລາຍປະເທດໃນເອີລົບ

ນັກຊ່ຽວຊານຫລາຍທ່ານໃນພາກພື້ນ ແລະ ສາກົນ ມີຂໍ້ສັງເກດລວມວ່າ ການນຳ ລັດຖະບານ ອັງກິດ ໃນສະພາບປະຈຸບັນ ທ່ານ Rishi Sunak ຈະຕ້ອງປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ, ພົ້ນເດັ່ນແມ່ນຫນ້າທີ່ຟື້ນຕົວພື້ນຖານເສດຖະກິດທີ່ ພວມຢູ່ໃນທ່າຊຸດໂຊມ .

ສ່ວນຢູ່ພື້ນຖານເສດຖະກິດໃຫຍ່ອື່ນ ຂອງເອີລົບ ນັ້ນແມ່ນອີຕາລີ(ສະມາຊິກ ອີຢູ) ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍກໍ່ພວມສົ່ງຜົນສະທ້ອນເຖິງລັດຖະບານຂອງທ່ານ Giorgia Meloni ນາຍົກລັດຖະມົນຕີ ຄົນໃຫມ່ (ເຂົ້າພິທີສາບານຕົວຮັບດຳລົງຕຳແຫນ່ງໃນວັນທີ 22 ຕຸລາ). ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ອີຕາລີ ແລະ ຄະນະລັດຖະບານໃຫມ່ ມີຫນ້າທີ່ຫນັກຫນ່ວງແມ່ນສະກັດກັ້ນໄພຊຸດໂຊມດ້ານເສດຖະກິດ, ຄວບຄຸມລາຄາພະລັງງານ ແລະ ສະພາບໄພເງິນເຟີ້ພວມຢູ່ໃນລະດັບສູງສຸດໃນຫລາຍທົດສະວັດ, ແກ້ໄຂວິກິດການ ຢູແກຼນ…

ສ່ວນຢູ່ ຝລັ່ງ, ລັດຖະບານຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຊ້ຳບໍ່ໜຳ ຕ້ອງປະເຊີນຫນ້າກັບກະແສຂະບວນການປະທ້ວງຄັດຄ້ານລາຄາເຊື້ອເພີງ, ສະບຽງອາຫານ ແລະ ອັດຕາຄົນວ່າງງານເພີ່ມຂຶ້ນສູງໃນທົ່ວປະເທດ.

ສຳລັບ ເຢຍລະມັນ ກໍ່ພວມປະເຊີນຫນ້າກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງ ເມື່ອອັດຕາໄພເງິນເຟີ້ເພີ່ມຂຶ້ນຢູ່ໃນລະດັບສູງສຸດ ໃນຫລາຍທົດສະວັດ ພ້ອມກັບໄພຊຸດໂຊມດ້ານເສດຖະກິດທີ່ໃກ້ຈະເກີດຂຶ້ນ. ຕາມນັ້ນແລ້ວ, ສະຖາບັນເສດຖະກິດ ເຢຍລະມັນ (IFO), ໃຫ້ຮູ້ວ່າ: GDP ຂອງເຢຍລະມັນ ອາດຈະຫລຸດລົງ 0,3% ໃນປີ 2023 ຍ້ອນໄພເງິນເຟີ້ເພີ່ມຂຶ້ນ ແລະສະພາບຂາດແຄນອາຍແກັດ.

ມາດຕະການ ແລະ ແງ່ຫວັງ

ມີນັກໄຈ້ແຍກເອກະລາດສາກົນ ຫລາຍທ່ານ ມີຂໍ້ສັງເກດລວມວ່າ ເຖິງວ່າມີຄວາມແຕກຕ່າງກ່ຽວກັບການຜັນແປ ແລະ ລະດັບ ແຕ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຊື່ງຫລາຍລັດຖະບານ ແລະ ປະເທດ ຢູ່ ເອີລົບ ພວມປະເຊີນຫນ້າ ລ້ວນແຕ່ມີສາຍເຫດດຽວກັນ ນັ້ນແມ່ນຜົນກະທົບຈາກວິກິດການ ລັດເຊຍ - ຢູແກຼນ. ສະນັ້ນ ຄວນໃຫ້ບຸລິມະສິດແຫລ່ງກຳລັງເພື່ອສຸມໃສ່ແກ້ໄຂວິກິດການ.

ນີ້ກໍ່ແມ່ນທັດສະນະຊື່ງນັບມື້ນັບມີການນຳເອີລົບ ຫລາຍທ່ານ ສະຫນັບສະຫນູນ. ໃນຖະແຫລງການຫວ່າງມໍ່ໆມານີ້ ທ່ານ Peter Szijjarto ລັດຖະມົນຕີການຕ່າງປະເທດ ຮຸງກາຣີ ກ່າວເຕືອນວ່າ: ວິກິດການພະລັງງານປະຈຸບັນ ຢູ່ ເອີລົບ ຈະແກ່ຍາວຮອດປີ 2023, 2024 ຫລື ອາດຈະນານກວ່ານັ້ນ.

ສະນັ້ນ ເອີລົບ ຄວນສຸມໃສ່ຊອກຫາມາດຕະການເພື່ອໃຫ້ຢຸດຕິການປະທະກັນ ແທນທີ່ເພີ່ມມາດຕະການລົງໂທດ.

ກໍ່ມີທັດສະນະເຊັ່ນດຽວກັນ, ໄລຍະຜ່ານມາ ປະທານາທິບໍດີ ຕວກກີ ທ່ານ Tayyip Erdogan ກໍ່ມີການກະທຳຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ວິກິດການ ລັດເຊຍ - ຢູແກຼນ. ການນຳ ຕວກກີ ຊີ້ແຈ້ງວ່າ: ປະຕູສັນຕິພາບ ຍາມໃດກໍ່ເປີດກວ້າງ. ເພາະ ການປະທະກັນໄດ້ຮັບການແກ້ໄຂ ຈະຊ່ວຍແກ້ໄຂຫລາຍບັນຫາຊື່ງ ເອີລົບ ປະເຊີນຫນ້າ ນັບທັງຂົງເຂດເສດຖະກິດ ສັງຄົມ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການເມືອງ ການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ